WHO ໃຫ້ຄຳໝັ້ນສັນຍາ ແລະ ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ-19

15:22 | 10/05/2023

ຕອນບ່າຍວັນທີ 08 ພຶດສະພາ, ຢູ່ ຮ່າໂນ້ຍ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົມທົບກັບອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ສະໜອງຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ພາຍຫຼັງຄຳຖະແຫຼງຂອງ WHO ຕໍ່ເລື່ອງ ໂຄວິດ-19 ບໍ່ແມ່ນສະພາບສາທາລະນະສຸກສະພາວະສຸກເສີນທີ່ກໍ່ຄວາມວິຕົກກັງວົນຢູ່ທົ່ວໂລກອີກແລ້ວ.

WHO ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ຫວຽດນາມ ໃນວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ WHO ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ຫວຽດນາມ ໃນວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ
ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ

ຢູ່ທີ່ນີ້, ທ່ານນາງສາດສະດາຈານ Angela Pratt, ຫົວໜ້າອົງການ WHO ປະຈຳ ຫວຽດນາມ ຖະແຫຼງວ່າ ໂລກລະບາດໂຄວິດ-19 ບໍ່ແມ່ນສະພາບສາທາລະນະສຸກສະພາວະສຸກເສີນທີ່ກໍ່ຄວາມວິຕົກກັງວົນຢູ່ທົ່ວໂລກອີກແລ້ວ ແຕ່ກໍ່ບໍ່ໝາຍຄວາມວ່າ ໂລກລະບາດໂຄວິດ-19 ໄດ້ຢຸດຕິແລ້ວ. ທ່ານນາງ ດຣ Angela Pratt, ອອກຄຳກ່າວເຕືອນວ່າ ຫວຽດນາມ ຕ້ອງຮັກສາກຳລັງຄວາມສາມາດແຫ່ງຊາດ, ບັນດາຜົນງານທີ່ບັນລຸໄດ້ ແລະ ກະກຽມໃຫ້ບັນດາເຫດການທີ່ອາດຈະເກີດຂຶ້ນໃນອະນາຄົດ. ທ່ານນາງຢືນຢັນວ່າ, ຍາມໃດ WHO ກໍ່ຮ່ວມເດີນທາງ, ໃຫ້ຄຳໝັ້ນສັນຍາກັບກະຊວງສາທາລະນະສຸກ ຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ.

WHO ໃຫ້ຄຳໝັ້ນສັນຍາ ແລະ ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ-19
ທ່ານນາງສາດສະດາຈານ Angela Pratt, ຫົວໜ້າອົງການ WHO ປະຈຳ ຫວຽດນາມ

ກໍ່ທີ່ກອງປະຊຸມຖະແຫຼງຂ່າວ, ກະຊວງສາທາລະນະສຸກ ຫວຽດນາມ ພວມຜັນຂະຫຍາຍ, ພິຈາລະນາບັນດາເນື້ອໃນແນະນຳການບົ່ງມະຕິ, ປິ່ນປົວພະຍາດໂຄວິດ-19; ສືບຕໍ່ຊີ້ນຳບັນດາຮາກຖານສາທາລະນະສຸກຢ່າງແໜ້ນແຟ້ນ, ພົບເຫັນບັນດາກໍລະນີຕິດໂລກລະບາດໂຄວິດ-19 ໂດຍໄວ.

ຢູ່ ຫວຽດນາມ, ໄລ່ຮອດວັນທີ 08 ພຶດສະພາ, ຫວຽດນາມ ມີຜູ້ຕິດພະຍາດໂຄວິດ-19 ທັງໝົດ 11.577.938 ຄົນ, ຢືນອັນດັບທີ 13/231 ປະເທດ ແລະ ເຂດແຄ້ວນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 10.627.736 ຄົນ, ຈຳນວນຜູ້ເສຍຊີວິດໄລ່ມາຮອດປະຈຸບັນແມ່ນ 43.197 ຄົນ, ຢືນອັນດັບທີ 26/231 ປະເທດ ແລະ ເຂດແຄ້ວນ. ໄລ່ຮອດວັນທີ 07 ພຶດສະພາ, ປະຊາຊົນໄດ້ສັກວັກຊິນກັນໂຄວິດ-19 ທັງໝົດ 266.272.067 ເຂັມ.

ເຫດການ
302 Found

Found

The document has moved here.