ຂະແໜງການສຶກສານະຄອນ ຮ່າໂນ້ຍ ໜູນຊ່ວຍຄູອາຈານທີ່ປະສົບກັບຄວາມຫຍຸ້ງຍາກໃນບູນເຕັດ

12:07 | 24/01/2024

ຍສໝ - ໃນການຕ້ອນຮັບບູນເຕັດປີມະໂລງ 2024, ອົງການກຳມະບານຂະ​ແໜງ​ການ​ສຶກສາ ​ຮ່າ​ໂນ້ຍ ສົມທົບ​ກັບ​ພະແນກ​ສຶກສາ ​ແລະ ບຳລຸງ​ສ້າງ ຮ່າ​ໂນ້ຍ ໄດ້ຊີ້​ນຳ​ບັນດາຫົວໜ່ວຍໃນຂະ​ແໜງ​ການ​ສຸມ​ໃສ່​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄູ​ອາຈານ ​ແລະ ນັກ​ສຶກສາ, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ຄູ​ອາຈານທີ່ປະສົບກັບຄວາມຫຍຸ້ງຍາກ, ຄູ​ອາຈານເປົ້າໝາຍນະໂຍບາຍ ແລະ ນັກຮຽນທີ່​ເປັນ​ລູກ​ຫຼານ​ຂອງ​ພະນັກງານ, ຄູ​ອາຈານໃນຂະແໜງທີ່ນອນໃນເປົ້າໝາຍຜ່ານຜ່າຄວາມຫຍຸ້ງຍາກ ຮຽນເກັ່ງ.

ນະຄອນ ຮ່າໂນ້ຍ ນຳໜ້າທົ່ວປະເທດກ່ຽວກັບການດຶງດູດໂຄງການ FDI ນະຄອນ ຮ່າໂນ້ຍ ນຳໜ້າທົ່ວປະເທດກ່ຽວກັບການດຶງດູດໂຄງການ FDI
ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ

ຕາມ​ການແນະນຳຂອງສະຫະພັນ​ແຮງ​ງານນະຄອນ ຮ່າ​ໂນ້ຍ, ຂະແໜງການ ໄດ້​ໜູນ​ຊ່ວຍ ​ແລະ ມອບ​ຂອງຂວັນ​ໃຫ້​ພະນັກງານ, ຄູ​ອາຈານ 2.202 ຄົນ ແລະ ນັກຮຽນ 151 ຄົນດ້ວຍ​ຍອດ​ຈຳນວນ​ເງິນ​ເກືອບ 2 ຕື້​ດົ່ງ. ​ໃນ​ນັ້ນ, ສະຫະພັນ​ແຮງ​ງານ​ນະຄອນກໍໄດ້ໜູນ​ຊ່ວຍ​ພະນັກງານ, ຄູ​ອາຈານທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ 275 ຄົນ​ດ້ວຍ​ຈຳນວນ​ເງິນ​ເກືອບ 373 ລ້ານ​ດົ່ງ, ມອບ 62 ລ້ານ​ດົ່ງ​ເປັນ​ຂອງຂວັນ​ໃຫ້​ພັນ​ລະ​ຍາ​ທະຫານ 31 ຄົນ​ທີ່​ເຮັດ​ວຽກ​ຢູ່​ເກາະ. ຂະ​ແໜງ​ການ​ສຶກສາ ​ຮ່າ​ໂນ້ຍ ​ໄດ້​ໜູນ​ຊ່ວຍ​ພະນັກງານ, ຄູ​ອາຈານທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ 1.754 ຄົນ​ດ້ວຍ​ຍອດ​ຈຳນວນ​ເງິນ​ເກືອບ 1,5 ຕື້​ດົ່ງ; ມອບຂອງຂວັນໃຫ້ພະນັກງານ, ຄູ​ອາຈານທີ່ເປັນເມຍທີ່ເປັນລູກຫຼານຂອງທະຫານທີ່ເຮັດວຽກຢູ່ເກາະ 31 ຄົນ ແລະ ນັກຮຽນທີ່ເປັນລູກຫຼານຂອງທະຫານທີ່ເຮັດວຽກຢູ່ເກາະ 111 ຄົນດ້ວຍມູນຄ່າທັງໝົດ 71 ລ້ານດົ່ງ.

ຂະແໜງການສຶກສານະຄອນ ຮ່າໂນ້ຍ ໜູນຊ່ວຍຄູອາຈານທີ່ປະສົບກັບຄວາມຫຍຸ້ງຍາກໃນບູນເຕັດ


ຮູບປະກອບ

ຄຽງ​ຄູ່​ກັບ​ການ​ເອົາໃຈໃສ່, ຫ່ວງໃຍ, ຢ້ຽມຢາມຄະນະຄູອາຈານ ແລະ ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ຜັນຂະຫຍາຍຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ຂອງອົງການກຳມະບານຂະແໜງການສຶກສາ ຮ່າໂນ້ຍ ແລ້ວນັ້ນ, ບັນດາຫົວໜ່ວຍໃນທົ່ວຂະແໜງກໍໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະ, ມອບຂອງຂວັນ ແລະ ຢ້ຽມຢາມຄູອາຈານ ແລະ ນັກຮຽນເປົ້າໝາຍນະໂຍບາຍ. ບັນດາ​ໂຮງຮຽນ​ມີຫຼາຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ກິລາ, ຈັດຕັ້ງຫໍ່ເຂົ້ົ້າຕົ້ົ້ມ, ການພົບປະມື້ທ້າຍປີ, ການພົບປະໃພ້ເຂີຍ... ສ້າງ​ບັນຍາກາດທີ່ມ່ວນຊື່ນ​ໃຫ້​ແກ່​ພະນັກງານ, ຄູ​ອາຈານ.

ທ່ານຫົວໜ້າພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ ຮ່າ​ໂນ້ຍ ເຈີ່ນເຖເກື່ອງ ໃຫ້​ຮູ້​ວ່າ ວັນ​ທີ 30 ຫາ 31 ມັງກອນ, ຄະນະຫົວໜ້າພະແນກ ພ້ອມກັບຄະນະປະຈຳອົງການກຳມະບານຂະແໜງການຈະ​ຈັດ​ຕັ້ງ 5 ຄະນະ​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໂດຍ​ກົງ​ໃຫ້​ບັນດາ​ຄູ​ອາຈານ​ທີ່ເປັນ​ພະຍາດ​ຮ້າຍ​ແຮງ, ມີສະພາບການ​ທີ່​ປະສົບ​ກັບຄວາມຫຍຸ້ງຍາກ, ພິເສດເພື່ອແບ່ງປັນ, ລະດົມໃຫ້ຢ່າງທັນການ. ​ເນື່ອງ​ໃນ​ໂອກາດ​ນີ້, ຂະແໜງການ ຈະ​ສົມທົບ​ກັບ​ບໍລິສັດ Vinfast ສ້າງ​ເງື່ອນ​ໄຂ​ໃຫ້​ພະນັກງານ, ຄູ​ອາຈານ 280 ຄົນ ໄດ້​ຊື້​ລົດຈັກ​ໄຟຟ້າ​ດ້ວຍສ່ວນ​ຫຼຸດລາຄາ 32%.

ມິງດຶກ

ເຫດການ
302 Found

Found

The document has moved here.