ອົດສະຕາລີ ແລະ UNICEF ສືບຕໍ່ໜູນຊ່ວຍວັກຊິນກັນໂຄວິດ-19 ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ

12:18 | 26/10/2022

ອົງການນີ້ສົມທົບກັບລັດຖະບານ ອົດສະຕາລີ ໄດ້ສະໜອງວັກຊິນກັນໂຄວິດ - 19 ຂອງ Pfizer – BioiNTech ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ.

ລັດ Tasmania ຂອງ ອົດສະຕາລີ ໃຫ້ບຸລິມະສິດຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ ລັດ Tasmania ຂອງ ອົດສະຕາລີ ໃຫ້ບຸລິມະສິດຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ
ອົດສະຕາລີ ເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ອົດສະຕາລີ ເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ
ອົດສະຕາລີ ແລະ UNICEF ກໍ່ມອບລົດໂອໂຕເກັບຄວາມເຢັນ (ພາບ: UNICEF Vietnam)
ອົດສະຕາລີ ແລະ UNICEF ກໍ່ມອບລົດໂອໂຕເກັບຄວາມເຢັນ (ພາບ: UNICEF Vietnam)

ວັນທີ 24 ຕຸລາ, ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ໃຫ້ຮູ້ວ່າ: ອົງການນີ້ສົມທົບກັບລັດຖະບານ ອົດສະຕາລີ ໄດ້ສະໜອງວັກຊິນກັນໂຄວິດ - 19 ຂອງ Pfizer – BioiNTech ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ ໃນໂຄງການຮ່ວມມືກັບກະຊວງສາທາລະນະສຸກ ຫວຽດນາມ. ໃນນັ້ນ, ວັກຊິນສຳລັບຜູ້ໃຫຍ່ 3 ລ້ານໂດສ ໄດ້ສົ່ງມາ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ໃນເດືອນ ກັນຍາ ແລະ ວັກຊິນທີ່ສັກໃຫ້ເດັກ 1,2 ລ້ານໂດສ ໄດ້ສົ່ງມາ ຮ່າໂນ້ຍ ໃນວັນທີ 24 ຕຸລາ. ມາຮອດຈຸດເວລານີ້, ລັດຖະບານ ອົດສະຕາລີ ໄດ້ໜູນຊ່ວຍວັກຊິນກັນໂຄວິດ -19 ໃຫ້ແກ່ ຫວຽດນາມ ທັງໝົດແມ່ນກວ່າ 26 ລ້ານໂດສ. ອົດສະຕາລີ ແລະ UNICEF ກໍ່ມອບລົດໂອໂຕເກັບຄວາມເຢັນ 5 ຄັນໃຫ້ແກ່ສະຖາບັນອະນາໄມ ແລະ ກັນພະຍາດລະບາດວິທະຍາສູນກາງ ຮ່າໂນ້ຍ, ສະຖາບັນ Pasteur ຢູ່ນະຄອນ ໂຮ່ຈີມິນ, ສະຖາບັນ Pasteur ຍາຈາງ ແລະ ສະຖາບັນອະນາໄມ ແລະ ກັນພະຍາດລະບາດວິທະຍາ ໄຕງວຽນ ຢູ່ ດັກລັກ.

ເຫດການ
302 Found

Found

The document has moved here.