ເພີ່ມກຳລັງໃຈໃຫ້ແກ່ຄູອາຈານຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ

09:46 | 03/10/2025

ຍສໝ - ຕອນເຊົ້າວັນທີ 1 ຕຸລາ, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ, ໄດ້ຈັດພິທີມອບເງິນຊ່ວຍເຫຼືອໃຫ້ແກ່ຄູອາຈານໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ນີ້ແມ່ນປີທີ 4 ຕິດຕໍ່ກັນ ທີ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ມອບເງິນຊ່ວຍເຫຼືອນີ້.

ປະທານປະເທດຫວຽດນາມ ໄປຢ້ຽມຢາມສະຖານທູດ ແລະພົບປະໂອ້ລົມກັບປະຊາຄົມຊາວຫວຽດນາມ ຢູ່ ລາວ, ຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ
ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງລຸງໂຮ່

ເຂົ້າຮ່ວມພິທີມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໃນແຕ່ລະໄລຍະ, ຄະນະອຳນວຍການ ແລະຄູອາຈານຂອງໂຮງຮຽນ ເປັນຈຳນວນຫຼວງຫຼາຍ.

ເພີ່ມກຳລັງໃຈໃຫ້ແກ່ຄູອາຈານຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ
ທ່ານ ເລວັນມຸ່ຍ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ກ່າວຄຳເຫັນທີ່ພິທີ. (ພາບ: ສໍານັກຂ່າວສານຫວຽດນາມ)

ກ່າວຄຳເຫັນທີ່ພິທີ, ທ່ານ ເລວັນມຸ່ຍ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເນັ້ນໜັກວ່າ ຂອງຂວັນທີ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ມອບໃຫ້ໃນມື້ນີ້ບໍ່ພຽງແຕ່ມີຄຸນຄ່າທາງດ້ານວັດຖຸເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ໃຫ້ແກ່ຄວາມເອົາໃຈໃສ່ອັນເລິກເຊິ່ງຂອງພັກ, ລັດ ແລະລັດຖະບານຫວຽດນາມ ທີ່ມີຕໍ່ພາລະກິດການສຶກສາຢູ່ ລາວ.

ເພີ່ມກຳລັງໃຈໃຫ້ແກ່ຄູອາຈານຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ
ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. (ພາບ: ສໍານັກຂ່າວສານຫວຽດນາມ)

ຕາມທ່ານ ເລວັນມຸ່ຍ ແລ້ວ, ການຊ່ວຍເຫຼືອນີ້ ແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ຄູອາຈານ ແລະນັກຮຽນຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ - ໂຮງຮຽນທີ່ດີເດັ່ນໃນວຽກງານສິດສອນພາສາຫວຽດນາມ, ທັງເປັນການບຳລຸງສ້າງໃຫ້ນັກຮຽນຮຸ່ນຕ່າງໆ ເຂົ້າໃຈກ່ຽວກັບວັດທະນະທຳ, ປະຫວັດສາດ, ນໍ້າໃຈມິດຕະພາບລະຫວ່າງສອງຊາດ ຫວຽດນາມ-ລາວ.

ທ່ານ ເລວັນມຸ່ຍ ຢືນຢັນວ່າ ການເອົາໃຈໃສ່ຢ່າງທັນການ ແລະແທດຈິງນີ້ ຈະເພີ່ມຄວາມໄວ້ເນື້ອເຊື່ອໃຈ, ສ້າງເງື່ອນໄຂສະດວກເພື່ອໃຫ້ໂຮງຮຽນປະຕິບັດໜ້າທີ່ການສຶກສາເປັນຢ່າງດີ, ຜ່ານນັ້ນປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ເພີ່ມກຳລັງໃຈໃຫ້ແກ່ຄູອາຈານຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ
ທ່ານນາງ ຫງວຽນທິແທງເຮືອງ, ຜູ້ອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ກ່າວຄຳເຫັນທີ່ພິທີ. (ພາບ: ສໍານັກຂ່າວສານຫວຽດນາມ)

ຕາງໜ້າໃຫ້ພະນັກງານ ແລະຄູອາຈານຂອງໂຮງຮຽນ, ທ່ານນາງ ຫງວຽນທິແທງເຮືອງ, ຜູ້ອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ສະແດງຄວາມຂອບອົກຂອບໃຈອັນເລິກເຊິ່ງມາຍັງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ. ນີ້ບໍ່ພຽງແຕ່ເປັນການລະດົມກຳລັງໃຈອັນໃຫຍ່ຫຼວງ, ເພີ່ມກຳລັງໃຈໃຫ້ຄູອາຈານ ແລະນັກຮຽນຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຕັດສິນໃຈ ປະຕິບັດສຳເລັດບັນດາເປົ້າໝາຍໃນສົກຮຽນ 2025-2026 ຢ່າງມີໄຊ ເທົ່ານັ້ນ, ຫາກຍັງເພື່ອໃຫ້ໂຮງຮຽນ ປະຕິບັດຂະບວນການ “ສອນດີ-ຮຽນເກັ່ງ” ເປັນຢ່າງດີ, ກໍ່ສ້າງໂຮງຮຽນໃຫ້ເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈ ເພື່ອໃຫ້ຜູ້ປົກຄອງນັກຮຽນ ແລະນັກຮຽນ ມີຄວາມອຸ່ນອຽນໃຈສົ່ງລູກຫຼານມາຮຽນອີກດ້ວຍ, ປະກອບສ່ວນຮັກສາ ແລະພັດທະນານໍ້າໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ-ລາວ.

ເພີ່ມກຳລັງໃຈໃຫ້ແກ່ຄູອາຈານຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ
ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ມອບຂອງຂວັນໃຫ້ຄູອາຈານ. (ພາບ: ສໍານັກຂ່າວສານຫວຽດນາມ)

ເນື່ອງໃນໂອກາດນີ້, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ມອບຂອງຂວັນ 53 ພູດ, ແຕ່ລະພູດມີມູນຄ່າ 500 USD ໃຫ້ບັນດາຄູອາຈານ. ຂອງຂວັນນີ້ບໍ່ພຽງແຕ່ໄດ້ນຳມາເຊິ່ງຄວາມເບີກບານມ່ວນຊື່ນ, ການລະດົມກຳລັງໃຈໃຫ້ແກ່ໝູ່ຄະນະໂຮງຮຽນເທົ່ານັ້ນ, ຫາກຍັງເປັນການແຜ່ຂະຫຍາຍສານອັນສະໜິດສະໜົມລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນປັບປຸງອາລົມຈິດຊຸມຊົນ ແລະນໍ້າໃຈສາມັກຄີແບບພິເສດຫວຽດນາມ - ລາວ.

ໂຮງຮຽນ ມສ ຫງວຽນຢູ ສອງພາສາລາວ-ຫວຽດນາມ ເປີດສົກຮຽນໃໝ່ ໂຮງຮຽນ ມສ ຫງວຽນຢູ ສອງພາສາລາວ-ຫວຽດນາມ ເປີດສົກຮຽນໃໝ່

ຍສໝ - ຕອນ​ເຊົ້າ​ວັນ​ທີ 6 ກັນຍາ, ຄູ​ອາ​ຈານ, ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ສອງ​ພາ​ສາ​ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ຢູ່​ນະ​ຄອນຫຼວງ ວຽງ​ຈັນ ປະ​ເທດ​ລາວ ໄດ້​ຈັດ​ຕັ້ງ​ພິ​ທີ​ເປີດ​ສົກ​ຮຽນ​ໃໝ່ 2023-2024. ​ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ​ຫວຽດນາມ ປະຈຳ​ລາວ ກໍ່​ໄດ້​ຈັດ​ຕັ້ງ​ອາ​ທິດ​ເພື່ອ​ໃຫ້​ກຽດ​ແກ່​ຊາວ​ຫວຽດນາມ ​ໃນ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ລາວ.

ມອບເງິນຊ່ວຍເຫຼືອຄູອາຈານໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ມອບເງິນຊ່ວຍເຫຼືອຄູອາຈານໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ

ຍສໝ - ທ່ານນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ສະແດງຄວາມຂອບອົບຂອບໃຈຢ່າງຈິງໃຈສຳລັບຂອງຂວັນທີ່ເຕັມໄປດ້ວຍຄວາມໝາຍຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ທີ່ໄດ້ມອບໃຫ້ຄູອາຈານໂຮງຮຽນ; ຢັ້ງຢືນວ່າ ນີ້ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ ຫາກຍັງສະແດງເຖິງຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ລັດຖະບານຫວຽດນາມ ຕໍ່ກັບພາລະກິດການສຶກສາຄົນ.

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ