ຍສໝ - ເຂົ້າຮ່ວມກອງປະຊຸມຝ່າຍ ອາຊຽນມີທ່ານ Michael Tene ຮອງເລຂາທິການໃຫຍ່ຜູ້ຮັບຜິດຊອບ ດ້ານການເມືອງ - ຄວາມໝັ້ນຄົງ ແລະ ຄະນະກຳມະການບັນດາຜູ້ຕາງໜ້າອາຊຽນ (CPR). ຄະນະຜູ້ແທນຈີນໂດຍທ່ານເອກອັກຄະລັດຖະທູດຈີນ ປະຈຳອາຊຽນນຳໜ້າ.
ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຕັດສິນໃຈປະຕິບັດມະຕິດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ເປັນຢ່າງດີ
ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳອາຊຽນ ໄດ້ຊົມເຊີຍການຕັ້ງໜ້າເຂົ້າຮ່ວມຂອງຈີນ ເຂົ້າໃນບັນດາໂຄງການໃນຂອບເຂດຂໍ້ລິເລີ່ມຮ່ວມສຳພັນອາຊຽນ (IAI).
ຕອນບ່າຍວັນທີ 6 ມີນາ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ໄດ້ພົບປະກັບ ບັນດານັກທຸລະກິດ, ປັນຍາຊົນທີ່ດີເດັ່ນ ດ້ວຍຫົວເລື່ອງ “ການໂອ້ລົມສົນທະນາປີ 2045”.
ໃນວັນທີ 1 ມີນາ 2021 ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ເປັນມູນຄ່າປະມານ 1.8 ລ້ານໂດລາສະຫະລັດ ໃຫ້ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ (NGOs)ເພື່ອຈັດຕັ້ງປະຕິບັດ 5 ໂຄງການ ມີ: ໂຄງການເກັບກູ້ລະເບີດ ບໍ່ທັນແຕກທີ່ ແຂວງຊຽງຂວາງ, 2 ໂຄງການສຶກສາທີ່ ແຂວງສະຫວັນນະເຂດ ແລະ ວຽງຈັນ, ໂຄງການທັນຕະແພດ ທີ່ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ໂຄງການຝຶກອົບຮົມວິຊາຊີບ ທີ່ນະຄອນຫລວງວຽງຈັນ.
ໃນວັນທີ 5 ມີນາ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພີທີມອບ-ຮັບ ປື້ມ 2 ພາສາລາວ-ຈີນ ໃຫ້ສື່ມວນຊົນລາວ ໂດຍມີ 5 ເຫລັ້ມ ຄື: ກະວີເພື່ອເຈົ້າ, 36 ກົນລະຍຸດ, ຮູ້ຮອບຈີນ, ສຳນວນໂຕງໂຕຍສຸພາສິດລາວ-ຈີນ ຈີນ-ລາວ ແລະ ຄຳສຳຄັນເພື່ອເຂົ້າໃຈປະເທດຈີນ ລວມຈຳນວນທັງໝົດ 79 ຫົວ, ໂດຍທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸສາ ກົນແຫ່ງປະເທດຈີນ CRI ປະຈຳລາວ, ມີບັນດາຫົວໜ້າບັນນາທິການ ຈາກສຳນັກຂ່າວ ຕ່າງໆເຂົ້າຮ່ວມ.
ໃນວັນທີ 5 ມີນາ 2021 ຢູ່ທີ່ຄະນະພົວພັນຕ່າງ ປະເທດສູນກາງພັກ, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ທ່ານ ໂພຣ ແຄລີ (Paul Kelly), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ.
ສຳລັບ ສປປ ລາວ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ.
ຮູບແບບຮ້ານກາເຟປຶ້ມພວມໄດ້ຮັບຄວາມນິຍົມຊົມຊອບຢູ່ ຮ່າໂນ້ຍ, ຮູບແບບດັ່ງກ່າວທັງກະຕຸ້ນການພັດທະນາເສດຖະກິດ ທັງຂະຫຍາຍວັດທະນະທຳອ່ານປື້ມອີກດ້ວຍ. ນອກຈາກມີລັກສະນະລວມແມ່ນ ມີບັນຍາກາດທີ່ສະຫງົບງຽບແລ້ວ, ຄວາມຫຼາກຫຼາຍ, ອຸດົມສົມບູນກ່ຽວກັບປະເພດປຶ້ມ, ຈຸດທີ່ເປັນເອກະລັກສະເພາະໃນການຈັດແຈງປະດັບປະດາ ແລະ ເມນູເຄື່ອງດື່ມທີ່ພິເສດຂອງຮ້ານ ໄດ້ສ້າງຄວາມແຕກຕ່າງ ແລະ ຈຸດພິເສດຂອງແຕ່ລະຮ້ານ. ຖ້າຫາກວ່າ ບັນດາຮ້ານກາເຟປຶ້ມຄື Tungbook Cafe, Ca chep Cafe & Book Store, Work Cafe Ha Noi ໄດ້ປະດັບປະດາດ້ວຍເຄື່ອງເຟນີເຈີ ແລະ ອອກແບບຕາມແບບທັນສະໄໝນັ້ນ, ບັນດາຮ້ານກາເຟ ຄື Moc Mien Cafe, Mạc Cafe ແລະ The Booklin Cafe ພັດມີຈຸດຄວາມງາມແບບລຽບງ່າຍ ແລະ ເກົ່າແກ່ໜ້ອຍໜຶ່ງ.
ໃນວັນທີ 5 ມີນາ 2021, ຢູ່ຫ້ອງວ່າການສະພາແຫ່ງຊາດ (ຫລັກ6) ທ່ານ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການ ອະນຸກໍາມະການ ເລຂານຸການ, ໂຄສົກຂອງຄະນະກໍາມະການ ເລືອກຕັ້ງລະດັບຊາດ ໄດ້ຖະແຫລງ ກ່ຽວກັບຜົນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ II ຢ່າງເປັນທາງການ ວ່າ: ວັນທີ 21 ກຸມພາ 2021 ການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໄດ້ດໍາເນີນເປັນເອກະພາບ ນັບແຕ່ເວລາ 7:00-17:00 ໂມງຂອງວັນດຽວກັນຈຶ່ງໄດ້ອັດລົງ ຢ່າງເປັນເອກະພາບຢູ່ ໃນ 18 ແຂວງ ແລະ ນະຄອນຫລວງ.
ຍສໝ - ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ແລະ ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສະຫະພາບເອີລົບ ໄດ້ຢຶຢາມຖາມຂ່າວ, ລະດົມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ແບນຊິກ ພາຍຫຼັງ 1 ປີທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19.
ໃນວັນທີ 1 ມີນາ 2021 ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ຄິດເປັນມູນຄ່າ 321.806 ໂດລາສະຫະລັດ ເຂົ້າໃນໂຄງການວຽກງານ ສົ່ງເສີມການມີສ່ວນຮ່ວມ ຂອງຄົນພິການ ໃນ ສປປ ລາວ.
ໃນຕອນເຊົ້າວັນທີ 5 ມີນາ 2021 ທີ່ ຄະນະພົວພັນ ຕ່າງປະເທດສູນກາງພັກ, ທ່ານ ນາງສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລໍດອຍດຳບາ ກາລ໌ບັດຣັກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ.
ສຳລັບໄຂ້ຍຸງລາຍປະຊາຊົນລາວທຸກຄົນ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງຮ່ວມກັນສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 5ປ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງ ທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງ ທີ່ເປັນພາຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີຄວາມ ສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.
ຍສໝ - ທີ່ການຕົ້ນຮັບ, ທ່ານນາງປະທານ ຫງວຽນເຟືອງງາ ໄດ້ແນະນຳກ່ຽວກັບໜ້າທີ່, ພາລະບົດບາດ ແລະ ບັນດາຜົນງານທີ່ບັນລຸໄດ້ໃນວຽກງານການທູດ ປະຊາຊົນຂອງ ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມ ຫວຽດນາມ - ອາເມລິກາ.
ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ແປ່ງປັນກ່ຽວກັບສະພາບການຂອງ ປະເທດ ຫວຽດນາມ ແລະ ໝາກຜົນອັນພົ້ນເດັ່ນ ຂອງກອງປະຊູມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ກໍ່ຄືບັນດາມາດຕະການຮັບມືກັບໂລກລະບາດໂຄວິດ - 19, ແຜນການພັດທະນາເສດຖະກິດ ແລະ ການຮັບປະກັນການໜູນຊ່ວຍສັງຄົມ.
ໃນວັນທີ 05 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຕາງຫນ້າໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 04 ມີນາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 726 ຄົນ, ທຸກຄົນແມ່ນໄດ້ແທກອຸນ ຫະພູມຮ່າງກາຍ, ພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 2 ຄົນ. ຜູ້ຕິດເຊື້ອເບີ 46 ເປັນເພດຊາຍ, ອາຍຸ 28 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ; ຜູ້ຕິດເຊື້ອນ້ຳເບີ 47 ເປັນເພດຊາດ, ອາຍຸ 26 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ.
ໃນວັນທີ 3 ມີນາ 2021 ຢູ່ຫ້ອງວ່າການປະທານປະເທດ ໄດ້ຈັດກອງປະຊຸມສະ ຫລຸບປະຈຳປີ 2020 ແລະ ທິດທາງແຜນການປີ 2021, ໂດຍການເປັນປະທານຂອງ ທ່ານ ຄຳເມິງ ພົງທະດີ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະ ເທດ, ມີບັນດາຄະນະພັກ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ພະນັກງານ-ລັດຖະກອນ ປະ ຈຳຫ້ອງວ່າການປະທານປະເທດເຂົ້າຮ່ວມ.
ວັນທີ 3 ມີນາ, ຕໍາຫຼວດແຂວງສະຫວັນນະເຂດ, ສປປ ລາວ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍຫ້ອງຕໍາຫຼວດດັບເພີງ ແລະກູ້ຊີບ, ກູ້ໄພຕໍາຫຼວດແຂວງກວາງຈີ໊.
ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.