ກະຊວງການຕ່າງປະເທດຫວຽດນາມ ແລະ ນິວຊີແລນ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ

06:02 | 23/03/2021

ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານນາງ Nanaia Mahuta - ລັດຖະມົນຕີການຕ່າງປະເທດນິວຊີແລນ ໄດ້ເຫັນດີເພີ່ມທະວີບົດບາດ ຂອງສອງກະຊວງການຕ່າງປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

ຫວ່າງແລ້ວນີ້, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງຖ່າຍທອດສົດ ກັບລັດຖະມົນຕີການຕ່າງປະເທດນິວຊີແລນ ທ່ານນາງ Nanaia Mahuta.

ທີ່ການພົບປະ, ສອງຝ່າຍສະແດງຄວາມເພິ່ງພໍໃຈ ທີ່ການພົວພັນຄູ່ຮ່ວມມືຍຸດທະສາດໄດ້ສ້າງຕັ້ງໃນເດືອນກໍລະກົດປີ 2020 ລະຫວ່າງສອງປະເທດ ພວມໄດ້ຮັບການພັດທະນາຢ່າງມີປະສິດທິຜົນ ແລະ ກວ້າງຂວາງ.

ກະຊວງການຕ າງປະເທດຫວຽດນາມ ແລະ ນ ວຊ ແລນ ເພ ມທະວ ການຮ ວມມ ຢ າງຮອບດ ານ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ. (ພາບ: TTXVN)

ທ່ານນາງລັດຖະມົນຕີ Nanaia Mahuta ໄດ້ສະແດງຄວາມຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໃຫ້ປະສົບຜົນສຳເລັດ; ຊົມເຊີຍຜົນສຳເລັດຂອງຫວຽດນາມ ໃນການເປັນປະທານອາຊຽນ 2020 ແລະ ສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໄລຍະ 2020 - 2021, ພ້ອມທັງຕີລາຄາສູງໝາກຜົນທີ່ຫວຽດນາມບັນລຸໄດ້ ໃນການປະຕິບັດເປົ້າໝາຍຄູ່ "ທັງການປ້ອງກັນ ແລະ ຕ້ານການລະບາດ ແລະ ພັດທະນາເສດຖະກິດ - ສັງຄົມ.”

ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ສະແດງຄວາມຊົມເຊີຍນິວຊີແລນ ທີ່ປະສົບຜົນສຳເລັດໃນການຄວບຄຸມການລະບາດຂອງ COVID-19; ສະແດງຄວາມເຊື່ອໝັ້ນວ່າ ນິວຊີແລນ ຈະແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການປະຕິບັດ "ເປົ້າໝາຍຄວບຄູ່" ຢ່າງສຳເລັດຜົນກ່ຽວກັບການປ້ອງກັນພະຍາດ ແລະ ການຟື້ນຟູເສດຖະກິດ.

ສອງຝ່າຍເຫັນດີເພີ່ມທະວີບົດບາດຂອງສອງກະຊວງການຕ່າງປະເທດ ໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີການຊຸກຍູ້ການແລກປ່ຽນ ແລະ ການຕິດຕໍ່ຂັ້ນສູງເມື່ອມີເງື່ອນໄຂສະດວກ; ສົ່ງເສີມການລົງທຶນສອງຝ່າຍ ແລະ ສົ່ງເສີມປະສິດທິພາບຂອງກົນໄກຄະນະກຳມະການໃນການຮ່ວມມືດ້ານເສດຖະກິດ - ການຄ້າ; ການສ້າງສັນ ແລະ ລົງນາມໃນແຜນການປະຕິບັດງານ ເພື່ອດຳເນີນການພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ນິວຊີແລນ ໃນປີ 2021; ຟື້ນຟູການຮ່ວມມືດ້ານການທ່ອງທ່ຽວ, ສົ່ງເສີມການພົບປະແລກປ່ຽນປະຊາຊົນ...

ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການປະສານງານ ແລະ ການຮ່ວມມືໃນຫຼາຍຝ່າຍ, ໃນນັ້ນມີການສະໜັບສະໜູນເຊິ່ງກັນ ແລະ ກັນໃນການເລືອກຕັ້ງ ແລະ ການອອກສະໝັກເລືອກຕັ້ງເຂົ້າບັນດາອົງການຂອງສະຫະປະຊາຊາດ ພ້ອມທັງປະສານງານການຈັດຕັ້ງປະຕິບັດສັນຍາ ເພື່ອການຮ່ວມມືຂ້າມປາຊີຟິກທີ່ສົມບູນແບບ ແລະ ກ້າວໜ້າ (CPTPP) ແລະ ສັນຍາຮ່ວມມືເສດຖະກິດທີ່ສົມບູນແບບຢູ່ພາກພື້ນ (RCEP).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.