ຍສໝ - Trong kỷ nguyên mới, khi cạnh tranh giữa các quốc gia không chỉ giới hạn ở kinh tế hay công nghệ, mà còn mở rộng sang các lĩnh vực giá trị, bản sắc và sức mạnh mềm. Nghị quyết số 80-NQ/TW của Bộ Chính trị về phát triển văn hóa Việt Nam công nhận văn hóa là nền tảng tinh thần, là nguồn sức mạnh nội tại trực tiếp thúc đẩy tăng trưởng kinh tế và nâng cao vị thế quốc gia, đồng thời mở ra những lĩnh vực phát triển mới, trong đó văn hóa được đặt ở vị trí trung tâm của hệ sinh thái phát triển.
ສະຖານີວິທະຍຸ ແລະ ໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ການນຳຂະແໜງລົດໄຟ ແລະ ບັນດາວິສາຫະກິດ ຈີນ ແບ່ງປັນບົດຮຽນ ແລະ ໜູນຊ່ວຍ, ເຂົ້າຮ່ວມພ້ອມກັບ ຫວຽດນາມ ໃນວິວັດການກໍ່ສ້າງ, ຖ່າຍທອດເຕັກໂນໂລຊີ
ຍສໝ - ໃນວັນທີ 13 ແລະ 14 ເມສາ ຢູ່ຮ່າໂນ້ຍ, ໂຮງຮຽນມິດຕະພາບ 80 ໄດ້ຈັດຕັ້ງບັນດາລາຍການສະຫຼອງບຸນປີໃໝ່ ບຸນປີໃໝ່ ຂອງລາວ, ໂຈນຈະນຳທະໄມ ຂອງກຳປູເຈຍ ໃຫ້ແກ່ນັກສຶກສາທີ່ກຳລັງສຶກສາຢູ່ໂຮງຮຽນ.
ຍສໝ - ໃນຕອນບ່າຍຂອງວັນທີ 14 ເມສາ 2026, ຢູ່ທີ່ ຮ່າໂນ້ຍ, ທະນາຄານເພື່ອການລົງທຶນ ແລະ ການພັດທະນາ ຫວຽດນາມ (BIDV) ໄດ້ມີການເຮັດວຽກຮ່ວມກັບ ຄະນະກຳມະການເພື່ອສັນຕິພາບ ຫວຽດນາມ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການປະສານສົມທົບໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະໃໝ່.
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຈີນ, ຕອນບ່າຍວັນທີ 15 ເມສາ, ຢູ່ ປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບບັນດາການນຳ ຈີນ.
ບັນດາເອກະສານຮ່ວມມື ລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ ປັກກິ່ງ ໄລຍະ 2026 – 2030
ຕອນເຊົ້າວັນທີ 15 ເມສາ, ພາຍຫຼັງພິທີຕ້ອນຮັບ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ມີການພົບປະສອງຝ່າຍກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ.
ຍສໝ - ຕັ້ງຢູ່ແຂວງ ສະຫວັນນະເຂດ (ລາວ), ໂຮງຮຽນ ມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ ບໍ່ພຽງແຕ່ແມ່ນບ່ອນບຳລຸງສ້າງຄວາມຮູ້ໃຫ້ແກ່ນັກຮຽນເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການຮັກສາພາສາແມ່ໃຫ້ແກ່ຄົມມະນາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດລະຫວ່າງສອງປະເທດ.
ຍສໝ - ບຸນປີໃໝ່ລາວ ຫາກໍ່ໄດ້ຈັດຂຶ້ນຢູ່ຕາແສງ ບວນໂດນ, ແຂວງ ດັກລັກ, ເຊິ່ງດຶງດູດຜູ້ເຂົ້າຮ່ວມຫຼາຍພັນຄົນ ດ້ວຍບັນດາພິທີກຳທີ່ເຕັມໄປດ້ວຍເອກະລັກວັດທະນະທຳຂອງຊາວ ຫວຽດນາມ ເຊື້ອສາຍລາວ ຢູ່ເຂດຊາຍແດນ. ໃນນັ້ນ, ພິທີແຫ່ ນາງສັງຂານ ແມ່ນຮີດຄອງປະເພນີທີ່ມີມາແຕ່ດົນນານໃນວັດທະນະທຳຂອງຄົນລາວ.
ຍສໝ - ເຈົ້າຂອງເຮືອ, ຊາວປະມົງຫຼາຍຮ້ອຍຄົນ ຢູ່ແຂວງ ຝູອຽນ (ແຂວງ ດັກລັກ) ໄດ້ຮັບການເຜີຍແຜ່ໂຄສະນາ, ເຊັນບົດບັນທຶກຄຳໝັ້ນສັນຍາ ທີ່ຈະບໍ່ລະເມີດການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU), ໃນທ່າມກາງສະພາບການທີ່ທ້ອງຖິ່ນພວມ ແໜ້ນການຄຸ້ມຄອງເຮືອຫາປາ, ເພີ່ມທະວີການຕິດຕາມກວດກາການເດີນທາງ ເພື່ອສະກັດກັ້ນການລະເມີດ ແລະ ປະກອບສ່ວນເຂົ້າໃນການແກ້ໄຂ "ບັດເຫຼືອງ" ຂອງຄະນະກຳມາທິການເອີຣົບ (EC).
ຍສໝ - 93% ຂອງຜູ້ນຳວິສາຫະກິດ ເອີຣົບ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະແນະນຳ ຫວຽດນາມ ແມ່ນຈຸດໝາຍປາຍທາງແຫ່ງການລົງທຶນ – ເຊິ່ງແມ່ນໜຶ່ງໃນລະດັບທີ່ສູງທີ່ສຸດໃນປະຫວັດສາດການສຳຫຼວດຂອງ EuroCham.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວ໋ກຢຸ້ງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍບັນດາມາດຕະການຕ້ານການຂຸດຄົ້ນ IUU ຢ່າງເປັນເອກະພາບ ແລະ ເດັດຂາດ, ແກ້ໄຂບັນດາຈຸດຄົງຄ້າງຢ່າງຂາດຕົວ ຕາມຂໍ້ສະເໜີແນະຂອງຄະນະກຳມະການ ເອີຣົບ (EC), ສ້າງການຫັນປ່ຽນຢ່າງຈະແຈ້ງ ກ່ອນການລົງກວດກາໃນຄັ້ງຕໍ່ໜ້າ.
ຍສໝ - ຢູ່ທີ່ສຳນັກງານສະພາການຄ້າ ແລະ ອຸດສາຫະກຳ ບູນກາຣີ (BCCI) ໃນນະຄອນຫຼວງ Sofia, ສະຖານທູດ ຫວຽດນາມ ປະຈຳ ບູນກາຣີ ໄດ້ປະສານສົມທົບກັບ BCCI ແລະ ສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ບູນກາຣີ ຈັດກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້: “ການຮ່ວມມື ຫວຽດນາມ - ບູນກາຣີ ທາງດ້ານເສດຖະກິດ, ອຸດສາຫະກຳ; ແລກປ່ຽນບົດຮຽນກ່ຽວກັບການປະດິດສ້າງໃໝ່, ການຫັນປ່ຽນເປັນດີຈີຕອນ ແລະ ການຫັນປ່ຽນສີຂຽວ”.
ຍສໝ - ຮ່າໂນ້ຍ - ສະຖານທີ່ແຫ່ງການປະສານສົມທົບລະຫວ່າງຄວາມເກົ່າແກ່ທີ່ສະຫງ່າງາມ ແລະ ຈັງຫວະຊີວິດທີ່ທັນສະໄໝ ຫາກໍ່ໄດ້ຮັບການຈັດອັນດັບຈາກວາລະສານ Time Out (ອັງກິດ) ໃຫ້ຢູ່ອັນດັບທີ 25 ໃນບັນຊີລາຍຊື່ 50 ນະຄອນທີ່ມີຄວາມໜ້າສົນໃຈທີ່ສຸດໃນໂລກ ເພື່ອດຳລົງຊີວິດ ແລະ ຄົ້ນຫາໃນປີ 2026, ຜ່ານນັ້ນກໍ່ສືບຕໍ່ຢືນຢັນເຖິງແຮງດຶງດູດທີ່ນັບມື້ນັບເພີ່ມຂຶ້ນຂອງນະຄອນຫຼວງ ຫວຽດນາມ ຢູ່ເທິງແຜນທີ່ການທ່ອງທ່ຽວໂລກ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະເພນີ ບຸນປີໃໝ່ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ບຸນປີໃໝ່ປະເພນີ ໂຈລຈະນາມທະໄມ ຂອງ ລາຊະອານາຈັກ ກຳປູເຈຍ, ບັນດາທ່ານຜູ້ນຳພັກ, ລັດ ຫວຽດນາມ ໄດ້ສົ່ງສານ ແລະ ກະຕ່າດອກໄມ້ອວຍພອນມາຍັງບັນດາທ່ານຜູ້ນຳ ປະເທດລາວ ແລະ ກຳປູເຈຍ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ ປະເພນີລາວ ພສ 2569 (ປີ 2026), ໃນວັນທີ 12 ເມສາ, ຄະນະບໍລິຫານງານຊາວໜຸ່ມແຂວງ ເຊີນລາ ໄດ້ຈັດແຜນງານພົບປະ “ສະໜິດສະໜົມນ້ຳໃຈມິດຕະພາບພິເສດ ຫວຽດນາມ - ລາວ” ໃຫ້ແກ່ນັກສຶກສາລາວ ທີ່ພວມສຶກສາຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ ໄຕບັກ (Tay Bac), ວິທະຍາໄລສາທາລະນະສຸກ, ວິທະຍາໄລ ເຊີ້ນລາ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາວ່າ ຜ່ານການຢ້ຽມຢາມຄັ້ງນີ້, ສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງກ່ວາອີກ, ກຳນົດລະດັບສູງໃໝ່ຂອງການຮ່ວມມືສອງຝ່າຍກັບການເຊື່ອມຕໍ່ຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງກ່ວາອີກ
“ເສີມຂະຫຍາຍມູນເຊື້ອມິດຕະພາບ ຫວຽດນາມ - ຈີນ, ຍົກສູງການເຊື່ອມຕໍ່ຍຸດທະສາດໃນໄລຍະພັດທະນາໃໝ່”. ແມ່ນຫົວຂໍ້ບົດຂຽນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຊິ່ງລົງໃນໜັງສືພິມ ປະຊາຊົນລາຍວັນ ຂອງ ຈີນ, ກ່ອນການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຕາມຄຳເຊື້ອເຊີນຂອງທ່ານສີຈີ້ນຜິງເລຂາທິການໃຫຍ່, ປະທານປະເທດ ຈີນ.
ຍສໝ - ຕອນຄ່ຳວັນທີ 13 ເມສາ, ທີ່ນະຄອນ ໂຮ່ຈິມິນ, ສູນກາງຊາວໜຸ່ມນະຄອນ ໂຮ່ຈິມິນ ໄດ້ຈັດງານຊຸມນຸມສະເຫຼີມສະຫຼອງນັກສຶກສາ ລາວ ແລະ ກຳປູເຈຍ ທີ່ກຳລັງຮຽນຢູ່ໃນນະຄອນນີ້ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງເຂົາເຈົ້າຄື ບຸນປີໃໝ່ (ລາວ) ແລະ Chôl Chnam Thmay (ກຳປູເຈຍ).