ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ

01:09 | 20/07/2026

ຍສໝ - ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ເນັ້ນໜັກວ່າ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ທີ່ໄດ້ລົງນາມກັນໃນປີ 1977 ແມ່ນໄດ້ຊ່ວຍໃຫ້ສອງປະເທດຜ່ານຜ່າທຸກສິ່ງທ້າທາຍ, ທັງເປັນການສ້າງພື້ນຖານອັນໜັກແໜ້ນ ເພື່ອນຳພາສາຍພົວພັນສອງຝ່າຍໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ພະລັງແຫ່ງຄວາມສາມັກຄີ ແລະ ການພັດທະນາຂອງຄຸມຊົນຄົນຫວຽດນາມ ຢູ່ ລາວ
ງານວາງສະແດງການຄ້າ ຫວຽດນາມ - ລາວ 2026 ຊຸກຍູ້ການຮ່ວມສຳພັນຍຸດທະສາດ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ (18/7/1977-18/7/2026), ກຸ່ມນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ ປະເທດລາວ ໄດ້ມີການແລກປ່ຽນກັບ ທ່ານ ສາສະດາຈານ - ປະລິນຍາເອກ ບໍວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ, ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ, ກ່ຽວກັບການພັດທະນາ ຂອງສາຍພົວພັນຮ່ວມມື ຫວຽດນາມ - ລາວ ຕະຫຼອດໄລຍະ 49 ປີຜ່ານມາ.

ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ
ທ່ານ ສາສະດາຈານ - ປະລິນຍາເອກ ບໍວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ, ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ, ໃຫ້ສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ (TTXVN). (ພາບ: ຊວນຕູ້ / TTXVN)

ທ່ານ ສາສະດາຈານ - ປະລິນຍາເອກ ບໍວຽງຄຳ ວົງດາລາ ໃຫ້ຮູ້ວ່າ ພາຍຫຼັງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປະນາຂຶ້ນ ໃນວັນທີ 2 ທັນວາ 1975, ສະພາບການສາກົນ ແລະ ພາກພື້ນໃນເວລານັ້ນ ແມ່ນມີການຜັນແປຢ່າງສັບສົນທີ່ສຸດ.

ໃນທ່າມກາງສະພາບແວດລ້ອມທາງປະຫວັດສາດນັ້ນ, ການລົງນາມໃນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນວັນທີ 18 ກໍລະກົດ 1977 ແມ່ນມີຄວາມໝາຍຄວາມສຳຄັນເປັນພິເສດ.

ເອກະສານສະບັບນີ້ ມີລັກສະນະຮອບດ້ານ ແລະ ຍຸດທະສາດທີ່ໜັກແໜ້ນ, ໂດຍມີບົດບາດເປັນພື້ນຖານທາງດ້ານການເມືອງ ແລະ ນິຕິກຳອັນສຳຄັນຍິ່ງ ເພື່ອປົກປັກຮັກສາອຳນາດອະທິປະໄຕ, ການຄົງຕົວ ແລະ ການພັດທະນາ ຂອງສອງປະເທດ ລາວ ແລະ ຫວຽດນາມ.

ສົນທິສັນຍາປະຫວັດສາດສະບັບນີ້ ໄດ້ຮັບການຮ່ວມມືຜັນຂະຫຍາຍຈັດຕັ້ງປະຕິບັດ ຈາກສອງປະເທດ ລາວ - ຫວຽດນາມ, ໂດຍໄດ້ຊ່ວຍໃຫ້ສອງຊາດຜ່ານຜ່າທຸກຄື້ນລົມ ແລະ ສິ່ງທ້າທາຍທາງປະຫວັດສາດ ຕະຫຼອດໄລຍະ 49 ປີຜ່ານມາ.

ທ່ານໄດ້ຢັ້ງຢືນ ແລະ ຕີລາຄາຢ່າງໜັກແໜ້ນວ່າ, ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ ຈະຍັງຄົງເປັນພື້ນຖານອັນໝັ້ນຄົງທະນົງແກ່ນ, ເປັນແຫຼ່ງກຳລັງດັນອັນຍິ່ງໃຫຍ່ ເພື່ອຮັບປະກັນໃຫ້ສອງປະເທດຮັກສາໄດ້ເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຮ່ວມກັນສ້າງສາ, ພັດທະນາປະເທດຊາດ.

ຕາມທ່ານແລ້ວ, ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ຫວຽດນາມ ແມ່ນຂອບກົດໝາຍແກນກາງ ທີ່ຊ່ວຍໃຫ້ສອງຊາດເປີດກວ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃນທຸກຂົງເຂດວຽກງານທີ່ສຳຄັນ ຢ່າງບໍ່ຢຸດຢັ້ງ.

ເປັນຕົ້ນແມ່ນ ການສຳເລັດວຽກງານປັກຫຼັກໝາຍຊາຍແດນ ແຫ່ງສັນຕິພາບ ແລະ ມິດຕະພາບ; ຫຼື ຄືການຮ່ວມມືທີ່ນັບມື້ນັບເຂົ້າສູ່ລວງເລິກ ພາຍໃນຂົງເຂດການເມືອງ; ການຮັດແໜ້ນທ່າຮົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ; ການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ - ສັງຄົມ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ຢ່າງແຂງແຮງ ແລະ ການປະສານສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ລະຫວ່າງ ສອງປະເທດ ລາວ - ຫວຽດນາມ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.

ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ເນັ້ນໜັກເປັນພິເສດວ່າ, ຂີດໝາຍອັນພົ້ນເດັ່ນທີ່ສຸດໃນໄລຍະມໍ່ໆມານີ້ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ແມ່ນຢູ່ໃນທ່ຽມຢ້ຽມຢາມລັດຖະກິດ ຢູ່ ປະເທດລາວ ຂອງສະຫາຍ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ຫວຽດນາມ ໃນເດືອນທັນວາ 2025 ທີ່ຜ່ານມາ, ເຊິ່ງບັນດາການນຳຂັ້ນສູງຂອງສອງພັກ, ສອງລັດ ລາວ - ຫວຽດນາມ ໄດ້ເຫັນດີເປັນເອກະພາບກັນ ຍົກລະດັບສາຍພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່ ພາຍໃຕ້ລະດັບ “ການຮ່ວມສຳພັນຍຸດທະສາດ”.

ນີ້ຄືພື້ນຖານອັນໜັກແໜ້ນ ເພື່ອຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສອງປະເທດ ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາເຂົ້າສູ່ລວງເລິກ ແລະ ນຳມາຊຶ່ງປະສິດທິຜົນຕົວຈິງ ທີ່ດີເດັ່ນກວ່າເກົ່າ ໃຫ້ແກ່ປະຊາຊົນສອງປະເທດ.

ທ່ານ ສາສະດາຈານ - ປະລິນຍາເອກ ບໍວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ຖືວ່າ ປັດຈຸບັນ ສະພາບການໃນພາກພື້ນ ແລະ ໂລກ ພວມມີການຜັນແປຢ່າງສັບສົນ, ສະຫຼັບສັບຊ້ອນ ແລະ ຄາດເດົາໄດ້ຍາກ, ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ຢ່າງແຂງແຮງ ຕໍ່ກັບພື້ນຖານເສດຖະກິດທົ່ວໂລກ ເວົ້າລວມ, ກໍຄືພາລະກິດແຫ່ງການພັດທະນາ ຂອງສອງປະເທດ ລາວ ແລະ ຫວຽດນາມ ເວົ້າສະເພາະ.

ຕໍ່ກັບສະພາບແວດລ້ອມດັ່ງກ່າວ, ຕາມທ່ານແລ້ວ, ສອງປະເທດ ລາວ ແລະ ຫວຽດນາມ ແຮງຈຳເປັນຕ້ອງໄດ້ສຸມໃສ່ຜັນຂະຫຍາຍ, ຫັນເນື້ອໃນແກນກາງຂອງສາຍພົວພັນ “ການຮ່ວມສຳພັນຍຸດທະສາດ” ທີ່ການນຳຂັ້ນສູງສອງຝ່າຍໄດ້ຕົກລົງກັນນັ້ນ ໃຫ້ເປັນຮູບປະທຳຢ່າງຮອບດ້ານ. ຕ້ອງເຮັດແນວໃດໃຫ້ສາຍພົວພັນຮ່ວມມືກ້າວເຂົ້າສູ່ລວງເລິກ, ນຳມາຊຶ່ງຜົນປະໂຫຍດອັນແທດຕົວຈິງ ແລະ ຈະແຈ້ງທີ່ສຸດ ໃຫ້ແກ່ປະຊາຊົນສອງປະເທດ.

ເພື່ອເຮັດໄດ້ສິ່ງດັ່ງກ່າວນັ້ນ, ຕາມທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ແລ້ວ, ສອງປະເທດ ລາວ - ຫວຽດນາມ ຕ້ອງສຸມໃສ່ສ້າງບາດກ້າວບຸກທະລຸ ເຂົ້າໃນບັນດາໜ້າທີ່ຍຸດທະສາດສະເພາະ.

ທຳອິດແມ່ນ ຕ້ອງຮ່ວມສຳພັນກັນຢ່າງແໜ້ນແຟ້ນ ທາງດ້ານຍຸດທະສາດ ແລະ ນະໂຍບາຍ; ຫັນບັນດາທິດທາງການພັດທະນາເສດຖະກິດໃຫ້ມີຄວາມສອດຄ່ອງ ແລະ ເປັນເອກະພາບກັນ; ປັບປຸງລະບົບໂຄງລ່າງພື້ນຖານການເຊື່ອມຕໍ່ໃຫ້ສົມບູນແບບ ແລະ ເພີ່ມປະສິດທິພາບຂອງເຄືອຂ່າຍໂລຈິດສະຕິກ ລະຫວ່າງປະເທດ.

ທີສອງແມ່ນ ຕ້ອງສຸມໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ລົງທຶນ, ກໍ່ສ້າງ ແລະ ຝຶກອົບຮົມແຫຼ່ງບຸກຄະລາກອນຮຸ່ນໃໝ່ ທີ່ມີຄວາມຮູ້ ຄວາມສາມາດ ແລະ ລະດັບວິຊາສະເພາະສູງ ແນໃສ່ຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງ ຂອງທັງສອງປະເທດ.

ພ້ອມກັນນັ້ນ, ຕ້ອງສຶກສາອົບຮົມມູນເຊື້ອໃຫ້ແກ່ຮຸ່ນຄົນໜຸ່ມສາວ ເພື່ອສືບຕໍ່ເພີ່ມພູນຄູນສ້າງ ແລະ ປົກປັກຮັກສາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮ່ວມສຳພັນຍຸດທະສາດ, ເຊິ່ງແມ່ນມໍລະດົກອັນລ້ຳຄ່າ, ແມ່ນກົດເກັນພາວະວິໄສ ຂອງທັງສອງຊາດ. ຕ້ອງເຮັດໃຫ້ຮຸ່ນຄົນໜຸ່ມສາວມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ຊຶມຊັບຢ່າງກວ້າງຂວາງ ຕໍ່ກັບມູນເຊື້ອດັ່ງກ່າວ ເພື່ອສືບຕໍ່ປົກປັກຮັກສາ ແລະ ພັດທະນາໃຫ້ຄົງຢູ່ຊົ່ວການລະນານ.

ຄຽງຄູ່ກັນນັ້ນ, ສອງປະເທດ ລາວ - ຫວຽດນາມ ກໍຈຳເປັນຕ້ອງໄດ້ປ່ຽນແປງໃໝ່ກົນໄກການຮ່ວມມື ໃຫ້ສອດຄ່ອງກັບສະພາບການໃໝ່. ສ້າງບັນດາກົນໄກປະສານງານທີ່ມີຄວາມຢືດຢຸ່ນ, ມີປະສິດທິຜົນ ແນໃສ່ຍົກສູງຄຸນນະພາບ ແລະ ໝາກຜົນຕົວຈິງ ຂອງສາຍພົວພັນ “ການຮ່ວມສຳພັນຍຸດທະສາດ”, ນຳມາຊຶ່ງຜົນປະໂຫຍດສູງສຸດ ໃຫ້ແກ່ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ.

ໃນນາມເປັນປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ, ທ່ານ ສາສະດາຈານ - ປະລິນຍາເອກ ບໍວຽງຄຳ ວົງດາລາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວທາງການທູດປະຊາຊົນ ໃຫ້ມີຄວາມແຂງແຮງຍິ່ງໆຂຶ້ນ, ຮັດແໜ້ນຄວາມຜູກພັນອັນໝັ້ນຄົງ ລະຫວ່າງ ສອງຊາດ. ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈະເພີ່ມທະວີວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມ ເພື່ອໃຫ້ຮຸ່ນໄວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ, ກໍຄືບັນດາເອກະສານຮ່ວມມືສະບັບອື່ນໆ ລະຫວ່າງ ສອງປະເທດ.

ນີ້ກໍແມ່ນບາດກ້າວແຫ່ງການກຽມພ້ອມອັນສຳຄັນ ເພື່ອມຸ່ງໄປສູ່ບັນດາກິດຈະກຳສະເຫຼີມສະຫຼອງຄັ້ງຍິ່ງໃຫຍ່ ໃນປີ 2027, ເຊິ່ງເປັນປີທີ່ຈະມີພິທີສະເຫຼີມສະຫຼອງ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ ຄົບຮອບ 50 ປີ (1977-2027) ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ - ຫວຽດນາມ ຄົບຮອບ 65 ປີ.

ທ່ານ ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ, ສາສະດາຈານ - ປະລິນຍາເອກ ບໍວຽງຄຳ ວົງດາລາ ໄດ້ຢັ້ງຢືນເຖິງຄວາມຕັ້ງໃຈເດັດດ່ຽວ ທີ່ຈະປົກປັກຮັກສາ, ປົກປ້ອງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮ່ວມສຳພັນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມຕະຫຼອດກາລະນານ, ໝັ້ນຄົງທະນົງແກ່ນຊົ່ວຟ້າດິນສະຫຼາຍ.

ຮັດແໜ້ນການຮ່ວມມື ຫວຽດນາມ - ລາວ ພາຍໃນວຽກງານຊາວຕ່າງດ້າວ ຮັດແໜ້ນການຮ່ວມມື ຫວຽດນາມ - ລາວ ພາຍໃນວຽກງານຊາວຕ່າງດ້າວ

ຍສໝ - ວັນທີ 15 ກໍລະກົດ 2026, ຢູ່ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະເຮັດວຽກຮ່ວມກັບ ກະຊວງການຕ່າງປະເທດ ລາວ ແນໃສ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ ພາຍໃນວຽກງານຄົນຕ່າງດ້າວ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ