ມອບເງິນຊ່ວຍເຫຼືອຄູອາຈານໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ

08:46 | 01/02/2023

ຍສໝ - ທ່ານນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ສະແດງຄວາມຂອບອົບຂອບໃຈຢ່າງຈິງໃຈສຳລັບຂອງຂວັນທີ່ເຕັມໄປດ້ວຍຄວາມໝາຍຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ທີ່ໄດ້ມອບໃຫ້ຄູອາຈານໂຮງຮຽນ; ຢັ້ງຢືນວ່າ ນີ້ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ ຫາກຍັງສະແດງເຖິງຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ລັດຖະບານຫວຽດນາມ ຕໍ່ກັບພາລະກິດການສຶກສາຄົນ.

ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອຽນ​ບ໊າຍ​ ພ້ອມ​ກັບ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ມອບ​ເສື້ອກັນ​ໜາວ ແລະ ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງ​ນ້ອຍ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອຽນ​ບ໊າຍ​ ພ້ອມ​ກັບ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ມອບ​ເສື້ອກັນ​ໜາວ ແລະ ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງ​ນ້ອຍ
ທ່ານເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ໄດ້ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະ ສິ່ງແວດລ້ອມ ທ່ານເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ໄດ້ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະ ສິ່ງແວດລ້ອມ

ຕອນບ່າຍວັນທີ 30 ມັງກອນ, ທີ່ນະຄອນຫຼວງວຽງຈັນ ໄດ້ດໍາເນີນພິທີມອບເງິນຊ່ວຍເຫຼືອບັນດາຄູອາຈານໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19 ໃນໄລຍະຜ່ານມາ.

ເຂົ້າຮ່ວມເຫດການມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາລາວ; ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ; ຕາງໜ້າຄະນະຄະນະອໍານວຍການໂຮງຮຽນພ້ອມດ້ວຍຄູອາຈານໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ.

ຕາງໜ້າຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ, ຕາງໜ້າສະຖານທູດຫວຽດນາມ ແລະຄະນະຊາວໜຸ່ມສະມາຄົມຊາວຫວຽດນາມ ນະຄອນຫຼວງວຽງຈັນ ໄດ້ມອບຂອງຂວັນ 70 ພູດ, ພູດລະ 360 ໂດລາສະຫະລັດ ໃຫ້ບັນດາຄູອາຈານສອງພາສາລາວ-ຫວຽດນາມ ຫງວຽນຢູ.

ມອບເງິນຊ່ວຍເຫຼືອຄູອາຈານໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ

ທ່ານນາງ ຫວູຕູແອວງ ທີ່ປຶກສາຜູ້ປະຈໍາການປະຊາຄົມສະຖານທູດຫວຽດນາມ ປະຈໍາລາວ ມອບເງິນຊ່ວຍເຫຼືອຄູອາຈານໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ. ພາບ: TTXVN

ກ່າວຄໍາເຫັນທີ່ພິທີ,​ ທ່ານນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການໂຮງຮຽນສອງພາສາລາວ - ຫວຽດນາມ ຫງວຽນຢູ ໄດ້ສະແດງຄວາມຂອບອົບຂອບໃຈຢ່າງຈິງໃຈສຳລັບຂອງຂວັນທີ່ເຕັມໄປດ້ວຍຄວາມໝາຍຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ທີ່ໄດ້ມອບໃຫ້ຄູອາຈານໂຮງຮຽນ; ຢັ້ງຢືນວ່າ ນີ້ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ ຫາກຍັງສະແດງເຖິງຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ລັດຖະບານຫວຽດນາມ ຕໍ່ກັບພາລະກິດການສຶກສາຄົນ.

ທ່ານນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຖືນີ້ແມ່ນ ແຫຼ່ງກໍາລັງໃຈດ້ານຈິດໃຈ, ແມ່ນກໍາລັງຜັກດັນຊ່ວຍໃຫ້ຄູອາຈານໂຮງຮຽນ ຜ່ານຜ່າຄວາມຫຍຸ້ງຍາກ, ຕັດສິນໃຈປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃນສົກຮຽນ 2022-2023 ຢ່າງມີໄຊ, ປະຕິບັດຄໍາຂວັນສອນດີ-ຮຽນເກັ່ງ, ກໍ່ສ້າງໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ໃຫ້ເປັນຢ່າງດີ ເພື່ອໃຫ້ໂຮງຮຽນເປັນສະຖານທີ່ທີ່ໄວ້ເນື້ອເຊື່ອໃຈຂອງພໍ່ແມ່ນັກຮຽນ, ນັກຮຽນມີຄວາມອຸ່ນອຽນໃຈຮໍ່າຮຽນ.

ປະຈຸບັນ, ໂຮງຮຽນມີນັກຮຽນກວ່າ 1.000 ຄົນ, ລວມມີ ຊັ້ນຮຽນອະນຸບານ, ປະຖົມ ແລະ ມັດທະຍົມກັບຫຼັກສູດສຶກສາຂອງໂຮງຮຽນທີ່ໄດ້ສ້າງຂຶ້ນບົນຂອບເຂດຫຼັກສູດການສຶກສາຂອງກະຊວງສຶກສາທິການ ແລະ ກິລາລາວ.

ບູນມີ

302 Found

Found

The document has moved here.