ຫວຽດນາມ ຮັບຮູ້ຄວາມມານະພະຍາຍາມຂອງບັນດາອົງການຈັດຕັ້ງ ແລະ ວິສາຫະກິດ ໄທ ໃນໄລຍະໂລກລະບາດໂຄວິດ-19

06:39 | 16/09/2022

ຫວຽດນາມ ຕີລາຄາສູງ ແລະ ຮັບຮູ້ບັນດາການປະກອບສ່ວນຂອງສະມາຄົມມິດຕະພາບ ໄທ - ຫວຽດນາມ ແລະ 5 ກຸ່ມບໍລິສັດໃນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ຫວຽດນາມ ແລະ ໄທ.

ວິສາຫະກິດ ຫວຽດນາມ - ອິນເດຍ ພົບປະ ແລະ ຊອກຫາກາລະໂອກາດດຳເນີນທຸລະກິດ ວິສາຫະກິດ ຫວຽດນາມ - ອິນເດຍ ພົບປະ ແລະ ຊອກຫາກາລະໂອກາດດຳເນີນທຸລະກິດ
ວິສາຫະກິດ ອີຢູ ເຊື່ອໝັ້ນຕໍ່ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ວິສາຫະກິດ ອີຢູ ເຊື່ອໝັ້ນຕໍ່ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ
ພິທີມອບໃບຍ້ອງຍໍ (ພາບ: TTXVN)
ພິທີມອບໃບຍ້ອງຍໍ (ພາບ: TTXVN)

ວັນທີ 14 ກັນຍາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ດຳເນີນພິທີມອບໃບຍ້ອງຍໍຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ແກ່ສະມາຄົມມິດຕະພາບ ໄທ - ຫວຽດນາມ ແລະ ບາງກຸ່ມບໍລິສັດໃຫຍ່ຂອງ ໄທ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈິແທັງ ຢືນຢັນວ່າ ໃນໄລຍະເກີດໂລກລະບາດໂຄວິດ-19 ຜ່ານມາ, ຫວຽດນາມ ໄດ້ຮັບການໜູນຊ່ວຍອັນລ້ຳຄ່າຈາກປະຊາຄົມສາກົນເວົ້າລວມ ແລະ ໄທ ເວົ້າສະເພາະ, ລັດຖະບານ ໄທ ໄດ້ສ້າງເງື່ອນໄຂສົ່ງອອກວັກຊິນ Astra Zenneca ທີ່ຜະລິດຢູ່ ໄທ ມາ ຫວຽດນາມ ຕາມການສະເໜີຂອງລັດຖະບານ. ຫວຽດນາມ ຕີລາຄາສູງ ແລະ ຮັບຮູ້ບັນດາການປະກອບສ່ວນຂອງສະມາຄົມມິດຕະພາບ ໄທ - ຫວຽດນາມ ແລະ 5 ກຸ່ມບໍລິສັດໃນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ຫວຽດນາມ ແລະ ໄທ, ກໍຄືຕັ້ງໜ້າຂົນຂວາຍ, ໜູນຊ່ວຍຮຽກຮ້ອງການແຜ່ບໍລິຈາກວັດຖຸອຸປະກອນການແພດເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ຢູ່ ຫວຽດນາມ ໃນປີ 2021.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.