ຍສໝ - ວັນທີ 8 ພຶດສະພາ 2026, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ; ໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19/5/1890 - 19/5/2026).
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ Numan Kurtulmus, ປະທານສະພາແຫ່ງຊາດ ຕວກກີ ໃນພິທີພົບປະກັບທ່ານນາງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ຕວກກີ ດັ້ງທິທູຮ່າ (Đặng Thị Thu Hà) ເຊິ່ງຈັດຂຶ້ນໃນວັນທີ 7 ພຶດສະພາ ຢູ່ທີ່ນະຄອນຫຼວງ Ankara.
ຍສໝ - ວັນທີ 08 ພຶດສະພາ, ໃນໂຄງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ ເຊບູ (Cebu), ຟີລິບປິນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ມີການຮ່ວມຮັບປະທານອາຫານເຊົ້າ ແລະ ເຮັດວຽກກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ
ຍສໝ - ບັນດາຫ້ອງຝຶກອົບຮົມທີ່ຈັດຂຶ້ນຢູ່ພາຍໃນວິຫານອິດສະລາມ ໂດຍມີການເຂົ້າຮ່ວມຂອງບັນດາພະເຖລານຸເຖລະທາງພຸດທະສາສະໜາ; ບັນດາໂຮງຄົວສົງເຄາະຊ່ວຍເຫຼືອຊຸມຊົນໃນໄລຍະການລະບາດໃຫຍ່ຂອງພະຍາດ COVID-19; ການເຄື່ອນໄຫວປະສານສົມທົບເບິ່ງແຍງດູແລຜູ້ປ່ວຍ HIV/AIDS ຢູ່ ເຫ້ວ (Huế)... ແມ່ນໜຶ່ງໃນບັນດາຮູບແບບການຮັດແໜ້ນຄວາມສາມັກຄີ ແລະ ປະສານສົມທົບລະຫວ່າງສາສະໜາທີ່ດີເດັ່ນຢູ່ ຫວຽດນາມ.
ຍສໝ - ຟີລິບປິນ ຄາດຫວັງວ່າ ຫວຽດນາມ ຈະແບ່ງປັນບົດຮຽນການຮັກສາອັດຕາການເຕີບໂຕທາງເສດຖະກິດທີ່ໜ້າປະທັບໃຈ, ທັດສະນະກ່ຽວກັບການຊຸກຍູ້ລັດທິຫຼາຍຝ່າຍ ແລະ ການເຄົາລົບກົດໝາຍສາກົນ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48.
ຍສໝ - ແຂວງດົ່ງທັບ ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຂຸ້ມຂ້ຽວ ແລະ ພ້ອມພຽງກັນ ເພື່ອຕ້ານການເຮັດການປະມົງແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU).
ຍສໝ - ປະຕິບັດຕາມມະຕິສະບັບເລກທີ 75/2025/NQ-HĐND ຂອງສະພາປະຊາຊົນແຂວງ ກ່ຽວກັບນໂຍບາຍຊ່ວຍເຫຼືອໃນການອະນຸລັກ, ເສີມຂະຫຍາຍພາສາຊົນເຜົ່າສ່ວນໜ້ອຍ ໄລຍະ 2025 - 2030, ບັນດາທ້ອງຖິ່ນ ແລະ ຮາກຖານການສຶກສາໃນທົ່ວແຂວງ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາຫ້ອງຮຽນຖ່າຍທອດພາສາຊົນເຜົ່າ, ປະກອບສ່ວນຮັກສາເອກະລັກວັດທະນະທຳ ແລະ ຍົກສູງປະສິດທິຜົນການສຶກສາ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າ.
ຍສໝ - ງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ ຫາກໍ່ຈັດຂຶ້ນໃນບັນຍາກາດທີ່ຟົດຟື້ນ ແລະ ຕື່ນເຕັ້ນ ຢູ່ທີ່ສູນກິລາ Teleki Blanka utca 6, ບູດາເປສ (Budapest), ຮົງກາລີ (Hungary).
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 1.300 ທ່ານ. ໃນຈຳນວນນັ້ນ, ທ່ານ ພົນເອກ ວໍເສີ (Võ Sở), ອາຍຸ 97 ປີ ແລະ ນາງ ລໍທິຫງາ (Lò Thị Nga), ອາຍຸ 23 ປີ ແມ່ນສອງຜູ້ແທນທີ່ພິເສດ, ຕາງໜ້າໃຫ້ແກ່ສອງຮຸ່ນຄົນທີ່ຮ່ວມກັນສົ່ງຄວາມມຸ່ງຫວັງ ກ່ຽວກັບບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ໃນການເຕົ້າໂຮມບັນດາຊັ້ນຄົນໃນສັງຄົມ, ເບິ່ງແຍງຊີວິດການເປັນຢູ່ ແລະ ປັບປຸງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ
ນີ້ແມ່ນບົດປາໄສຂອງທ່ານນາງ ຮ່າທິຫງາ (Hà Thị Nga), ກຳມະການຄະນະບໍລິຫານງານສູນກາງພັກ, ຮອງປະທານ - ເລຂາໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃນພິທີຖະແຫຼງຂ່າວ ວັນທີ 04 ພຶດສະພາ ຢູ່ ຮ່າໂນ້ຍ ເພື່ອແຈ້ງຂໍ້ມູນ ແລະ ແນະນຳກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031.
ຍສໝ - ໃນວິວັດທະນາການສ້າງສາ ແລະ ເສີມຂະຫຍາຍກຳລັງແຮງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ, ບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້ ນັ້ນ ຍາມໃດກໍມີຕຳແໜ່ງທີ່ສຳຄັນ. ບໍ່ພຽງແຕ່ແມ່ນອົງການຈັດຕັ້ງທີ່ເຕົ້າໂຮມບັນດາຊັ້ນຄົນໃນສັງຄົມຕາມຂົງເຂດ ແລະ ວິຊາອາຊີບເທົ່ານັ້ນ, ບັນດາສະມາຄົມຍັງແມ່ນຂົວຕໍ່ໂດຍກົງລະຫວ່າງ ພັກ, ລັດ ກັບ ປະຊາຊົນ, ປະກອບສ່ວນສ້າງພື້ນຖານທາງສັງຄົມທີ່ໝັ້ນຄົງ ໃຫ້ແກ່ສະຖຽນລະພາບທາງດ້ານການເມືອງ ແລະ ການພັດທະນາທີ່ຍືນຍົງ.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ຈະຈັດຂຶ້ນແຕ່ວັນທີ 11 ຫາ 13 ພຶດສະພາ 2026 ຢູ່ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 1.300 ທ່ານ, ຕົກລົງຫຼາຍເນື້ອໃນສຳຄັນກ່ຽວກັບການຈັດຕັ້ງ, ບຸກທະລາກອນ ແລະ ທິດທາງການເຄື່ອນໄຫວໃນໄລຍະໃໝ່.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031 ຈະຈັດຂຶ້ນແຕ່ວັນທີ 11 ພຶດສະພາ ຫາວັນທີ 13 ພຶດສະພາ 2026 ຢູ່ທີ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງ - ສັງຄົມ ທີ່ມີຄວາມໝາຍສຳຄັນ ເຊິ່ງຈັດຂຶ້ນໃນທັນທີ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະ ການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ສະໄໝທີ XVI, ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 - 2031.
ຍສໝ - ວັນທີ 12 ເມສາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X ໄດ້ຈັດກອງປະຊຸມຄັ້ງທີ 7 ເພື່ອສົນທະນາ, ປະກອບຄຳເຫັນໃສ່ບາງເນື້ອໃນວຽກງານຕາມຂອບເຂດສິດ, ຈຸດສຸມແມ່ນວຽກງານຫັນກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13/5/2026
ວັນທີ 12 ເມສາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄະນະປະທານ ຄັ້ງທີ 7, ສະໄໝທີ X ແນໃສ່ສົນທະນາ, ປະກອບຄຳເຫັນໃສ່ບາງເນື້ອໃນສຳຄັນ ເພື່ອຫັນກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI.
ຍສໝ - ກອງປະຊຸມເຄືອຂ່າຍບັນດາສູນຮັກສາສັນຕິພາບ ອາຊຽນ (APCN) ຄັ້ງທີ 10 ໄດ້ຖືກຈັດຂຶ້ນແຕ່ວັນທີ 4 - 8 ພຶດສະພາ 2026 ໃນຮູບແບບທາງໄກ (ອອນລາຍ), ເຊື່ອມຕໍ່ຈາກຈຸດເຊື່ອມຕໍ່ຫຼັກຢູ່ ຟີລິບປິນ ໄປຫາຈຸດເຊື່ອມຕໍ່ຢູ່ບັນດາປະເທດ.
ຍສໝ - ໃນລະຫວ່າງວັນທີ 5 ແລະ 6/5, ຫວຽດນາມ ໄດ້ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ (Yerevan Dialogue) 2026 ຢູ່ທີ່ນະຄອນຫຼວງ ເຢເຣວານ ຂອງ Armenia. ເວທີປຶກສາຫາລືໄດ້ເຕົ້າໂຮມບັນດານັກການເມືອງ, ນັກວິຊາການ, ຊ່ຽວຊານ ແລະ ຕົວແທນຈາກບັນດາອົງການຈັດຕັ້ງສາກົນຢ່າງຫຼວງຫຼາຍ ແນໃສ່ແລກປ່ຽນກ່ຽວກັບບັນຫາຄວາມໝັ້ນຄົງ, ພູມສາດການເມືອງ, ການເຊື່ອມຕໍ່ພາກພື້ນ ແລະ ການບໍລິຫານທົ່ວໂລກ ໃນສະພາບການທີ່ໂລກມີການຜັນແປຢ່າງແຂງແຮງ.
ຍສໝ - ໃນຍຸກສະໄໝແຫ່ງການບືນຕົວຂຶ້ນ, ພ້ອມກັບການຂະຫຍາຍຕົວຢ່າງແຂງແຮງຂອງສື່ສານດີຈີຕອນ, ສື່ມວນຊົນປະຕິວັດ ຫວຽດນາມ ຈຳເປັນຕ້ອງເສີມຂະຫຍາຍບົດບາດເປັນກຳລັງແນວໜ້າ, ແມ່ນອາວຸດທາງດ້ານແນວຄິດທີ່ແຫຼມຄົມຂອງພັກ ແລະ ລັດ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນ ແລະ ຕອບໂຕ້ບັນດາຖ້ອຍທຳນອງທີ່ບິດເບືອນຂອງບັນດາກຳລັງປໍລະປັກ.
ຍສມ - ຜູ້ນຳກຸ່ມບໍລິສັດ MKE ແລະ Aselsan ຂອງ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບບັນດາວິສາຫະກິດປ້ອງກັນຊາດ ຫວຽດນາມ ໃນຂົງເຂດທີ່ມີທ່າແຮງ ແລະ ມີລັກສະນະຍຸດທະສາດໃນຕໍ່ໜ້າ.
ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ, ໃນນັ້ນມີດ້ານເສດຖະກິດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ