ໂຄງການສາຍພາບສາກແມ່ນດຳເນີນນັບຕັ້ງແຕ່ເວລາ 7 ໂມງ ຫາ 22 ໂມງ (ຕາມເວລາທ້ອງຖິ່ນ) ພາຍໃນສອງວັນທີ 1 ແລະ 2 ກໍລະກົດ.
ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ Seoul, ກິດຈະກຳດັ່ງກ່າວແມ່ນໄດ້ຮັບການຜັນຂະຫຍາຍ ຜ່ານການສົມທົບລະຫວ່າງ ນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນສາກົນທີ່ມີສາຍພົວພັນຜູກມິດເປັນແຮກສ່ຽວ, ພາຍໃນນັ້ນມີ Seoul. ຜ່ານນັ້ນ, ພາບສັກກ່ຽວກັບຕົວເມືອງອັນມີຄວາມຂະຫຍາຍຕົວຢ່າງຂະຫຍັນຂັນເຄື່ອນ, ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ ແລະ ປ່ຽມລົ້ນໄປດ້ວຍເອກະລັກວັດທະນະທຳຂອງ ຫວຽດນາມ ແມ່ນໄດ້ຮັບການແນະນຳຢ່າງກວ້າງຂວາງເຖິງປະຊາຊົນ ສ.ເກົາຫຼີ ກໍເຊັ່ນດຽວກັບແຂກທ່ອງທ່ຽວສາກົນ.
![]() |
| ວຽກງານການໂຄສະນາເຜີຍແຜ່ກ່ຽວກັບ ນະຄອນ ໂຮ່ຈີມິນ ຄົບຮອບ 50 ປີ ເທິງຈໍເອເລັກໂຕຣນິກ ຢູ່ໃຈກາງນະຄອນຫຼວງໂຊລ ແມ່ນກິດຈະກຳການຕ່າງປະເທດອັນມີຄວາມໝາຍ, ປະກອບສ່ວນໂຄສະນາພາບສັກຂອງ ຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ. |
ບັນດາເນື້ອໃນໂຄສະນາເຜີຍແຜ່ ແມ່ນໄດ້ຮັບການສາຍຂຶ້ນຢູ່ຫຼາຍຈຸດທີ່ມີຜູ້ຄົນສັນຈອນໄປມາຢ່າງໜາແໜ້ນ, ພາຍໃນນັ້ນມີ ເມືອງ Gangnam ແລະ ຢ່ານຖະໜົນຄົນຍ່າງ Myeongdong - ເຊິ່ງເປັນບັນດາຈຸດໝາຍປາຍທາງທີ່ມີຊື່ສຽງຂອງນະຄອນຫຼວງໂຊລ. ກິດຈະກຳດັ່ງກ່າວ ບໍ່ພຽງແຕ່ປະກອບສ່ວນເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນ, ໂຄສະນາພາບສັກຂອງ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ເທົ່ານັ້ນ, ແຕ່ຫາກຍັງເຮັດໃຫ້ສາຍພົວພັນຮ່ວມມື ລະຫວ່າງ ນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ ມີຄວາມເລິກເຊິ່ງຕື່ມອີກ.
ປັດຈຸບັນ, ສ.ເກົາຫຼີ ແມ່ນໜຶ່ງພາຍໃນບັນດາຄູ່ຮ່ວມມືຊັ້ນນຳຂອງນະຄອນ ໂຮ່ຈີມິນ ທາງດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ. ພາຍໃນຫຼາຍປີທີ່ຜ່ານມາ, ນະຄອນໄດ້ສ້າງຕັ້ງສາຍພົວພັນຮ່ວມມື, ຜູກມິດເປັນແຮກສ່ຽວກັບຫຼວງຫຼາຍທ້ອງຖິ່ນຂອງເກົາຫຼີໃຕ້, ພາຍໃນນັ້ນມີ ນະຄອນຫຼວງໂຊລ, ເຊິ່ງໄດ້ສ້າງຮາກຖານຊຸກຍູ້ການຮ່ວມມືບົນບັນດາຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ວຽກງານການສາຍພາບສາກສະເຫຼີມສະຫຼອງ 50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ ຢູ່ທີ່ຫຼວງຫຼາຍນະຄອນໃນທົ່ວໂລກ, ພາຍໃນນັ້ນມີ ນະຄອນຫຼວງໂຊລ, ໄດ້ສືບຕໍ່ຢັ້ງຢືນເຖິງປະສິດທິຜົນຂອງເຄືອຂ່າຍການຮ່ວມມືສາກົນ ເຊິ່ງນະຄອນ ໂຮ່ຈີມິນ ໄດ້ສ້າງຕັ້ງຂຶ້ນພາຍໃນວຽກງານການຕ່າງປະເທດຂອງທ້ອງຖິ່ນ, ໃນຂະນະດຽວກັນ ກໍປະກອບສ່ວນຍົກສູງພາບສັກ ແລະ ຖານະບົດບາດຂອງນະຄອນ ບົນເວທີສາກົນ.
| ຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຍສໝ - ແຕ່ວັນທີ 27-28 ມິຖຸນາ 2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ສົມທົບກັບ ສະມາຄົມຊາວຫວຽດນາມ ແຂວງ ເຊກອງ, ໂຮງຮຽນ ມັດທະຍົມຕອນປາຍພອນສະຫວັນ ຈຳປາສັກ-ລຳດົ່ງ (ແຂວງ ຈຳປາສັກ) ແລະ ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຈັດຕັ້ງໂຄງການຝຶກອົບຮົມ ... |
| ຂໍ້ສະຫຼຸບເລກທີ 57-KL/TW: ສຸມໃສ່ລະດັບສູງສຸດໃຫ້ແກ່ໜ້າທີ່ການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຍສໝ - ຕາງໜ້າໃຫ້ຄະນະເລຂາທິການສູນກາງພັກ, ສະຫາຍ ເຈິ່ນເກີມຕູ້, ກຳມະການກົມການເມືອງ, ເສນາທິການຄະນະເລຂາທິການສູນກາງພັກ ໄດ້ລົງນາມປະກາດໃຊ້ ຂໍ້ສະຫຼຸບເລກທີ 57-KL/TW, ລົງວັນທີ 24 ມິຖຸນາ 2026 ກ່ຽວກັບການຈັດຕັ້ງບັນດາກິດຈະກຳ ເພື່ອມຸ່ງໄປສູ່ ວັນສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - ... |
