ຫວຽດນາມ ຢາກປະກອບສ່ວນເຂົ້າໃນການສັກວັກຊິນກັນໂຄວິດ-19 ໃນທົ່ວໂລກ

12:37 | 28/02/2022

ຫວຽດນາມ ໄດ້ດຳເນີນບັ້ນສັກວັກຊິນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ. ມີວັກຊິນກວ່າ 190 ລ້ານໂດສ ທີ່ໄດ້ສັກໃຫ້ 97% ພົນລະເມືອງທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ເກືອບ 90% ແມ່ນສັກໃຫ້ເດັກທີ່ມີອາຍຸຫຼາຍກວ່າ 12 ປີ.

ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວໂລກ ແມ່ນ 20.768.722 ຄົນ, ໃນນັ້ນມີ 751.227 ຄົນເສຍຊີວິດ ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວໂລກ ແມ່ນ 20.768.722 ຄົນ, ໃນນັ້ນມີ 751.227 ຄົນເສຍຊີວິດ
ສະພາບ​ການ​ໂລກລະບາດ​ ໂຄວິດ - 19 ໃນທົ່ວໂລກ ສະພາບ​ການ​ໂລກລະບາດ​ ໂຄວິດ - 19 ໃນທົ່ວໂລກ
ຫວຽດນາມ ຢາກປະກອບສ່ວນເຂົ້າໃນການສັກວັກຊິນກັນໂຄວິດ-19 ໃນທົ່ວໂລກ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ (ພາບ: ກະຊວງການຕ່າງປະເທດ)

ຫວ່າງແລ້ວນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ, ມີບົດກ່າວປາໄສອັດຄຼິບວີດີໂອສົ່ງໄປທີ່ກອງປະຊຸມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດກ່ຽວກັບຫົວຂໍ້ “ສ້າງກຳລັງໜູນໃຫ້ແກ່ການສັກວັກຊິນທົ່ວໂລກ”. ກອງປະຊຸມໄດ້ດຳເນີນຢູ່ສຳນັກງານສະຫະປະຊາຊາດ, ຢູ່ນິວຢອກ, ປະເທດ ອາເມລິກາ, ດ້ວຍການເຂົ້າຮ່ວມ ແລະ ກ່າວຄຳເຫັນໂດຍກົງ ຫຼື ທາງໄກຂອງປະທານສະມັດຊາໃຫຍ່ສະຫະປະຊາຊາດ.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິນ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ດຳເນີນບັ້ນສັກວັກຊິນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ. ມີວັກຊິນກວ່າ 190 ລ້ານໂດສ ທີ່ໄດ້ສັກໃຫ້ 97% ພົນລະເມືອງທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ເກືອບ 90% ແມ່ນສັກໃຫ້ເດັກທີ່ມີອາຍຸຫຼາຍກວ່າ 12 ປີ. ທ່ານ ຟ້າມບິງມິນ ໄດ້ຊົມເຊີຍແຈ້ງການຫວ່າງມໍ່ໆມານີ້ຂອງອົງການອະນາໄມໂລກ (WHO) ກ່ຽວກັບເລື່ອງ ບາງປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ, ໄດ້ເລືອກເປັນປະເທດຮ່ວມມືຮັບການຖ່າຍທອດເຕັກໂນໂລຊີຜະລິດວັກຊິນ mRNA. ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິນ ໃຫ້ຮູ້ວ່າ, ຫວຽດນາມ ຈະນຳໃຊ້ກາລະໂອກາດດັ່ງກ່າວໃຫ້ ດີທີ່ສຸດ ເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງສາກົນ ແນໃສ່ຊຸກຍູ້ການສັກວັກຊິນກັນໂຄວິດ-19 ໃນທົ່ວໂລກ.

​vovworld.vn

ເຫດການ
302 Found

Found

The document has moved here.