ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ: ລາວ ໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນກັບ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ: ລາວ ໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນກັບ ຫວຽດນາມ

ຍສໝ - ວັນທີ 8 ມິຖຸນາ ຢູ່ທີ່ຮາໂນ້ຍ, ຄະນະຜູ້ແທນສະມາຄົມມິດທະພາບ ຫວຽດນາມ - ລາວ ໂດຍແມ່ນທ່ານ ຫງວຽນດັກວິງ - ກຳມະການສູນກາງພັກ, ປະທານຄະນະກຳມະການວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດ,​ ປະທານສະມາຄົມ ເປັນຜູ້ນຳພາ ​ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດທີ່ການນຳລາວ ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2026. ທີ່ກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ໃຫ້ຄວາມສຳຄັນສູງສຸດຕໍ່ການຮັກສາ ແລະ ເສີມຂະຫຍາຍມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມຕໍ່ຍຸດທະສາດກັບຫວຽດນາມ.

ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ

ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ

ຍສໝ - AFF 2026 ແມ່ນຕິດພັນຢ່າງສະໜິດແໜ້ນກັບຫົວຂໍ້ທີ່ໄດ້ລະບຸໄວ້ພາຍໃດວິໄສທັດປະຊາຄົມອາຊຽນ ຮອດປີ 2045 ແລະ ສະທ້ອນໃຫ້ແຫັນເຖິງບຸລິມະສິດການຮ່ວມມືຂອງອາຊຽນ ບົນພື້ນຖານ 3 ເສົາຄ້ຳຄື: ການເມືອງ-ຄວາມໝັ້ນຄົງ, ເເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026

ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026

ຍສໝ - ບໍ່ດົນມານີ້, ຄະນະຜູ້ແທນເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026 (Global Summit of Women 2026) ທີ່ຖືກຈັດຂຶ້ນຢູ່ທີ່ Istanbul, ປະເທດ ຕວກກີ.

AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ

AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ

ຍສໝ - ຕາມການໃຫ້ຮູ້ຂອງ ທ່ານ ຫງວຽນແມ້ງເກືອງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026 (AFF 2026) ຈະເປັນເວທີເປີດກວ້າງໃຫ້ແກ່ບັນດາຜູ້ນຳ, ນັກວິຊາການ, ວິສາຫະກິດ, ຊາວໜຸ່ມ ພ້ອມດ້ວຍບັນດາຄູ່ຮ່ວມມື ໄດ້ຮ່ວມກັນປຶກສາຫາລືກ່ຽວກັບວິທີການແກ້ໄຂ ແນໃສ່ຮັດແໜ້ນບົດບາດສູນກາງຂອງອາຊຽນ, ເພີ່ມທະວີຂີດຄວາມສາມາດພາຍໃດການເຂັ້ມແຂງດ້ວຍຕົນເອງ ແລະ ຊຸກຍູ້ການພັດທະນາໂດຍເອົາປະຊາຊົນເປັນສູນກາງ ທາມກາງສະພາບແວດລ້ອມພາກພື້ນ ແລະ ທົ່ວໂລກທີ່ມີການຜັນແປຢ່າງຫຼາກຫຼາຍ.

ຫວຽດນາມ ແລະ ລາວ ແລກປ່ຽນເອກະສານການຮ່ວມມືອັນສຳຄັນຫຼາກຫຼາຍສະບັບ

ຫວຽດນາມ ແລະ ລາວ ແລກປ່ຽນເອກະສານການຮ່ວມມືອັນສຳຄັນຫຼາກຫຼາຍສະບັບ

ຍສໝ​ - ໃນຕອນບ່າຍວັນທີ 7/6, ຢູ່ທີ່ທຳນຽບລັດຖະບານ, ພາຍຫຼັງການດຳເນີນການເຈລະຈາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ໄດ້ຮ່ວມເປັນສັກຂີພິຍານພາຍໃດພິທີແລກປ່ຽນບັນດາເອກະສານການຮ່ວມມື ລະຫວ່າງ ຫວຽດນາມ - ລາວ.

ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢ້ຽມຢາມ ຫວຽດນາມ: ຫັນ

ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢ້ຽມຢາມ ຫວຽດນາມ: ຫັນ "ການຮັດແໜ້ນທາງດ້ານຍຸດທະສາດ" ລະຫວ່າງ ສອງປະເທດໃຫ້ກາຍເປັນຮູບປະທຳ

ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດ, ຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊີທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ໄດ້ເດິນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີສາມ ແຕ່ວັນທີ 7-9/6. ການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດ ພາຍຫຼັງທີ່ ລາວ ໄດ້ປັບປຸງບູລະນະກົງຈັກການນຳໃນວາລະດຳລົງຕຳແໜ່ງຊຸດໃໝ່ ແມ່ນໂອກາດເພື່ອໃຫ້ທັງສອງປະເທດສືບຕໍ່ຫັນເນື້ອໃນຄວາມໝາຍ "ການຮັດແໜ້ນທາງດ້ານຍຸດທະສາດ" ໃຫ້ກາຍເປັນຮູບປະທຳ, ເພີ່ມທະວີການເຊື່ອມຕໍ່ຜົນປະໂຫຍດທາງດ້ານຍຸດທະສາດ ແລະ ຍົກສູງປະສິດທິຜົນການຮ່ວມມືພາຍໃດບັນດາຂົງເຂດຫຼັກແຫຼ່ງ.

ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ ຊ່ວຍເຫຼືອ ລາວ ຫັນບັນດາຄາດໝາຍຍຸດທະສາດທີ່ວາງໄວ້ໃຫ້ກາຍເປັນຈິງ

ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ ຊ່ວຍເຫຼືອ ລາວ ຫັນບັນດາຄາດໝາຍຍຸດທະສາດທີ່ວາງໄວ້ໃຫ້ກາຍເປັນຈິງ

ຍສໝ - ຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ໃນຕອນບ່າຍວັນທີ 7/6, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງລັດຖະບານລາວ ເດີນທາງເຖິງຮາໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ປະຈຳປີ 2026 (ASEAN Future Forum 2026) ແຕ່ວັນທີ 7-9/6/2026.

ຫວຽດນາມ ແລະ ຄານາດາ ເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືທາງດ້ານເສດຖະກິດພາຍໃດໄລຍະໃໝ່

ຫວຽດນາມ ແລະ ຄານາດາ ເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືທາງດ້ານເສດຖະກິດພາຍໃດໄລຍະໃໝ່

ຍສໝ - ທ່ານ Arun Thangaraj - ຮອງລັດຖະມົນຕີກະຊວງກິດຈະການທົ່ວໂລກ ຄານາດາ ໄດ້ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າຂະໜາດໃຫຍ່ທີ່ສຸດ ພ້ອມທັງມີອັດຕາການເຕີບໂຕຢ່າງວ່ອງໄວທີ່ສຸດຂອງ ຄານາດາ ຢູ່ພາຍໃດເຂດເອເຊຍຕາເວັນອອກສ່ຽງໃຕ້.

ຫວຽດນາມ ແບ່ງປັນກ່ຽວກັບວິໄສທັດ ແລະ ວຽກງານການກະກຽມໃຫ້ແກ່ ປີ APEC 2027

ຫວຽດນາມ ແບ່ງປັນກ່ຽວກັບວິໄສທັດ ແລະ ວຽກງານການກະກຽມໃຫ້ແກ່ ປີ APEC 2027

ຍສໝ - ທ່ານນາງ ເລທິທູຮັ່ງ (Lê Thị Thu Hằng) - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖືວ່າ APEC ແປວ່າຈຳເປັນຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນເວທີປາໄສການຮ່ວມມືທາງດ້ານເສດຖະກິດຊັ້ນນຳ, ໃນຂະນະດຽວກັນກໍສຸມໃສ່ 3 ບຸລິມະສິດອັນໃຫຍ່ຫຼວງ ຮອດປີ 2035.

ຟອງຍາ - ແກບັງ ໄດ້ຮັບການຍົກຍ້ອງຈາກ UNESCO ໃຫ້ເປັນເຂດສະຫງວນຊີວະນາໆພັນໂລກ

ຟອງຍາ - ແກບັງ ໄດ້ຮັບການຍົກຍ້ອງຈາກ UNESCO ໃຫ້ເປັນເຂດສະຫງວນຊີວະນາໆພັນໂລກ

ຍສໝ - ເຊົ້າວັນທີ 6/6, ທ່ານ ຟ້າມຮົ່ງໄທ (Phạm Hồng Thái) - ຜູ້ນຳອຳນວຍການຄະນະຄຸ້ມຄອງອຸທະຍານແຫ່ງຊາດ ຟອງຍາ - ແກບັງ ໃຫ້ຊາບວ່າ, ພາຍໃດຂອບເຂດວາລະກອງປະຊຸມຄັ້ງທີ 38 ຂອງສະພາປະສານງານສາກົນ ແຜນງານມະນຸດ ແລະ ຊີວະມົນທົນ (MAB) ຂອງ UNESCO ເຊິ່ງຈັດຂຶ້ນໃນວັນທີ 5/6 ຢູ່ທີ່ Hernandarias (ສາທາລະນະລັດ ປາຣາກວາຍ), ອຸທະຍານແຫ່ງຊາດ ຟອງຍາ - ແກບັງ ແມ່ນໄດ້ຮັບການຮັບຮອງຢ່າງເປັນທາງການຈາກ UNESCO ໃຫ້ເປັນເຂດສະຫງວນຊີວະນາໆພັນໂລກ.

ການພັດທະນາເສດຖະກິດ ຄວບຄູ່ໄປກັບການພັດທະນາວັດທະນະທຳ ແລະ ມະນຸດ

ການພັດທະນາເສດຖະກິດ ຄວບຄູ່ໄປກັບການພັດທະນາວັດທະນະທຳ ແລະ ມະນຸດ

ຍສໝ - ພາຍໃດວິວັດທະນາການແຫ່ງການພັດທະນາຂອງແຕ່ລະປະເທດ, ວຽກງານການແກ້ໄຂຢ່າງກົມກຽວ ລະຫວ່າງການເຕີບໂຕທາງດ້ານເສດຖະກິດ ແລະ ຄວາມກ້າວໜ້າທາງດ້ານສັງຄົມ ແມ່ນຍາມໃດກໍເປັນໂຈດຂໍ້ແຂ່ງຂັນທາງດ້ານຍຸດທະສາດ. ຫວຽດນາມ ພວມຢືນຢູ່ຕໍ່ໜ້າປະຕູຮົ້ວແຫ່ງຍຸກສະໄໝແຫ່ງການພັດທະນາ, ຂໍ້ຮຽກຮ້ອງຕ້ອງການພາຍໃດການກໍ່ສ້າງສັງຄົມທີ່ມີຄວາມເປັນລະບຽບຮຽບຮ້ອຍ, ມີວິໄນ, ມີຄວາມປອດໄພ, ປອດໃສ, ສີວິໄລ, ກົມກຽວ ແລະ ພັດທະນາ ແມ່ນບໍ່ພຽງແຕ່ເປັນຄາດໝາຍພາຍໃດຕົວເທົ່ານັ້ນ, ແຕ່ແປວ່າທັງແມ່ນເງື່ອນໄຂອັນຈຳເປັນ ເພື່ອຫັນຄວາມມຸ່ງມາດປາດຖະໜາແຫ່ງຄວາມເຂັ້ມແຂງຮັ່ງມີໃຫ້ກາຍເປັນຈິງ.

ຊຸດເຊື້ອຍາວ ແລະ ອາຫານຫວຽດນາມ ມັດໃຈປະຊາຊົນ ສາທາລະນະລັດ ເຊັກ

ຊຸດເຊື້ອຍາວ ແລະ ອາຫານຫວຽດນາມ ມັດໃຈປະຊາຊົນ ສາທາລະນະລັດ ເຊັກ

ຍສໝ - ວັນທີ 5/6, ຢູ່ທີ່ Karlovy Vary (ສາທາລະນະລັດ ເຊັກ), “ງານບຸນໂຄສະນາວັດທະນະທຳ - ອາຫານ ແລະ ຊຸດອ໋າວຢາຍ ຫວຽດນາມ” ໄດ້ຈັດຂຶ້ນຢ່າງຄຶກຄັກ, ດຶງດູດປະຊາຊົນທ້ອງຖິ່ນ, ນັກທ່ອງທ່ຽວສາກົນ ພ້ອມດ້ວຍຄົມມະນາຄົມສັງຄົມຊາວຫວຽດນາມ ເຂົ້າຮ່ວມຢ່າງຫຼວງຫຼາຍ. ກິດຈະກຳດັ່ງກ່າວ ໄດ້ມີສ່ວນປະກອບສ່ວນພາຍໃດການແນະນຳບັນດາຄວາມງາມທາງດ້ານວັດທະນະທຳມູນເຊື້ອຂອງຫວຽດນາມ, ພ້ອມທັງເພີ່ມທະວີການແແລກປ່ຽນລະຫວ່າງປະຊາຊົນຂອງສອງປະເທດດ້ວຍກັນ.

ການເຊື່ອມຕໍ່ການແລກປ່ຽນການຄ້າຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ: ຊຸກຍູ້ການຄ້າສີຂຽວ ແລະ ການຫັນເປັນດີຈີຕອນ

ການເຊື່ອມຕໍ່ການແລກປ່ຽນການຄ້າຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ: ຊຸກຍູ້ການຄ້າສີຂຽວ ແລະ ການຫັນເປັນດີຈີຕອນ

ຍສໝ - ວັນທີ 5/6, ຢູ່ທີ່ພາກສ່ວນ ຕິ້ງບຽນ (Tịnh Biên), ແຂວງ ອານຢາງ (An Giang), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະສານງານຮ່ວມກັບ ຄະນະກຳມະການປະຊາຊົນແຂວງ ອານຢາງ ຈັດຕັ້ງກອງປະຊຸມເຊື່ອມຕໍ່ການແລກປ່ຽນການຄ້າ ເຂດຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ ພາຍໃດຫົວຂໍ້ “ເຊື່ອມຕໍ່ການແລກປ່ຽນການຄ້າຊາຍແດນ - ບຸກທະລຸການຄ້າສີຂຽວ ແລະ ດີຈີຕອນ”.

ປຸກລະດົມຂະບວນການທົ່ວປວງຊົນຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ, ເພື່ອຫວຽດນາມ ຂຽວ - ສະອາດ - ງາມ

ປຸກລະດົມຂະບວນການທົ່ວປວງຊົນຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ, ເພື່ອຫວຽດນາມ ຂຽວ - ສະອາດ - ງາມ

ຍສໝ - ວັນທີ 06/6 ຢູ່ທີ່ແຂວງ ເຫງະອານ (Nghệ An), ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ເຫງະອານ ໄດ້ຮ່ວມກັນຈັດຕັ້ງພິທີປຸກລະດົມລະດັບຊາດ ຂະບວນການທົ່ວປວງຊົນຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ, ເພື່ອຫວຽດນາມ ຂຽວ - ສະອາດ - ງາມ; ເພື່ອສະໜັບສະໜູນວັນສິ່ງແວດລ້ອມໂລກ, ວັນມະຫາສະໝຸດໂລກ, ເດືອນແຫ່ງການເຄື່ອນໄຫວເພື່ອສິ່ງແວດລ້ອມ, ສັບປະດາທະເລ ແລະ ເກາະດອນຫວຽດນາມ ປະຈຳປີ 2026.

ພິທີອານາປະນາກຳ (ຝັງສົບ) ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ທະຫານອາສາສະໝັກຫວຽດນາມ 16 ທ່ານ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະ ກຳປູເຈຍ

ພິທີອານາປະນາກຳ (ຝັງສົບ) ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ທະຫານອາສາສະໝັກຫວຽດນາມ 16 ທ່ານ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະ ກຳປູເຈຍ

ຍສໝ - ກອງບັນຊາການທະຫານແຂວງ ໄດ້ຈັດຕັ້ງການຄຸ້ມຄອງ ແລະ ປົກປັກຮັກສາອັດຖິຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢ່າງຖືກຕ້ອງຕາມລະບຽບການທີ່ໄດ້ກຳນົດໄວ້.

ຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ຫວຽດນາມ – ອິດສະຣາແອນ

ຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ຫວຽດນາມ – ອິດສະຣາແອນ

ຍສໝ - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອນ ຫງວຽນກີເຊີນ (Nguyễn Kỳ Sơn) ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ຈາກ Nazareth ເພີ່ມທະວີການຮ່ວມມື ແລະ ການລົງທຶນເຂົ້າສູ່ ຫວຽດນາມ, ພ້ອມທັງຂະຫຍາຍໂອກາດພາຍໃດຂົງເຂດການຄ້າ, ເຕັກໂນໂລຊີ, ກະສິກຳ ແລະ ການທ່ອງທ່ຽວ.

ຫວຽດນາມ - ອັງໂກລາ ຂະຫຍາຍການຮ່ວມມືທາງດ້ານພະລັງງານ, ນ້ຳມັນກາດ ແລະ ກະສິກຳ

ຫວຽດນາມ - ອັງໂກລາ ຂະຫຍາຍການຮ່ວມມືທາງດ້ານພະລັງງານ, ນ້ຳມັນກາດ ແລະ ກະສິກຳ

ຍສໝ - ພາຍໃດວາລະການເຈລະຈາ ວັນທີ 4/6 ຢູ່ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ (Lê Hoài Trung) ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອັງໂກລາ Téte António ໄດ້ຮ່ວມເຫັນດີເປັນເອກະພາບ ພາຍໃດການຊຸກຍູ້ການຮ່ວມມືໃຫ້ເປັນຮູບປະທຳລະຫວ່າງສອງປະເທດ, ໂດຍສຸມໃສ່ບັນດາຂົງເຂດບຸລິມະສິດ ເປັນຕົ້ນແມ່ນ ພະລັງງານ, ນ້ຳມັນກາດ, ກະສິກຳ, ພ້ອມກັນນັ້ນກໍເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະ ປັບປຸງຂອບເຂດທາງດ້ານກົດໝາຍໃຫ້ມີຄວາມສົມບູນ ແນໃສ່ຮັບໃຊ້ໃຫ້ແກ່ການຮ່ວມມືໃນໄລຍະຍາວ.

ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ແຂວງ ອານຢາງ (An Giang) ກັບ ລາວ ແລະ ກຳປູເຈຍ

ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ແຂວງ ອານຢາງ (An Giang) ກັບ ລາວ ແລະ ກຳປູເຈຍ

ຍສໝ - ພາຍໃນຕອນບ່າຍວັນທີ 4/6, ຢູ່ທີ່ແຂວງ ຕິ້ງບຽນ (Tịnh Biên), ທ່ານ ຫງວຽນແທັງຟອງ (Nguyễn Thanh Phong) - ກຳມະການຄະນະປະຈຳພັກແຂວງ, ຮອງປະທານປະຈຳການ ຄະນະກຳມະການປະຊາຊົນແຂວງ ອານຢາງ ໄດ້ຕ້ອນຮັບ ແລະ ເຂົ້າຢ້ຽມຄຳນັບອຳລາ ຄະນະຜູ້ແທນຈາກແຂວງ ຈຳປາສັກ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ); ບັນດາແຂວງ ຕາແກ້ວ (Takeo), ກັນດານ (Kandal), ກຳປົດ (Kampot) (ຣາຊະອານາຈັກ ກຳປູເຈຍ) ພ້ອມດ້ວຍ ສະມາຄົມ ຂະແມ - ຫວຽດນາມ ປະຈຳກຳປູເຈຍ. ກິດຈະກຳດັ່ງກ່າວແມ່ນດຳເນີນຂຶ້ນພາຍໃດຂອບເຂດຂອງ ງານວາງສະແດງການຄ້າສາກົນ ຕິ້ງບຽນ - ອານຢາງ ປະຈຳປີ 2026.

ນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ກຽມເດີນທາງຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ

ນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ກຽມເດີນທາງຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ

ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດ, ຜູ້ນຳລັດຖະບານ ລາວ ແລະ ກຳປູເຈຍ ທັງສອງທ່ານ ຈະມີການເດີນທາງຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ປະເທດຫວຽດນາມ ພາຍໃນເດືອນມິຖຸນານີ້, ພ້ອມທັງຈະເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (ASEAN Future Forum) ຄັ້ງທີສາມ ຢູ່ທີ່ຮ່າໂນ້ຍ - ເຊິ່ງເປັນໜຶ່ງໃນບັນດາກິດຈະກຳການເຈລະຈານະໂຍບາຍຫຼາຍຝ່າຍອັນສຳຄັນ ຂອງພາກພື້ນພາຍໃນປີນີ້.

ຈາກການເດີນທາງແຫ່ງການສະແຫວງຫາໜົນທາງກູ້ຊາດ ມຸ່ງສູ່ປັດຊະຍາການຕ່າງປະເທດປະຊາຊົນ ໂຮ່ຈີມິນ

ຈາກການເດີນທາງແຫ່ງການສະແຫວງຫາໜົນທາງກູ້ຊາດ ມຸ່ງສູ່ປັດຊະຍາການຕ່າງປະເທດປະຊາຊົນ ໂຮ່ຈີມິນ

ຍສໝ - ວັນທີ 5/6/1911, ຈາກທ່າເຮືອ ຍ່າຣົ່ງ (Nhà Rồng), ຊາຍໜຸ່ມ ຫງວຽນເຕິ່ນແທັງ (Nguyễn Tất Thành) ໄດ້ກ້າວຂຶ້ນເຮືອ Amiral Latouche-Tréville, ເລີ່ມຕົ້ນວິວັດທະນາການອັນຍາວນານກວ່າສາມທົດສະວັດ ເພື່ອສະແຫວງຫາໜົນທາງກູ້ຊາດໃຫ້ແກ່ປະຊາຊາດຫວຽດນາມ. ຄົບຮອບ 115 ປີ ພາຍຫຼັງວັນປະຫວັດສາດດັ່ງກ່າວນັ້ນ, ວິວັດທະນາການຂອງເພິ່ນ ບໍ່ພຽງແຕ່ໄດ້ຮັບການຮັບຮູ້ວ່າເປັນບາດກ້າວລ້ຽວອັນສຳຄັນ ທີ່ເປີດໜົນທາງແຫ່ງການປົດປ່ອຍປະຊາຊາດເທົ່ານັ້ນ, ແຕ່ຍັງເປັນຈຸດກຳເນີດຂອງລະບົບແນວຄິດການຕ່າງປະເທດອັນເປັນເອກະລັກສະເພາະ – ເຊິ່ງເປັນບ່ອນທີ່ກຳລັງແຮງຂອງປະຊາຊົນ, ຈິດໃຈສາມັກຄີສາກົນ ແລະ ຄຸນຄ່າແຫ່ງມະນຸດສະທຳ ໄດ້ກາຍເປັນພື້ນຖານອັນຊຶມເລິກຕະຫຼອດໄລຍະຜ່ານມາ.

|< < 1 2 3 4 5 > >|