VFC ໜູນຊ່ວຍກວ່າ 1,1 ຕື້ດົ່ງໃຫ້ແກ່ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ໂຮງຮຽນຫຼາຍແຫ່ງຂອງແຂວງ ກວາງນາມ

VFC ໜູນຊ່ວຍກວ່າ 1,1 ຕື້ດົ່ງໃຫ້ແກ່ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ໂຮງຮຽນຫຼາຍແຫ່ງຂອງແຂວງ ກວາງນາມ

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ກວາງ​ນາມ ຫາ​ກໍ່​ອອກ​ມະຕິ​ເລກທີ 165/QD-UBND ວັນ​ທີ 24 ມັງກອນ 2024 ວ່າດ້ວຍການອະນຸມັດຜ່ານບ້ວງຊ່ວຍເຫຼືອລ້າ​ກ່ວາ 1,1 ຕື້​ດົ່ງ​ໂດຍ​ອົງການ The VinaCapital Foundation (VCF) ອຸປະຖຳ ເພື່ອ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ການ​ເຂົ້າ​ຮ່ວມ​ໃນ​ການ​ພັດທະນາ​ເສດຖະກິດຂອງແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ໂຮງຮຽນຫຼາຍແຫ່ງໃນບໍລິເວນແຂວງ.

ຫວຽດນາມ ສືບຕໍ່ແມ່ນປະເທດຮັບເງິນທີ່ມາຈາກຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກກັບຄືນປະເທດ ຫຼາຍທີ່ສຸດໃນໂລກ

ຫວຽດນາມ ສືບຕໍ່ແມ່ນປະເທດຮັບເງິນທີ່ມາຈາກຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກກັບຄືນປະເທດ ຫຼາຍທີ່ສຸດໃນໂລກ

ຍສໝ - ຕາມທະນາຄານແຫ່ງລັດສາຂານະຄອນໂຮ່ຈີມິນ ແລ້ວ, ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາໃນປີ 2023 ຄາດວ່າບັນລຸ ເກືອບ 9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 35% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຈຳນວນເງິນຫຼາຍທີ່ສຸດນັບ ແຕ່ກ່ອນມາຮອດປັດຈຸບັນ.

ສື່ມວນຊົນສືບຕໍ່ແມ່ນຂົວເຊື່ອມຕໍ່ ຫວຽດນາມ ແລະ ອິນໂດເນເຊຍ

ສື່ມວນຊົນສືບຕໍ່ແມ່ນຂົວເຊື່ອມຕໍ່ ຫວຽດນາມ ແລະ ອິນໂດເນເຊຍ

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ມັງກອນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ຕະວັນທົງ ໄດ້ຈັດຕັ້ງການພົບປະສື່ມວນຊົນເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2024. ເຂົ້າ​ຮ່ວມການພົບປະຄັ້ງນີ້ ມີ​ຜູ້​ແທນ​ຂອງ​ຫຼາຍ​ສຳ​ນັກໜັງສືພິມ ອິນ​ໂດ​ເນ​ເຊຍ ແລະ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ

ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ

ຍສໝ - ຕອນຄ່ຳວັນທີ 7 ມັງກອນ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ໄດ້ມີການພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ທີ່ໄດ້ຮ່ຳຮຽນ ແລະ ເຮັດວຽກຢູ່ ບຸນກາຣີ.

ຂົວມິດຕະພາບອີກແຫ່ງໜຶ່ງທີ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ມອບໃຫ້ພໍ່ແມ່ພີ່ນ້ອງຊາວ ເກີ່ນເທີ

ຂົວມິດຕະພາບອີກແຫ່ງໜຶ່ງທີ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ມອບໃຫ້ພໍ່ແມ່ພີ່ນ້ອງຊາວ ເກີ່ນເທີ

ຍສໝ​ - ວັນທີ 7 ມັງກອນ, ຄະນະກໍາມະການປະຊາຊົນເທດສະບານ ແທ້ງອ່ານ (ເມືອງ ວີ້ງແທ້ງ, ນະຄອນ ເກີ່ນເທີ) ໄດ້ສົມທົບກັບກຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (VK) ສະຫຼອງເປີດຂົວມິດຕະພາບ VK 282.

ແຂວງກວາງນາມ: ເພີ່ມທີ່ຢູ່ທີ່ໜ້າເຊື່ອຖືຂອງແມ່ຍິງ ແລະ ເດັກນ້ອຍພິການທີ່ຖືກໃຊ້ຄວາມຮຸນແຮງ

ແຂວງກວາງນາມ: ເພີ່ມທີ່ຢູ່ທີ່ໜ້າເຊື່ອຖືຂອງແມ່ຍິງ ແລະ ເດັກນ້ອຍພິການທີ່ຖືກໃຊ້ຄວາມຮຸນແຮງ

ຍສໝ - ສະຖາບັນຄົ້ນຄວ້າການພັດທະນາຊຸມຊົນ (ACDC) ຫາກໍ່ມອບເຮືອນ ບິ່ງມິງ ເຊິ່ງເປັນບ່ອນຢູ່ທີ່ໜ້າເຊື່ອຖື ແລະ ເປັນມິດຕໍ່ແມ່ຍິງພິການ ແລະ ເດັກຍິງທີ່ຖືກໃຊ້ຄວາມຮຸນແຮງຢູ່ ກວາງນາມ.

WB: ປະມານ 60% ຂອງບັນດາປະເທດທີ່ມີເກັບຜົນຕໍ່າແມ່ນໄດ້ຫຼືມີຄວາມໄພອັນຕະລາຍແຮງດັນຍ້ອນໜີ້ສິນ.

WB: ປະມານ 60% ຂອງບັນດາປະເທດທີ່ມີເກັບຜົນຕໍ່າແມ່ນໄດ້ຫຼືມີຄວາມໄພອັນຕະລາຍແຮງດັນຍ້ອນໜີ້ສິນ.

ຍສໝ - WB ສະແດງໃຫ້ເຫັນວ່າໃນ​ປີ 2022, ບັນດາຂໍ້ຊຳລະໜີ້ສິນ - ລວມທັງຕົ້ນທຶນກັບເງິນດອກເບ້ຍ - ຂອງບັນດາປະເທດກໍາລັງພັດທະນາຂຶ້ນສູ່ລະດັບສະຖິຕິ 443,5 ຕື້ USD ເຮັດໃຫ້ບັນດາປະເທດທຸກຍາກທີ່ສຸດມີຄວາມໄພອັນຕະລາຍສູງທີ່ຈະຕົກຢູ່ໃນວິກິດການໜີ້ສິນ.

ຕະຫຼາດສາມັກຄີຢູ່ເຂດຊາຍແດນຫວຽດນາມ - ລາວ, ແມ່ນສະຖານທີ່ແລກປ່ຽນເຂັ້ມຂຸ້ນໄປດ້ວຍຄວາມມິດຕະພາບ

ຕະຫຼາດສາມັກຄີຢູ່ເຂດຊາຍແດນຫວຽດນາມ - ລາວ, ແມ່ນສະຖານທີ່ແລກປ່ຽນເຂັ້ມຂຸ້ນໄປດ້ວຍຄວາມມິດຕະພາບ

ຍສໝ - ຕັ້ງຢູ່ລະຫວ່າງ ດ່ານຊາຍແດນສາກົນນ້ຳແຄນ (ເມືອງ ກີເຊີນ, ແຂວງ ເງ້ອານ, ຫວຽດນາມ) ແລະ ດ່ານຊາຍແດນສາກົນນ້ຳແຄນ (ແຂວງຊຽງຂວາງ, ລາວ), ມີຕະຫຼາດນັດພິເສດທີ່ພົບກັນທຸກວັນອາທິດ. ຕະຫຼາດ​ແຫ່ງ​ນີ້​ມີ​ຊື່​ວ່າ ນ້ຳ​ແຄນ, ​ເຊິ່ງ​ແມ່ນ​ຊື່​ທີ່​ຄຸ້ນ​ເຄີຍ​ແມ່ນ​ຕະຫຼາດ​ດ່ຽນ​ດວານ. ຕະຫຼາດບໍ່ພຽງແຕ່ແມ່ນບ່ອນແລກປ່ຽນການຄ້າ, ການຄ້າເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ - ລາວ.

ດ່ານັ້ງແມ່ນຈຸດນັດພົບຂອງນັກລົງທຶນ ແລະ ນັກທ່ອງທ່ຽວມາເລເຊຍ

ດ່ານັ້ງແມ່ນຈຸດນັດພົບຂອງນັກລົງທຶນ ແລະ ນັກທ່ອງທ່ຽວມາເລເຊຍ

ຍສໝ - ນີ້​ແມ່ນ​ຂໍ້ສັງເກດ​ຂອງ ​ກົງ​ສູນ​ໃຫຍ່​ມາ​ເລ​ເຊຍ​ຄົນ​ໃໝ່​ປະຈຳ​ນະຄອນ​ໂຮ່ຈິ​ມິນ, ທ່ານ Firdauz Bin Othman ​ໃນ​ການ​ຢ້ຽມຢາມ​ນະຄອນ ດ່າ​ນັ້ງ ​ໃນ​ຕອນ​ເຊົ້າ​ວັນ​ທີ 4 ທັນວາ.

ການ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ-  ໄທ

ການ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ- ໄທ

ຍສໝ - ນັ້ນ​ແມ່ນ​ຄຳເຫັນ​​ຂອງທ່ານ ນາງ Wiraka Moodhitaporn, ຫົວໜ້າກົງ​ສຸນ​ໃຫຍ່​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ, ທີ່​ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ 96 ປີ​ ​ແຫ່ງ​ລາດ​ຊະ​ອາ​ນາ​ຈັກ​ໄທ (5 ທັນ​ວາ 1927 – 5 ທັນ​ວາ 2023) ເຊິ່ງໄດ້ຈັດຂຶ້ນ​ໃນ​ວັນ​ທີ ວັນ​ທີ 7 ທັນ​ວາ​ນີ້​ ຢູ່​ນະ​ຄອນໂຮ່ຈີມິນ. ງານດັ່ງກ່າວຈັດ​ໂດຍ ​ສະຫະພັນ​ ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ນະຄອນ ​ໂຮ່ຈີ​ມິນ.

ອີຕາລີ, ແມ່ນເພື່ອນມິດທີ່ຮັກຄວາມແພງ, ສັດຊື່ບໍລິສຸດຂອງຫວຽດນາມ

ອີຕາລີ, ແມ່ນເພື່ອນມິດທີ່ຮັກຄວາມແພງ, ສັດຊື່ບໍລິສຸດຂອງຫວຽດນາມ

ຍສໝ - ພາຍຫຼັງເຄິ່ງສະຕະວັດ, ບົນພື້ນຖານມິດຕະພາບອັນໝັ້ນແກ່ນ, ຫວຽດນາມ ແລະ ອີຕາລີ ໄດ້ກາຍເປັນຄູ່ຮ່ວມມືສຳຄັນໃນທຸກຂົງເຂດ, ຮ່ວມມືຢ່າງແໜ້ນແຟ້ນທັງສອງຝ່າຍ ແລະ ຫຼາຍຝ່າຍ.

ທະນາຄານໂລກ: ຫວຽດນາມແມ່ນປະເທດ ນອນໃນກຸ່ມ 5 ປະເທດນຳໜ້າໃນອາຊຽນ

ທະນາຄານໂລກ: ຫວຽດນາມແມ່ນປະເທດ ນອນໃນກຸ່ມ 5 ປະເທດນຳໜ້າໃນອາຊຽນ

ຍສໝ - ຕາມ​ທະນາຄານ​ໂລກ (WB), ຫວຽດນາມ ຢືນ​ອັນ​ດັບ​ທີ 43 ​ໃນ​ດັດຊະນີ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ (LPI), ​ໃນ​ຈຳນວນ 5 ປະ​ເທດ​ໃຫຍ່​ໃນ​ອາ​ຊຽນ, ຖັດຈາກ​ສິງກະ​ໂປ, ມາ​ເລ​ເຊຍ, ​ໄທ ​ແລະ ​ໃນ​ຖານະ​ດຽວ​ກັບ​ຟີ​ລິບ​ປິນ.

ແມ່ຍິງຫວຽດນາມ - ລາວ ໄດ້ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ແໜ້ນແຟ້ນຍິ່ງຂຶ້ນ

ແມ່ຍິງຫວຽດນາມ - ລາວ ໄດ້ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ແໜ້ນແຟ້ນຍິ່ງຂຶ້ນ

ຍສໝ - ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ​ແບ່ງປັນ​ປະສົບ​ການ, ການ​ຮ່ວມ​ມື​ດ້ານ​ວິຊາ​ຊີບ... ການ​ພົວພັນ​ລະຫວ່າງ​ແມ່ຍິງ ຫວຽດນາມ - ລາວ ນັບ​ມື້​ນັບ​ສະໜິດ​ແໜ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຫວຽດນາມ ແມ່ນຈຸດປາຍທາງທີ່ໄດ້ຮັບການເຂົ້າຄົ້ນຫາ ເເລະ ນິຍົມທີ່ສຸດຂອງນັກທ່ອງທ່ຽວ ສ.ເກົາຫຼີ

ຫວຽດນາມ ແມ່ນຈຸດປາຍທາງທີ່ໄດ້ຮັບການເຂົ້າຄົ້ນຫາ ເເລະ ນິຍົມທີ່ສຸດຂອງນັກທ່ອງທ່ຽວ ສ.ເກົາຫຼີ

ຍສໝ - ຕາມ​ທ່ານ Yong Sung Ok, ຜູ້​ອຳ​ນວຍ​ການ​ພາກ​ພື້ນ - ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ບໍ​ລິ​ສັດ​ທ່ອງ​ທ່ຽວ Hanatour Global ແລ້ວ, ຫວຽດ​ນາມ ແມ່ນ​ຈຸດ​ໝາຍ​ທີ່​ນັກ​ທ່ອງ​ທ່ຽວ ສ.ເກົາ​ຫຼີ ເຂົ້າຄົ້ນຫາ ເເລະ ​ນິຍົມທີ່​ສຸດ ຍ້ອນ​ລາ​ຄາ​ເໝາະ​ສົມ ແລະ ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ດ້ວຍ​ປະ​ສົບ​ການຕົວຈິງ​ທີ່​ຫຼາກ​ຫຼາຍ.

ອັດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ພະນັກງານແມ່ຍິງກອງທັບລາວ

ອັດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ພະນັກງານແມ່ຍິງກອງທັບລາວ

ຍສໝ - ພາຍຫຼັງ 1 ເດືອນ, ພະນັກງານຫຼັກແຫຼ່ງຂອງແມ່ຍິງກອງທັບປະຊາຊົນລາວ 20 ຄົນ ໄດ້ຮັບການຝຶກອົບຮົມໃນ 10 ຫົວຂໍ້ທິດສະດີກ່ຽວກັບວຽກງານແມ່ຍິງ ແລະຂະບວນການແມ່ຍິງໃນກອງທັບ.

ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສມ -​ ນີ້​ແມ່ນ​ຄຳ​ປາໄສຂອງ​ທ່ານ ຫງວຽນເຟຶອກລົ​ກ, ຮອງ​ເລຂາ​ຄະນະພັກນະຄອນ, ຫົວໜ້າ​ຄະນະ​ຈັດ​ຕັ້ງ ຄະນະພັກນະຄອນ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ນະຄອນ ​ໂຮ່ຈິ​ມິນ ຢູ່ພິທີ​ປະກາດຕົກລົງສ້າງຕັ້ງສາຂາ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຍີ່​ປຸ່ນ, ມະຫາວິທະຍາ​ໄລ​ສ້າງຄູ ​ນະຄອນ ​ໂຮ່ຈິ​ມິນ ໃນວັນ​ທີ 23 ພະຈິກ.

ແມ່ຍິງຫວຽດນາມ-ລາວ ເພີ່ມທະວີການຮ່ວມມືມິດຕະພາບ

ແມ່ຍິງຫວຽດນາມ-ລາວ ເພີ່ມທະວີການຮ່ວມມືມິດຕະພາບ

ຍສໝ - ການພົບປະແລກປ່ຽນ ແລະເຮັດວຽກລະຫວ່າງພະນັກງານຍິງ ຂອງວິທະຍາຄານການແພດທະຫານ ກັບພະນັກງານຍິງ ຂອງກອງທັບປະຊາຊົນລາວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍອັນເລິກເຊິ່ງ, ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີທີ່ສະໜິດຕິດແໜ້ນຂອງສອງຊາດ ເວົ້າລວມ, ຂອງພະນັກງານຍິງ ສອງກອງທັບ ເວົ້າສະເພາະ.

ແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງກວ໋າງນິງ

ແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງກວ໋າງນິງ

ຍສໝ - ທ່ານນາງພັນໂທ ແພງດີ ສົມສະນິດ ປາດຖະໜາຢາກໃຫ້ແມ່ຍິງກອງທັບສອງປະເທດສືບຕໍ່ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນເຊິ່ງກັນ ແລະກັນ ເພື່ອໃຫ້ການເຄື່ອນໄຫວວຽກງານແມ່ຍິງໄດ້ຮັບການເສີມຂະຫຍາຍ, ເຂົ້າສູ່ລວງເລິກ ແລະແທດຈິງ, ບັນລຸໄດ້ບັນດາຜົນງານໃໝ່ຫຼາຍຢ່າງ, ປະກອບສ່ວນເຂົ້າໃນການສ້າງສາກອງທັບຂອງສອງປະເທດປະຕິວັດ, ເປັນລະບົບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.

ຫວຽດນາມແມ່ນປະເທດສົ່ງອອກແຄ່ອັນດັບໜຶ່ງຂອງໂລກ

ຫວຽດນາມແມ່ນປະເທດສົ່ງອອກແຄ່ອັນດັບໜຶ່ງຂອງໂລກ

ຍສໝ - ຫວຽດນາມ ເປັນປະເທດຜະລິດແຄ່ (ອົບເຊີຍ) ອັນດັບໜຶ່ງຂອງໂລກ ດ້ວຍເນື້ອທີ່ປະມານ 180.000 ເຮັກຕາ, ສ່ວນຫຼາຍແມ່ນຢູ່ເຂດພູດອຍທາງພາກເໜືອ ແລະ ທິດເໜືອທາງພາກກາງ...

ກະຊວງປ້ອງກັນປະເທດລາວ ປະດັບຫຼຽນໄຊພິລະອາດຫານໃຫ້ບັນດາໝູ່ຄະນະ, ບຸກຄົນ ແມ່ທັບນ້ອຍ 15

ກະຊວງປ້ອງກັນປະເທດລາວ ປະດັບຫຼຽນໄຊພິລະອາດຫານໃຫ້ບັນດາໝູ່ຄະນະ, ບຸກຄົນ ແມ່ທັບນ້ອຍ 15

ຍສໝ - ທີ່ກອງປະຊຸມ, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ປະກັບຫຼຽນໄຊພິລະອາດຫານ ຊັ້ນ 2 ໃຫ້ແກ່ແມ່ທັບນ້ອຍ 15 ແລະບຸກຄົນຂອງແມ່ທັບນ້ອຍ 15.