ໜູນຊ່ວຍຊາວໜຸ່ມ ແລະ ເດັກນ້ອຍ ໃນການຮັບມືກັບພະຍາດໂຄວິດ-19

11:30 | 27/09/2022

ຍສໝ - ທ່ານ​ນາງ Kristina Bünde, ຫົວໜ້າພາກສ່ວນ​ຮ່ວມ​ມື ຕາງໜ້າ​ຄະນະ​ຜູ້​ແທນ​ສະຫະພາບ ​ເອີ​ລົບ ປະຈຳ ຫວຽດນາມ ຖື​ວ່າ ການ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເສດຖະກິດ - ສັງຄົມ​ຂອງ​ເດັກ​ແມ່ນ​ສິ່ງຈຳ​ເປັນ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ​ດ້ອຍ​ໂອກາດ​ໃນ​ທຸກ​ລຸ້ນຄົນ.

ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກກຳພ້າ, ເດັກພິການ ແລະ ເດັກນ້ອຍ ຢູ່ ເຂດຊາຍແດນແຂວງເງ້ອານ ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກກຳພ້າ, ເດັກພິການ ແລະ ເດັກນ້ອຍ ຢູ່ ເຂດຊາຍແດນແຂວງເງ້ອານ
ເດັກນ້ອຍ ອາຍຸຕ່ຳກວ່າ 6 ປີ, ໂດຍ​ສານລົດເມສອງຊັ້ນ ເລາະຕົວເມືອງ ຮ່າໂນ້ຍ ເດືອນທຳອິດໂດຍບໍ່ໄດ້ເສຍຄ່າ ເດັກນ້ອຍ ອາຍຸຕ່ຳກວ່າ 6 ປີ, ໂດຍ​ສານລົດເມສອງຊັ້ນ ເລາະຕົວເມືອງ ຮ່າໂນ້ຍ ເດືອນທຳອິດໂດຍບໍ່ໄດ້ເສຍຄ່າ

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ອົງການຊ່ວຍເຫຼືອເດັກ ສົມທົບກັບ ສູນຊ່ວຍເສີມຄຸນຄ່າທ້ອງຖິ່ນ ແລະ ສິ່ງແວດລ້ອມແບບຍືນຍົງ (CHIASE) ແລະ ສະມາຄົມອຸປະຖຳເດັກນ້ອຍນະຄອນໂຮ່ຈີມິນ (HCWA) ໄດ້ຈັດຕັ້ງພິທີເປີດໂຄງການ “ໜູນຊ່ວຍຊາວໜຸ່ມ ແລະ ເດັກນ້ອຍ ໃນການຮັບມືກັບພະຍາດໂຄວິດ-19”.

ໜູນຊ່ວຍຊາວໜຸ່ມ ແລະ ເດັກນ້ອຍ ໃນການຮັບມືກັບພະຍາດໂຄວິດ-19
ທ່ານ​ນາງ ເລ​ທິ​ແທງ​ເຮືອງ, ຫົວໜ້າ​ຜູ້ຕາງໜ້າ​ອົງການຊ່ວຍເຫຼືອເດັກ ປະຈຳ ຫວຽດນາມ. ພາບ: thoidai.com.vn

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ Kristina Bünde, ຫົວໜ້າພາກສ່ວນ​ຮ່ວມ​ມື ຕາງໜ້າ​ຄະນະ​ຜູ້​ແທນ​ສະຫະພາບ ​ເອີ​ລົບ ປະຈຳ ຫວຽດນາມ ຖື​ວ່າ ການ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເສດຖະກິດ - ສັງຄົມ​ຂອງ​ເດັກ​ແມ່ນ​ສິ່ງຈຳ​ເປັນ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ​ດ້ອຍ​ໂອກາດ​ໃນ​ທຸກ​ລຸ້ນຄົນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ໂຄງການ​ຈະ​ປະກອບສ່ວນ​ໜູນ​ຊ່ວຍ​ການຜັນຂະຫຍາຍ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ ເພື່ອ​ເດັກນ້ອຍ ໄລຍະ 2021-2030 ຂອງຫວຽດນາມ, ​ກໍ່ຄືປະຕິບັດບັນດາ​ຂໍ້​ສະ​ເໜີ​ແນະ​ຫວ່າງມໍ່ໆມານີ້ຂອງ​ຄະນະ​ກຳມະການ​ສິດທິ​ເດັກ ນ້ອຍ ສະຫະປະຊາຊາດ ກ່ຽວ​ກັບ​ການ​ດູ​ແລ​ເດັກ​ທີ່​ພໍ່ແມ່ເສຍ​ຊີວິດ ຍ້ອນພະຍາດໂຄວິດ-19”.

ທ່ານ​ນາງ ເລ​ທິ​ແທງ​ເຮືອງ, ຫົວໜ້າ​ຜູ້ຕາງໜ້າ​ອົງການຊ່ວຍເຫຼືອເດັກ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ 2 ອົງການ​ຄູ່ຮ່ວມ​ມື ​ແລະ ບັນດາຝ່າຍທີ່ກ່ຽວຂ້ອງ​ໃນ​ໄລຍະຜັນຂະຫຍາຍ​ໂຄງການ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການອຸປະຖໍາ​ສັງຄົມ ກໍ່ຄື​ແກ້​ໄຂຄວາມຕ້ອງການ ວຽກເຮັດງານທຳຂອງໄວໜຸ່ມໃນສະພາບການພະຍາດໂຄວິດ-19 ເວົ້າສະເພາະ ແລະ ໃນໄລຍະວິກິດການເວົ້າລວມ, ເພື່ອຮັບປະກັນບໍ່ໃຫ້ຜູ້ໃດຖືກປະຢູ່ເບື້ອງຫຼັງ.

ບູນມີ

ເຫດການ
302 Found

Found

The document has moved here.