ຄູອາຈານ ບັ໊ກຢາງ ສອນພາສາຫວຽດໃຫ້ແກ່ພະນັກງານລາວ

21:11 | 03/01/2024

ຄູອາຈານ ບັ໊ກຢາງ ສອນພາສາຫວຽດໃຫ້ແກ່ພະນັກງານລາວ

ບໍາລຸງ​ໃຫ້ຖັນແຖວ​ຄູອາຈານ​ສອນ​ພາສາ​ຫວຽດນາມ ໃຫ້ປະເທດເພື່ອນ​ລາວ ບໍາລຸງ​ໃຫ້ຖັນແຖວ​ຄູອາຈານ​ສອນ​ພາສາ​ຫວຽດນາມ ໃຫ້ປະເທດເພື່ອນ​ລາວ
ສຳເລັດໄປດ້ວຍດີຊຸດຝຶກອົບຮົມພາສາລາວໃຫ້ພະນັກງານ ແລະ ຄູອາຈານ ພາຍໃນໂຮງຮຽນມະຫາວິທະຍາໄລພາສາຕ່າງປະເທດ ສຳເລັດໄປດ້ວຍດີຊຸດຝຶກອົບຮົມພາສາລາວໃຫ້ພະນັກງານ ແລະ ຄູອາຈານ ພາຍໃນໂຮງຮຽນມະຫາວິທະຍາໄລພາສາຕ່າງປະເທດ

ຫົວໜ້າພະແນກສຶກສາແຂວງຫຼວງນໍ້າທາ (ລາວ) ຫາກໍ່ຕົກລົງເປີດຊຸດບຳລຸງພາສາຫວຽດ ລະດັບພື້ນຖານໃຫ້ແກ່ພະນັກງານ, ກຳມະກອນ, ລັດຖະກອນໃນແຂວງ. ອາຈານ ຫງວຽນແທັ່ງຫງອັກ (ຊາວຫວຽດນາມ) ໄດ້ຮັບບົ່ງຕົວເປັນຄູສອນໃຫ້ຫ້ອງຮຽນນີ້.

ຄູອາຈານ ບັ໊ກຢາງ ສອນພາສາຫວຽດໃຫ້ແກ່ພະນັກງານລາວ

ອ້າຍຄູ ຫງອັກ (ຜູ້ຖືຮູບ) ພ້ອມດ້ວຍນັກສໍາມະນາກອນເຊິ່ງແມ່ນພະນັກງານ, ພາລະກອນຂອງບໍລິສັດ Star Telecom (Unitel) ຂຶ້ນກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ທີ່ພວມລົງທຶນຢູ່ລາວ. ພາບ: baobacgiang.com.vn

ຫ້ອງຮຽນດັ່ງກ່າວດຳເນີນໃນໄລຍະ 6 ເດືອນ (ແຕ່ເດືອນມັງກອນ ຫາເດືອນມິຖຸນາ 2024) ດ້ວຍການເຂົ້າຮ່ວມຂອງຄູອາຈານ, ພະນັກງານບັນດາພະແນກ, ຂະແໜງການທີ່ພວມປະຕິບັດງານຢູ່ແຂວງຫຼວງນໍ້າທາ 30 ກວ່າຄົນ.

ຈຸດປະສົງຂອງຫ້ອງຮຽນແມ່ນເພື່ອແນໃສ່ຍົກສູງຄວາມສາມາດດ້ານພາສາຫວຽດໃຫ້ແກ່ພະນັກງານ, ພາລະກອນ. ນີ້ແມ່ນຫ້ອງສອນທໍາອິດ ໃນອາຍຸການທີ 2 ແລະຫ້ອງສອນທີ 7 ທີ່ອາຈານ ຫງອັກ ສິດສອນໃຫ້ແກ່ພະນັກງານລາວ ຢູ່ທີ່ນີ້. ໂດຍໄດ້ຮູ້ວ່າ ອາຈານ ຫງວຽນແທັ່ງຫງອັກ (ເກີດປີ 1991), ຢູ່ຕາແສງເຫງັຍເຟືອງ, ເມືອງລູກນາມ (ບັ໊ກຢາງ). ອາຈານ ຫງອັກ ໄດ້ຮໍ່າຮຽນ, ປະຕິບັດງານ ແລະສິດສອນຢູ່ລາວ ເປັນເວລາ 10 ປີແລ້ວ.

ໃນເດືອນພະຈິກ 2023, ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໄດ້ຈັດສົ່ງອາຈານ ຫງອັກ ໄປປະຕິບັດງານຢູ່ ລາວ ອາຍຸການທີ 2 (2023-2025). ກ່ອນໜ້ານັ້ນ, ໃນອາຍຸການທໍາອິດ (2021-2023), ອາຈານ ຫງອັກ ໄດ້ສິດສອນຢູ່ໂຮງຮຽນມັດທະຍົມຕອນປາຍ ວຽງພູຄາ, ແຂວງຫຼວງນໍ້າທາ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.