ຮ່າໂນ້ຍ ລົງທຶນຜະລິດຕະພັນທ່ອງທ່ຽວໃໝ່, ຊຸກຍູ້ຄວາມຕ້ອງການດຶງດູດນັກທ່ອງທ່ຽວ

07:56 | 17/08/2022

ຍສໝ - ພາຍຫຼັງ 2 ປີ​ທີ່​ໄດ້​ຮັບ​ຜົນ​ກະທົບ ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ການທ່ອງທ່ຽວ​ຂອງ​ນະຄອນຫຼວງ ​ກໍ​ກ້າວ​ເຂົ້າສູ່​ໄລຍະ​ຟື້ນ​ຟູ ​ແລະ ພັດທະນາ. ​ໃນ​ເວລາ​ນີ້, ຄາດ​ວ່າ​ ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ ຈະ​ມີຫຼາຍບາດກ້າວບຸກທະລຸຕັ້ງໜ້າ ດ້ວຍຜະລິດ​ຕະພັນ​ທ່ອງ​ທ່ຽວທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ດຶງ​ດູດ, ມີຫຼາຍ​ໂຄງການ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ​ໄດ້​ເລີ່​ມດຳ​ເນີນ​ບົນ​ພື້ນຖານ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ໃຫ້​ດີ​ທີ່​ສຸດ.

ຫວຽດ​ນາມ ຢືນ​ອັນ​ດັບ​ທີ 3 ໃນ​ຈຳ​ນວນ​​ປະ​ເທດ​ທີ່​ມີຈຳ​ນວນນັກທ່ອງທ່ຽວໄປ​ທ່ຽວ​ລາວ ຫຼາຍ​ທີ່​ສຸດ ຫວຽດ​ນາມ ຢືນ​ອັນ​ດັບ​ທີ 3 ໃນ​ຈຳ​ນວນ​​ປະ​ເທດ​ທີ່​ມີຈຳ​ນວນນັກທ່ອງທ່ຽວໄປ​ທ່ຽວ​ລາວ ຫຼາຍ​ທີ່​ສຸດ
ເຂດນິເວດທຳມະຊາດໂລກໜຸຍຈົ່ວ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງຫວຽດນາມ ເຂດນິເວດທຳມະຊາດໂລກໜຸຍຈົ່ວ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງຫວຽດນາມ

ບັນດາຜູ້ປະກອບການດ້ານການ​ທ່ອງ​ທ່ຽວ​ ເຊື່ອໜັ້ນວ່າ​ ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃໝ່​ນີ້​ ແມ່ນ​ສັນຍານ​ທີ່​ດີ​ໃຫ້​ແກ່​ການ​ຟື້ນ​ຟູ​ການທ່ອງທ່ຽວ​ໃນ​ນະຄອນຫຼວງ​ໂດຍໄວ.

ຫວ່າງ​ມໍ່ໆ​ມາ​ນີ້, ​ເມື່ອ​ຊີວິດ​ສັງຄົມ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ ພາຍຫຼັງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ຮັບ​ການ​ຄວບ​ຄຸມ, ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່​ຫຼາຍຢ່າງ ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ບໍລິສັດທ່ອງທ່ຽວຂຸດຄົ້ນ.

ຮ່າໂນ້ຍ ລົງທຶນຜະລິດຕະພັນທ່ອງທ່ຽວໃໝ່, ຊຸກຍູ້ຄວາມຕ້ອງການດຶງດູດນັກທ່ອງທ່ຽວ
ຮ່າໂນ້ຍ ລົງທຶນຜະລິດຕະພັນທ່ອງທ່ຽວໃໝ່, ຊຸກຍູ້ຄວາມຕ້ອງການດຶງດູດນັກທ່ອງທ່ຽວ. (ພາບ: vov)

ມາ​ຮອດ​ຄຸກ​ຮວາ​ລໍ່, ​ໄດ້​ຮັບຂະໜານນາມວ່າເປັນ​ “ນະລົກເມືອງຄົນ”, ນັກ​ທ່ອງ​ທ່ຽວ​ສາມາດ​ສຳ​ຜັດ​ກັບ​ບັນດາ​ຮູບ​ພາບ​ຕົວ​ຈິງ ​ທີ່​ນັກ​ໂທດ​ການ​ເມືອງ​ຢູ່​ທີ່​ນີ້​ຖືກ​ທໍລະ​ມານ, ບັນດາການທ່ອງ​ທ່ຽວ​ຍາມ​ກາງຄືນ​ໄປ​ຢາມ​ຄຸກ​ຮວາ​ລໍ່ ຄື: ກາງຄືນ​ໄຟ​ສັກສິດ, ດຳລົງ​ຊີວິດ​ຄືດອກໄມ້... ກໍາລັງສ້າງຄວາມດຶງດູດໃຫ້ກັບໄວຫນຸ່ມ.

ພາຍຫຼັງ​ປິດ​ໄປ​ເປັນ​ເວລາ​ດົນ​ນານ​ຍ້ອນ​ພະຍາດ​ລະບາດ, ຮ່ອງຮອຍ ກຳແພງພະລາຊະວັງທັງລອງ​ ໄດ້​ຈັດການທ່ອງທ່ຽວແບບກາງຄືນ ​​ຄືນອີກ​ດ້ວຍ tour ​ທ່ອງ​ທ່ຽວ “ແກ້ລະຫັດກຳແພງພະລາຊະວັງທັງລອງ” ​ແຕ່​ເວລາ 19 ​ໂມງ​ຂອງ​ທຸກໆ​ວັນ​ສຸກ ​ແລະ ວັນ​ເສົາ, ​ໂດຍ​ມີ​ໜ້າ​​ປະຫວັດສາດ​ອັນ​ເລິກ​ເຊິ່ງຂອງ​ເມືອງ ທັງລອງ - ຮ່າໂນ້ຍ ອະລິຍະທຳຍາວພັນປີ. ນັບ​ແຕ່​ໄດ້​ເປີດ​ເປັນ​ຕົ້ນ​ມາ, ການ​ທ່ອງ​ທ່ຽວ​ໃນກາງ​ຄືນ​ນີ້​ ກໍໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ຕັ້ງໜ້າ​ຈາກ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ.

ຕາມ​ຂໍ້​ມູນ​ຂອງ​ກົມ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ, ​ໃນ 6 ​ເດືອນ​ຕົ້ນ​ປີ 2022, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ​ໄດ້​ບັນລຸ​ກວ່າ 8,6 ລ້ານ​ເທື່ອ​ຄົນ. ຕົວ​ເລກ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ການທ່ອງທ່ຽວ​ຮ່າ​ໂນ້ຍ ພວມ​ຟື້ນ​ຕົວ​ຄືນ​ໃໝ່​ພາຍຫຼັງ 2 ປີ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂລກລະບາດ​ໂຄ​ວິດ-19.

ທ່ານ ດັ້ງ​ຮົ່ງ​ຢາງ, ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກົມ​ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ, ທ້ອງ​ຖິ່ນ​ຂອງ​ນະຄອນ ກໍ່​ຄື​ບັນດາ​ແຂວງ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມການໂຄສະນາ​ການທ່ອງທ່ຽວ​ໃໝ່ ​ແລະ ດຶງ​ດູດ​ນັກທ່ອງທ່ຽວພາຍ​ໃນ​ປະ​ເທດ ແລະ​ ​ຕ່າງ​ປະ​ເທດ​ໄປ​ທ່ຽວຢູ່ນະ​ຄອນ​ຫຼວງ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.