| ຫວຽດນາມ - ເຢຍລະມັນ ມຸ່ງໄປສູ່ການເພີ່ມທະວີການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນ | |
| ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ເພີ່ມທະວີການຜູກພັນລະຫວ່າງປະຊາຊົນ ຫວຽດນາມ - ເຢຍລະມັນ |
![]() |
| ທ່ານນາງ Claudia Roth, ສະມາຊິກສະພາແຫ່ງຊາດ ສະຫະພັນເຢຍລະມັນ ເຂົ້າຢ້ຽມຊົມບູດວາງສະແດງຂອງຫວຽດນາມ. |
ງານບຸນໄດ້ດຳເນີນໄປຢ່າງຟົດຟື້ນມ່ວນຊື່ນ ໂດຍມີການເຂົ້າຮ່ວມຂອງບູດວາງສະແດງຫຼາຍກວ່າ 20 ບູດ ທີ່ມາຈາກຫຼາຍປະເທດ, ແນໃສ່ເຊີດຊູຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ເພີ່ມທະວີການພົບປະແລກປ່ຽນລະຫວ່າງຊຸມຊົນຕ່າງໆ ທີ່ພວມດຳລົງຊີວິດຢູ່ເມືອງ Augsburg.
ບູດວາງສະແດງຂອງຫວຽດນາມ ໄດ້ດຶງດູດແຂກເຂົ້າຢ້ຽມຊົມຢ່າງຫຼວງຫຼາຍ ດ້ວຍບັນດາເຍື່ອງອາຫານດັ້ງເດີມ, ພ້ອມກັບພາບພົດຂອງຊຸດເສື້ອຢາວ (Áo dài), ໝວກກຸບ ແລະ ບັນດາລາຍການສິລະປະວັນນະຄະດີ ທີ່ຍ້ອງຍໍຊົມເຊີຍຄວາມງາມຂອງປະເທດຊາດ ແລະ ຄົນຫວຽດນາມ. ບັນດາການເຄື່ອນໄຫວເຫຼົ່ານີ້ ໄດ້ປະກອບສ່ວນແຜ່ຂະຫຍາຍຄຸນຄ່າວັດທະນະທຳດັ້ງເດີມ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງຊຸມຊົນຄົນຫວຽດນາມ ກັບເພື່ອນມິດເຢຍລະມັນ ແລະ ສາກົນ.
ລາຍການດັ່ງກ່າວ ແມ່ນຈັດຕັ້ງຂຶ້ນໂດຍ ວາລະສານ ເຮືອງຫວຽດ ປະສານງານຮ່ວມກັບ ສະມາຄົມ ຫວຽດນາມ - ເຢຍລະມັນ ຢູ່ Schwaben ແລະ ສະມາຄົມຄົນຫວຽດນາມ ຢູ່ Freising.
ເຂົ້າຢ້ຽມຊົມບູດວາງສະແດງຂອງຫວຽດນາມ ມີທ່ານນາງ Claudia Roth, ສະມາຊິກສະພາແຫ່ງຊາດ ສະຫະພັນເຢຍລະມັນ ພ້ອມກັບທ່ານ Martin Schenkelberg, ຫົວໜ້າຄະນະກຳມະການການເຊື່ອມໂຍງ ແລະ ສັງຄົມ ເມືອງ Augsburg. ແຂກທັງສອງທ່ານ ໄດ້ຕີລາຄາສູງຕໍ່ການປະກົດຕົວຂອງຫວຽດນາມ ຢູ່ທີ່ງານບຸນ, ຮັບຮູ້ເຖິງບັນດາການປະກອບສ່ວນອັນຕັ້ງໜ້າ ພາຍໃນການໂຄສະນາວັດທະນະທຳ, ຊຸກຍູ້ການພົບປະແລກປ່ຽນລະຫວ່າງປະຊາຊົນ ແລະ ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ກັບ ເຢຍລະມັນ ກໍຄືກັບຊຸມຊົນສາກົນ. ພວກເພິ່ນຍັງໄດ້ລິ້ມລອງບັນດາເຍື່ອງອາຫານດັ້ງເດີມຂອງຫວຽດນາມ ແລະ ສະແດງຄວາມປະທັບໃຈຕໍ່ກັບຄວາມງາມທາງດ້ານວັດທະນະທຳອັນໂດດເດັ່ນຂອງຄົນຫວຽດນາມ.
![]() |
| ທ່ານ Martin Schenkelberg - ໃສ່ໝວກ, ຫົວໜ້າຄະນະກຳມະການການເຊື່ອມໂຍງ ແລະ ສັງຄົມ ເມືອງ Augsburg ເຂົ້າຢ້ຽມຊົມບູດວາງສະແດງຂອງຫວຽດນາມ. |
ທ່ານ ຟ້າມແຄ໋ງນາມ, ບັນນາທິການໃຫຍ່ ວາລະສານ ເຮືອງຫວຽດ, ໃຫ້ຮູ້ວ່າ ງານບຸນຄັ້ງນີ້ ແມ່ນໂອກາດເພື່ອໂຄສະນາພາບພົດປະເທດຊາດ, ຄົນຫວຽດນາມ, ເພີ່ມທະວີການເຊື່ອມຕໍ່ທາງດ້ານວັດທະນະທຳກັບເພື່ອນມິດເຢຍລະມັນ ແລະ ສາກົນ, ທັງແນະນຳບັນດາຜົນສຳເລັດຂອງຫວຽດນາມ ພາຍໃນການພັດທະນາແບບຍືນຍົງ, ການເຊື່ອມໂຍງເສດຖະກິດສາກົນ ແລະ ຊຸກຍູ້ສາຍພົວພັນຮ່ວມມືກັບ ສະຫະພາບເອີຣົບ (EU).
ຕາມທ່ານ ຟ້າມແຄ໋ງນາມ ແລ້ວ, ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ສືບຕໍ່ໂຄສະນາພາບພົດຂອງປະເທດຊາດທີ່ຂະຫຍັນຂັນເຄື່ອນ, ເຕັມໄປດ້ວຍເອກະລັກວັດທະນະທຳ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ; ທັງເພີ່ມທະວີການເຊື່ອມຕໍ່ກັບບັນດາຄູ່ຮ່ວມມືເອີຣົບ, ຊຸກຍູ້ການຮ່ວມມືພາຍໃນຂົງເຂດວັດທະນະທຳ, ການຄ້າ, ການລົງທຶນ ແລະ ການພັດທະນາແບບຍືນຍົງ.
ບັນດາການເຄື່ອນໄຫວພົບປະແລກປ່ຽນຄືແນວນັ້ນ ຍັງປະກອບສ່ວນຍົກສູງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ສ້າງພື້ນຖານອັນສະດວກສະບາຍເພື່ອໃຫ້ ຫວຽດນາມ ຂຸດຄົ້ນບັນດາໂອກາດຈາກ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງມີປະສິດທິຜົນ, ໂດຍຜ່ານນັ້ນ ສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືທາງດ້ານເສດຖະກິດ - ການຄ້າ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ ໃຫ້ພັດທະນາຢ່າງມີເນື້ອແທ້ ແລະ ຍືນຍົງ.
![]() |
| ຄະນະສະແດງສິລະປະເວທີຂອງຫວຽດນາມ ໄດ້ຮັບການຍ້ອງຍໍຊົມເຊີຍຢູ່ທີ່ເຫດການ. |
ງານບຸນລະດູຮ້ອນຫຼາຍວັດທະນະທຳ Augsburg 2026 ສືບຕໍ່ຢັ້ງຢືນເຖິງບົດບາດຂອງການທູດວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ ພາຍໃນການສ້າງຂົວຕໍ່ລະຫວ່າງບັນດາປະຊາຊາດ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ສ້າງພື້ນຖານທາງດ້ານສັງຄົມອັນສະດວກສະບາຍ ໃຫ້ແກ່ສາຍພົວພັນການຮ່ວມມືລະຫວ່າງບັນດາປະເທດ.
ການປະກົດຕົວຢ່າງພົ້ນເດັ່ນຂອງຫວຽດນາມ ຢູ່ທີ່ເຫດການ ບໍ່ພຽງແຕ່ປະກອບສ່ວນແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາດເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງພາບພົດຂອງ ຫວຽດນາມ ທີ່ສັນຕິພາບ, ພັດທະນາ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວຮ່ວມມືສາກົນ.
| ນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ ເພີ່ມທະວີການເຊື່ອມຕໍ່ປະຊາຄົມ ຍສໝ - ຫຼາຍມື້ຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ (VSAF) ໄດ້ຈັດຕັ້ງເຫດການ “The Next Move 2026” ແນໃສ່ສະຫຼຸບສັງລວມບັນດາກິດຈະກຳໃນປີຜ່ານມາ ແລະ ເລືອກຕັ້ງຄະນະບໍລິຫານງານສະໄໝໃໝ່. ເຫດການໄດ້ດຳເນີນໄປຢູ່ບໍລິເວນ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຟຣັງເຟີດ, ເຢຍລະມັນ. |
| ຂະຫຍາຍຄວາມຮັກຕໍ່ກັບທະເລ ແລະ ເກາະດອນ ຂອງຫວຽດນາມ ຜ່ານງານວາງສະແດງຮູບພາບຢູ່ ປະເທດເຢຍລະມັນ ຍສໝ - ງານວາງສະແດງ “ທະເລ ແລະ ເກາະດອນ ຫວຽດນາມ ໃນດວງໃຈຂອງພວກເຮົາ” ຢູ່ທີ່ Berlin ໄດ້ຂະຫຍາຍຄວາມຮັກຕໍ່ກັບບ້ານເກີດເມືອງນອນ, ທັງເປັນການເຊື່ອມຕໍ່ຈິດໃຈຂອງຄະນະພີ່ນ້ອງຮ່ວມຊາດ ທີ່ອາໄສຢູ່ຕ່າງປະເທດ ໃຫ້ຫວນຄືນສູ່ທະເລແລະເກາະດອນ ຂອງປິຕິພູມ. |


