ການຕອບສະໜອງ “ສັບປະດາສັກວັກຊິນ” ປີ 2022

16:43 | 17/04/2022

ຍສໝ - ເຫດການນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ນຳມາເຊິ່ງສານກ່ຽວກັບຄວາມສຳຄັນຂອງເລື່ອງທຸກຄົນລ້ວນແຕ່ໄດ້ສັກວັກຊິນ...

ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022 ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022
ແຂວງກາເມົ່າປະກາດຮັບຮອງກິດຈະກຳທີ່ໜ້າດຶງດູດໃຈທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວ ປີ 2022 ແຂວງກາເມົ່າປະກາດຮັບຮອງກິດຈະກຳທີ່ໜ້າດຶງດູດໃຈທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວ ປີ 2022

ວັນທີ 14 ເມສາ, ຢູ່ນະຄອນ ຮະລອງ, ກະຊວງສາທາລະນະສຸກ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ຈັດຕັ້ງພິທີປຸກລະດົມ ບັ້ນສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍໃນເກນອາຍຸແຕ່ 5 ຫາ ຕ່ຳກ່ວາ 12 ປີ ແລະ ຕອບສະໜອງ “ສັບປະດາສັກວັກຊິນ” ປີ 2022 ດ້ວຍຫົວຂໍ້ “ວັກຊິນນຳເອົາຊີວິດທີ່ຍືນຍາວມາໃຫ້ທຸກຄົນ”.

ການຕອບສະໜອງ “ສັບປະດາສັກວັກຊິນ” ປີ 2022
ການຕອບສະໜອງ “ສັບປະດາສັກວັກຊິນ” ປີ 2022. ພາບ: baophapluat.vn

ເຫດການນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ນຳມາເຊິ່ງສານກ່ຽວກັບຄວາມສຳຄັນຂອງເລື່ອງທຸກຄົນລ້ວນແຕ່ໄດ້ສັກວັກຊິນ, ພິເສດໃນສະພາບການ ໂລກລະບາດໂຄວິດ - 19; ບົດບາດຂອງອຳນາດການປົກຄອງທຸກຂັ້ນ, ສຳນັກງານ, ອົງການຈັດຕັ້ງສຳລັບການເຄື່ອນໄຫວສັກວັກຊິນກັນໂຄວິດ - 19, ຄວາມຮັບຜິດຊອບຂອງປະຊາຊົນໃນການເປັນເຈົ້າການ, ມີຄວາມຕື່ນຕົວໄປສັກວັກຊິນໃຫ້ຄົບ ແລະ ຖືກຕາມມື້ນັດ.

ທ່ານຮອງລັດຖະມົນຕີກະຊວງ ສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ເນັ້ນໜັກວ່າ ສຳລັບການສັກວັກຊິນກັນໂຄວິດ - 19, ປັດຈຸບັນອັດຕາສັກ ວັກຊິນເຂັມພື້ນຖານໃຫ້ແກ່ເປົ້າໝາຍທີ່ມີອາຍຸແຕ່ 12 ປີຂຶ້ນໄປ ຢູ່ ຫວຽດນາມ ຢູ່ໃນລະດັບສູງ ແລະ ພວມໄດ້ປະຕິບັດການສັກວັກຊິນເຂັມທີ 3 ໃຫ້ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໃຫ້ສຳເລັດ.

ບູນມີ

ເຫດການ
302 Found

Found

The document has moved here.