ຍສໝ - ແຕ່ວັນທີ 27-28 ມິຖຸນາ 2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ສົມທົບກັບ ສະມາຄົມຊາວຫວຽດນາມ ແຂວງ ເຊກອງ, ໂຮງຮຽນ ມັດທະຍົມຕອນປາຍພອນສະຫວັນ ຈຳປາສັກ-ລຳດົ່ງ (ແຂວງ ຈຳປາສັກ) ແລະ ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຈັດຕັ້ງໂຄງການຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ ຈຳນວນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ.
ຍສໝ - ພະນັກງານ, ຄູອາຈານ ແລະ ນັກຮຽນດີເດັ່ນ 80 ທ່ານ ທີ່ມາຈາກ 4 ແຂວງພາກໃຕ້ຂອງລາວ ລວມມີ ຈຳປາສັກ, ອັດຕະປື, ສາລະວັນ ແລະ ເຊກອງ ຫາກໍ່ໄດ້ເຂົ້າຮ່ວມໂຄງການແລກປ່ຽນ, ຢ້ຽມຢາມບັນດາປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ຢູ່ທີ່ແຂວງ ກວາງຈິ.
ຍສໝ - ຕອນເຊົ້າວັນທີ 1 ຕຸລາ, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ, ໄດ້ຈັດພິທີມອບເງິນຊ່ວຍເຫຼືອໃຫ້ແກ່ຄູອາຈານໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ນີ້ແມ່ນປີທີ 4 ຕິດຕໍ່ກັນ ທີ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ມອບເງິນຊ່ວຍເຫຼືອນີ້.
ຍສໝ - ໃນຂອບເຂດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ຕ່າງປະເທດ ປີ 2025, ຄະນະຜູ້ຮຽນໄດ້ມີການເຄື່ອນໄຫວນອກຫຼັກສູດຫຼາຍຢ່າງຢູ່ຮ່າໂນ້ຍ ແລະ ແຂວງ ໄທງວຽນ.
ຍສໝ - ການປະກວດແມ່ນການເຄື່ອນໄຫວນອກຫຼັກສູດທີ່ມີຄວາມໝາຍ, ສ້າງກາລະໂອກາດໃຫ້ບັນດາຄູອາຈານສະແດງຄວາມສາມາດສື່ສານດ້ວຍພາສາຫວຽດນາມ ແລະ ແລກປ່ຽນ, ແບ່ງປັນຄວາມເຂົ້າໃຈ ແລະ ຄວາມຮັກແພງຕໍ່ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ.
ຍສໝ - ໃນວັນທີ 23 ເດືອນພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ສົມທົບກັບພະແນກພົວພັນຕ່າງປະເທດ, ວິທະຍາໄລ ລາຍເຈົາ, ຄະນະຜູ້ແທນກຸ່ມບັນດາອົງການ ແລະ ວິສາຫະກິດແຂວງ ຈັດຕັ້ງລາຍການພົບປະແລກປ່ຽນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, ວັນຄູຫວຽດນາມ ແລະ ອຳລານັກສຶກສາລາວ.
ຍສໝ - ໃນລາຍການໄດ້ດຳເນີນບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ມີມະນຸດສະທຳ ແລະແທດຈິງ, ຄື: ເຄົາລົບທຸງຢູ່ຫຼັກໝາຍຊາຍແດນແຫ່ງຊາດທີ 597, ມອບທຶນການສຶກສາ 50 ທຶນ ແລະປຶ້ມຝາກປະຢັດທີ່ມີມູນຄ່າເກືອບ 200 ລ້ານດົ່ງໃຫ້ຄູອາຈານທີ່ສອນວິຊາປະຫວັດສາດ
ຍສໝ - ໃນການຕ້ອນຮັບບູນເຕັດປີມະໂລງ 2024, ອົງການກຳມະບານຂະແໜງການສຶກສາ ຮ່າໂນ້ຍ ສົມທົບກັບພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ໄດ້ຊີ້ນຳບັນດາຫົວໜ່ວຍໃນຂະແໜງການສຸມໃສ່ເບິ່ງແຍງຊີວິດການເປັນຢູ່ຂອງຄູອາຈານ ແລະ ນັກສຶກສາ, ພິເສດແມ່ນເອົາໃຈໃສ່ເຖິງຄູອາຈານທີ່ປະສົບກັບຄວາມຫຍຸ້ງຍາກ, ຄູອາຈານເປົ້າໝາຍນະໂຍບາຍ ແລະ ນັກຮຽນທີ່ເປັນລູກຫຼານຂອງພະນັກງານ, ຄູອາຈານໃນຂະແໜງທີ່ນອນໃນເປົ້າໝາຍຜ່ານຜ່າຄວາມຫຍຸ້ງຍາກ ຮຽນເກັ່ງ.
ຍສໝ - ຫ້ອງຮຽນດັ່ງກ່າວດຳເນີນໃນໄລຍະ 6 ເດືອນ (ແຕ່ເດືອນມັງກອນ ຫາເດືອນມິຖຸນາ 2024) ດ້ວຍການເຂົ້າຮ່ວມຂອງຄູອາຈານ, ພະນັກງານບັນດາພະແນກ, ຂະແໜງການທີ່ພວມປະຕິບັດງານຢູ່ແຂວງຫຼວງນໍ້າທາ 30 ກວ່າຄົນ.
ຍສໝ - ປະທານສະພາແຫ່ງຊາດສອງທ່ານ ສະແດງຄວາມປິຕິຊົມຊື່ນ ແລະຕື້ນຕັນໃຈເມື່ອໄດ້ພົບປະກັບບັນດານັກສຶກສາລາວ ລຸ້ນຕ່າງໆ, ເຊິ່ງເປັນອະດີດການນຳ ແລະພະນັກງານຂັ້ນສູງຂອງລາວ ທີ່ເຄີຍຮຽນຢູ່ໂຮງຮຽນມິດຕະພາບ T78 ໂດຍເປັນໂຮງຮຽນທີ່ກໍ່ສ້າງນັກສຶກສາລາວ ເປັນຈຳນວນຫຼວງຫຼາຍໃນປະຫວັດສາດ.
ຍສໝ - ກໍາລັງຫວຽດນາມ ໄດ້ຈັດສົ່ງແພດໝໍຈາກໂຮງໝໍສະໜາມຂັ້ນ 1 ຂຶ້ນກັບກອງຊ່າງແສງ ພ້ອມດ້ວຍພະນັກງານແພດຈາກກົມກອງ ເນປານ ເຂົ້າຮ່ວມໂຄງການ. ສິ່ງທີ່ເປັນໜ້າເອົາໃຈໃສ່ ນັ້ນແມ່ນມີທ່ານໝໍຄົນໜຶ່ງມາຈາກກອງພັນທະຫານບົກ ປາກິດສະຖານ ໄດ້ສະໝັກເຂົ້າຮ່ວມການໜູນຊ່ວຍພາຍຫຼັງທີ່ໄດ້ຮັບຂ່າວກ່ຽວກັບໂຄງການທີ່ມີຄວາມໝາຍນີ້ຂອງກົມກອງຫວຽດນາມ ແລະ ເນປານ.
ຍສໝ - ທີ່ລາຍການ, ການນຳຄະນະພັກເມືອງເຊໂປນ ຕີລາຄາວ່າ: ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ, ລະຫວ່າງ ກວ໋າງຈິ - ສະຫວັນນະເຂດ ແລະ ເຮື໊ອງຮວ໊າ - ເຊໂປນ.
ຍສໝ - ໃນຕອນເຊົ້າວັນທີ 5 ກັນຍານີ້, ຢູ່ເມືອງ ຟຸກເຖາະ (ຮ່າໂນ້ຍ), ໄດ້ເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2023-2024 ຂອງຄູອາຈານ ແລະ ນັກຮຽນໂຮງຮຽນມິດຕະພາບ T78, ທ່ານປະທານສະມາຄົມ ເວືອງດິ່ງເຫວະ ຫວັງວ່າບັນດາຄູອາຈານທຸກຄົນ ແມ່ນແບບຢ່າງຈັນຍາບັນ, ການຮຽນດ້ວຍຕົນເອງ ແລະ ຄວາມຄິດສ້າງສັນ.
ຍສໝ - ນີ້ແມ່ນເນື້ອໃນຂອງກອງປະຊຸມອອນລາຍ “ສະພາບການສອນ ແລະ ຮຽນພາສາຫວຽດ ຢູ່ຕ່າງປະເທດ” ເຊິ່ງໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຄູອາຈານເກືອບ 100 ຄົນ ທີ່ພວມສອນພາສາຫວຽດ ໂດຍກົງຢູ່ 17 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ.
ຍສໝ - ທ່ານນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ສະແດງຄວາມຂອບອົບຂອບໃຈຢ່າງຈິງໃຈສຳລັບຂອງຂວັນທີ່ເຕັມໄປດ້ວຍຄວາມໝາຍຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ທີ່ໄດ້ມອບໃຫ້ຄູອາຈານໂຮງຮຽນ; ຢັ້ງຢືນວ່າ ນີ້ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ ຫາກຍັງສະແດງເຖິງຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ລັດຖະບານຫວຽດນາມ ຕໍ່ກັບພາລະກິດການສຶກສາຄົນ.
ເດືອນ 2 ປີ 1966, ຈຳນວນນັກຮຽນລາວ 30 ຄົນທີ່ຖືກຄັດເລືອກເພື່ອຮຽນດົນຕີຫຼັກສູດພິເສດໄດ້ອອກຈາກເມືອງວຽງໄຊ, ແຂວງຫົວພັນ (ລາວ) ເດີນທາງໄປເຖິງນະຄອນຫຼວງຮ່າໂນ້ຍ. ເມື່ອໄປຮອດນະຄອນຫຼວງຮ່າໂນ້ຍແລ້ວ, ນັກຮຽນລາວ ແລະ ຄູອາຈານຢູ່ໃນໂຮງຮຽນດົນຕີຮ່າໂນ້ຍໄດ້ຖືກນໍາສົ່ງໄປຢູ່ບ້ານຊວນຈຸງ, ເມືອງອຽນຢູ້ງ, ແຂວງຮ່າບັກ (ປະຈຸບັນແມ່ນແຂວງບັກຢາງ).
ຍສໝ - ໃນປີ 2010, ສູນພາສາຫວຽດນາມ ຢູ່ແຂວງສະຫວັນນະເຂດ (ລາວ) ໄດ້ເປີດເຂົ້າສູ່ການນຳໃຊ້ຢ່າງເປັນທາງການ. ສູນດັ່ງກ່າວໂດຍນະຄອນດ່ານັ້ງ (ຫວຽດນາມ) ໜູນຊ່ວຍການລົງທຶນກໍ່ສ້າງ ແລະ ຕິດຕັ້ງອຸປະກອນ ເພື່ອສິດສອນພາສາຫວຽດນາມ ໃຫ້ນັກຮຽນ, ນັກສຶກສາ ແລະ ພະນັກງານຂອງລາວ.
ຍສໝ - ໃນຖານະເປັນຄູອາຈານຫວຽດນາມ ໂດຍກະຊວງສຶກສາ ແລະບຳລຸງສ້າງຫວຽດນາມ ຄັດເລືອກໄປສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມ, ຂ້າພະເຈົ້າຮູ້ສຶກເປັນກຽດ ແລະເຂົ້າໃຈຄວາມຮັບຜິດຊອບຂອງຕົນໃນການຮັດແໜ້ນນ້ຳໃຈສາມັກຄີມິດຕະພາບຂອງສອງປະເທດ. ຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເຮັດວຽກງານທີ່ໄດ້ຮັບມອບຫມາຍໃຫ້ສໍາເລັດເປັນຢ່າງດີ.
ຍສໝ - ວັນທີ 6 ມີນາ, ສະມາຄົມຊາວຫວຽດນາມ ອາໄສຢູ່ເຂດ Gwangju - Jeonnam (ສ.ເກົາຫຼີ) ໄດ້ຈັດພິທີເປີດຊຸດຮຽນພາສາຫວຽດ 3 ຫ້ອງດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ, ຜູ້ຕາງໜ້າສູນຫຼາຍວັດທະນະທຳ ເມືອງ Jangheung (ແຂວງ Jeonnam), ຄູອາຈານ 3 ທ່ານທີ່ຮັບຜິດຊອບຂອງຫ້ອງຮຽນ, ນັກຮຽນ 38 ຄົນ ແລະພໍ່ແມ່ຜູ້ປົກຄອງ 33 ຄົນທີ່ເຂົ້າຮ່ວມໃນຊຸດຮໍ່າຮຽນ.
ຍສໝ - ຫວ່າງແລ້ວນີ້, ພິທີປິດຊຸດອົບຮົມຄູສອນທີ່ເປັນຊາວຫວຽດນາມຢູ່ຕ່າງປະເທດຄັ້ງທີ 2 ຢູ່ເອີລົບ ແລະ ອາເມລິກາເໜືອ ໄດ້ດຳເນີນດ້ວຍທາງອອນລາຍ.