ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ

16:25 | 29/03/2024

ຍສໝ - ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ ຄຳເພົາ ເອີນທະວັນ - ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນ​ລາວ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ບິ່ງ​ທ້ວນ ​ໃນ​ວັນ​ທີ 26 ມີນາ.

ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ
ຮັກສາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ແຂວງ​ ລາຍ​ເຈົາ ກັບ ​ແຂວງ​ ຜົ້ງ​ສາລີ,​ ​ອຸ​ດົມ​ໄຊ ຮັກສາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ແຂວງ​ ລາຍ​ເຈົາ ກັບ ​ແຂວງ​ ຜົ້ງ​ສາລີ,​ ​ອຸ​ດົມ​ໄຊ

ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ທ້ວນ ດວ່ານແອງຢູ່ງ ໄດ້ສະແດງຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ​ ນາງ ຄຳເພົາ ເອີນທະວັນ ຈະມີອາຍຸການປະຕິບັດງານທີ່ປະສົບ​ຜົນສຳ​ເລັດ​, ເລີກເຊີ່ງ, ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ແລະ ລາວ ຫຼາຍກ່ວາອີກ.

ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ

ຜູ້ຕາງໜ້າ​ການນຳຄະນະກຳມະການປະຊາຊົນ​ແຂວງ ບິ່ງ​ທ້ວນ ​ໄດ້​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ປະຕິບັດງານຂອງສະຖານທູດ​ລາວ ປະຈຳ ຫວຽດນາມ ​ແລະ ສະຖານ​ກົງສຸນ​ໃຫຍ່​ລາວ ປະຈຳ​ນະຄອນ ​ໂຮ່ຈີ​ມິນ - (ຮູບ​ພາບ: Huu Tri/binhthuan.gov.vn).

ທ່ານ ​ດວ່ານແອງຢູ່ງ ຢືນຢັນ​ວ່າ ແຂວງ ບິ່ງ​ທ້ວນ ໄດ້, ພວມ ແລະ ຈະ​ປະກອບສ່ວນ​ປົກ​ປັກ​ຮັກສາ, ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບລະຫວ່າງ ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ. ທ່ານ​ ກໍໄດ້ສະແດງຄວາມປາດ​ຖະໜາ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ ຄຳເພົາ ເອີນທະວັນ ຈະ​ເປັນ​ຂົວ​ຕໍ່​ໜູນ​ຊ່ວຍ, ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ ລາວ ​ໃນ​ອະນາຄົດ.

ທີ່​ການ​ພົບ​ປະເຮດວຽກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນາງ ຄຳເພົາ ເອີນທະວັນ ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາ​ໝາກ​ຜົນ​ສຳ​ຄັນ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ພັກ, ລັດ ແລະ ປະ​ຊາ​ຊົນ​ ຫວຽດ​ນາມ - ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ ຄຳເພົາ ເອີນທະວັນ ​ກໍໄດ້​ເຫັນ​ດີເປັນເອກະພາບກັບ​ຄຳ​ສະ​ເໜີ​ຂອງ​ແຂວງ ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາດ້ານ​ເສດຖະກິດ - ສັງຄົມ​ລະຫວ່າງ​ບັນດາ​ຝ່າຍກ່ວາອີກ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນາງ ຄຳເພົາ ເອີນທະວັນ ຢືນຢັນ​ວ່າ ສ່ວນຕົວຂອງທ່ານພ້ອມ​ກັບ​ສະຖານທູດ​ລາວ ປະຈຳ ຫວຽດນາມ, ສະຖານ​ກົງສຸນໃຫຍ່ ລາວ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຈະ​ເປັນ​ຂົວ​ຕໍ່, ຊຸກຍູ້​ໂຄງການ​ຮ່ວມ​ມື​ລະຫວ່າງ ບິ່ງ​ທ້ວນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ ລາວ ຢ່າງເຂັ້ມແຂງ. ຈາກ​ນັ້ນ ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ ລາວ-ຫວຽດນາມ ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ຂຽວ​ສົດ​ງົດ​ງາມ​ຕະຫຼອດ​ໄປ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.