ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ

00:00 | 07/12/2023

ປະທານສະພາແຫ່ງຊາດ ຫວຽດນາມແລະລາວ ເຂົ້າຮ່ວມການພົບປະສັງສັນກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ

ໂຮງຮຽນມິດຕະພາບ T78: ເປີດສົກຮຽນໃໝ່ ສຳລັບນັກຮຽນລາວປີກຽມ ພາສາຫວຽດນາມ ໂຮງຮຽນມິດຕະພາບ T78: ເປີດສົກຮຽນໃໝ່ ສຳລັບນັກຮຽນລາວປີກຽມ ພາສາຫວຽດນາມ
ປະທານສະພາແຫ່ງຊາດ ຫວຽດນາມ ຮັບຕ້ອນ ປະທານສະພາແຫ່ງຊາດ ລາຊະອານາຈັກ ກໍາປູເຈຍ ປະທານສະພາແຫ່ງຊາດ ຫວຽດນາມ ຮັບຕ້ອນ ປະທານສະພາແຫ່ງຊາດ ລາຊະອານາຈັກ ກໍາປູເຈຍ

ຕອນເຊົ້າວັນ 6 ທັນວາ, ໃນການຢ້ຽມຢາມ ແລະເຮັດວຽກຢູ່ລາວ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ແລະທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ມີການພົບປະຢ່າງສະໜິດສະໜົມກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78, ຫວຽດນາມ ລຸ້ນຕ່າງໆ.

ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແລະບັນດາຜູ້ແທນທີ່ການພົບປະ. ພາບ: qdnd.vn

ປະທານສະພາແຫ່ງຊາດສອງທ່ານ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ແລະຕື້ນຕັນໃຈເມື່ອໄດ້ພົບປະກັບບັນດານັກສຶກສາລາວ ລຸ້ນຕ່າງໆ, ເຊິ່ງເປັນອະດີດການນຳ ແລະພະນັກງານຂັ້ນສູງຂອງລາວ ທີ່ເຄີຍຮຽນຢູ່ໂຮງຮຽນມິດຕະພາບ T78 ໂດຍເປັນໂຮງຮຽນທີ່ກໍ່ສ້າງນັກສຶກສາລາວ ເປັນຈຳນວນຫຼວງຫຼາຍໃນປະຫວັດສາດ.

ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະ. ພາບ: qdnd.vn

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ໂຮງຮຽນມິດຕະພາບ T78 ແມ່ນໜຶ່ງໃນບັນດາຂົວຕໍ່, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ໝັ້ນຄົງກວ່າອີກ, ປະກອບສ່ວນກໍ່ສ້າງນັກສຶກສາລາວ ກວ່າ 27.000 ຄົນ; ໃນນັ້ນມີນັກສຶກສາລາວ ຫຼາຍຄົນທີ່ປະສົບຜົນສຳເລັດ, ໄດ້ ແລະພວມດຳລົງຕຳແໜ່ງສຳຄັນໃນກົງຈັກການນຳພັກ, ລັດ, ສະພາແຫ່ງຊາດ, ລັດຖະບານລາວ.

ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ກ່າວຄຳເຫັນທີ່ການພົບປະ. ພາບ: qdnd.vn

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ ການພົບປະອັນສະໜິດສະໜົມ ແລະມີຄວາມໝາຍໃນມື້ນີ້ ຈະສືບຕໍ່ໄດ້ຮັບການຮັກສາ, ແມ່ນໂອກາດເພື່ອສະແດງການຕອບບຸນແທນຄຸຸນຕໍ່ຄູອາຈານ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງຊາດ, ພິເສດແມ່ນປະກອບສ່ວນສຶກສາອົບຮົບໃຫ້ຄົນລຸ້ນຫຼັງສືບທອດ, ຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ຕື່ມອີກ.

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດລາວ ໄດ້ຫວນຄືນບັນດາຄວາມຊົງຈຳໃນໄລຍະຮ່ຳຮຽນຢູ່ຫວຽດນາມ, ພ້ອມທັງແບ່ງປັນກ່ຽວກັບໜ້າທີ່ສຶກສາໃຫ້ໄວໜຸ່ມຂອງສອງປະເທດກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ, ເພື່ອໃຫ້ສາຍພົວພັນນີ້ນັບມື້ນັບເກີດດອກອອກຜົນ.

ບູນມີ

ເຫດການ
302 Found

Found

The document has moved here.