ຫວຽດນາມ ເຂົ້າຮ່ວມງານວາງສະແດງສິລະປະຢູ່ ອີຕາລີ ເປັນຄັ້ງທຳອິດ
ຍສໝ - ຫໍວາງສະແດງ ຫວຽດນາມ ໃນງານວາງສະແດງສິລະປະ ລາ ບຽນນາເລ ດີ ເວນິດ (La Biennale di Venezia) ຄັ້ງທີ 61, ທີ່ ເວນິດ (Venice), ອີຕາລີ (Italy) ຈະຈັດຂຶ້ນແຕ່ເດືອນພຶດສະພາ ຫາ ເດືອນພະຈິກ 2026.
ຍສໝ - ຫໍວາງສະແດງ ຫວຽດນາມ ໃນງານວາງສະແດງສິລະປະ ລາ ບຽນນາເລ ດີ ເວນິດ (La Biennale di Venezia) ຄັ້ງທີ 61, ທີ່ ເວນິດ (Venice), ອີຕາລີ (Italy) ຈະຈັດຂຶ້ນແຕ່ເດືອນພຶດສະພາ ຫາ ເດືອນພະຈິກ 2026.
ຍສໝ - ນະວັດຕະກຳ ບໍ່ພຽງແຕ່ຢຸດຢູ່ທີ່ແນວຄວາມຄິດ ຫຼື ການຄົ້ນຄວ້າເທົ່ານັ້ນ, ແຕ່ຕ້ອງກາຍເປັນການກະທຳທີ່ລະອຽດຕົວຈິງ, ໝາກຜົນທີ່ແທ້ຈິງ ແລະ ມູນຄ່າການປະກອບສ່ວນໂດຍຕົງໃຫ້ແກ່ການພັດທະນາປະເທດຊາດ.
ຍສໝ - ໃນບໍລິບົດທີ່ທົ່ວປະເທດພະຍາຍາມແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ ທີ່ມີຕໍ່ຂະແໜງສິນໃນນ້ຳ, ການສະກັດກັ້ນ ແລະ ກ້າວໄປສູ່ການຢຸດຕິການຂຸດຄົ້ນອາຫານທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU) ໄດ້ກາຍເປັນໜ້າທີ່ຮີບດ່ວນ. ຢູ່ເຂດປາກນ້ຳ ຢານ (Gianh), ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ (Gianh) (ທະຫານຊາຍແດນແຂວງ ກວາງຈິ - QuangTri) ໄດ້ຜັນຂະຫຍາຍຫຼາຍວິທີການແກ້ໄຂຢ່າງເປັນເອກະພາບ, ໃນນັ້ນ, ຖືເອົາການໂຄສະນາເຜີຍແຜ່ເປັນຈຸດສຸມ, ສົມທົບກັບການກວດກາ, ຕິດຕາມ ແລະ ຈັດການກັບການລະເມີດຢ່າງເຂັ້ມງວດ. ບັນດາການຫັນປ່ຽນທີ່ຕັ້ງໜ້າຕັ້ງແຕ່ຈິດສຳນຶກຈົນເຖິງການກະທຳຂອງຊາວປະມົງ ພວມປະກອບສ່ວນຮັກສາຄວາມໝັ້ນຄົງເຂດທະເລ, ພ້ອມທັງສ້າງພື້ນຖານເພື່ອແກ້ໄຂ “ບັດເຫຼືອງ” IUU.
ຍສໝ - ການນຳໃຊ້ປຶ້ມບັນທຶກການຂຸດຄົ້ນສິນໃນນ້ຳແບບອີເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ນະຄອນ ໂຮ່ຈີມິນ (HoChiMinh) ພວມຄ່ອຍໆສ້າງປະສິດທິຜົນຢ່າງຊັດເຈນ, ປະກອບສ່ວນເຂົ້າໃນການຫັນວຽກງານຄຸ້ມຄອງການປະມົງໃຫ້ເປັນທັນສະໄໝ.
ສຳລັບແຜນການພັດທະນາເສດຖະກິດສັງຄົມໄລຍະ 2026 – 2030, ມີຫຼາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດສະແດງຄວາມເຫັນດີເຫັນພ້ອມຢູ່ລະດັບສູງຕໍ່ບັນດາການຕີລາຄາກ່ຽວກັບ ສະພາບການສາກົນຂອງລັດຖະບານ.
ຍສໝ - ໃນວັນທີ 19 ເມສາ, ຢູ່ແຂວງ ຮຶງອຽນ ໄດ້ຈັດລາຍການ ພົບປະມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງໄຊຊະນະ Giron. ເຫດການດັ່ງກ່າວແມ່ນຈັດຂຶ້ນໂດຍການຮ່ວມມືລະຫວ່າງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນແຂວງ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ຮຶງອຽນ.
ຍສໝ - ວັນທີ 17 ເມສາ, ໃນການເຮັດວຽກລະຫວ່າງ ເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກັບ ລັດຖະມົນຕີກະຊວງການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ ອາກຊັງຕິນ ທ່ານ ປາໂບຼ ກີໂນ (Pablo Quirno) ຢູ່ທີ່ນະຄອນຫຼວງ ບົວໂນສໄອເຣສ (Buenos Aires), ທ່ານນາງເອກອັກຄະລັດຖະທູດ ງໂງມິງຫງວຽດ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ສວມບົດບາດເປັນຂົວຕໍ່ ເພື່ອຊ່ວຍໃຫ້ປະເທດໃນອາເມລິກາໃຕ້ແຫ່ງນີ້ ເຂົ້າຫາຕະຫຼາດທີ່ກວ້າງໃຫຍ່ຂອງ ອາຊຽນ ແລະ ອາຊີ - ປາຊີຟິກ.
ຍສໝ - ນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ສິງກະໂປ ໄດ້ອ້າງອີງຕາມໜັງສືພິມ The Strait Times ໂດຍໃຫ້ທັດສະນະວ່າ ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາຈຸດໝາຍປາຍທາງອັນດັບຕົ້ນໆໃນອາຊີຕາເວັນອອກສ່ຽງໃຕ້ ສຳລັບນັກທ່ອງທ່ຽວ ສິງກະໂປ, ເຊິ່ງສະແດງອອກໂດຍຜ່ານລະດັບຄວາມສົນໃຈຢ່າງແຂງແຮງໃນບັນດາແພລັດຟອມເຄືອຂ່າຍສັງຄົມ, ກໍ່ຄືການເຕີບໂຕຢ່າງໜ້າສົນໃຈຂອງຂະແໜງທ່ອງທ່ຽວໃນຊຸມປີມໍ່ໆມານີ້.
ຍສໝ - ຄໍ່າຄືນວັນທີ 20 ເມສາ, ຢູ່ເຂດ ວັດໄທ (Chùa Thầy), ຕາແສງ ກວກອວາຍ (Quoc Oai) (ຮ່າໂນ້ຍ), ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ສົມທົບກັບ ຄະນະກຳມະການປະຊາຊົນເມືອງ ກວກອວາຍ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງ “ພິທີເປີດງານບຸນວັດໄທ, ເປີດສັບປະດາວັດທະນະທຳ, ທ່ອງທ່ຽວ; ພື້ນທີ່ໂຄສະນາຜະລິດຕະພັນພິເສດຂອງໝູ່ບ້ານອາຊີບ ຕິດພັນກັບງານບຸນ ປີ 2026”.
ຍສໝ - ທ່າມກາງບໍລິບົດແຫ່ງການແຂ່ງຂັນດ້ານເຕັກໂນໂລຢີທົ່ວໂລກທີ່ນັບມື້ນັບຮຸນແຮງ, ການກຳນົດ ແລະ ຜັນຂະຫຍາຍເຕັກໂນໂລຢີຢຸດທະສາດ (CNCL) ພວມກາຍເປັນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນ ເພື່ອໃຫ້ ຫວຽດນາມ ຍົກສູງຂີດຄວາມສາມາດໃນການແຂ່ງຂັນ, ຊຸກຍູ້ການເຕີບໂຕ ແລະ ຮັບປະກັນຄວາມເປັນເຈົ້າຕົນເອງ ຕາມບົດສະຫຼຸບເລກທີ 18-KL/TW ຂອງກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.
ຍສໝ - ການທີ່ໂຄງການພະລັງງານລົມຢູ່ ລາວ ໂດຍກຸ່ມບໍລິສັດ ທີແອນທີກຣຸບ (T&T Group) ຈັດຕັ້ງປະຕິບັດ ບັນລຸໄດ້ໝາກຜົນການເປີດນຳໃຊ້ທາງການຄ້າ (COD), ສົ່ງກະແສໄຟຟ້າມາຫາ ຫວຽດນາມ ພາຍຫຼັງເວລາພຽງແຕ່ປະມານ 16 ເດືອນ ແລະ ບັນລຸຜົນຜະລິດໄດ້ປະມານ 0,9 ຕື້ kWh ຕໍ່ປີຢ່າງວ່ອງໄວນັ້ນ ບໍ່ແມ່ນພຽງແຕ່ເລື່ອງລາວສະເພາະຂອງໂຮງໄຟຟ້າແຫ່ງດຽວເທົ່ານັ້ນ. ຢູ່ເບື້ອງຫຼັງຂອງຜົນສຳເລັດຕາມກຳນົດເວລານີ້ ແມ່ນຄວາມສາມາດໃນການຈັດຕັ້ງປະຕິບັດ ແລະ ຄວາມສາມາດໃນການຄວບຄຸມຕ່ອງໂສ້ໂຄງການທັງໝົດຂອງເຈົ້າຂອງການລົງທຶນ - ເຊິ່ງແມ່ນປັດໄຈທີ່ນັບມື້ນັບກາຍເປັນມາດຕະຖານໃນການແບ່ງແຍກລະດັບຄວາມສາມາດໃນຂົງເຂດພະລັງງານ.ັ
ຍສໝ - ວັນທີ 19 ເມສາ, ສະມາຄົມນັກສຶກສາຫວຽດນາມ ປະຈຳ ສ.ເກົາຫຼີ (VSAK), ພາຍໃຕ້ການອຸປະຖຳຂອງສະຖານເອກອັກຄະລັດຖະທູດ (ສະຖານທູດ) ຫວຽດນາມ ປະຈຳ ສໍາມະນາ ເກົາຫຼີ, ໄດ້ຈັດຕັ້ງ “ວັນນັດພົບແຮງງານ ປີ 2026” ຢ່າງສຳເລັດຜົນ ຢູ່ທີ່ມະຫາວິທະຍາໄລສະຕີ ອີຮວາ (Ewha) ໃນນະຄອນຫຼວງ ໂຊນ (Seoul).
ຍສໝ - ວັນທີ 19 ເມສາ, ຢູ່ເຂດ ອີຄູໂນ (Ikuno), ນະຄອນ ໂອຊາກ້າ (Osaka), ປະເທດຍີ່ປຸ່ນ, ເທດສະການວັດທະນະທຳຫວຽດນາມ ທີ່ຈຳລອງພິທີບູຊາພະເຈົ້າຮຸ່ງ ຄັ້ງທີ 9 ໄດ້ຈັດຂຶ້ນໃນບັນຍາກາດທີ່ສະຫງ່າຜ່າເຜີຍ, ອົບອຸ່ນ ແລະ ເຕັມໄປດ້ວຍເອກະລັກແຫ່ງຊາດ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ປາຣີ, ໃນຕອນບ່າຍວັນທີ 19 ເມສາ, ຢູ່ບໍລິເວນທີ່ເຕັມໄປດ້ວຍຄວາມອົບອຸ່ນແຫ່ງໜຶ່ງໃນນະຄອນ ປາຣີ, ກິດຈະກຳແນະນຳວັດທະນະທຳຫວຽດນາມ ພາຍໃຕ້ຫົວຂໍ້ “ມື ແລະ ຫົວໃຈ ໃນບັນດາສຽງເພງ ແລະ ສີສັນ” (La main et le cœur aux notes et couleurs) ໄດ້ຈັດຂຶ້ນໃນບັນຍາກາດທີ່ສະໜິດສະໜົມ ແຕ່ກໍ່ມີຄວາມລະອຽດອ່ອນ ແລະ ສວຍງາມ, ດຶງດູດແຂກຖືກເຊີນຊາວຝຣັ່ງ ແລະ ສາກົນ ທີ່ມັກຮັກວັດທະນະທຳອາຊີຕາເວັນອອກເຂົ້າຮ່ວມຢ່າງຫຼວງຫຼາຍ.
ຍສໝ - ມີບາງວຽກງານທີ່ເບິ່ງຄືວ່າຄຸ້ນເຄີຍ ແລະ ໄດ້ຈັດຕັ້ງປະຕິບັດມາເປັນເວລາດົນນານ, ແຕ່ຖ້າຫາກບໍ່ກັບຄືນມາທົບທວນຄືນ, ບໍ່ວາງລະດັບຄວາມສຳຄັນໃຫ້ຖືກຕ້ອງຕາມທີ່ມັນຄວນຈະເປັນ, ກໍ່ຈະກາຍເປັນພຽງຮູບການ ແລະ ຄ່ອຍໆສູນເສຍພະລັງແຫ່ງຊີວິດໄປ.
ຍສໝ - ປະຊາຊົນ ແລະ ນັກທ່ອງທ່ຽວນັບພັນຄົນ ໄດ້ຫຼັ່ງໄຫຼກັນໄປຍັງແຂວງ ນິງບິ່ງ (Ninh Binh) ເພື່ອເຂົ້າຮ່ວມເທດສະການຫໍບູຊາ ປະຈຳປີ 2026, ເຊິ່ງເປັນສະຖານທີ່ຈຳລອງບັນດາຄຸນຄ່າທາງດ້ານປະຫວັດສາດ ແລະ ແຜ່ຂະຫຍາຍສານແຫ່ງຄວາມສາມັກຄີ ຫວຽດນາມ – ລາວ...
ຍສໝ - ວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ປີ 2026 ພາຍໃຕ້ຫົວຂໍ້ “ສາຍໃຍແຫ່ງຄວາມຮູ້ - ຈາກໜ້າປຶ້ມສູ່ໂລກດີຈີຕອນ” ຈະເປີດສາກຂຶ້ນໃນວັນທີ 18 ເມສາ, ຢູ່ທີ່ຫໍສະໝຸດແຫ່ງຊາດ ຫວຽດນາມ.
ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງ, ການປະຕິບັດງານ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບບັນດາອົງການຈັດຕັ້ງຫຼາຍຝ່າຍ, ສະແດງໃຫ້ເຫັນວ່າ ຫວຽດນາມ ມີບັນດາການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນ ແລະ ມີຄວາມຮັບຜິດຊອບ.
ຍສໝ - ໃນວັນທີ 18 ເມສາ, ສະມາຄົມມິດຕະພາບ ຫວຽດນາມ - ມາເລເຊຍ, ສະມາຄົມຊ່ວຍເຫຼືອເດັກພິການ ຫວຽດນາມ ແລະ ສະຖານທູດ ມາເລເຊຍ ປະຈຳ ຫວຽດນາມ ໄດ້ຮ່ວມກັນມອບອຸປະກອນ ແລະ ສິ່ງຂອງຈຳເປັນ ມູນຄ່າກວ່າ 600 ລ້ານດົງ ໃຫ້ແກ່ຜູ້ດ້ອຍໂອກາດຢູ່ ສູນສົງເຄາະສັງຄົມຮ່ານາມ (ສະຖານທີ່ແຫ່ງທີ 2, ຕັ້ງຢູ່ແຂວງນິງບິ່ງ).
ຍສໝ - ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ຫາຍຟອງ ຫາກໍ່ໄດ້ສົມທົບກັບ ອົງການ ສືຈີ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງໂຄງການມອບທຶນການສຶກສາຈຳນວນ 700 ທຶນ ໃຫ້ແກ່ນັກຮຽນ, ນັກສຶກສາ ທີ່ມີເງື່ອນໄຂຄອບຄົວຫຍຸ້ງຍາກ ຢູ່ເຂດພາກຕາເວັນຕົກຂອງນະຄອນ.