ຄູອາຈານຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອໄປສອນໜັງສືໃຫ້ນັກຮຽນຢູ່ເຂດພູສູງລາວ

08:35 | 28/04/2022

ຍສໝ - ໃນ​ຖາ​ນະ​ເປັນ​ຄູ​ອາ​ຈານ​ຫວຽດ​ນາມ ໂດຍ​ກະ​ຊວງ​ສຶກ​ສາ ແລະບຳ​ລຸງ​ສ້າງ​ຫວຽດ​ນາມ ຄັດເລືອກໄປ​ສອນ​ພາ​ສາ​ຫວຽດ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ, ຂ້າ​ພະ​ເຈົ້າຮູ້ສຶກເປັນ​ກຽດ ແລະເຂົ້າ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ການ​ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ຂອງ​ສອງ​ປະ​ເທດ. ຂ້າ​ພະ​ເຈົ້າຈະມານະ​ພະ​ຍາ​ຍາມ​ຈົນສຸດຄວາມສາມາດຂອງຕົນ​ເພື່ອ​ເຮັດ​​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ຫມາຍ​ໃຫ້​ສໍາ​ເລັດ​ເປັນ​ຢ່າງ​ດີ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຈະ​ໄປ​ຢ້ຽມຢາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 27-29 ເມສາ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຈະ​ໄປ​ຢ້ຽມຢາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 27-29 ເມສາ
ຕໍາຫຼວດແຂວງເທື່ອທຽນ-ເຫວ້ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ຮ່ວມມືດ້ານປ້ອງກັນຄວາມສະຫງົບ, ປ້ອງກັນຕ້ານຢາເສບຕິດ ຕໍາຫຼວດແຂວງເທື່ອທຽນ-ເຫວ້ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ຮ່ວມມືດ້ານປ້ອງກັນຄວາມສະຫງົບ, ປ້ອງກັນຕ້ານຢາເສບຕິດ

ໂດຍປະຕິບັດງານ​ຢູ່​ແຂວງ ຫຼວງ​ນ້ຳ​ທາ - ​ແຂວງ​ເຂດພູສູງທາງ​ພາກ​ເໜືອ​ຂອງ​ລາວ, ອາຈານ ຫງວຽນ​ແທ່ງ​ງອກ ໄດ້ມີຊຸມປີທີ່ໜ້າຈົດຈໍາເມື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ເພື່ອ​ນຳໜັງສື​ມາ​ໃຫ້​ບັນດານ້ອງ​ນັກຮຽນລາວ, ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ ຫວຽດນາມ - ລາວ.

ອ້າຍໄດ້ສະຫລອງບຸນປີໃໝ່ປະຈໍາຊາດ 2022 ຢ່າງອົບອຸ່ນຢູ່ປະເທດເພື່ອນມິດລາວ ນໍ້?

ໂດຍມີໂອກາດຮໍ່າຮຽນ, ສະໜິດຕິດພັນ ແລະ ປະຈຸບັນພວມສິດສອນພາສາຫວຽດນາມ ຢູ່ ລາວ, ຂ້າພະເຈົ້າໄດ້ຕ້ອນຮັບບຸນປີໃໝ່ ແປດ ເທື່ອ ດ້ວຍຄວາມຮູ້ສຶກ​ທີ່​ແຕກ​ຕ່າງ​ກັນໃນແຕ່ລະປີ.

ບຸນ​ປີໃໝ່ປະຈໍາຊາກຂອງລາວ ​ແມ່ນ​ບຸນ​ເຕັດ​ໃຫຍ່​ທີ່​ສຸດ​ຂອງ​ປະ​ຊາ​ຊົນ​ລາວ, ດໍາເນີນໃນວັນ​ທີ 14, 15, ແລະ 16 ເມ​ສາ​ ຕາມ​ປະຕິທິນສາກົນ​ຂອງ​ທຸກໆ​ປີ.

ຄູອາຈານຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອໄປສອນໜັງສືໃຫ້ນັກຮຽນຢູ່ເຂດພູສູງລາວ
ອາຈານ ຫງວຽນ​ແທ່ງ​ງອກ ໃນເວລາສິດສອນພາສາຫວຽດ ໃຫ້ນັກຮຽນລາວ. ພາບ: baoquocte.vn

​ໃນ​ໂອກາດ​ບຸນ​ປີໃໝ່​ນີ້, ມີ​ຫຼາຍ​ກິດຈະກຳເຄື່ອນໄຫວ​ທາງ​ດ້ານ​ວັດທະນະທຳທີ່​ມີ​ຄວາມ​ໝາຍ​ສະ​ເພາະ​ຂອງ​ບັນດາເຜົ່າ​ລາວ​ ເຊັ່ນ: ພິທີ​ບາສີສູ່ຂວັນ, ​ໄປ​ວັດ​ເພື່ອພາວະນາຂໍ​ຄວາມ​ສະຫງົບ​ສຸກ, ​ຫົດ​ນ້ຳດ້ວຍ​ຄວາມ​ໝາຍ​​ອະທິຖານ​ໃຫ້​ປີ​ໃໝ່​ດິນຟ້າອາກາດເອື້ອຍອໍານວຍ, ຂໍໃຫ້ທຸກຄົນມີຄວາມສະຫງົບສຸກ.

​ເຖິງຢ່າງ​ໃດ​ກໍ່ຕາມ, ​ໃນ​ສອງ​ປີຜ່ານມາ, ຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ - 19, ຂອບຂະໜາດ ​ແລະ ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ປີ​ໃໝ່​ລາວ ​ໄດ້​ຫຼຸດ​ລົງ​ໄປ​ບາງ​ສ່ວນ. ປະຊາຊົນພຽງແຕ່ສະເຫຼີມສະຫຼອງປີໃຫມ່ໃນຂອບເຂດວົງແຄບຂອງ ຄອບຄົວເຂົາເຈົ້າ.

ປີນີ້, ຂ້າພະເຈົ້າໄດ້ມອບໝາຍໃຫ້ໄປປະຕິບັດງານຢູ່ແຂວງຫຼວງນ້ຳທາ. ໃນຊຸມວັນບຸນປີໃໝ່ທີ່ຜ່ານມາ, ຄອບຄົວ ແລະ ຄູສອນໃນໂຮງຮຽນໃໝ່ ໄດ້ເຊີນຂ້າພະເຈົ້າໄປເຮືອນຂອງເຂົາ ເພື່ອສະເຫຼີມສະຫຼອງບຸນປີໃໝ່ກັບຄອບຄົວ, ເຖິງວ່າຂອບຂະໜາດນ້ອຍກໍ່ຕາມ ແຕ່ມີຄວາມອົບອຸ່ນທີ່ສຸດ ຂ້າ​ພະ​ເຈົ້າ​ໄດ້​ເຊື່ອມຕົວເຂົ້າ​ໃນ​ວັດ​ທະ​ນະ​ທໍາ​ຂອງ​ປະ​ຊາ​ຊົນ​ລາວບັນດາເຜົ່າຢ່າງແທ້ຈິງ​.

ໂດຍກະຊວງສຶກສາ ແລະ ບຳລຸງສ້າງຂອງຫວຽດນາມ ໄດ້ຈັດສົ່ງໃຫ້ ໄປສອນຢູ່ລາວ ໃນຊ່ວງເວລາໂລກລະບາດພະຍາດໂຄວິດ-19 ມີການຜັນແປ ຢ່າງສັບສົນ, ວຽກງານສິດສອນຂອງອ້າຍປະສົບກັບຄວາມຫຍຸ້ງຍາກໃດແດ່?

ສາມາດເວົ້າໄດ້ວ່າ ບໍ່ມີຍາມໃດວຽກງານສິດສອນຂອງຂ້ອຍປະສົບຫຍຸ້ງຍາກ ຄືກັບສອງປີຜ່ານມາ.

ຂ້າ​ພະ​ເຈົ້າ​ຕ້ອງ​ຜ່ານ​ການ​ກວດກາເຊື້ອພະຍາດໂຄວິດ - 19, ການ​ຢູ່​ແຍກປ່ຽວ​ທາງ​ການ​ແພດ ແລະ ຜ່ານໄລຍະ​​ທາງ​ເກືອບ 2.000 ກິ​ໂລ​ແມັດ​ ຈາກ​ຫວຽດ​ນາມ ​ເພື່ອ​ໄປ​ໂຮງ​ຮຽນ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ວຽກ. ບາງ​ຄັ້ງ​ໃນ​ຂະ​ນະ​ທີ່​ສອນ, ທັງ​ໂຮງ​ຮຽນ​ຕ້ອງ​ຢຸດ​ຊົ່ວ​ຄາວ ເພາະ​ຄູ​ອາ​ຈານ ​ຫຼື​ນັກ​ຮຽນ​ຢູ່​ໃນ​ໂຮງ​ຮຽນ​ຕິດ​ເຊື້ອ​ໂຄ​ວິດ - 19.

ນີ້​ແມ່ນ​ປີ​ທີ່​ພິ​ເສດ ​ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກ ລໍາບາກທີີ່ສຸດ, ​ແຕ່​ຍ້ອນ​ມີ​ຄວາມ​ຮັກ​ໃນວຽກ​ງານ ​ແລະ ຄວາມ​ຮັບຜິດຊອບ​ຕໍ່​ວິຊາ​ອາຊີບ, ຂ້າພະ​ເຈົ້າ ​ແລະ ບັນດາ​ຄູ​ອາຈານ ຫວຽດນາມ ຍາມ​ໃດ​ກໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ, ລໍາບາກກາກກໍາ ​ເພື່ອນຳຕົວໜັງສື​ມາໃຫ້ນັກຮຽນ​ລາວ, ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ​ແບບພິເສດ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ບັນດາປະສົບການທີ່ບໍ່ອາດລືມໄດ້ຂອງເຈົ້າໃນຂະນະທີ່ເຮັດວຽກຢູ່ໃນເຂດພູສູງຂອງປະເທດເພື່ອນມິດລາວແມ່ນຫຍັງ?

ຫຼວງນ້ຳທາ ເປັນແຂວງເຂດພູດອຍຫ່າງໄກສອກຫຼີກຂອງລາວ. ຢູ່​ທີ່​ນີ້, ຂ້າ​ພະ​ເຈົ້າ​ສາ​ມາດ​ພົບ​ກັບ​ບັນ​ດານ້ອງ​ນັກ​ຮຽນ​ກໍ​ຄື​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ເຊັ່ນ: ມູເຊີ, ອາ​ຄາ, ຂະມຸ...

ຊ່ວງເວລານີ້ເຮັດໃຫ້ຂ້າພະເຈົ້າມີຊ່ວງເວລາອັນລ້ຳຄ່າເຊິ່ງບໍ່ແມ່ນເລື່ອງງ່າຍທີ່ຈະມີໄດ້ໃນຊີວິດ. ນັ້ນ​ແມ່ນ​​ຊີວິດ​ໃນ​ວັດທະນະທຳ​ໃໝ່, ໄດ້ກິນ​ເຂົ້າ, ​ໄປ​ເຮັດ​ໄຮ່, ສອນ​ນັກຮຽນບັນດາ​ສິ່ງ​ໃໝ່.

ພິ​ເສດ, ເວລາ​ປະຕິບັດງານ​ໄດ້​ສະ​ແດງ​ໃຫ້ຂ້າພະເຈົ້າ​ເຫັນ​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ລຳບາກ​ຂອງ​ນັກຮຽນ ​ແລະ ປະຊາຊົນ​ຢູ່​ທີ່​ນີ້. ຂ້າພະ​ເຈົ້າ​ໄດ້ເປັນຜູ້ລະດົມ ​ແລະ ໄດ້​ຮັບ​ເຄື່ອງ​ອຸປະຖຳ, ເຄື່ອງນຸ່ງ​ຫົ່ມ, ອາຫານ ​ແລະ ອື່ນໆຈາກ​ຜູ້​ມີ​ໃຈບຸນໃຈກຸສົນ ​ແລະ ຄົນ​ຮູ້ຈັກ ດ້ວຍ​ຈຳນວນ​ເງິນ​ເກືອບ 200 ລ້ານ​ດົ່ງ ​ເພື່ອ ​ມອບ​ໃຫ້​ນັກຮຽນ ​ແລະ ຄອບຄົວ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ຜ່ານ​ໄລຍະ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ທີ່​ນີ້, ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ຄວາມ​ຈິງ​ໃຈ​ຂອງປະຊາຊົນ. ທຸກໆຄົນຮັກແພງຂ້້າພະເຈົ້າ. ປະຊາຊົນທີ່ມີຜັກ, ປາ, ໄກ່ເອົາມາໃຫ້ຂ້າພະເຈົ້າໝົດ. ຂ້າພະເຈົ້າ ສາມາດດໍາລົງຊີວິດຢູ່ໃນຄວາມຮັກຂອງປະຊາຊົນ, ໄລຍະຫ່າງທາງພູມິສາດ ແລະ ວັດທະນະທໍາທັງຫມົດເບິ່ງຄືວ່າຈະຖືກລຶບອອກໄປໝົດ.

ອ້າຍ​ສາມາດ​ແບ່ງປັນ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ໃນ​ປະຈຸ​ບັນ​ຂອງ​ຕົນ ​ແລະ ກໍາລັງໜູນທີ່ຊ່ວຍອ້າຍ​ກະຕືລືລົ້ນ​ກ່ຽວ​ກັບ​ອາຊີບ​ສິດສອນ​ຕົວໜັງສືຫວຽດ ຢູ່​ຕ່າງປະ​ເທດ​ໄດ້​ບໍ່?

ໃນ​ຖາ​ນະ​ເປັນ​ຄູ​ອາ​ຈານ​ຫວຽດ​ນາມ ໂດຍ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ ຄັດເລືອກໄປ​ສອນ​ພາ​ສາ​ຫວຽດ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ, ຂ້າ​ພະ​ເຈົ້າ ຮູ້ສຶກເປັນ​ກຽດ ແລະ ເຂົ້າ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ ​ໃນ​ການ​ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ຂອງ​ສອງ​ປະ​ເທດ. ຂ້າ​ພະ​ເຈົ້າ ຈະມານະ​ພະ​ຍາ​ຍາມ​ຈົນສຸດຄວາມສາມາດຂອງຕົນ ​ເພື່ອ ປະຕິບັດວຽກ​ງານ​ທີ່​ໄດ້​ຮັບ​ມອບ​ຫມາຍ​ໃຫ້​ສໍາ​ເລັດ​ເປັນ​ຢ່າງ​ດີ​, ປະກອບສ່ວນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ປະຈຸ​ບັນ, ຂ້າພະ​ເຈົ້າ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ສອນ​ຊັ້ນ​ຮຽນ​ ມັດທະຍົມຕອນ​ປາຍ 8 ຫ້ອງ (ມໍ 6 ​ແລະ 7) ​ແລະ ຂ້າພະ​ເຈົ້າ​ຍັງ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ສອນ​ຫ້ອງ​ຮຽນ​ຂອງ​ພະນັກງານ​ຂັ້ນ​ເມືອງນຳອີກ.

ນອກ​ຈາກ​ການ​ສອນ​ຂ້າ​ພະ​ເຈົ້າຍັງ​ພະ​ຍາ​ຍາມ​ເຮັດ​ກິດ​ຈະ​ກໍາ​ສັງ​ຄົມ​ຕື່ມອີກ?

ຂ້າພະເຈົ້າໄດ້ໄປໝູ່ບ້ານ, ໂຮງຮຽນ, ຢູ່ເຂດຫ່າງໄກສອກຫຼີກ ເພື່ອມອບເຄື່ອງນຸ່ງ ແລະ ເຄື່ອງໃຊ້ໃນໂຮງຮຽນທີ່ບໍລິຈາກມາໄດ້ນັ້ນ ໃຫ້ນັກຮຽນ.

ຄູອາຈານຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອໄປສອນໜັງສືໃຫ້ນັກຮຽນຢູ່ເຂດພູສູງລາວ
ອາຈານ ຫງວຽນ​ແທ່ງ​ງອກ ກັບບັນດາກິດຈະກໍາເຄື່ອນໄຫວກຸສົນຊ່ວຍເຫຼືອນັກຮຽນ ແລະປະຊາຊົນລາວ. ພາບ: baoquocte.vn

ຂ້າພະເຈົ້າ ຍັງໄດ້ເຂົ້າຮ່ວມກິດຈະກໍາຊີວິດປະຈໍາວັນຂອງປະຊາຊົນເພື່ອຮຽນຮູ້ ແລະ ເຊື່ອມຕົວກັບພວກເຂົາ.

ຊຸມປີຢູ່ຫ່າງໄກກັບບ້ານເກີດເມືອງນອນ ແລະຄອບຄົວ ເພື່ອປະຕິບັດງານຢູ່ປະເທດເພື່ອນລາວ, ທຸກໆວຽກຂ້າງເທິງນີ້ເຮັດໃຫ້ຂ້າພະເຈົ້າ ມີຄວາມຜາສຸກ ແລະ ປະສົບການຂອງໄວຫນຸ່ມທີ່ບໍ່ແມ່ນໃຜກໍ່ສາມາດຫາໄດ້ງ່າຍໆ.

ຂ້າພະ​ເຈົ້າ​ຫວັງ​ວ່າ​ບັນດາ​ການ​ປະກອບສ່ວນ​ອັນ​ນ້ອຍໆ​ຂອງ​ຂ້າພະ​ເຈົ້າ​ຈະ​ປະກອບສ່ວນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ຫວຽດນາມ - ລາວ ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງຕື່ມອີກ!

ບູນມີ

ເຫດການ
302 Found

Found

The document has moved here.