ນິວຊີແລນ ໃຫ້ຄຳໝັ້ນສັນຍາໜູນ​ຊ່ວຍ​ຫວຽດນາມ ​ຕ້ານ​ພະຍາດໂຄວິດ-19​ ແລະ ຟື້ນຟູເສດຖະກິດ

08:03 | 25/02/2022

ຍສໝ - ​ວັນ​ທີ 22 ກຸມພາ, ຢູ່​ນະຄອນຫຼວງ Wellington, ນິວຊີແລນ, ທ່ານ​ ຫງວຽນ​ວັນ​ຈູງ ​ເອກ​ອັກຄະ​ລັດຖະທູດ ຍື່ນສານຂອງ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເຖິງທ່ານນາງ Dame Cindy Kiro ຜູ້​ວ່າການນິວຊີແລນ.

ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ
ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນຜູ້​ທີ່​ຖື​ສາ​ສະ​ໜາຕ່າງໆ ຈົ່ງຮ່ວມ​ແຮງ​ຮ່ວມ​ໃຈໜ​ູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລ​ບະ​ຍາດ​ໂຄວິດ - 19 ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນຜູ້​ທີ່​ຖື​ສາ​ສະ​ໜາຕ່າງໆ ຈົ່ງຮ່ວມ​ແຮງ​ຮ່ວມ​ໃຈໜ​ູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລ​ບະ​ຍາດ​ໂຄວິດ - 19

ທີ່ການຕ້ອນຮັບ, ທ່ານ​ ຫງວຽນ​ວັນ​ຈູງ ຢັ້ງຢືນຈະ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ເພື່ອ​ປັບປຸງນໍ້າໃຈມິດຕະພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ ຫງວຽນ​ວັນ​ຈູງ ​ສະເໜີຝ່າຍ ນິວຊີແລນ ສືບ​ຕໍ່​ຮັບ​ເອົາ​ນັກຮຽນ, ນັກ​ສຶກສາຫວຽດນາມ ​ເຂົ້າ​ຮ່ຳຮຽນ​ຢູ່​ບັນດາ​ໂຮງຮຽນ​ຂອງ​ປະ​ເທດ​ນີ້ ແລະສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ສິນຄ້າ​ຫວຽດນາມ ​ສຳ​ຜັດ​ກັບ​ຕະຫຼາດນິວຊີແລນ. ພ້ອມທັງປາດຖະໜາວ່າ ລັດຖະບານນິວຊີແລນ ຈະເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ນິວຊີແລນ.

ນິວຊີແລນ ໃຫ້ຄຳໝັ້ນສັນຍາໜູນ​ຊ່ວຍ​ຫວຽດນາມ ​ຕ້ານ​ພະຍາດໂຄວິດ-19​ ແລະ ຟື້ນຟູເສດຖະກິດ
ນິວຊີແລນ ໃຫ້ຄຳໝັ້ນສັນຍາໜູນ​ຊ່ວຍ​ຫວຽດນາມ ​ຕ້ານ​ພະຍາດໂຄວິດ-19​ ແລະ ຟື້ນຟູເສດຖະກິດ. ພາບ: TTXVN

ສ່ວນທ່ານນາງ Dame Cindy Kiro ໃຫ້ຄຳໝັ້ນສັນຍານິວຊີແລນ ຈະສືບຕໍ່ ຮ່ວມເດີນທາງ ແລະໜູນ​ຊ່ວຍ​ຫວຽດນາມ ໃນການປ້ອງກັນ, ​ຕ້ານ​ພະຍາດໂຄວິດ-19​ ກໍ່ຄືວິວັດການຟື້ນຟູເສດຖະກິດຂອງຫວຽດນາມ ຜ່ານການ​ໜູນ​ຊ່ວຍ​ວັກ​ຊິ​ນ ແລະອຸປະຖໍາ​ອຸ​ປະ​ກອນ​ການ​ແພດ. ກໍ່ຕາມ​ທ່ານນາງ Dame Cindy Kiro ແລ້ວ, ນິວຊີແລນ ປາດ​ຖະໜາ​ຢາກ​ເພີ່ມ​ທະວີການແລກປ່ຽນ​ການ​ຄ້າ​ລະຫວ່າງ​​ວິ​ສາ​ຫະກິດ ​ແລະປະຊາຊົນສອງປະ​ເທດ, ພ້ອມ​ທັງ​ຍູ້​ແຮງການ​ລົງທຶນ ​ແລະພັດທະນາ​ການທ່ອງທ່ຽວ​ເມື່ອເປີດ​ເຂດ​ຊາຍ​ແດນ​ເປີດຄືນ​ໃໝ່.

ບູນມີ

ເຫດການ
302 Found

Found

The document has moved here.