ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມຈັດ​ຕັ້ງພິ​ທີ​ໄ​ຫວ້​ອາ​ໄລ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ​

16:49 | 16/05/2020

ຍສໝ - ໂດຍ​ໄດ້ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່​ທ່ານ​ພົນ​ເອກ ສີ​ສະ​ຫ​ວາດ ແກ້ວ​ບຸນ​ພັນ, ການ​ນຳ​ປີ​ຊາ​ສາ​ມາດ, ເປັນລູກ​ຮັກຫຼານ​ແພງ​ທີ່​ດີ​ເດັ່ນ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ, ນັກ​ຮົບ​ປະ​ຕິ​ວັດ​ທີ່​ອົງ​ອາດ​ກ້າຫານ, ຍອມ​ເສຍ​ສະຫຼະ​ຕະຫຼອດຊີ​ວິດເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ, ເສ​ລີ​ພາບ, ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ ແລະ ການ​ພັດ​ທະ​ນາ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ລາວ.

ສະ ຖານ ທ ດ ລາວ ປະ ຈຳ ຫວຽດ ນາມຈ ດ ຕ ງພ ທ ໄ ຫວ ອາ ໄລ ທ ານ ອະ ດ ດ ນາ ຍ ກ ລ ດ ຖະ ມ ນ ຕ ລາວ ສ ສະ ຫວາດ ແກ ວ ບ ນ ພ ນ ທູດລາວ ຍື່ນສານຕາຕັ້ງຕໍ່ປະທານປະເທດ ສສ ຫວຽດນາມ
ສະ ຖານ ທ ດ ລາວ ປະ ຈຳ ຫວຽດ ນາມຈ ດ ຕ ງພ ທ ໄ ຫວ ອາ ໄລ ທ ານ ອະ ດ ດ ນາ ຍ ກ ລ ດ ຖະ ມ ນ ຕ ລາວ ສ ສະ ຫວາດ ແກ ວ ບ ນ ພ ນ ສ​ປ​ປ ລາວ ​ປັບ​ປຸງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ຕາມ​ມາດ​ຕະ​ຖານ​ສາ​ກົນ
ສະ ຖານ ທ ດ ລາວ ປະ ຈຳ ຫວຽດ ນາມຈ ດ ຕ ງພ ທ ໄ ຫວ ອາ ໄລ ທ ານ ອະ ດ ດ ນາ ຍ ກ ລ ດ ຖະ ມ ນ ຕ ລາວ ສ ສະ ຫວາດ ແກ ວ ບ ນ ພ ນ
ພິ​ທີ​ໄ​ຫວ້​ອາ​ໄລ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ​

ຕ​ອນ​ເຊົ້າ​ວັນ​ທີ 15 ພຶດ​ສະ​ພາ, ສະ​ຖານ​ທູດ​ລາວ​ປະ​ຈຳ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີໄວ້​ອາ​ໄລ​ສ​ະ​ຫາຍ ພົນ​ເອກ ສີ​ສະ​ຫວາດ ​ແກ້ວ​ບຸນ​ພັນ ອະ​ດີດ​ກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ. ທ່ານ​ເຈືອງ​ຮ່​ວາ​ບິ່ງ ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ; ທ່ານ​ຟ້າມ​ບິ່ງ​ມິງ ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ທ່ານ​ນາງ​ ຕ່ອງ​ທິ​ຟອງ ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ, ຂະ​ແໜງ​ການ, ສຳ​ນັກ​ງານອົງ​ການ​ຈັດ​ຕັ້ງ, ມະ​ຫາ​ຊົນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ພິ​ທີ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັ​ນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ​ປ​ປ​ລາວ ​ປະ​ຈຳ​ຫວ​ຽດ​ນາມ​ໃຫ້​ຮູ້​ວ່າ:

ພາຍຫຼັງ​ພວກ​ເຮົາ​ໄດ້​ຮັບ​ຂ່າວ​ການ​ເສີຍ​ຊີ​ວິດ​ຂອງ​ທ່ານ​ ສີສະຫວາດ ແກ້ວ​ບຸນ​ພັນ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ພັກ, ລັດ ກໍ່​ຄື​ປະ​ຊາ​ຊົນ ຫວຽດ​ນາມ​ແມ່ນ​ມີ​ຄ​ວາມ​ອາ​ໄລ​ຮັກ​ເຖິງ​ເພິ່ມ, ແລະ​ການ​ນຳ​ພັກ​, ລັດ ແລະ ປ​ະ​ຊາ​ຊົນ ຫວຽດ​ນາມ​ໄດ້​ແຕ່ງ​ຕັ້ງ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ນຳ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄປ​ວາງ​ພວງ​ມາ​ລາ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ອາ​ໄລ​ຮັກ​ຕໍ່​ການ​ຈາກ​ໄປ​ຂອງ​ທ່ານ ນອກ​ຈາກ​ນັ້ນ, ຢູ່ສະ​ຖານ​ທູດ​ຂອງ​ພວກ​ເຮົາ​ການ​ນຳ​ພັກ, ລັດ​ຂອງ​ຫວຽດ​ນາມ ນັບ​ແຕ່​ຄະ​ນະ​ພັກ, ລັດ ກໍ່​ຄື​ບັນ​ດາ​ຂະ​ແໜງ​ການ​ຕ່າງໆ​ກໍ່​ໄດ້​ມາ​ວາງ​ພວງ​ມາ​ລາ, ຊຶ້ງ​ອັນ​ນີ້​ພ​ວກ​ຂ້າ​ພະ​ເຈົ້າ​ສຸດ​ທີ່​ມີ​ຄວາມ​ຊາບ​ຊຶ້ງ ແລະ ຂອບ​ອົບ​ຂອບ​ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ການ​ນຳ​ພັກ​ລັດ​ຫວຽດ​ນາມຕໍ່​ລາວ, ກໍ່​ຄື​ເຫດ​ການ​ທີ່​ເສົ້າ​ສະຫຼົດ​ໃຈ​ການ​ຈາກ​ໄປ​ຂອງ​ທ່ານ​ພົນ​ເອກ ​ສີ​ສະ​ຫວາດ ແກ້ວ​ບຸນ​ພັນ”.

ພາຍຫຼັງ​ພິ​ທີ​ໄວ້​ອາ​ໄລ, ທ່ານ ເຈືອງ​ຮ່​ວາ​ບິ່ງ ໄດ້​ຂຽນ​ໃນ​ປຶ້ມ​ໄຫວ້​ອາ​ໄລດ້ວຍ​ເນື້ອ​ໃນ​ວ່າ:

“ໂດຍ​ໄດ້ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່​ທ່ານ​ພົນ​ເອກ ສີ​ສະ​ຫ​ວາດ ແກ້ວ​ບຸນ​ພັນ, ການ​ນຳ​ປີ​ຊາ​ສາ​ມາດ, ເປັນລູກ​ຮັກຫຼານ​ແພງ​ທີ່​ດີ​ເດັ່ນ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ, ນັກ​ຮົບ​ປະ​ຕິ​ວັດ​ທີ່​ອົງ​ອາດ​ກ້າຫານ, ຍອມ​ເສຍ​ສະຫຼະ​ຕະຫຼອດຊີ​ວິດເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ, ເສ​ລີ​ພາບ, ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ ແລະ ການ​ພັດ​ທະ​ນາ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ລາວ. ໂດຍ​ເປັນ​ຕາງ​ໜ້າ​ໃຫ້​ແກ່​ພັດ, ລັດ, ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ປະ​ຊາ​ຊົ​ນ ຫ​ວຽດ​ນາມ, ພວກ​ຂ​້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ພັກ, ລັດ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ແລະ ຄອບ​ຄົວ​ຂອງ​ສະ​ຫາຍ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ”.

ສະ ຖານ ທ ດ ລາວ ປະ ຈຳ ຫວຽດ ນາມຈ ດ ຕ ງພ ທ ໄ ຫວ ອາ ໄລ ທ ານ ອະ ດ ດ ນາ ຍ ກ ລ ດ ຖະ ມ ນ ຕ ລາວ ສ ສະ ຫວາດ ແກ ວ ບ ນ ພ ນ ວັນທີ 14 ພຶດສະພາ: ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 14 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຈັດພິທີຖະແຫ]ງຂ່າວ ລາຍງານສະພາບການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ, ມີສື່ມວນຊົນ ຈາກຫລາຍພາກສ່ວນເຂົ້າຮ່ວມ.

ສະ ຖານ ທ ດ ລາວ ປະ ຈຳ ຫວຽດ ນາມຈ ດ ຕ ງພ ທ ໄ ຫວ ອາ ໄລ ທ ານ ອະ ດ ດ ນາ ຍ ກ ລ ດ ຖະ ມ ນ ຕ ລາວ ສ ສະ ຫວາດ ແກ ວ ບ ນ ພ ນ ການ​ນຳ​ຫວຽດ​ນາ​ມ ​ສົ່ງໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈມາ​ຍັງ ​ການ​ນຳ​ລາວ

ຍ​ສ​ໝ - ທ່ານ​ພົນ​ເອກ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ ອະ​ດີ​ດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2020.

ສະ ຖານ ທ ດ ລາວ ປະ ຈຳ ຫວຽດ ນາມຈ ດ ຕ ງພ ທ ໄ ຫວ ອາ ໄລ ທ ານ ອະ ດ ດ ນາ ຍ ກ ລ ດ ຖະ ມ ນ ຕ ລາວ ສ ສະ ຫວາດ ແກ ວ ບ ນ ພ ນ ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ

ຍສໝ - ໃນ​ວັນ​ທີ 13 ພຶດສະພາ 2020, ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.