ການ​ນຳ​ຫວຽດ​ນາ​ມ ​ສົ່ງໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈມາ​ຍັງ ​ການ​ນຳ​ລາວ

15:00 | 14/05/2020

ຍ​ສ​ໝ - ທ່ານ​ພົນ​ເອກ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ ອະ​ດີ​ດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2020.

ການ ນຳ ຫວຽດ ນາ ມ ສ ງໂທ ລະ ເລກ ສະ ແດງ ຄວາມ ເສ າ ສະ ຫ ດ ໃຈມາ ຍ ງ ການ ນຳ ລາວ ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ
ການ ນຳ ຫວຽດ ນາ ມ ສ ງໂທ ລະ ເລກ ສະ ແດງ ຄວາມ ເສ າ ສະ ຫ ດ ໃຈມາ ຍ ງ ການ ນຳ ລາວ ທ່ານ​ ຫງວຽນ​ຊວັນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄຫວ້​ອາ​ໄລ ​ທ່ານ​ພົນ​ເອກ ​ສີສະຫວາດ ແກ້ວບຸນພັນ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ
ການ ນຳ ຫວຽດ ນາ ມ ສ ງໂທ ລະ ເລກ ສະ ແດງ ຄວາມ ເສ າ ສະ ຫ ດ ໃຈມາ ຍ ງ ການ ນຳ ລາວ
ສະຫາຍ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງພັກ - ລັດ ຫວຽດນາມ ໄຫວ້ອາໄລ ອະດີດ ນາຍົກລັດຖະມົນຕີ ລາວ ສີສະຫວາດ ແກ້ວບຸນພັນ.(ພາ​ບ: TTXVN)

ສະ​ຫາຍ​ພົນ​ເອກສະຫາຍພົນ​ເອກ ສີ​ສະ​ຫວາດ ແກ້​ວບຸນ​ພັນ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະດີດປະທານສູນກາງແນວລາວສ້າງຊາດ, ພະນັກງານປະຕິວັດອາວຸໂສບຳນານຜູ້ທີ່ເດັດດ່ຽວໜຽວແໜ້ນເຊິ່ງສະຫາຍແມ່ນຜູ້ໜຶ່ງທີ່ປະກອບສ່ວນ ໃນການສ້າງຕັ້ງພັກ ແລະ ກອງທັບປະຊາຊົນລາວໃນເມື່ອກ່ອນກໍ່​ຄື​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ ໃນ​ປັດ​ຈຸ​ບັນ.

ວັນ​ທີ 13 ພຶດ​ສະ​ພາ 2020 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ສະ​ພາ​ແຫ່ງ​ຊາດ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ, ລັດ​ຖະ​ບານ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມຫວຽດ​ນາມ, ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ​ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄ​ວາມ​ເສົ້​າ​ສະ​ຫຼົດ​ໃຈ ມາ​ຍັງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ສະ​ພາ​ແຫ່ງ​ຊາດ​ ສາ​ທາ​ລະ​ນ​ະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນ​ະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນລາວ, ລັດ​ຖະ​ບານ ສາ​ທາ​ລະ​ນ​ະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນລາວ, ສູນ​ກາງ​ແນວ​ລາວໂຮມ​ສ້າງ​ຊາດ​.

ໃນ​ໂທ​ລະ​ເລກ​ ການ​ນຳ ຫວ​ຽດ​ນາມ ໄດ້ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ແລະ ເສຍ​ໃຈ​ຢ່າງ​ສຸດ​ຊຶ້ງເມື່ອ​ໄດ້​ຮັບ​ຂ່າວ​ວ່າ​ທ່ານ​ພົນ​ເອກ ສີ​ສະ​ຫວາດ ​ແກ້ວ​ບຸນ​ພັນ, ອະ​ດີດ​ກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳໃນ​ວັນ​ທີ 12 ພຶດ​ສະ​ພາ ປີ 2020.

ໂດຍ​ເປັນ​ຕາ​ງ​ໜ້າ​ໃຫ້​ແກ່​ພັກ, ລັດ, ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດ​ນາມ ແລະ ປະ​ຊາ​ຊົນ ຫວຽດ​ນາມ, ພວກ​ຂ້າ​ພະ​ເຈົ້າ​ຂໍ​ສະແດງຄວາມເສົ້າສະຫຼົດໃຈໄປ​ຍັງ​ພັກ, ລັດ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ປະ​ຊາ​ຊົນ​ລາວ ແລະ ຄອບ​ຄົວ​ສະ​ຫາຍ ​ສີ​ສະ​ຫວາດ​ ແກ້ວ​ບຸນ​ພັນ.

ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ ຕີ​ລາ​ຄ​າ​ສູງ​ບັນ​ດາ​ການ​ອຸ​ທິດ​ສ່ວນ​ອັນ​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍ ​ສີ​ສະ​ຫວາດ ​ແກ້ວ​ບຸນ​ພັນ​ ໃນ​ພາ​ລະ​ກິດ​ຕໍ່ສູ້​ຍາດ​ເອົາ​ເອ​ກະ​ລາ​ດ​ແຫ່ງຊາດ ຂອງ​ປະ​ຊາ​ຊົນ​ລາວ​ໃນ​ເມື່ອ​ກ່ອນ ກໍ່​ຄື​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ລາວ ​ຄືໃນ​ປັດ​ຈຸ​ບັນ. ການ​ສູນ​ເສຍ​ດັ່ງ​ກ່າວ​ແມ່ນ​ການ​ສູນ​ເສຍ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ພັກ, ລັດ ແລະ ປະ​ຊ​າ​ຊົນ​ລາວ. ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ໄດ້​ສ​ູນ​ເສຍ​ເພື່ອນ​ມິດ​ສະ​ຫາຍ​ທີ່​ໃກ້​ຊິ​ດ, ໂດຍ​ເປັນຜູ້​ທີ່​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ການ​ສ້າງ​ສາ, ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນໄມ​ຕີ​ຈິດ​ມິດ​ຕະ​ພາບ​, ຄວາມ​ສາ​ມັກ​ຕີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ການ ນຳ ຫວຽດ ນາ ມ ສ ງໂທ ລະ ເລກ ສະ ແດງ ຄວາມ ເສ າ ສະ ຫ ດ ໃຈມາ ຍ ງ ການ ນຳ ລາວ ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ

ຍສໝ - ໃນ​ວັນ​ທີ 13 ພຶດສະພາ 2020, ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ​.

ການ ນຳ ຫວຽດ ນາ ມ ສ ງໂທ ລະ ເລກ ສະ ແດງ ຄວາມ ເສ າ ສະ ຫ ດ ໃຈມາ ຍ ງ ການ ນຳ ລາວ ຫວຽດນາມ ໄດ້ປະຕິເສດຄຳຮຽກທວງ ຂອງປະເທດຈີນ ຢູ່ ທະເລຕາເວັນອອກ ຢ່າງເດັດຂາດ

ຍສໝ - ກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມໄດ້ປະຕິເສດຄຳຮຽກທວງ ທີ່ບໍ່ມີເຫດຜົນ ແລະ ບັນດາການລະເມີດຂອງປະເທດຈີນ ຢູ່ ທະເລຕາເວັນອອກ ແລະ ຮຽກຮ້ອງຈີນບໍ່ໄດ້ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.

ການ ນຳ ຫວຽດ ນາ ມ ສ ງໂທ ລະ ເລກ ສະ ແດງ ຄວາມ ເສ າ ສະ ຫ ດ ໃຈມາ ຍ ງ ການ ນຳ ລາວ ທ່ານ​ ຫງວຽນ​ຊວັນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄຫວ້​ອາ​ໄລ ​ທ່ານ​ພົນ​ເອກ ​ສີສະຫວາດ ແກ້ວບຸນພັນ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ

ຍສໝ - ຕອນ​ບ່າຍ​ ວັນ​ທີ 13 ພຶດ​ສະ​ພາ, ຢູ່ ​ນະ​ຄອນຫຼວງວຽງ​ຈັນ ສປປ.ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ັນ​ຟຸກ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ແລະ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ໄປ​ໄຫວ້​ອາ​ໄລ​ທ່ານ​ ພົວ​ເອກ​ ສີ​ສະ​ຫວ​າດ ແກ້ວ​ບຸນ​ພັນ, ອະ​ດີ​ດກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ທີ່ຫາກໍ່​ເຖິງ​ແກ່​ມໍ​ລະ​ນະ​ກຳ​ໃນ​ວັນ​ທີ 12 ພຶດ​ສະ​ພາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.