World Vision ຫວຽດນາມ ໄດ້ໃຫ້ການສະໜັບສະໜູນເປັນເງິນສົດໃຫ້ແກ່ເດັກກຳພ້າ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ

14:06 | 10/03/2022

ຍ​ສ​ໝ - ໃນ​ຂອບ​ເຂດບ້ວງ​ໜູນ​ຊ່ວຍ​ສຸກ​ເສີນ​ໃຫ້​ນະຄອນ ​ໂຮ່ຈີ​ມິນ, ອົງການ World Vision ຫວຽດນາມ ຫາ​ກໍ່​ມອບ​ເງິນສົດ​ ໃຫ້​ແກ່​ລູກ​ຫຼານ​ຂອງ​ບັນດາ​ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ເມືອງ​ບິ່ງ​ແຈ່ງ...

ການເປີດປະຕູຄືນໃໝ່ຮັບປະກັນຄວາມປອດໄພ ແລະ ປະສິດທິຜົນ, ສ້າງກາລະໂອກາດຟື້ນຟູການທ່ອງທ່ຽວ ການເປີດປະຕູຄືນໃໝ່ຮັບປະກັນຄວາມປອດໄພ ແລະ ປະສິດທິຜົນ, ສ້າງກາລະໂອກາດຟື້ນຟູການທ່ອງທ່ຽວ
ຫວຽດນາມ - ອາເມລິກາ: “ປັບປຸງການພົວພັນດ້ານເສດຖະກິດສອງຝ່າຍ” ຫວຽດນາມ - ອາເມລິກາ: “ປັບປຸງການພົວພັນດ້ານເສດຖະກິດສອງຝ່າຍ”
World Vision ຫວຽດນາມ ໄດ້ໃຫ້ການສະໜັບສະໜູນເປັນເງິນສົດໃຫ້ແກ່ເດັກກຳພ້າ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ
ພາບ​ປະ​ກອບ

ຕາມ​ນັ້ນ​ແລ້ວ, ອົງການ World Vision ​ຫວຽດນາມ ​ໄດ້​ໜູນ​ຊ່ວຍ​ເດັກນ້ອຍ 340 ຄົນ (ແຕ່ລະຄົນ​ແມ່ນ 1,5 ລ້ານ​ດົ່ງ), ​ໃນ​ນັ້ນ​ມີ​ເດັກກຳພ້າ (ພໍ່​ແມ່/ຜູ້​ດູ​ແລ​ທີ່​ເສຍ​ຊີວິດ​ຍ້ອນ​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19) ​ແລະ ໜູນ​ຊ່ວຍ​ເດັກນ້ອຍ/​ເດັກ​ພິການ​ທີ່​ໄດ້​ຮັບ​ບາດ​ເຈັບ​ຈາກ​ພະຍາດ​ໂຄ​ວິດ-19.

ກ່ອນ​ໜ້າ​ນີ້, ອົງການ​ World Vision ​ຫວຽດນາມ ​ໄດ້​ໜູນ​ຊ່ວຍ​ເດັກນ້ອຍ 640 ຄົນຂອງ 2 ໂຮງຮຽນ​ກິນ​ນອນ​​ຊົນ​ເຜົ່າມັດ​ທະ​ຍົມ ​ເມຶ່ອງອ່າງ, ໂຮງຮຽນ​ມັດ​ທະ​ຍົມ ​ບຸງລາວ​ ​ເມືອງ ​ເມຶ່ອງອ່າງ (ແຂວງ ດ້ຽນບຽນ).

​ເປັນ​ທີ່​ຮູ້​ກັນ​ວ່າ ອົງການ​ World Vision ​ຫວຽດນາມ ​ໄດ້​ໃຊ້​ງົບປະມານ​ກວ່າ 66 ຕື້​ດົ່ງ​ ເພື່ອ​ໜູນ​ຊ່ວຍ​ຟື້ນຟູຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະຍາດ​ໂຄ​ວິດ-19 ​ຕໍ່ກັບ​ຊີວິດ​ຂອງ​ປະຊາຊົນ ​ຢູ່​ບັນດາຂົງ​ເຂດໂຄງການ​ຂອງເຂົາເຈົ້າ​ໃນ​ທົ່ວ​ປະ​ເທດ.

ຄຳ​ຮຸ່ງ

ເຫດການ
302 Found

Found

The document has moved here.