ຍສໝ - ໂດຍໄດ້ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ, ການນຳປີຊາສາມາດ, ເປັນລູກຮັກຫຼານແພງທີ່ດີເດັ່ນຂອງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດທີ່ອົງອາດກ້າຫານ, ຍອມເສຍສະຫຼະຕະຫຼອດຊີວິດເພື່ອເອກະລາດແຫ່ງຊາດ, ເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຮຸ່ງເຮືອງຂອງປະເທດລາວ.
ຍສໝ - ເມື່ອເນັ້ນໜັກເຖິງບົດບາດແມ່ນຂົວຕໍ່ທີ່ສຳຄັນຂອງບັນດາເອກອັກຄະລັດຖະທູດໃນການພົວພັນຂອງ ຫວຽດນາມ ກັບແຕ່ລະປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສ້າງ ເງື່ອນໄຂເພືຶ່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດເປັນຢ່າງດີ.
ຍສໝ - ຫວຽດນາມເຊື່ອໝັ້ນວ່າ ຜ່ານບັນດາກົນໄກຮ່ວມມື, ແລກປ່ຽນ, ໂອ້ລົມທາງໂທລະສັບດ້ວຍຈິດໃຈສ້າງສັນ ແລະ ມີຄວາມຮັບຜິດຊອບ, ບັນດາປະເທດ ແລະ ປະຊາຄົມໂລກຈະພ້ອມກັນຄວບຄຸມ, ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ ພ້ອມທັງຟື້ນຟູການພັດທະນາເສດຖະກິດ - ສັງຄົມເທື່ອລະກ້າວ.
ຍສໝ - ປັດຈຸບັດ, ຫວຽດນາມ ພວມສຸມໃສ່ເຂົ້າການປະຕິບັດບົດບາດເປັນປະທານອາຊຽນ 2020 ໃຫ້ເປັນຢ່າງດີ. ໄລຍະທີ່ຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຍ້ອນການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19 ກໍ່ຕາມ, ແຕ່ ຫວຽດນາມ ໄດ້ ແລະ ພວມເສີມຂະຫຍາຍບົດບາດເປັນປະທານໃນການຊຸກຍູ້ຄວາມສາມັກຄີ,
ຍສໝ - ຫວ່າງມໍ່ໆນີ້, ສາຂາສະມາຄົມມິດຕະພາບຫວຽດນາມ - Nagasaki ຂຶ້ນກັບສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ຢູ່ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກຫຼາຍກວ່າ 4.000 ອັນ ໃຫ້ແກ່ແຂວງ Nagasaki ປະເທດ ຍີ່ປຸ່ນ ເພື່ອຕໍ່ສູ້ຕ້ານກັບ COVID-19.
ຍສໝ - ສອງປະເທດຫວຽດນາມ - ສະວິດເຊີແລນ ໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2021, ໃນນັ້ນມີການແລກປ່ຽນຄະນະຜູ້ແທນຂັ້ນສູງ.
ຍສໝ - ວັນທີ 13 ພຶດສະພາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ປາຣີ - ຝລັ່ງ, ສະຖານທູດຫວຽດນາມ ໄດ້ສືບຕໍ່ມອບຜ້າອັດປາກ - ດັງການແພດຂອງນັກອຸປະຖຳຫວຽດນາມໃຫ້ແກ່ທ້ອງຖິ່ນ, ບັນດາໂຮງໝໍ ແລະ ບັນດາສະຫະສະມາຄົມຢູ່ ຝລັ່ງ.
ຍສໝ - ທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕີລາຄາສູງໝາກຜົນຂອງການຮ່ວມມືຫວຽດນາມ - Algeria ໃນໄລຍະມໍ່ໆມານີ້ ແລະ ສະເໜີ ໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນສອງຝ່າຍຢ່າງຕັ້ງໜ້າ ໃນບັນດາຂົງເຂດ: ການເມືອງ - ການທູດ, ການຄ້າ, ການລົງທຶນ, ແຮງງານ, ວັດທະນະທຳ - ການທ່ອງທ່ຽວ…
ຍສໝ - ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ, ອະດີດປະທານສູນກາງແນວລາວສ້າງຊາດໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 12 ພຶດສະພາ 2020.
ຍສໝ - ທ່ານກົງສູນໃຫຍ່ກໍ່ສະແດງຄວາມຊົມເຊີຍຕໍ່ເລື່ອງກຳປູເຈຍໄດ້ບັນລຸຜົນສຳເລັດຫຼາຍຢ່າງໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນໄລຍະທີ່ຜ່ານມາ ແລະ ຢັ້ງຢືນຄຳໝັ້ນສັນຍາວ່າ ຫວຽດນາມ ຈະຮ່ວມເດີນທາງກັບກຳປູເຈຍ ຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດ Covid – 19.
ຍສໝ - ໃນວັນທີ 13 ພຶດສະພາ 2020, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ.
ຍສໝ - ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ ກໍ່ຮຽກຮ້ອງໃຫ້ບັນດາປະເທດທັງ ຢູ່ ພາຍໃນ ແລະ ນອກພາກພື້ນ, ບັນດາອົງການສາກົນຈົ່ງສືບຕໍ່ຊ່ວຍເຫຼືອ ອີຣັກ.
ຍສໝ - ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ສຳນັກງານສະຖານທູດ ກູບາປະຈຳ ຫວຽດນາມ, ທ່ານນາງ Lianys Tores Rivera ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສ.ກູບາ ປະຈຳຫວຽດນາມ ໄດ້ຮັບ ເຂົ້າສານ 100ໂຕນ ຈາກທ່ານ ເຈີ່ນຕ໊ວນແອັງ, ຮອງຜູ້ອຳນວຍການບໍລິສັດໃຫຍ່ Viglacera.
ຍສໝ - ຕອນບ່າຍ ວັນທີ 13 ພຶດສະພາ, ຢູ່ ນະຄອນຫຼວງວຽງຈັນ ສປປ.ລາວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ ແລະ ລັດຖະບານ ຫວຽດນາມ ໄດ້ໄປໄຫວ້ອາໄລທ່ານ ພົວເອກ ສີສະຫວາດ ແກ້ວບຸນພັນ, ອະດີດກຳມະການກົມການເມືອງ, ອະດີດນາຍົກລັດຖະມົນຕີ, ອະດີດປະທານຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ຫາກໍ່ເຖິງແກ່ມໍລະນະກຳໃນວັນທີ 12 ພຶດສະພາ.
ຍສໝ - ຕອນເຊົ້າວັນທີ 12 ພຶດສະພາ ໄດ້ດຳເນີນກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນຂອງເວທີປາໄສຮ່ວມມືອາຊຽນ - ເອີລົບ (ASEM) ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 10 ປະເທດອາຊຽນ ແລະ ຄະນະເລຂາອາຊຽນ.
ຍສໝ - ຫວ່າງມໍ່ໆນີ້, ສູນຄົ້ນຄວ້າການແພດຫວຽດນາມ - ເຢຍລະມັນ (VG-CARE) ຢູ່ ຮ່າໂນ້ຍໄດ້ມອບ ຜ້າອັດປາກ 3M-N95 ຈຳນວນ 2000 ອັນ ແລະ ເຄື່ອງປ້ອງກັນທາງການແພດ 100 ຊຸດ ໃຫ້ສະຖາບັນການແພດເຂດຮ້ອນ, ມະຫາວິທະຍາໄລ Tübingen, ເຢຍລະມັນ ເພື່ອຕໍ່ສູ້ຕ້ານ COVID-19.
ຍສໝ - ຂອງຂວັນທີ່ນະຄອນຮ່າໂນ້ຍ ມອບໃຫ້ ມົດສະກູ (ຣັດເຊຍ) ລວມມີຜ້າອັດປາກທໍາມະດາ 100.000 ອັນ ແລະ ຜ້າອັດປາກການແພດ 50.000 ອັນ ທີ່ໄດ້ຜະລິດໂດຍບັນດາວິສາຫະກິດຫວຽດນາມ, ຕອບສະໜອງ ໄດ້ມາດຕະຖານຄຸນນະພາບທີ່ກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບຮອງ ແລະ ຢັ້ງຢືນ ແລະ ໄດ້ຮັບການຢັ້ງຢືນ sticker CE ຂອງສະຫະພາບເອີຣົບ.
ຍສໝ - ວັນທີ 10 ພຶດສະພາ, ຄະນະປະຈຳສະຫະພັນຊາວໜຸ່ມ ແຂວງຮ່າຕິ້ງ ໄດ້ມອບໃບຍ້ອງຍໍໃຫ້ແກ່ ທ້າວ ມິນີ ວົງຍະສອນ - ເປັນນັກສຶກສາພາກວິຊາສິ່ງແວດລ້ອມ, ມະຫາວິທະຍາໄລຮ່າຕິ້ງ ທີ່ພະຍາຍາມຊ່ວຍກູ້ຄົນລົງຈາກຂົວ ແລະ ເກືອບຕາຍດຶກນ້ຳ.
ຍສໝ - ນັບຕັ້ງແຕ່ສາທາລະນະລັດເຊັກພົບເຫັນການຕິດເຊື້ອ COVID-19 ເປັນຄັ້ງທຳອິດ, ປະຊາຄົມຊາວຫວຽດນາມຢູ່ທີ່ນີ້ໄດ້ ປຸກລະດົມການເຄື່ອນໄຫວຕັດຫຍິບຜ້າອັດປາກ, ບໍລິຈາກເງິນເພື່ອໜູນຊ່ວຍໂຮງໝໍ ແລະ ສະໜອງອາຫານຫວ່າງ ແລະເຄື່ອງດື່ມໂດຍບໍ່ເສຍຄ່າ... ສຳລັບອົງການເຈົ້າໜ້າທີ່ປະຈໍາຖິ່ນ.
ຍສໝ - ວັນທີ 11 ພຶດສະພາ, ໂດຍໄດ້ຮັບມອບສິດຂອງ ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ຫງວຽນແຫ້ງຟຸກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດໄດ້ມອບຜ້າອັດປາກ - ດັງການແພດ 20.000 ອັນໃຫ້ແກ່ທ່ານ Vladimir Goshin ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ສ.ເບລາຣຸດ ປະຈຳ ຫວຽດນາມ.
ຍສໝ - ຜູ້ນຳກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ ສາທາລະນະລັດອາຟຣິກາກາງ (MINUSCA) ໄດ້ມອບໃບຍ້ອງຍໍພິເສດ ໃຫ້ແກ່ພັນໂທ ຫງວຽນຖີ້ລຽນ ຂອງຄະນະ ຫວຽດນາມ ເພື່ອການກະທໍາອັນອັນສູງສົ່ງຂອງລາວ: ຕັດຫຍິບຜ້າອັດປາກດ້ວຍຕົນເອງ ແລະ ມອບຜ້າອັດປາກໂດຍບໍ່ເສຍຄ່າໃຫ້ແກ່ ພະນັກງານທັງໝົດຂອງກອງບັນຊາການ MINUSCA ແລະ ປະຊາຊົນ ຈຳນວນໜຶ່ງ ຢູ່ ນະຄອນຫຼວງ Bangui.
ຍສໝ - ບັນດາປະຕູດ່ານຊາຍແດນສໍາຮອງທີ່ໄດ້ຮັບການອະນາຍາດໃຫ້ເປີດປະຕູຄືນໃໝ່ເຫຼົ່ານັ້ນ ລວມມີ ຕ່າຣຸ່ງ, ແຈງ, ແທັງ ຂຶ້ນກັບເມືອງ ເຮື໊ອງຮວ໊າ ແລະ ດ່ານຊາຍແດນ ກອກ ຂຶ້ນກັບເມືອງ ດັກຣົງ ຕິດກັບຊາຍແດນຂອງສອງແຂວງ ສະຫວັນນະເຂດ ແລະ ສາລະວັນຂອງລາວ.
ຍສໝ - ແຮງງານຫວຽດນາມ ຖືກເສຍວຽກເຮັດງານທຳຍ້ອນໂລກລະບາດ Covid – 19 ຈະໄດ້ຮັບເງິນອຸດໜູນວ່າງງານຈາກລັດຖະບານຍີ່ປຸ່ນ ດ້ວຍຈຳນວນເງິນແຕ່ 6.815 – 8.330 ເຢັນ/ວັນ (ປະມານ 1,5 – 1,8 ລ້ານດົງ/ວັນ), ເວລາໄດ້ຮັບເງິນອຸດໜູນໃນໄລຍະແຕ່ 3 ເດືອນ ຫາ 5 ເດືອນ ອີງຕາມເກນອາຍຸ.
ຍສໝ - ຫວ່າງມໍ່ໆມານີ້, ຜົວເມຍອ້າຍ ເລດ້າຍວິງ ແລະ ເອື້ອຍ ຫງວຽນທິມາຍ ໄດ້ບໍລິຈາກຜ້າອັດປາກ - ດັງ 300 ອັນ ແລະ ຖົງມື 10 ແກັດ ໃຫ້ແກ່ຫ້ອງການຕຳຫຼວດ ແລະ ໂຮງໝໍ ອັງກິດໃນການຕ້ານໂລກລະບາດ Covid – 19
ຍສໝ - ທ່ານ ເລຫ່ວາຍຈຸງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມອບຜ້າບັງປາກ ຈຳນວນ 140.000 ແຜ່ນ ເຊິ່ງແມ່ນການໜູນຊ່ວຍດ້ານການແພດຮອບໃໝ່ ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ.
ຍສໝ - ຕອນບ່າຍວັນທີ 10 ພຶດສະພາ, ຢູ່ປ້ອມກວດກາດ່ານຊາຍແດນ ນ້ຳຢາງ, ແຂວງກວາງນາມ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານຈຳນວນ 4 ໂຕນ ແລະ ໝີ່ສໍາເລັດຮູບ 200 ກ່ອງ ໃຫ້ແກ່ປະຊາຊົນລາວ ເພື່ອຊ່ວຍປ້ອງກັນການລະບາດຂອງພະຍາດ Covid-19.
ຍສໝ - ໃນຊຸມປີມໍ່ໆມານີ້, ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການລະດົມບັນດາເຄື່ອງອຸປະກອນການແພດ ເພື່ອສະໜັບສະໜູນ ອີຕາລີ ແລະ ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ປະຕິບັດປ້ອງກັນການລະບາດຂອງພະຍາດ COVID-19.
ຍສໝ - ຕອນບ່າຍວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມແມ້ງຮູ່ງ - ປະທານສະມາຄົມມິດຕະພາບຫວຽດນາມ - ເບວຢ້ຽມ ໄດ້ຕາງໜ້າສະມາຄົມ ເພື່ອມອບຜ້າບັງປາກການແພດ ຈຳນວນ 30.000 ແຜ່ນ ໃຫ້ສະຖານທູດເບວຢ້ຽມ ປະຈຳຫວຽດນາມ ເພື່ອສະໜັບສະໜູນປະເທດເບວຢ້ຽມ ໃນການຕໍ່ສູ້ກັບພະຍາດ COVID-19.
ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງານອໍານາດການປົກຄອງ ເຂດ Yangon ໄດ້ຈັດພິທີມອບຮັບເງິນຈໍານວນ 7,5 ລ້ານ kyat (ສະກຸ້ນເງິນມຽນມາ) ແລະ ອຸປະກອນການແພດຈຳນວນໜຶ່ງ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການພົບປະ ກັບ ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ຫວຽດນາມ.