ທ່ານ ພອນປະເສິດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາ ທາລະນະສຸກ ໄດ້ລາຍງານໃຫ້ຮູ້ ໃນວັນທີ 6 ເມສາ 2021 ນີ້ວ່າ: ມາຮອດປັດຈຸບັນ ສປປ ລາວ ສາມາດສັກຢາວັກແຊງທັງໝົດ 122.491 ຄົນ, ໃນນັ້ນສຳເລັດການສັກຄົບສອງຄັ້ງ ມີ 6.171 ຄົນ.
ຜົນສຳເລັດໃນການຮັບມືກັບໂລກລະບາດຂອງ ຫວຽດນາມ ເລີ່ມມາຈາກປະເທດນີ້ ມີຖັນແຖວການແພດດີ, ລັດຖະບານມີການກະທຳເດັດດ່ຽວ ແລະ ມີຍຸດທະສາດເປັນເຈົ້າການໃນການສະກັດກັ້ນ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງໂຄງການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ພາລະກອນຮັກສາສັນຕິພາບ, ໂດຍສະເພາະແມ່ນບັນດາຜູ້ຖືກຕິດແປດຢ່າງງ່າຍດາຍ.
ບັນດາອຸປະກອນທີ່ໄດ້ມອບ-ຮັບ ມີມູນຄ່າ 3,6 ລ້ານກວ່າໂດລາສະຫະລັດ ຫຼື ປະມານ 3,3 ຕື້ກວ່າກີບ ຈະຊ່ວຍໃນການຈັດຕັ້ງປະຕິບັດແຜນການຕອບໂຕ້ຂອງຂະແໜງການສຶກສາ ຊຶ່ງອົງການອຸຍນິເຊັບປະຈຳ ສປປ ລາວ ໄດ້ມອບປຶ້ມຮຽນ, ປຶ້ມຄູ່ມືຄູ ແລະ ອຸປະກອນສຳລັບການຮຽນຮູ້ອື່ນໆໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ສຳລັບນັກຮຽນ.
ຂະແໜງທ່ອງທ່ຽວຂອງແຂວງພວມມີສັນຍານຕັ້ງໜ້າຫຼາຍຢ່າງ ນັບແຕ່ເມື່ອສ້າງສະພາບເປັນປົກກະຕິໃໝ່.
ຫວ່າງແລ້ວນີ້, ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ໄດ້ເປີດຂະບວນການ ສັກວັກແຊງກັນພະຍາດ ໂຄວິດ-19 ເຂັມທຳອິດໃຫ້ບຸກຄົນທົ່ວໄປ ແລະ ບຸກຄົນທີ່ມີຄວາມສ່ຽງສູງ ທົ່ວນະຄອນຫລວງວຽງຈັນ ຢ່າງເປັນທາງການ ຢູ່ໂຮງໝໍຊຸມຊົນ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ.
ຍສໝ - ຫາງສຽງໂລກຕີລາຄາສູງທີ່ສຸດຕໍ່ການປ້ອງກັນ, ຕ້ານພະຍາດຂອງຫວຽດນາມ ບວກກັບເລື່ອງມີວັກຊິນ ຖ້າຫາກຮູ້ວິທີເຮັດ, ຫວຽດນາມ ສາມາດແມ່ນສະຖານທີ່ນັດພົບທີ່ມີຄວາມດຶງດູດ, ປອດໄພຂອງແຂກທ່ອງທ່ຽວສາກົນຫຼາຍຄົນເມື່ອເປີດຕະຫຼາດຄືນໃໝ່.
ຍສໝ - ພາຍໃຕ້ການຊີ້ນຳໂດຍກົງຂອງລັດຖະບານ ຫວຽດນາມ, ຈິດໃຈປ້ອງກັນ, ສະກັດກັ້ນໂລກລະບາດ “ໄວ, ໄວກວ່າອີກ”, ເດັດດຽວ “ຕ້ານໂລກລະບາດຄືຕ້ານສັດຕູ” ເຊິ່ງຂະແໜງສາທາລະນະສຸກ ຫວຽດນາມ ແລະ ບັນດາທ້ອງຖິ່ນສຸມໃສ່ປະຕິບັດ. ປະຊາຊົນກໍ່ປະຕິບັດບັນດາການແນະນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ.
ຍສໝ - ຂະແໜງທ່ອງທ່ຽວຫວຽດນາມ ຫວັງວ່າຈະສາມາດຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ເດືອນ ກໍລະກົດ ຈະມາເຖິງ.
ໃນວັນທີ 19 ມີນາ 2021 ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມ ມາຮອດປັດຈຸບັນ ເຫັນວ່າສະພາບການລະບາດ ຂອງພະຍາດໂຄວິດ-19 ຂອງແຕ່ລະປະເທດ ໃນທົ່ວໂລກ ຄ່ອຍໆຫລຸດລົງເທື່ອລະໜ້ອຍ ເນື່ອງຈາກຫລາຍປະເທດ ມີມາດຕະການສັກວັກແຊງ ປ້ອງກັນພະ ຍາດ ໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງ ເຊິ່ງກໍເປັນວິທີໜຶ່ງ ທີ່ຈະສາມາດປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດດັ່ງກ່າວໄດ້ ແຕ່ອາດຈະໄດ້ໃຊ້ເວລາ ເພື່ອໃຫ້ການສັກວັກແຊງຄວບຄຸມ, ທົ່ວເຖິງ ແລະ ສາມາດຈຳກັດການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.
ວັນທີ 24 ກຸມພາ 2021, ວັກຊິນກັນພະຍາດໂຄວິດ - 19 ງວດທຳອິດດ້ວຍຈຳນວນເກືອບ 120.000 ໂດສໄດ້ມາເຖິງສະໜາມບິນເຕິນເຊີນເຍິດ, ນະຄອນໂຮ່ຈີມິນ ສສ.ຫວຽດນາມ.
ຫວ່າງແລ້ວນີ້, ທີ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບນັກທຸລະກິດ, ນັກຮຽນຮູ້ດີເດັ່ນພາຍໃຕ້ຫົວຂໍ້ “ສົນທະນາ 2045”.
ໂຄງການສັກຢາກັນພະຍາດແຫ່ງຊາດ ໃຫ້ຂ່າວວ່າ, ທັງໝົດ 377 ຄົນທີ່ໄດ້ສັກວັກຊິນກັນໂຄວິດ-19 AstraZeneca ຢູ່ທັງ 4 ຈຸດ (ໂຮງໝໍພະຍາດເຂດຮ້ອນສູນກາງ, ໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈີມິນ, ສູນສາທາລະນະສຸກນະຄອນຫ໋າຍເຢືອງ ແລະສູນສາທາລະນະສຸກເມືອງກິມແທ່ງ (ແຂວງຫ໋າຍເຢືອງ) ໃນວັນທີ 8 ມີນາ, ຍັງບໍ່ທັນສະແດງອາການໃດເທື່ອພາຍຫຼັງສັກຢາ.
ປັດຈຸບັນ, ເຖິງວ່າ ສປປ ລາວເຮົາ ໄດ້ຮັບວັກແຊງ ປ້ອງກັນພະຍາດ ອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຈໍານວນໜຶ່ງແລ້ວກໍຕາມ, ແຕ່ສິ່ງສໍາຄັນແມ່ນ ຕ້ອງປະຕິບັດຫລັກການ ປ້ອງກັນໄວ້ດີກວ່າແກ້, ນັ້ນກໍຄືການມີສະຕິ ປະຕິບັດການດໍາເນີນ ວິຖີຊີວິດແບບໃໝ່ (New Normale), ພາຍຫລັງເຫັນວ່າ ປັດຈຸບັນມີແຮງງານລາວ ຈໍານວນຫລາຍໄດ້ກັບມາ ຈາກປະເທດໃກ້ຄຽງ ທີ່ມີການລະບາດ ຂອງພະຍາດໂຄວິດ ຢ່າງໜ້າເປັນຫວ່ງ. ຂະນະທີ່ໃນວັນທີ 11 ມີນາ 2021 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຊິ່ງເຮັດໃຫ້ຕົວເລກ ຜູ້ຕິດເຊື້ອພະຍາດດັ່ງກ່າວ ສະສົມຢູ່ປະເທດເຮົາ ມີທັງໝົດ 48 ຄົນ. ໃນນີ້ມີ 6 ຄົນແມ່ນປິ່ນປົວ ຢູ່ໂຮງໝໍກໍານົດໄວ້, ໂດຍທັງໝົດມີສຸຂະພາບແຂງແຮງດີ.
ມາຮອດປັດຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍບູລິມະສິດ ທັງໝົດ 40.732 ຄົນ ໃນຂອບເຂດທົ່ວປະເທດ ລາວ.
ການປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການ ເພື່ອຟື້ນຟູຫລັງໄພ ພິບັດນໍ້າຖ້ວມ ໃນປີ 2018, 2019 ແລະ 2020 ໄດ້ສະແດງໃຫ້ເຫັນວ່າ, ຄວາມຕ້ອງການແຫລ່ງຊັບພະຍາກອນ ເພື່ອການຟື້ນຟູຫລັງໄພພິບັດ ນໍ້າຖ້ວມໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວນັ້ນ ແມ່ນມີຫລາຍ ລວມ 3 ປີທັງໝົດມີມູນຄ່າ ປະມານ 5,774.2 ຕື້ກີບ, ປີທີ່ມີຄວາມຕ້ອງການຫລາຍກວ່າໝູ່ ແມ່ນຈາກເຫດການໄພພິບັດ ນໍ້າຖ້ວມໃນປີ 2018 ມີມູນຄ່າ ຄວາມຕ້ອງການເຖິງ 4,423 ຕື້ກີບ.
ໄລ່ຮອດປະຈຸບັນທົ່ວປະເທດລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.872 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ຮອດວັນທີ 24 ມີນາ 2021 ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມຂຶ້ນໃໝ່, ຕົວເລກຜູ້ຕິດເຊື້ອສະສົມຍັງຢູ່ 49 ຄົນ, ປິ່ນປົວຫາຍດີ 45 ຄົນ, ຍັງສືບຕໍ່ປິ່ນປົວ ຢູ່ໂຮງໝໍ 4 ຄົນ, ໃນນັ້ນ 3 ຄົນຕິດຕາມປິ່ນປົວ ຢູ່ ນະຄອນຫລວງວຽງຈັນ ແລະ ອີກ 1 ຄົນ ຕິດຕາມປິ່ນປົວ ຢູ່ແຂວງສະຫວັນນະເຂດ, ທັງໝົດແມ່ນບໍ່ມີອາການໄຂ້, ມີສຸຂະພາບແຂງແຮງດີ.
ເວບໄຊ The Manila Times ຂອງຟີລິບປິນ ສະບັບອອກວັນທີ 23 ມີນາ ໄດ້ລົງບົດຂຽນຕີລາຄາເລື່ອງຫວຽດນາມ ໄດ້ສ້າງ “ສູດ” ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ.
ຫວ່າງແລ້ວນີ້, ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມປຶກສາຫາລືບັນດາມາດຕະການເພື່ອຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່ ຂະນະທີ່ເປັນມື້ທີ 21 ບໍ່ໄດ້ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ.