ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການເພ​ີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ຂັ້ນ​ຮາກ​ຖານ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ - 19

17:13 | 26/05/2022

ຈຸດປະສົງຂອງໂຄງການແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດຂອງຂັ້ນຮາກຖານໃນການເບິ່ງແຍງດູແລສຸຂະພາບເບື້ອງຕົ້ນຢູ່ຂັ້ນທ້ອງຖິ່ນ ໃນການຄວບຄຸມການຕິດເຊື້ອລະຫວ່າງຄົນກັບຄົນ ແລະ ສະໜອງບັນດາການບໍລິການເບິ່ງແຍງດູແລສຸຂະພາບທີ່ຈຳເປັນ.

ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ
ປະທານາທິບໍດີ ​ເກຼັກ ສະ​ເໜີ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ຂົງ​ເຂດ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ ປະທານາທິບໍດີ ​ເກຼັກ ສະ​ເໜີ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ຂົງ​ເຂດ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ
ກອງປະຊຸມສຳມະນາເລີ່ມເຄື່ອນໄຫວ ໂຄງການ  (ພາບ: TTXVN)
ກອງປະຊຸມສຳມະນາເລີ່ມເຄື່ອນໄຫວ ໂຄງການ (ພາບ: TTXVN)

ວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄ້ວາພັດທະນາສັງຄົມ (ISDS) ໄດ້ສົມທົບກັບພະແນກສາທາລະນະສຸກແຂວງ ລອງອານ ໄດ້ຈັດຕັ້ງກອງປະຊຸມສຳມະນາເລີ່ມເຄື່ອນໄຫວ ໂຄງການ "ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ຂັ້ນຮາກຖານກຽມພ້ອມຮັບມືກັບພະຍາດໂຄວິດ - 19 ແລະ ກໍລະນີຮີບດ່ວນຕ່າງໆກ່ຽວກັບບັນຫາສຸຂະພາບຢູ່ຫວຽດນາມ".

ຈຸດປະສົງຂອງໂຄງການແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດຂອງຂັ້ນຮາກຖານໃນການເບິ່ງແຍງດູແລສຸຂະພາບເບື້ອງຕົ້ນຢູ່ຂັ້ນທ້ອງຖິ່ນ ໃນການຄວບຄຸມການຕິດເຊື້ອລະຫວ່າງຄົນກັບຄົນ ແລະ ສະໜອງບັນດາການບໍລິການເບິ່ງແຍງດູແລສຸຂະພາບທີ່ຈຳເປັນ, ຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານການແພດຂັ້ນຮາກຖານໃນການໜູນຊ່ວຍປິ່ນປົວ ແລະ ນຳສົ່ງໄປໂຮງໝໍໃຫຍ່, ຍົກສູງຄວາມຮູ້, ພຶດຕິກຳ ແລະ ການປະຕິບັດຂອງ ປະຊາຊົນ ໃນວົງຄະນະຍາດກ່ຽວກັບການປ້ອງກັນ, ຕ້ານພະຍາດ, ຕິດຕາມ ແລະ ເບິ່ງແຍງດູແລສຸຂະພາບຢູ່ເຮືອນ ແລະ ໜູນຊ່ວຍການຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ຜູ້ທີ່ນອນໃນກຸ່ມມີຄວາມສ່ຽງ.

ໂຄງການໂດຍລັດຖະບານຍີ່ປຸ່ນ ອຸປະຖຳ, ມຸ່ງໄປເຖິງການກໍ່ສ້າງ ແລະ ປະຕິບັດທົດລອງສຳເລັດບາງຮູບແບບຕ້ານພະຍາດແບບຍືນຍົງ ໂດຍອີງໃສ່ວົງຄະນະຍາດເພື່ອອາດຈະແບ່ງປັນ ແລະ ທະວີຄູນໄປບໍລິເວນຕ່າງໆໃນແຂວງກໍ່ຄືໃນທົ່ວປະເທດ.

vovworld.vn

ເຫດການ
302 Found

Found

The document has moved here.