ກອງປະຊຸມຂັ້ນສູງ NAM ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19

12:39 | 04/03/2023

ຍ​ສ​ໝ - ໃນ 3 ປີ​ຜ່ານ​ມາ, ໂຄວິດ - 19 ໄດ້​ເຮັດ​ໃຫ້​ເພີ່ມ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ຄົນ​ທຸກ​ຍາກ ແລະ ຄົນ​ຮັງ​ມີ, ກໍ່​ຜົນ​ກະ​ທົບ​ຢ່າງ​ຮ້​າຍ​ແຮງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຢູ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ, ພິ​ເສດ​ແມ່ນ​ຢູ່​ເຂດ​ອາ​ຟຼິກ​ກາ ແລະ ບັນ​ດາ​ປະ​ເທດ​ໝູ່​ເກາະ. ມີ​ກ່​ວາ 1/3 ປະ​ຊາ​ກອນ​ໂລກ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເຂັ້ມ​ທຳ​ອິດ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຄາດ​ວ່າ​ໂລກ ບໍ່ຫຼີກ​ລ້ຽງ​ຈາກ​ໂລກ​ລະ​ບາດ​ໃໝ່​ໃນ​ອະ​ນ​າ​ຄົດ, ເພາະສະ​ນັ້ນ ມວນ​ມະ​ນຸດ​ຕ້ອງ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ໂລກ​ລ​ະ​ບາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19
ກອງປະຊຸມຂັ້ນສູງ 3 ແຂວງ ເຊີນລາ-ຫົວພັນ-ຫຼວງພະບາງ ຄັ້ງທີ 5 ດ້ານການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ກອງປະຊຸມຂັ້ນສູງ 3 ແຂວງ ເຊີນລາ-ຫົວພັນ-ຫຼວງພະບາງ ຄັ້ງທີ 5 ດ້ານການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ

ກອງປະຊຸມຂັ້ນສູງກຸ່ມຕິດຕໍ່ຂະບວນການບໍ່ຮ່ວມກຸ່ມ (NAM) ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ຈັດຂຶ້ນໃນວັນທີ 02 ມີນາ, ຢູ່ນະຄອນຫຼວງ Baku, ປະເທດ Azerbaijan. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ດັ້ງມິນຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ທັງຮັບຜິດຊອບ Azerbaijan, ນຳໜ້າເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.

ກອງປະຊຸມຂັ້ນສູງ NAM ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19
ກອງປະຊຸມຂັ້ນສູງກຸ່ມຕິດຕໍ່ຂະບວນການບໍ່ຮ່ວມກຸ່ມ (NAM) (ພາ​ບ: TTXVN)

ໃນ 3 ປີ​ຜ່ານ​ມາ, ໂຄວິດ - 19 ໄດ້​ເຮັດ​ໃຫ້​ເພີ່ມ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ຄົນ​ທຸກ​ຍາກ ແລະ ຄົນ​ຮັງ​ມີ, ກໍ່​ຜົນ​ກະ​ທົບ​ຢ່າງ​ຮ້​າຍ​ແຮງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຢູ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ, ພິ​ເສດ​ແມ່ນ​ຢູ່​ເຂດ​ອາ​ຟຼິກ​ກາ ແລະ ບັນ​ດາ​ປະ​ເທດ​ໝູ່​ເກາະ. ມີ​ກ່​ວາ 1/3 ປະ​ຊາ​ກອນ​ໂລກ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເຂັ້ມ​ທຳ​ອິດ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຄາດ​ວ່າ​ໂລກ ບໍ່ຫຼີກ​ລ້ຽງ​ຈາກ​ໂລກ​ລະ​ບາດ​ໃໝ່​ໃນ​ອະ​ນ​າ​ຄົດ, ເພາະສະ​ນັ້ນ ມວນ​ມະ​ນຸດ​ຕ້ອງ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ໂລກ​ລ​ະ​ບາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

ພ້ອມ​ທັງ, ກອງ​ປະ​ຊຸມ​ໄດ້​ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ແລະ ຍົກ​ສູງ​ລັກ​ສະ​ນະ​ທີ່​ຈຳ​ເປັນ​ຂອງ​ການ​ກໍ່​ສ້າງວິ​ໄສ​ທັດ ແລະ ຍຸດ​ທະ​ສາດ​ຂອງ NAm ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ລວມ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ໄລ​ຍະຫຼັງ​ໂຄວິດ - 19. ກອງ​ປະ​ຊຸມ​ໄດ້​ຕີ​ລາ​ຄ​າ​ສູງ ຂໍ້​ລິ​ເລີ່ມ​ຂອງ​ປະ​ເທດ Azerbaijan ທີ່​ສະ​ເໜີ​ສ້າງ​ສະ​ພາ​ຂັ້ນ​ສູງ ສ​ປ​ຊ ກ່ຽວ​ກັບ​ການ​ຟື້ນ​ຟູຫຼັງ​ໂຄວິດ - 19

ແບ່ງປັນກ່ຽວກັບບົດຮຽນຂອງ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານ ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ທ່ານ ດັ້ງມິນຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ໄດ້ເນັ້ນໜັກເຖິງເລື່ອງຖືປະຊາຊົນເປັນໃຈກາງ, ທັງຕ້ານໂລກລະບາດ ທັງຊຸກຍູ້ບັນດາເປົ້າໝາຍພັດທະນາລະດັບຊາດ, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕທີ່ປະທັບໃຈແມ່ນ 8,02% ໃນປີ 2022. ເພື່ອຊຸກຍູ້ການຟື້ນຟູພາຍຫຼັງໂລກລະບາດ, ຫວຽດນາມ ສະເໜີວ່າ, ໃນໄລຍະຈະມາເຖິງ, ການຮ່ວມມື NAM ຕ້ອງປັບປຸງຄວາມສາມັກຄີ ບົນພື້ນຖານເຄົາລົບອະທິປະໄຕ ແລະ ມີສະມາຊິກຫຼາຍຮູບຫຼາຍແບບ, ເຊື່ອມຕໍ່ບັນດາກົນໄກຮ່ວມມືໃນຂອບເຂດ NAM ແລະ ຜັນຂະຫຍາຍນະໂຍບາຍຟື້ນຟູ ຖືປະຊາຊົນເປັນໃຈກາງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.