ຫວຽດນາມ - ສະວິດເຊີແລນ ປະສານສົມທົບໃນການສະໜັບສະໜູນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ

16:35 | 14/05/2020

ຍສໝ - ສອງປະເທດຫວຽດນາມ - ສະວິດເຊີແລນ ໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2021, ໃນນັ້ນມີການແລກປ່ຽນຄະນະຜູ້ແທນຂັ້ນສູງ.

ຫວຽດນາມ ສະວ ດເຊ ແລນ ປະສານສ ມທ ບໃນການສະໜ ບສະໜ ນຢ າງແໜ ນແຟ ນ ໃນບ ນດາເວທ ປາໄສຫ າຍຝ າຍ ຮ້ານອາຫານຫວຽດນາມສະໜັບສະໜູນອາຫານຫຼາຍຮ້ອຍຄາບເພື່ອຊ່ວຍແພດໝໍ California, ສະຫະລັດອາເມລິກາ ຕໍ່ສູ້ຕ້ານກັບ COVID-19
ຫວຽດນາມ ສະວ ດເຊ ແລນ ປະສານສ ມທ ບໃນການສະໜ ບສະໜ ນຢ າງແໜ ນແຟ ນ ໃນບ ນດາເວທ ປາໄສຫ າຍຝ າຍ ຊາວຫວຽດນາມຢູ່ Saint Petersburg (ລັດເຊຍ) ໄດ້ສ້າງຕັ້ງ 5 ອະນຸກຳມະການເພື່ອຕໍ່ຕ້ານ COVID-19

ຕອນບ່າຍວັນທີ 12 ພຶດສະພາ ຢູ່ ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານ ໂຕແອັງຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Ivo Sieber - ເອກອັກຄະລັດຖະທູດສະວິດເຊີແລນ ປະຈຳຫວຽດນາມ ເນື່ອງໃນໂອກາດໄດ້ຮັບພາລະໜ້າທີ່ໃໝ່ ຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ໂຕແອັງຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຊົມເຊີຍ ທ່ານເອກອັກຄະລັດຖະທູດ ທີ່ໄດ້ປະຕິບັດໜ້າທີ່ຢູ່ຫວຽດນາມ, ແລະ ສະແດງຄວາມເຊື່ອໝັ້ນວ່າ ທ່ານ Ivo Sieber ຈະມີອາຍຸປະຈຳການປະສົບຜົນສຳເລັດ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນຫວຽດນາມ - ສະວິດເຊີແລນ.

ຫວຽດນາມ ສະວ ດເຊ ແລນ ປະສານສ ມທ ບໃນການສະໜ ບສະໜ ນຢ າງແໜ ນແຟ ນ ໃນບ ນດາເວທ ປາໄສຫ າຍຝ າຍ
ຫວຽດນາມ - ສະວິດເຊີແລນ ປະສານສົມທົບໃນການສະໜັບສະໜູນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ.(ພາບ:baoquocte.vn)

ທ່ານ ໂຕແອັງຢຸງ ສະແດງຄວາມຍິນດີທີ່ເຫັນວ່າການພົວພັນການຄ້າລະຫວ່າງຫວຽດນາມ ແລະ ສະວິດເຊີແລນ ມີຄວາມຄືບໜ້າຫຼາຍຢ່າງໃນໄລຍະທີ່ຜ່ານມາ, ໃນນັ້ນວົງເງິນການຄ້າຂອງສອງປະເທດໃນປີ 2019 ບັນລຸໄດ້ 2.28 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 250% ທຽບກັບໃສ່ປີ 2018.

ທ່ານ ໂຕແອັງຢຸງ ກ່າວວ່າ ທ່າແຮງການພັດທະນາເສດຖະກິດຂອງສອງປະເທດແມ່ນຍັງໃຫຍ່ຫຼວງຢູ່; ແລະ ທ່ານ ໂຕແອັງຢຸງ ປາດຖະໜາວ່າ ສອງຝ່າຍໄດ້ສືບຕໍ່ຊຸກຍູ້ບັນດາວິສາຫະກິດຫວຽດນາມ - ສະວິດເຊີແລນ ເຂົ້າມາລົງທຶນ, ແລກປ່ຽນການຄ້າ ຢູ່ ທ້ອງຕະຫຼາດເຊຶ່ງກັນ ແລະ ກັນ.

ພ້ອມກັນນັ້ນ, ທ່ານ ໂຕແອັງຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ສະແດງຄວາມຂອບໃຈ ຕໍ່ສະວິດເຊີແລນ ທີ່ໄດ້ສະໜອງທຶນ ODA ໃຫ້ແກ່ຫວຽດນາມ, ແລະ ຫວັງວ່າປະເທດສະວິດເຊີແລນ ຈະສືບຕໍ່ສະໜອງແຫຼ່ງທຶນ ODA ໃຫ້ແກ່ຫວຽດນາມ ໃນອະນາຄົດ. ທ່ານ ໂຕແອັງຢຸງ ກໍ່ສະເໜີສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ ແລະ ຢູ່ສະຫະປະຊາຊາດ.

ທ່ານ Ivo Sieber - ເອກອັກຄະລັດຖະທູດສະວິດເຊີແລນ ໄດ້ເຫັນດີເປັນເອກະສັນກັນ ກັບບັນດາຂໍ້ສະເໜີ ຂອງທ່ານຮອງລັດຖະມົນຕີ ກ່ຽວກັບມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນດ້ານການເມືອງ ແລະ ເສດຖະກິດ ລະຫວ່າງສອງປະເທດ.

ພ້ອມກັນນັ້ນ, ທ່ານ Ivo Sieber ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19. ທ່ານ Ivo Sieber ໄດ້ສະແດງຄວາມຂອບໃຈລັດຖະບານຫວຽດນາມ ທີ່ໄດ້ສະໜັບສະໜູນປະເທດສະວິດເຊີແລນ ໃນການປະຕິບັດການປົກປ້ອງພົນລະເມືອງ.

ຫວຽດນາມ ສະວ ດເຊ ແລນ ປະສານສ ມທ ບໃນການສະໜ ບສະໜ ນຢ າງແໜ ນແຟ ນ ໃນບ ນດາເວທ ປາໄສຫ າຍຝ າຍ ໜັງສືພິມອົດສະຕາລີ: “ຜົນສຳເລັດໃນການສະກັດກັ້ນພະຍາດ Covid-19 ຂອງຫວຽດນາມ ແມ່ນສົມຄວນໃຫ້ມຸ່ງຫວັງ”

ຍສໝ - ເມື່ອບໍ່ດົນມານີ້, ໜັງສືພິມ ABC ຂອງອົດສະຕາລີ ໄດ້ລົງພິມບົດຂຽນ ກ່ຽວກັບຂະບວນການປ້ອງກັນ ແລະ ຕ້ານການລະບາດພະຍາດ Covid-19 ຂອງຫວຽດນາມ ທີ່ປະສົບຜົນສຳເລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັກສາຈຳນວນກໍລະນີທີ່ຕິດ​ເຊື້ອຕ່ຳກວ່າ 300 ຄົນ ແລະ ຍັງບໍ່ມີຄົນເສຍຊີວິດ.

ຫວຽດນາມ ສະວ ດເຊ ແລນ ປະສານສ ມທ ບໃນການສະໜ ບສະໜ ນຢ າງແໜ ນແຟ ນ ໃນບ ນດາເວທ ປາໄສຫ າຍຝ າຍ ນັກສຶກສາຫວຽດນາມ ຢູ່ອີຕາລີ ສະແດງຄວາມສາມັກຄີເພື່ອຮັບມືກັບໂລກລະບາດ Covid-19

ຍສໝ - ເມື່ອບໍ່ດົນມານີ້, ໂດຍປະເຊີນໜ້າກັບສະຖານະການທີ່ສັບສົນ ຂອງການລະບາດພະຍາດ Covid-19, ຄະນະບໍລິຫານຂອງສະມາຄົມນັກສຶກສາຫວຽດນາມ ຢູ່ ປະເທດອີຕາລີ ໄດ້ລິເລີ່ມສ້າງຫຼາຍກຸ່ມນ້ອຍໆໃນ whatsApp ເພື່ອອັບເດັດ ແລະ ແບ່ງປັນຂໍ້ມູນຂ່າວສານ, ສະໜັບສະໜູນ ແລະ ໃຫ້ກຳລັງໃຈສໍາລັບກໍລະນີທີ່ມີຄວາມຈຳເປັນ.

ຫວຽດນາມ ສະວ ດເຊ ແລນ ປະສານສ ມທ ບໃນການສະໜ ບສະໜ ນຢ າງແໜ ນແຟ ນ ໃນບ ນດາເວທ ປາໄສຫ າຍຝ າຍ ປະຊາຊົນເຊັກ ຂອບໃຈ ປະຊາຄົມຊາວຫວຽດນາມໃນການຕໍ່ສູ້ຕ້ານການລະບາດຂອງໂລກລະບາດ COVID-19

ຍສໝ - ນັບຕັ້ງແຕ່ສາທາລະນະລັດເຊັກພົບເຫັນການຕິດເຊື້ອ COVID-19 ເປັນຄັ້ງທຳອິດ, ປະຊາຄົມຊາວຫວຽດນາມຢູ່ທີ່ນີ້ໄດ້ ປຸກລະດົມການເຄື່ອນໄຫວຕັດຫຍິບຜ້າອັດປາກ, ບໍລິຈາກເງິນເພື່ອໜູນຊ່ວຍໂຮງໝໍ ແລະ ສະໜອງອາຫານຫວ່າງ ແລະເຄື່ອງດື່ມໂດຍບໍ່ເສຍຄ່າ... ສຳລັບອົງການເຈົ້າໜ້າທີ່ປະຈໍາຖິ່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.