ສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບ ຜ້າອັດປາກ 30.000 ອັນ ເພື່ອຊ່ວຍແບນຊິກໃນການຕໍ່ສູ້ກັບ COVID-19 | |
ອະດີດນັກສຶກສາຫວຽດນາມ ຢູ່ ເຢຍລະມັນ ສະໜັບສະໜູນຜ້າອັດປາກ 5.000 ອັນ ເພື່ອຊ່ວຍໃຫ້ເຢຍລະມັນຕໍ່ສູ້ກັບ COVID |
![]() |
ສະມາຊິກ VG-CARE. (ພາບ: VG-CARE, ຮ່າໂນ້ຍ) |
ຕໍ່ກັບສະຖານະການທີ່ສັບສົນຂອງການລະບາດ COVID-19, ເຢຍລະມັນ ແລະ ຫວຽດນາມໄດ້ຮ່ວມມືກັນໃນການປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19. ສູນຄົ້ນຄ້ວາການແພດຫວຽດນາມ - ເຢຍລະມັນ (VG-CARE) ໄດ້ມອບ ຜ້າອັດປາກ 3M-N95 ຈຳນວນ 2000 ອັນ ແລະ ເຄື່ອງປ້ອງກັນທາງການແພດ 100 ຊຸດ ໃຫ້ແກ່ສະຖາບັນການແພດເຂດຮ້ອນ ຂອງ ມະຫາວິທະຍາໄລ Tübingen (UKT). ການບໍລິຈາກດັ່ງກ່າວແມ່ນອຸປະກອນການແພດທີ່ຈຳເປັນສຳລັບກິດຈະກຳເບິ່ງແຍງຄົນເຈັບ ຢູ່ ໂຮງໝໍ ຄືໃນປະຈຸບັນ.
![]() |
ສະຖາບັນການແພດເຂດຮ້ອນ Tingingen ໄດ້ຮັບອຸປະກອນດັ່ງກ່າວໃນວັນທີ 11 ພຶດສະພາ. (ພາບ: ສະຖາບັນການແພດເຂດຮ້ອນ Tingingen) |
VG-CARE ໄດ້ຖືວ່າເປັນເວທີສົນທະນາທົ່ວໄປ ສຳລັບການຄົ້ນຄວ້າຂອງບັນດາສະຖາບັນຄົ້ນຄວ້າຫວຽດນາມ ແລະເຢຍລະມັນ ກໍ່ຄືສະຖາບັນຄົ້ນຄວ້າສາກົນ. ໂດຍການສະໜັບສະໜູນຈາກກະຊວງສຶກສາທິການ ແລະ ຄົ້ນຄ້ວາສະຫະລັດ, ມະຫາວິທະຍາໄລສັງລວມ Tuebingen, ໂຮງໝໍ ທະຫານສູນກາງ 108, ອົງການແລກປ່ຽນດ້ານການສຶກສາເຢຍລະມັນ, ມູນນິທິເພື່ອການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ ແຫ່ງຊາດ, ພ້ອມທັງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ປະຕິບັດຫລາຍໂຄງການຄົ້ນຄ້ວາ.
![]() | ນະຄອນຫຼວງຮ່າໂນ້ຍໄດ້ມອບຜ້າອັດປາກ ຈຳນວນ 150.000 ອັນ ໃຫ້ແກ່ມົດສະກູ (ຣັດເຊຍ) ເພື່ອຕ້ານ COVID-19 ຍສໝ - ຂອງຂວັນທີ່ນະຄອນຮ່າໂນ້ຍ ມອບໃຫ້ ມົດສະກູ (ຣັດເຊຍ) ລວມມີຜ້າອັດປາກທໍາມະດາ 100.000 ອັນ ແລະ ຜ້າອັດປາກການແພດ 50.000 ອັນ ທີ່ໄດ້ຜະລິດໂດຍບັນດາວິສາຫະກິດຫວຽດນາມ, ຕອບສະໜອງ ໄດ້ມາດຕະຖານຄຸນນະພາບທີ່ກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບຮອງ ແລະ ຢັ້ງຢືນ ແລະ ໄດ້ຮັບການຢັ້ງຢືນ sticker CE ຂອງສະຫະພາບເອີຣົບ. |
![]() | ພັນໂທຫວຽດນາມມອບຜ້າອັດປາກຫຼາຍຮ້ອຍອັນ ຢູ່ ອາຟຣິກາກາງ ຍສໝ - ຜູ້ນຳກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ ສາທາລະນະລັດອາຟຣິກາກາງ (MINUSCA) ໄດ້ມອບໃບຍ້ອງຍໍພິເສດ ໃຫ້ແກ່ພັນໂທ ຫງວຽນຖີ້ລຽນ ຂອງຄະນະ ຫວຽດນາມ ເພື່ອການກະທໍາອັນອັນສູງສົ່ງຂອງລາວ: ຕັດຫຍິບຜ້າອັດປາກດ້ວຍຕົນເອງ ແລະ ມອບຜ້າອັດປາກໂດຍບໍ່ເສຍຄ່າໃຫ້ແກ່ ພະນັກງານທັງໝົດຂອງກອງບັນຊາການ MINUSCA ແລະ ປະຊາຊົນ ຈຳນວນໜຶ່ງ ຢູ່ ນະຄອນຫຼວງ Bangui. |
![]() | ສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບ ຜ້າອັດປາກ 30.000 ອັນ ເພື່ອຊ່ວຍແບນຊິກໃນການຕໍ່ສູ້ກັບ COVID-19 ຍສໝ - ວັນທີ 7/5, ສະຖານທູດແບນຊິກປະຈຳ ຮ່າໂນ້ຍ ໄດ້ຮັບຜ້າອັດປາກການແພດ 30.000 ອັນ ເຊິ່ງເປັນຂອງຂວັນຈາກສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບໃຫ້ໂຮງໝໍ Erasme ແລະ ໂຮງໝໍພະຍາບານ Val des Roses. |
ໄຊພອນ