ບັນດາບົດເພງຈາກໃຈຂອງຄູອາຈານຫວຽດນາມ

21:09 | 26/09/2022

ເດືອນ 2 ປີ 1966, ຈຳນວນນັກຮຽນລາວ 30 ຄົນທີ່ຖືກຄັດເລືອກເພື່ອຮຽນດົນຕີຫຼັກສູດພິເສດໄດ້ອອກຈາກເມືອງວຽງໄຊ, ແຂວງຫົວພັນ (ລາວ) ເດີນທາງໄປເຖິງນະຄອນຫຼວງຮ່າໂນ້ຍ. ເມື່ອໄປຮອດນະຄອນຫຼວງຮ່າໂນ້ຍແລ້ວ, ນັກຮຽນລາວ ແລະ ຄູອາຈານຢູ່ໃນໂຮງຮຽນດົນຕີຮ່າໂນ້ຍໄດ້ຖືກນໍາສົ່ງໄປຢູ່ບ້ານຊວນຈຸງ, ເມືອງອຽນຢູ້ງ, ແຂວງຮ່າບັກ (ປະຈຸບັນແມ່ນແຂວງບັກຢາງ).

ເພີ່ມທະວີການຮ່ວມມືລະຫວ່າງຄະນະຊາວໜຸ່ມບັນດາແຂວງຕິດກັບຊາຍແດນ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືລະຫວ່າງຄະນະຊາວໜຸ່ມບັນດາແຂວງຕິດກັບຊາຍແດນ ລາວ-ຫວຽດນາມ
ງານວາງສະແດງ ຮວ່າງຊາ, ເຈື່ອງຊາແມ່ນຂອງຫວຽດນາມ: ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ ງານວາງສະແດງ ຮວ່າງຊາ, ເຈື່ອງຊາແມ່ນຂອງຫວຽດນາມ: ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ

ຄະນະຮັບຜິດຊອບນັກຮຽນລາວໄດ້ມີການຈັດແບ່ງປັນໃຫ້ນັກຮຽນລາວໄປດໍາລົງຊີວິດຢູ່ນໍາບັນດາຄອບຄົວຂອງຄົນຫວຽດນາມ ຄອບຄົວລະສອງຄົນ. ໃນເວລາທີ່ນັກຮຽນລາວພວມສຶກສາຮ່ຳຮຽນດົນຕີທີ່ມີຫຼາຍວິຊາພວມມີບັນຍາກາດອັນຟົດຟື້ນນັ້ນໃນເວລາ 9 ໂມງຂອງວັນທີ 19/7/1967 ໄດ້ມີຍົນຖີ້ມລະເບີດສອງລຳຂອງອາເມລິກາສັກຫົວລົງມາແຕ່ສາຍພູທາງທິດເໜືອຖິ້ມລະເບີດລົງທຳລາຍວັດ, ທຳລາຍເຮືອນຊານບ້ານຊ່ອງ, ທົ່ງນາ ແລະ ຮົ້ວສວນຂອງປະຊາຊົນຢູ່ບ້ານຊວນຈຸງ ຊຶ່ງໄດ້ເຮັດໃຫ້ທ້າວ ສົມພະມິດ ທີ່ກໍາລັງຮຽນຕີກອງ, ທ້າວ ເຫງະ, ທ້າວ ແສງທອງ ຮຽນຫຼີ້ນໄວໂອລິນ ແລະຄົນຫວຽດນາມ ອີກ 11 ຄົນ ໄດ້ຖືກລະເບີດເສຍຊິວິດ. ໃນບັນຍາກາດແຫ່ງຄວາມໂສກເສົ້າ, ເສຍດາຍຂອງທຸກຄົນ ຍິ່ງເຮັດໃຫ້ຄວາມເຈັບແຄ້ນແໜ້ນໃຈຂອງຄົນລາວ ແລະ ຄົນຫວຽນນາມໃນເວລານີ້ໄດ້ຂຶ້ນສູ່ຍອດສູງສຸດ ໃນເມື່ອໄດ້ເຫັນໂລງສົບຂອງຄົນລາວ ແລະ ຄົນຫວຽດນາມລຽນເປັນແຖວ.

ເພື່ອເຮັດໃຫ້ການສຶກສາຮ່ຳຮຽນດົນຕີຂອງນັກຮຽນລາວໃນຊຸດທຳອິດນີ້ໄດ້ຮັບໝາກຜົນເປັນຢ່າງດີ, ຝ່າຍຫວຽດນາມໄດ້ເພີ່ມຄະນະຮັບຜິດຊອບຕື່ມຄື: ອາວມິງ, ອາວຕວາ້ນ. ສ່ວນຄະນະຮັບຜິດຊອບດ້ານວິຊາສະເພາະມີເອື້ອຍຄູ ໂຕ້ລານ ແມ່ນລົງເລິກສອນໂນດໂຊນແຟສາກົນໃຫ້ທຸກໆຫ້ອງຮຽນ. ນັກຮຽນຜູ້ຍິງຄົນລາວທີ່ມີນາງ ບົວພັນ ລີກາຢາ ຮຽນຮ້ອງເພງ ແລະ ກີຕ້າ, ນາງ ອອນແກ້ວ ຮຽນໄວໂອລີນ, ນາງ ສີພັນ, ນາງ ວັນນີ, ນາງ ວຽງມານີ, ນາງ ພວງ ຮຽນຮ້ອງເພງ.

ຈັດບຸນປີໃໝ່ລາວໃຫ້ແກ່ນັກສຶກສາຕ່າງປະເທດ ປີ 1980 (ແຫຼ່ງຂໍ້ມູນ: ເອກະສານໂດຍໂຮງຮຽນມິດຕະພາບ T78 ສະໜອງ)
ຈັດບຸນປີໃໝ່ລາວໃຫ້ແກ່ນັກສຶກສາຕ່າງປະເທດ ປີ 1980 (ແຫຼ່ງຂໍ້ມູນ: ເອກະສານໂດຍໂຮງຮຽນມິດຕະພາບ T78 ສະໜອງ)

ຝ່າຍຫວຽດນາມໄດ້ປຸກສ້າງເຮືອນໄມ້ຫຼັງໜຶ່ງໃຫ້ແກ່ນັກຮຽນຍິງຂອງລາວນອນ. ເຮືອນຫຼັງນີ້ແອ້ມດ້ວຍໄມ້ໄຜ່, ໂດຍມີປ່າໄມ້ສີຂຽວອ້ອມຮອບ, ມີຫ້ອງຮຽນພຽງແຕ່ຫ້ອງດຽວໃຫ້ນັກຮຽນໄດ້ຮຽນໂດຍຂຸດຂຸມເລິກເກືອບສອງແມັດ, ກ້ວາງຫ້າແມັດ, ຫຼັງຄາມຸງດ້ວຍໄມ້ປ່ອງ.

ການດຳລົງຊິວິດກໍ່ຄືການສຶກສາຮໍ່າຮຽນວິຊາສະເພາະໃນເວລານີ້ແມ່ນພົບກັບຄວາມຫຍຸ້ງຍາກພໍສົມຄວນຊຶ່ງສົມວ່າໄປຢູ່ບ້ານນອກແທ້ໆ. ນັກຮຽນຍິງລາວຢາກໄດ້ເຂັມ, ຝ້າຍໄໝຫຍິບມາຫຍິບກໍ່ບໍ່ມີບ່ອນຂາຍ. ຜ່ານຈາກການໃກ້ສິດ, ຕິດຕາມ, ພົບປະໂອ້ລົມກັບນັກຮຽນຍິງລາວ ເອື້ອຍຄູ ໂຕລານ ຈິ່ງຮູ້ ແລະ ກຳໄດ້ວ່າສະພາບຂອງແຕ່ລະຄົນແມ່ນບໍ່ຄືກັນ. ເອື້ອຍຄູໄດ້ໄປຊື້ເຂັມ, ຝ້າຍໄໝຫຍິບມາໃຫ້ນັກຮຽນຍິງລາວໄດ້ໃຊ້. ນອກຈາກນັ້ນເພິ່ນຍັງມີການຖັກແສ່ວເສື້ອແລນກັນໜາວເປັນໂຕມາໃຫ້ນັກຮຽນຍິງລາວຜູ້ຂາດເຂີນໄດ້ໃຊ້ ຊຶ່ງໄດ້ເຮັດໃຫ້ນັກຮຽນ ແລະ ເອື້ອຍຄູກາຍເປັນຄືເອື້ອຍນ້ອງຄີງໆຢູ່ໃນຄອບຄົວດຽວກັນ.

ຍ້ອນວ່າໄລຍະສຶກສາຮໍ່າຮຽນດົນຕີຢູ່ຫວຽດນາມ, ໃນໄລຍະສົງຄາມ, ຍົນຖີ້ມລະເບີດຂອງອາເມລິກາບໍ່ເວັ້ນແຕ່ລະມື້ແຕ່ຈໍານວນຄູອາຈານຫວຽດນາມທີ່ຢູ່ໄກຈາກນັກຮຽນລາວຕັ້ງສິບກ່ວາກິໂລແມັດນັ້ນພວກເພີ່ນກໍ່ໄດ້ຕັດສິນໃຈມາສິດສອນຖ່າຍທອດບັນດາບົດຮຽນກ່ຽວກັບການຮ້ອງເພງ, ການເສບດົນຕີ ແລະ ອື່ນໆ ຊຶ່ງໄດ້ເຮັດໃຫ້ນັກຮຽນລາວນັບມື້ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

ສ່ວນວິຊາປະດິດຄິດແຕ່ງເພງ, ຈຸ້ມສຽງ, ການປະສານສຽງເພງນັ້ນແມ່ນ ອ້າຍຄູ ດິງກວາງເຫີບ ເປັນຜູ້ມານອນປະຈຳສອນໂດຍກົງໃຫ້ແກ່ ດວງມີໄຊ ລີກາຢາ, ບົວເງິນ ຊາພູວົງ, ເຢອື... ນອກຈາກການສິດສອນແລ້ວເພິ່ນໄດ້ຍາດທຸກໂອກາດເພົບປະໂອ້ລົມກັບນັກຮຽນລາວທຸກຄົນເພື່ອຍົກສູງຄວາມຮູ້ທາງດ້ານພາສາຂອງກັນ.

ຈາກນັ້ນການສຶກສາຮໍ່າຮຽນຂອງນັກຮຽນລາວ ແລະ ການສິດສອນຂອງບັນດາຄູອາຈານຫວຽດນາມກໍ່ໄດ້ດຳເນີນໄປຖືກຕາມແຜນການ. ມາຮອດວັນທີ 30/6/1969 ຈຳນວນນັກຮຽນລາວ 27 ຄົນທີ່ຮຽນວິຊາສະເພາະດ້ານດົນຕີກໍ່ໄດ້ເສັງຈົບ, ສຳເລັດຜົນເປັນຢ່າງດີ.

ບັນຍາກາດພົບປະກັບບັນດາຄູອາຈານເກົ່າຂອງອະດີດນັກສຶກສາລາວ, ປີ 2012. (ພາບ: ກຸຍຈຸງ/TTXVN)
ບັນຍາກາດພົບປະກັບບັນດາຄູອາຈານເກົ່າຂອງອະດີດນັກສຶກສາລາວ, ປີ 2012. (ພາບ: ກຸຍຈຸງ/TTXVN)

ໃນເວລາທີ່ຈະໄດ້ກ່າວອຳລາຄູອາຈານ ແລະ ໂຮງຮຽນໄດ້ມີລົດເມຂະໜາດກາງສອງຄັນໄດ້ມາຈອດກຽມຮັບນັກຮຽນລາວ. ພາຍຫຼັງທຸກຄົນເອົາເຄື່ອງຂຶ້ນລົດໝົດແລ້ວ, ເຫັນເອື້ອຍຄູ ໂຕລານ, ອ້າຍຄູ ດິງກວາງເຫີບ ພ້ອມອ້າຍເອື້ອຍຄູຈຳນວນໜຶ່ງທີ່ບໍ່ມີຊົ່ວໂມງສິດສອນນັກຮຽນກໍ່ໄດ້ອອກມາສົ່ງນັກຮຽນລາວເຊັ່ນກັນ.

ກ່ອນຈະຂຶ້ນລົດອອກເດີນທາງນັກຮຽນທັງຊາຍທັງຍິງ ແລະ ອ້າຍເອື້ອຍຄູບໍ່ຢາກຈາກລາກັນ, ໄດ້ມີການສຳຜັດຈັບມືກັນຢ່າງແໜ້ນດ້ວຍຄວາມຄິດຮອດຄິດເຖິງກັນ. ພາຍຫຼັງນັກຮຽນຂຶ້ນລົດໝົດແລ້ວນໍ້າຕາຂອງນັກຮຽນ ແລະ ຄູ ໄດ້ໄຫຼລົງມາອາບແກ້ມແຕ່ລະຄົນຢ່າງອາໄລອາວອນ. ລົດເລີ່ມອອກຢ່າງຊ້າໆ, ໄດ້ຍິນແຕ່ສຽງຮ້ອງຂຶ້ນຂອງເອື້ອຍຄູ ໂຕລານ ແລະ ອ້າຍຄູ ດິງກວາງເຫີບ ວ່າ:

“ພົບກັນໃໝ່ພວກນ້ອງເຮີຍ! ອ້າຍເອື້ອຍຄູທັງໝົດຢູ່ຫວຽດນາມຈະລໍຖ້າຟັງສຽງເພງ, ສຽງຮ້ອງ, ສຽງເສບຕ່າງໆ ໃໝ່ຂອງພວກນ້ອງ”.

ໂດຍອີງຕາມຜົນງານອັນດີເດັ່ນຂອງເອື້ອຍຄູ ໂຕລານ ແລະ ອ້າຍຄູ ດິງກວາງເຫີບ ຕະຫຼອດໄລຍະທີ່ຜ່ານມາ. ສະນັ້ນ, ເນື່ອງໃນໂອກາດບຸນປີໃໝ່ຂອງລາວ (4/2017), ລັດຖະບານລາວຈິ່ງໄດ້ຕົກລົງມອບຫຼຽນໄຊແຮງງານຊັ້ນສາມໃຫ້ແກ່ເອື້ອຍຄູ ໂຕລານ ແລະ ອ້າຍຄູ ດິງກວາງເຫີບ ຢ່າງສົມກຽດ ຢູ່ ນະຄອນຫຼວງວຽງຈັນ.

ທ່ານ ຄໍາໃບ ດໍາລັດ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ,

ອະດີດປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ.

ເຫດການ
302 Found

Found

The document has moved here.