ບໍາລຸງ​ໃຫ້ຖັນແຖວ​ຄູອາຈານ​ສອນ​ພາສາ​ຫວຽດນາມ ໃຫ້ປະເທດເພື່ອນ​ລາວ

08:07 | 03/09/2022

ຍສໝ - ໃນປີ 2010, ສູນພາສາຫວຽດນາມ ຢູ່ແຂວງສະຫວັນນະເຂດ (ລາວ) ໄດ້ເປີດເຂົ້າສູ່ການນຳໃຊ້ຢ່າງເປັນທາງການ. ສູນ​ດັ່ງກ່າວໂດຍ​ນະຄອນ​ດ່າ​ນັ້ງ (ຫວຽດນາມ) ໜູນຊ່ວຍການ​ລົງທຶນ​ກໍ່ສ້າງ ​ແລະ ຕິດ​ຕັ້ງ​ອຸປະກອນ​ ເພື່ອສິດສອນ​ພາສາ​ຫວຽດນາມ ​ໃຫ້​ນັກຮຽນ, ນັກສຶກສາ ​ແລະ ພະນັກງານ​ຂອງ​ລາວ.

ສຳເລັດໄປດ້ວຍດີຊຸດຝຶກອົບຮົມພາສາລາວໃຫ້ພະນັກງານ ແລະ ຄູອາຈານ ພາຍໃນໂຮງຮຽນມະຫາວິທະຍາໄລພາສາຕ່າງປະເທດ ສຳເລັດໄປດ້ວຍດີຊຸດຝຶກອົບຮົມພາສາລາວໃຫ້ພະນັກງານ ແລະ ຄູອາຈານ ພາຍໃນໂຮງຮຽນມະຫາວິທະຍາໄລພາສາຕ່າງປະເທດ
ໄຂຊຸດກໍ່ສ້າງຜູ້ພິພາກສາ, ພະນັກງານໄອຍະການ, ທະນາຍຄວາມໃຫ້ແກ່ພະນັກງານ, ຄູອາຈານ ລາວ ໄຂຊຸດກໍ່ສ້າງຜູ້ພິພາກສາ, ພະນັກງານໄອຍະການ, ທະນາຍຄວາມໃຫ້ແກ່ພະນັກງານ, ຄູອາຈານ ລາວ

ວຽກງານກໍ່ສ້າງ, ບຳລຸງ​​ຄູ​ອາຈານລາວສອນ​ພາສາ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາກິດຈະກໍາ​ເຄື່ອນ​ໄຫວຢ່າງແທດຈິງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມພູນຄູນສ້າງນໍ້າໃຈ​ມິດຕະພາບ​ຫວຽດນາມ - ລາວ. ໃນໄລຍະ 2022 – 2030, ຫວຽດນາມ ສືບຕໍ່ລົງທຶນກໍ່ສ້າງສິ່ງອໍານວຍຄວາມສະດວກ, ອຸປະກອນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ບັນດາມະຫາວິທະຍາໄລ, ໂຮງຮຽນມັດທະຍົມຕອນ ປາຍຢູ່ລາວ.

ໃນປີ 2010, ສູນພາສາຫວຽດນາມ ຢູ່ແຂວງສະຫວັນນະເຂດ (ລາວ) ໄດ້ເປີດເຂົ້າສູ່ການນຳໃຊ້ຢ່າງເປັນທາງການ. ສູນ​ດັ່ງກ່າວໂດຍ​ນະຄອນ​ດ່າ​ນັ້ງ (ຫວຽດນາມ) ໜູນຊ່ວຍການ​ລົງທຶນ​ກໍ່ສ້າງ ​ແລະ ຕິດ​ຕັ້ງ​ອຸປະກອນ​ ເພື່ອສິດສອນ​ພາສາ​ຫວຽດນາມ ​ໃຫ້​ນັກຮຽນ, ນັກສຶກສາ ​ແລະ ພະນັກງານ​ຂອງ​ລາວ.

ນັກສໍາມະນາກອນຂອງສູນ, ນອກຈາກໄດ້ຮຽນພາສາຫວຽດນາມ ແລ້ວ, ຍັງໄດ້ ຮັບຮູ້ກ່ຽວກັບຄຸນຄ່າວັດທະນະທໍາຂອງສອງຊາດ, ກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານຫວຽດນາມ-ລາວ.

ອາຈານ ພູວິໄລ ພິມວົງສາ, ຫົວໜ້າສູນພາສາຫວຽດນາມ ແຂວງ ສະຫວັນນະເຂດ (ລາວ) ໃຫ້ຮູ້ວ່າ: ສູນດັ່ງກ່າວ ມີນັກສຶກສາລາວ, ຫວຽດນາມ, ໄທ ແລະ ຈີນ ຈໍານວນ 100 ຄົນ. ປະສິດທິຜົນການເຄື່ອນໄຫວ ຂອງສູນບໍ່ພຽງແຕ່ສະແດງໃຫ້ເຫັນຢູ່ຈຳນວນນັກຮຽນເຂົ້າຮ່ວມຊຸດຮຽນເທົ່ານັ້ນ ຫາກຍັງແມ່ນຄວາມສະໜິດຕິດພັນ, ແບ່ງປັນລະຫວ່າງນັກສໍາມະນາກອນ ເວົ້າສະເພາະ ແລະ ສອງຊາດ ຫວຽດນາມ ແລະ ລາວ ເວົ້າລວມ. ​ແຕ່ລະ​ປີ, ນະຄອນ​ດ່າ​ນັ້ງ ​ໄດ້ຈັດ​ສົ່ງ​ຄູອາຈານ​ສອນ​ຫວຽດນາມ​ ໄປ​ສອນ​ຢູ່​ສູນ​ໂດຍ​ກົງ. ຄູອາຈານ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ແມ່ນ​ຜູ້​ມີ​ລະດັບວິຊາຊີບສູງ, ມີ​ປະສົບ​ການ​ຢ່າງ​ກວ້າງຂວາງ​ໃນ​ການສິດ​ສອນ ​ແລະ ມີຄວາມ​ກະຕືລືລົ້ນ​ໃນ​ການ​ປະຕິບັດ​ໜ້າທີ່​ຮ່ວມ​ມື​ມິດຕະພາບ.

​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ສິດສອນ ແລະ ຮໍ່າຮຽນ​ພາສາ​ຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້, ອາຈານ ພູ​ວິໄລ ພິມ​ວົງສາ ​ແລະ ຄູ​ອາຈານ​ຂອງ​ສູນ​ໄດ້​ເຂົ້າ​ຮ່ວມ​ຊຸດຝຶກ​ອົບຮົມ​ພາສາ​ຫວຽດນາມ ​ໂດຍ​ຄະນະ​ກຳມະການ​ແຫ່ງ​ລັດ ​ກ່ຽວກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຈັດ​ຕັ້ງ.

ອາຈານ ພູ​ວິໄລ ພິມ​ວົງສາ ຫົວໜ້າສູນພາສາຫວຽດນາມ ແຂວງ ສະຫວັນນະເຂດ (ລາວ) ໃຫ້ຮູ້ວ່າ “ບັນດາຄູອາຈານຂອງຊຸດຝຶກອົບຮົມ ຍາມໃດກໍ່ມີຄວາມຕັ້ງໃຈ, ກຽມພ້ອມຕອບທຸກຄຳຖາມ ແລະ ສະໜັບສະໜູນ ນັກສໍາມະນາກອນ, ໂດຍສະເພາະຄູສອນຊາວລາວ. ນອກຈາກ​ເວລາ​ຮຽນ, ພວກ​ເຮົາ​ຍັງ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ບົດຮຽນ​ພາກ​ປະຕິບັດ​ຕົວຈິງ​ໃນ​ການ​ສອນ​ພາສາ​ຫວຽດນາມ; ໂດຍສະເພາະແມ່ນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນຂະບວນການສິດສອນ, ສ້າງຄວາມຈັບອົກຈັບໃຈໃຫ້ແກ່ຜູ້ຮຽນ; ໄດ້ໄປ​ຢ້ຽມ​ຢາມ​ບັນ​ດາ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດ​ນາມ ເຊັ່ນ: ທຳນຽບປະທານປະເທດ, ວັນມ໊ຽວ-ກວກຕືຢ໊າມ, ເຂດປູສະນີຍະສະຖານຈ່າງອານ... ບັນດາການໄປທັດສະນະແມ່ນບົດຮຽນ ຕົວຈິງທີ່ເປັນປະໂຫຍດ, ເຮັດໃຫ້ຄວາມຮັບຮູ້ຄວາມຮູ້ກ່ຽວກັບວັດທະນະທໍາ, ປະຫວັດຊາດຂອງຫວຽດນາມ ຫຼາກຫຼາຍຕື່ມອີກ ເພື່ອເມື່ອກັບເມືອລາວ ສາມາດຜັນຂະຫຍາຍໃນບັນດາບົດບັນຍາຍ ໃຫ້ແກ່ນັກສໍາມະນາກອນໄດ້ເປັນຢ່າງດີ”.

ຕາມ​ອາຈານ ​ເຈີ່ນ​ທິ​ຕິ໋, ຄູ​ສອນ​ຢູ່​ໂຮງຮຽນ​ປະຖົມ ຮວ່າງແອວງ ​ແຂວງ​ສະຫວັນ​ນະ​ເຂດ​ແລ້ວ, ຄວາມ​ຮຽກຮ້ອງ​ຕ້ອງການດ້ານບຸກຄະນາກອນຊາວ​ລາວ​ ທີ່​ເກັ່ງ​ພາສາ​ຫວຽດນາມ ຢູ່​ບັນດາ​ບໍລິສັດ, ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ຢູ່​ລາວ​ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ນັກສຶກສາລາວ ທີ່ຮຽນຈົບສາຂາວິຊາພາສາຫວຽດນາມ ຈະມີໂອກາດໄດ້ວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍຮັບສູງ. ສະນັ້ນ, ການຮຽນ-ການສອນພາສາຫວຽດນາມ ນັບມື້ນັບມີຄວາມສົນໃຈ ແລະ ຖືເປັນສຳຄັນ.

ບໍາລຸງ​ໃຫ້ຖັນແຖວ​ຄູອາຈານ​ສອນ​ພາສາ​ຫວຽດນາມ ໃຫ້ປະເທດເພື່ອນ​ລາວ
ບັນດາຄູອາຈານລາວເຂົ້າຮ່ວມການຝຶກອົບຮົມພາສາຫວຽດນາມ. ພາບ: ຟ້າມຫຼີ

ສຳລັບ​ອາຈານ ​ເຈີ່ນ​ທິ​ຕິ໋, ​ໃນ​ເວລາ​ກວ່າ 2 ອາທິດ​ທີ່ ​ເຂົ້າ​ຮ່ວມ​ຊຸດ​ອົບຮົມ​ການ​ສອນ​ພາສາ​ຫວຽດນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ແທດ​ຈິງ​ຢ່າງແທດຈິງໃຫ້​ແກ່​ວຽກ​ງານ​ສິດສອນ​ພາສາ​ຫວຽດນາມ ຂອງ​ຄູ​ອາຈານ​ ດ້ວຍທັກສະສ້າງຄູທີ່ຈໍາເປັນ, ​ຄວາມຮູ້​ດ້ານ​​ວິຊາ​ຊີບ​​ທີ່​ເປັນ​ປະ​ໂຫຍ​ດເທົ່ານັ້ນ ຫາກຍັງສ້າງຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວກັບ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ທີ່​ສວຍ​ງາມ, ສະ​ໜິດ​ສະ​ໜົມ ແລະ ຮັກແພງແຂກຄົນອີກດ້ວຍ. ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ທີ່​ຊຸດ​ອົບຮົມ​ ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ເພີ່ມ​ພູນ​ຄູນ​ສ້າງ​ມິດຕະພາບ​ຫວຽດນາມ - ລາວ ກວ່າອີກ.

ຂໍ້​ມູນ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະວິຊາພາສາຫວຽດ ​ມະຫາວິທະຍາ​ໄລ​ຈຳປາສັກ (​ແຂວງ​ຈຳປາ​ສັກ, ລາວ) ​ໃນ​ເດືອນມິຖຸນາ 2022, ທ່ານ ຫງວຽນ​ຫາຍ​ແທ່ງ, ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ (ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ) ​ໃຫ້ຮູ້ວ່າ: ກາກໍານົດ​ທິດ​ຂອງລັດຖະບານ​ຫວຽດນາມ ​ໃນ​ໄລຍະ 2022 – 2030 ​ແມ່ນ​ຮັກສາ​ການ​ໜູນ​ຊ່ວຍ​ຄູ​ສອນ​ພາສາ​ຫວຽດນາມ ຢູ່​ລາວ, ຮ່ວມມື​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ໃນ​ບັນດາ​ໂຄງການ​ຮ່ວມສໍາພັນກໍ່ສ້າງ ລະດັບ​ປະລິນຍາ​ຕີພາສາຫວຽດນາມ ​ແລະ ປະລິນຍາ​ຕີ​ລົງເລິກ​ວິຊາຫວຽດນາມ ວິທະຍາ. ຫວຽດນາມ ສືບ​ຕໍ່​ລົງທຶນ​ກໍ່ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ບຳລຸງ​ສ້າງ​ພາສາ​ຫວຽດນາມ ຢູ່​ບັນດາ​ມະຫາວິທະຍາ​ໄລ ​ແລະ ມັດທະຍົມ​ປາຍ​ໃນ​ທົ່ວ​ປະ​ເທດ, ຮັກສາ​ມາດຖານ​ຕ່ຳ​ສຸດ ​ແລະ ຫຼາຍ​ໂຄງການເກື້ອກູນໃຫ້ບັນດາ​ນັກ​ສຶກສາ​ໄປຮໍ່າ​ຮຽນ​ຢູ່ ຫວຽດນາມ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.