ຫວຽດນາມ - Algeria ເຫັນດີເພີ່ມທະວີການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ

16:04 | 14/05/2020

ຍສໝ - ທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕີລາຄາສູງໝາກຜົນຂອງການຮ່ວມມືຫວຽດນາມ - Algeria ໃນໄລຍະມໍ່ໆມານີ້ ແລະ ສະເໜີ ໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນສອງຝ່າຍຢ່າງຕັ້ງໜ້າ ໃນບັນດາຂົງເຂດ: ການເມືອງ - ການທູດ, ການຄ້າ, ການລົງທຶນ, ແຮງງານ, ວັດທະນະທຳ - ການທ່ອງທ່ຽວ…    

ຫວຽດນາມ algeria ເຫ ນດ ເພ ມທະວ ການຮ ວມມ ໃນຂອບສອງຝ າຍ ແລະ ຫ າຍຝ າຍ ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ
ຫວຽດນາມ algeria ເຫ ນດ ເພ ມທະວ ການຮ ວມມ ໃນຂອບສອງຝ າຍ ແລະ ຫ າຍຝ າຍ ປະຊາຊົນເຊັກ ຂອບໃຈ ປະຊາຄົມຊາວຫວຽດນາມໃນການຕໍ່ສູ້ຕ້ານການລະບາດຂອງໂລກລະບາດ COVID-19
ຫວຽດນາມ algeria ເຫ ນດ ເພ ມທະວ ການຮ ວມມ ໃນຂອບສອງຝ າຍ ແລະ ຫ າຍຝ າຍ
ທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.(ພາບ:ຕວນແອງ)

ວັນທີ 13 ພຶດສະພາ, ຢູ່ ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານ Chakib Rachid Kaid ເລຂາທິການໃຫຍ່ກະຊວງການຕ່າງປະເທດ Algeria ເພື່ອແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການຂອງ ໂລກລະບາດ COVID-19 ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການໃນການຊຸກຍູ້ການພົວພັນສອງຝ່າຍ.

ທີ່ການໂອ້ລົມທາງໂທລະສັບ, , ທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກຂອງ Algeria ຍ້ອນຜົນກະທົບຈາກພະຍາດ COVID-19, ຢືນຢັນວ່າຫວຽດນາມພ້ອມແລ້ວທີ່ຈະແບ່ງປັນປະສົບການຂອງຕົນໃນການຮັບມືກັບ Covid-19 ແລະ ສະເໜີໃຫ້ຝ່າຍ Algerian ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ພົນລະເມືອງຫວຽດນາມທີ່ພວມດຳລົງຊີວິດ ແລະ ເຮັດວຽກ ຢູ່ Algeria.

ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍຢືນຢັນວ່າຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ Algeria, ສະແດງຄວາມເຄົາລົບນັບຖືຕໍ່ຄວາມສາມັກຄີ, ການສະໜັບສະໜູນ ອັນລ້ຳຄ່າຂອງສອງປະເທດເຊິ່ງກັນ ແລະ ກັນໃນການຕໍ່ສູ້ເພື່ອປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນໄລຍະຂອງການເຊື່ອມໂຍງ ແລະ ການພັດທະນາໃນປະຈຸບັນ.

ທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕີລາຄາສູງໝາກຜົນຂອງການຮ່ວມມືຫວຽດນາມ - Algeria ໃນໄລຍະມໍ່ໆມານີ້ ແລະ ສະໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນສອງຝ່າຍຢ່າງຕັ້ງໜ້າ ໃນບັນດາຂົງເຂດການເມືອງ - ການທູດ, ການຄ້າ, ການລົງທຶນ, ແຮງງານ, ວັດທະນະທຳ - ການທ່ອງທ່ຽວ…

ທ່ານເລຂາທິການໃຫຍ່ Chakib Rachid Kaid ໄດ້ຊົມເຊີຍບັນດາຜົນງານໃນແງ່ດີຂອງຫວຽດນາມໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງ Covid-19, ແລະ ຊົມເຊີຍຫວຽດນາມທີ່ປະສົບຜົນສຳເລັດໃນຖານະເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

ກ່ຽວກັບການຮ່ວມມືຫວຽດນາມ - Algeria ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ Chakib Rachid Kaid ຫວັງວ່າສອງປະເທດສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ເພີ່ມທະວີການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເຫັນດີກັບຂໍ້ສະເໜີ ຂອງ ຫວຽດນາມ, ຫວັງວ່າສອງຝ່າຍຈະຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນໂດຍໄວ, ພິເສດແມ່ນຄະນະຜູ້ແທນຂັ້ນສູງພາຍຫຼັງສະພາບການລະບາດຖືກຄວບຄຸມ.

ຫວຽດນາມ algeria ເຫ ນດ ເພ ມທະວ ການຮ ວມມ ໃນຂອບສອງຝ າຍ ແລະ ຫ າຍຝ າຍ ສະຖານທູດຫວຽດນາມປະຈຳ ສະວິດເຊີແລນ ອອກແຈ້ງການດ່ວນກ່ຽວກັບການໜູນຊ່ວຍພົນລະເມືອງຫວຽດນາມ ທີ່ມີປາດຖະໜາ ຢາກກັບຄືນປະເທດ

ຍສໝ - ຕາມນັກຂ່າວ ຂອງສຳນັກຂ່າວສານຫວຽດນາມປະຈຳ Geneva, ສະຖານທູດຫວຽດນາມປະຈຳ ສະວິດເຊີແລນ ໄດ້ອອກແຈ້ງການດ່ວນກ່ຽວກັບການໜູນຊ່ວຍພົນລະເມືອງຫວຽດນາມ ທີ່ມີປາດຖະໜາ ຢາກກັບຄືນປະເທດ.

ຫວຽດນາມ algeria ເຫ ນດ ເພ ມທະວ ການຮ ວມມ ໃນຂອບສອງຝ າຍ ແລະ ຫ າຍຝ າຍ ພັນໂທຫວຽດນາມມອບຜ້າອັດປາກຫຼາຍຮ້ອຍອັນ ຢູ່ ອາຟຣິກາກາງ

ຍສໝ - ຜູ້ນຳກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ ສາທາລະນະລັດອາຟຣິກາກາງ (MINUSCA) ໄດ້ມອບໃບຍ້ອງຍໍພິເສດ ໃຫ້ແກ່ພັນໂທ ຫງວຽນຖີ້ລຽນ ຂອງຄະນະ ຫວຽດນາມ ເພື່ອການກະທໍາອັນອັນສູງສົ່ງຂອງລາວ: ຕັດຫຍິບຜ້າອັດປາກດ້ວຍຕົນເອງ ແລະ ມອບຜ້າອັດປາກໂດຍບໍ່ເສຍຄ່າໃຫ້ແກ່ ພະນັກງານທັງໝົດຂອງກອງບັນຊາການ MINUSCA ແລະ ປະຊາຊົນ ຈຳນວນໜຶ່ງ ຢູ່ ນະຄອນຫຼວງ Bangui.

ຫວຽດນາມ algeria ເຫ ນດ ເພ ມທະວ ການຮ ວມມ ໃນຂອບສອງຝ າຍ ແລະ ຫ າຍຝ າຍ ເສດ​ຖະ​ກິດຫວຽດ​ນາມ​ຈະ​ຟື້ນຕົວ​ຄືນ​ໃໝ່​ໂດຍໄວພາຍຫຼັງສິ້ນ​ສຸດ​​ໂລກລະບາດ​ໂຄ​ວິດ - 19

ຍສໝ - ລັດຖະບານ ຫວຽດນາມຄ່ອຍໆຜ່ອນຄາຍບັນດາມາດຕະການແຍກຫ່າງສັງຄົມໃນທົ່ວປະເທດ ເພື່ອແນໃສ່ເລີ່ມດຳເນີນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາຂະແໜງ, ຂົງເຂດເສດຖະກິດຄືນໃໝ່.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.