![]() | ບົດນິພົນຮູບ ແລະ ວິດີໂອ 7.000 ກວ່າແຜ່ນເຂົ້າຮ່ວມການແຂງຂັນ “ຫວຽດນາມ ຄວາມສຸກ - Happy Vietnam ປີ 2023” |
![]() | “ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບເພື່ອນມິດອາຟະຣິກາ” |
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ຢູ່ Tel Aviv ໄດ້ສຳພາດທ່ານ Eyal Buvilski, ປະທານສະມາຄົມມິດຕະພາບ ອິດສະລາແອັນ - ຫວຽດ ນາມ, ອະດີດຮອງເອກອັກຄະລັດຖະທູດ ອິດສະຣາແອນ ປະຈຳ ຫວຽດນາມ.
![]() |
ທ່ານ Eyal Buvilski ປະທານສະມາຄົມມິດຕະພາບ ອິດສະຣາແອນ - ຫວຽດນາມ. (ພາບ: ດຶກຈູງ/ສຳນັກຂ່າວສານ ຫວຽດນາມ) |
ດ້ວຍຄວາມຮັກແພງທີ່ສຸດຕໍ່ຫວຽດນາມ, ທ່ານ Buvilski ໄດ້ແບ່ງປັນການຕີລາຄາຢ່າງຕັ້ງໜ້າຂອງປະເທດຊາດ, ຊາວຫວຽດນາມ, ຂະບວນການປະດິດສ້າງ, ບົດບາດຂອງບັນດາການນຳ, ກໍ່ຄືຄວາມສາມາດບົ່ມຊ້ອນສອງຝ່າຍລະຫວ່າງສອງປະເທດ.
ທ່ານ Eyal Buvilski ໄດ້ເລີ່ມຕົ້ນການໂອ້ລົມສົນທະນາດ້ວຍບັນດາຄວາມແບ່ງປັນເຕັມໄປດ້ວຍຄວາມຮູ້ສຶກສ່ວນຕົວວ່າ: “ຂ້າພະເຈົ້າໄດ້ຮູ້ຈັກຫວຽດນາມນັບແຕ່ປີ 2001, ເມື່ອຂ້າພະເຈົ້າເລີ່ມດຳເນີນໄລຍະການທູດຂອງຕົນຢູ່ຮ່າໂນ້ຍ. ນັບແຕ່ນັ້ນມາ, ຫວຽດນາມ ແມ່ນພາກສ່ວນໜຶ່ງໃນໃຈຂອງຂ້າພະເຈົ້າ.ຕັ້ງແຕ່ມື້ທໍາອິດ, ຂ້າພະເຈົ້າໄດ້ພະຍາຍາມຊອກຫາວິທີທີ່ຈະເຊື່ອມຕໍ່ກັບແຜ່ນດິນນີ້ ”.
ຈາກຄວາມຮັກແພງອັນເລິກເຊິ່ງນັ້ນ, ທ່ານ Buvilski ໃຫ້ຮູ້ວ່າ, ການຕີລາຄາທັງໝົດຂອງຕົນກ່ຽວກັບ ຫວຽດນາມ ລ້ວນແຕ່ແມ່ນມາຈາກຄວາມເຂົ້າໃຈ, ເອົາໃຈໃສ່ ແລະ ເຄົາລົບນັບຖືວັດທະນະທຳ ແລະ ປະຊາຊົນຢູ່ທີ່ນີ້.
ຕາມມຸມມອງຂອງຜູ້ທີ່ໄດ້ເຫັນການປ່ຽນແປງຂອງຫວຽດນາມເປັນເວລາ 20 ກວ່າປີ, ທ່ານ Buvilski ເນັ້ນໜັກວ່າ: “ຂ້າພະເຈົ້າ ແລະ ຄອບຄົວໄດ້ອອກຈາກຫວຽດນາມ ໃນປີ 2003, ແຕ່ໄດ້ມີໂອກາດກັບຄືນມາຫຼາຍຄັ້ງ, ຫຼ້າສຸດພຽງແຕ່ສອງສາມເດືອນກ່ອນ. ແຕ່ລະຄັ້ງທີ່ຂ້າພະເຈົ້າໄດ້ກັບຄືນໄປ, ຂ້າພະເຈົ້າໄດ້ເຫັນປະເທດທີ່ແຕກຕ່າງກັນຢ່າງສິ້ນເຊີງ - ເປັນສິ່ງທີ່ບໍ່ເຄີຍເຫັນຢູ່ບ່ອນອື່ນໃນໂລກ, ລວມທັງສະຖານທີ່ຂ້າພະເຈົ້າເຄີຍເຮັດວຽກ.”
ຕາມທ່ານແລ້ວ, ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງຫວຽດນາມ ແມ່ນໝາກຜົນແຫ່ງການສົມທົບກັນຢ່າງກົມກຽວລະຫວ່າງສອງປັດໄຈສຳຄັນຄື: ມະນຸດ ແລະ ຊັບພະຍາກອນທຳມະຊາດ.
ແບ່ງປັນຄວາມປະທັບໃຈຂອງຖັນແຖວການນຳຫວຽດນາມ, ທ່ານ Buvilski ເນັ້ນໜັກວ່າ: “ຄວາມແຕກຕ່າງອັນໃຫຍ່ຫຼວງລະຫວ່າງ ຫວຽດນາມ ແລະ ຫຼາຍປະເທດຕ່າງໆແມ່ນວິໄສທັດ ແລະ ຄວາມສາມາດນຳພາ”.
![]() |
ການເຄື່ອນໄຫວຢູ່ທ່າກຳປັ່ນສາກົນ ເຕີນກາງ-ກ໋າຍເເມບ ຢູ່ຕາແສງ ເຕີນຝືກ, ເມືອງ ຝູໝີ, ແຂວງ ບ່າເຣ້ຍ-ຫວຸງເຕົ່າ. (ພາບ: ວູຊິງ/ສຳນັກຂ່າວສານ ຫວຽດນາມ) |
ທ່ານໄດ້ຕີລາຄາສູງຕໍ່ການສືບຕໍ່ເຊື່ອມໂຍງເຂົ້າກັນໃນລະບົບການເມືອງ, ພ້ອມທັງໃຫ້ຄຳໝັ້ນສັນຍາປະຕິບັດບັນດາແຜນການໄລຍະຍາວຂອງການນຳທີ່ໄດ້ວາງອອກ.
ຕາມທ່ານແລ້ວ, ການເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງບັນດາການນຳທຸກຂັ້ນ, ຈາກສູນກາງເຖິງທ້ອງຖິ່ນ, ແມ່ນກຸນແຈເພື່ອສ້າງປະສິດທິຜົນໃນການຄຸ້ມຄອງ ແລະ ພັດທະນາປະເທດຊາດ.
ຫວນຄືນ 32 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1993-2025), ທ່ານ Buvilski ຢືນຢັນວ່າ, ການພົວພັນ ຫວຽດນາມ - ອິດສະຣາແອນ ພວມພັດທະນາບົນພື້ນຖານມິດຕະພາບອັນເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ.
ທ່ານກ່າວວ່າ, ເສດຖະກິດແມ່ນຂົງເຂດຂໍກະແຈທີ່ມີຫຼາຍກາລະໂອກາດໃຫ້ແກ່ການຮ່ວມມືຢ່າງກວ້າງຂວາງຄື: ຈາກກະສິກຳ, ເຕັກໂນໂລຊີເຖິງການຜະລິດຂະໜາດໃຫຍ່.
ທ່ານກ່າວວ່າ, ທຸກແນວຄວາມຄິດຂະໜາດນ້ອຍຢູ່ ອິດສະຣາແອນ ສາມາດກາຍເປັນຜະລິດຕະພັນໃຫຍ່ ຖ້າສົມທົບກັບຄູ່ຮ່ວມມືຫວຽດນາມ: “ອິດສະຣາແອນ ມີເຕັກໂນໂລຊີ, ຄວາມຮູ້ ແລະ ຄົ້ນຄ້ວາວິທະຍາສາດຢ່າງຫຼວງຫຼາຍ. ໃນນັ້ນ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ - ຫວຽດນາມ ຮູ້ວິທີຜະລິດ ແລະ ເຮັດສິ່ງທີ່ ອິດສະຣາແອນ ບໍ່ສາມາດຄືການຂະຫຍາຍຂະໜາດການຜະລິດ.ສະນັ້ນ ຂ້າພະເຈົ້າເຊື່ອວ່າມີພື້ນຖານອັນໃຫຍ່ຫຼວງສຳລັບການຮ່ວມມືດ້ານເສດຖະກິດເລິກກວ້າງອີກ.”
ຕາມທ່ານ Buvilski ແລ້ວ, ການຮ່ວມມືລະຫວ່າງບັນດາສະຖາບັນຄົ້ນຄວ້າ, ລະຫວ່າງລັດຖະບານ, ລະຫວ່າງວິສາຫະກິດເອກະຊົນ ອິດສະລາແອນ ແລະ ບັນດາຄູ່ຮ່ວມມື ຫວຽດນາມ - ລ້ວນແຕ່ມີຄວາມໝາຍສຳຄັນຫຼາຍຄື: “ຂ້າພະເຈົ້າເຊື່ອໝັ້ນວ່າ ລັດຖະບານ ຫວຽດນາມ ສາມາດຮຽນຮູ້ຫຼາຍຢ່າງຈາກປະສົບການຂອງບໍລິສັດ ອິດສະຣາແອນ ພວມດຳເນີນຢູ່ທົ່ວໂລກ. ຫວຽດນາມ ຍັງບໍ່ທັນຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານເສດຖະກິດຢ່າງເຕັມທີ່. ຍັງມີຫຼາຍບ່ອນທີ່ຫວຽດນາມ ສາມາດສົ່ງອອກສິນຄ້າໄດ້. ຂ້າພະເຈົ້າຄິດວ່າ ຖ້າພວກເຮົາສົມທົບກັບບັນດາຄວາມຮູ້ຈາກອິດສະຣາແອນ ດ້ວຍຄວາມສາມາດ, ວິໄສທັດ ແລະ ຄວາມສາມາດບົ່ມຊ້ອນຂອງເຂດເສດຖະກິດຫວຽດນາມ, ພວກເຮົາສາມາດໄປໄກຫຼາຍກວ່າ. ແລະພວກເຮົາພ້ອມສະເໝີທີ່ຈະສະໜັບສະໜູນອັນນັ້ນ."
ກ່ຽວກັບແງ່ຫວັງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທ່ານ Buvilski ໃຫ້ຮູ້ວ່າ: “ປະຈຸບັນ, ອິດສະຣາແອນ ພວມຢູ່ໃນສະພາບສົງຄາມ - ເຂດທີ່ພວກເຮົາມີການປະທະກັນ, ສະພາບການແມ່ນອັນຕະລາຍຫຼາຍ.ສະນັ້ນ ໃນປັດຈຸບັນພວກເຮົາສາມາດເຫັນກິດຈະກໍາທາງເສດຖະກິດຫນ້ອຍລົງຈາກຫວຽດນາມໃນອິດສະຣາເອນ - ຫຼືຖືກວ່າຫນ້ອຍກວ່າທີ່ພວກເຮົາຕ້ອງການ. ແຕ່ສົງຄາມຈະສິ້ນສຸດລົງ - ຫວັງວ່າໃນໄວໆນີ້ - ແລະ ເມື່ອເກີດຂຶ້ນ, ຈະມີກາລະໂອກາດດ້ານເສດຖະກິດຫຼາຍຢ່າງໃຫ້ບັນດາວິສາຫະກິດ ຫວຽດນາມ ຢູ່ ອິດສະຣາແອນ ໃນຂົງເຂດກະສິກຳ, ກໍ່ສ້າງ, ຜະລິດ... ”.
![]() |
ບໍລິສັດຫຸ້ນສ່ວນບໍລິການລ້ຽງສັດ ຮວ່າໂລກ (ລາວກາຍ) ໄດ້ລົງທຶນຫຼາຍສິບຕື້ດົ່ງເພື່ອປູກດອກກ້ວຍໄມ້ ໂຮດຽບ ດ້ວຍເຕັກໂນໂລຢີຂອງ ອິດສະຣາແອນ. (ພາບ: ຕວນແອງ/ສຳນັກຂ່າວສານື ຫວຽດນາມ) |
ຕາມທ່ານແລ້ວ, “ໂດຍຜ່ານການຮ່ວມມືດ້ານເສດຖະກິດ, ພວກເຮົາສາມາດປະກອບສ່ວນນຳສັນຕິພາບມາໃຫ້ພາກພື້ນ - ຕົວຢ່າງຄື ຜ່ານການຮ່ວມທຸລະກິດລະຫວ່າງ 2 ຝ່າຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ຄວາມສາມາດບົ່ມຊ້ອນຂອງຫວຽດນາມ ຢູ່ທີ່ນີ້ - ຄວາມສາມາດບົ່ມຊ້ອນໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ - ພິເສດແມ່ນດ້ານເສດຖະກິດ ແລະ ການເມືອງ ແມ່ນພຽງແຕ່ເລີ່ມຕົ້ນ. ຂ້າພະເຈົ້າຫວັງວ່າຈະເຫັນບັນດາຄວາມກ້າວຫນ້າໃນຂົງເຂດນີ້ໃນອະນາຄົດ."
ທ່ານຍັງແບ່ງປັນວ່າ: ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນແມ່ນຂົວເຊື່ອມຕໍ່ສຳຄັນໃນການພົວພັນສອງຝ່າຍ, ພິເສດແມ່ນຊາວ ອິດສະຣາແອນ ນັບມື້ນັບຫຼາຍຂຶ້ນເລືອກເອົາ ຫວຽດນາມ ເປັນຈຸດໝາຍປາຍທາງທີ່ນິຍົມສຸດ.
ທ່ານຢືນຢັນວ່າ: “ຂ້າພະເຈົ້າເວົ້າໄດ້ວ່າ ຊາວ ອິດສະຣາແອນຮັກຫວຽດນາມຫຼາຍ. ເຂົາເຂົ້າຍາມໃດກໍ່ປາດຖະໜາຢາກໄປທ່ອງທ່ຽວ ຫວຽດນາມ ເມື່ອມີໂອກາດ. ນັກທ່ອງທ່ຽວທຸກຄົນທີ່ກັບຄືນມາຈາກຫວຽດນາມ ລ້ວນແຕ່ແມ່ນ “ເອກອັກຄະລັດຖະທູດ” ຄົນໃໝ່ຂອງ ຫວຽດນາມ ປະຈຳ ອິດສະຣາແອນ. ນີ້ແມ່ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ.”
ໃນຕອນທ້າຍຂອງການສໍາພາດ, ທ່ານ Eyal Buvilski ໄດ້ສົ່ງສານອວຍພອນເຖິງປະຊາຊົນຫວຽດນາມ ເນື່ອງໃນໂອກາດວັນຊາດ ວັນທີ 2 ກັນຍາ: “ຕາງໜ້າສະມາຄົມມິດຕະພາບ ອິດສະລາແອັນ-ຫວຽດນາມ, ຂ້າພະເຈົ້າຂໍສົ່ງຄໍາອວຍພອນເຖິງປະຊາຊົນຫວຽດນາມ ວ່າ ພວກເຈົ້າມີເພື່ອນມິດແທ້ຢູ່ອິດສະລາແອນ. ປະຊາຊົນ ອິດສະຣາແອນ ຮັກແພງ ຫວຽດນາມ ແລະ ຍາມໃດກໍ່ຕ້ອນຮັບພວກເຈົ້າ”.
ທ່ານເວົ້າວ່າ “ພວກຂ້າພະເຈົ້າຫວັງວ່າຈະໄດ້ຕ້ອນຮັບບັນດານັກທຸລະກິດ, ນັກສຶກສາ ແລະ ນັກທ່ອງທ່ຽວຈາກຫວຽດນາມ ໄປຍັງອິດສະຣາແອນ - ເພື່ອເຂົ້າໃຈເຊິ່ງກັນ ແລະ ກັນ, ຮ່ວມມືຢ່າງເລິກເຊິ່ງກວ່າ, ແລະ ສ້າງອະນາຄົດທີ່ດີກວ່າເກົ່າຮ່ວມກັນ”.
![]() | ກາລະໂອກາດໃຫ້ຄົນງານ ຫວຽດນາມ ໄປເຮັດວຽກອັນຍາວນານ ແລະ ພັດທະນາພາລະກິດຢູ່ ຍີ່ປຸ່ນ ຍສໝ - ວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ສະຖານທູດຍີ່ປຸ່ນ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ຍີ່ປຸ່ນ - ຫວຽດນາມ ໃນປີ 2025. ກອງປະຊຸມສຳມະນາ ເພື່ອອັບເດັດບັນດາຂໍ້ມູນໃໝ່ກ່ຽວກັບໂຄງການ "ການຈ້າງງານເພື່ອພັດທະນາທັກສະ" (ESD) ຄາດວ່າຈະຜັນຂະຫຍາຍຢ່າງເປັນທາງການໃນປີ 2027, ແທນທີ່ໂຄງການຝຶກງານດ້ານວິຊາການໃນປະຈຸບັນຢ່າງສົມບູນ. ຄາດວ່າໂຄງການຈະເປີດກາລະໂອກາດໃຫ້ຄົນງານຫວຽດນາມ ໄປເຮັດວຽກແບບຍືນຍົງ, ໝັ້ນຄົງ ... |
![]() | ເພີ່ມທະວີການເຜີຍແຜ່ຮູບພາບຂອງຫວຽດນາມ ອອກສູ່ໂລກ ຍສໝ - ວັນທີ 31 ກໍລະກົດ, ຄະນະຊີ້ນຳວຽກງານຂໍ້ມູນຕ່າງປະເທດໄດ້ຈັດຕັ້ງກອງປະຊຸມກວດກາຄືນ 6 ເດືອນຕົ້ນປີ, ຜັນຂະຫຍາຍໜາ້ທີ່ 6 ເດືອນທ້າຍປີ 2025. |
ແທັງຮັ່ງ