| ສະຖານທູດລາວ ປະຈຳ ລັດເຊຍ ອວຍພອນປີໃໝ່ ຫວຽດນາມ ປີມະໂລງ 2024 | |
| ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດ ອິນເດຍ ປະຈຳ ຫວຽດນາມ | 
![]()  |   		
|   			 ຈຸດເດັ່ນຂອງລາຍການແມ່ນລາຍການສະແດງສິລະປະ ໂດຍແມ່ຍິງ ແລະ ແຂກທີ່ເຂົ້າຮ່ວມສະແດງ (ພາບ: ສະໂມສອນແມ່ຍິງ Dresden ແລະ ບັນດາເຂດໃກ້ຄຽງ).  |   		
ການພົບປະໄດ້ຈັດຕັ້ງຢູ່ໂຮງແຮມ Vienna House Andel's Berlin, ສໍາລັບບັນດາສະມາຄົມ, ເອື້ອຍນ້ອງແມ່ຍິງ ຫວຽດນາມ ໃນທົ່ວສະຫະພັນ ເຢຍລະມັນ.
ລາຍການສິລະປະທີ່ອຸດົມສົມບູນ ແລະ ດຶງດູດກັບບັນດາສຽງຂັບຮ້ອງຂອງຊຸມຊົນ, ບັນດາແບບຊຸດເສື້ອຍາວ, ຊຸດລາຕີ ແລະ ຊຸດແບບໄປການຈາກໂຮງງານຫຍິບແສ່ວ BMB, ບັນດາຜູ້ອຸປະຖຳ ແລະ ກວ່າສິ່ງໃດໝົດແມ່ນການເຂົ້າຮ່ວມຢ່າງສຸດອົກສຸດໃຈຂອງເອື້ອຍນ້ອງແມ່ຍິງ. ໂດຍໄດ້ຮູ້ວ່າ ໃນບັນດານາງແບບຊຸດເສື້ອຍາວທີ່ໄດ້ສະແດງ ກໍມີຂອງບັນດາຜູ້ເຂົ້າປະກວດທີ່ໄດ້ຮັບລາງວັນຮອງນາງງາມ, ນາງງາມໃນການແຂ່ງຂັນຊຸດເສື້ອຍາວພັນລະຍາ ເອີລົບປີ 2018-2022.
ຜູ້ຕາງໜ້າສະໂມສອນແມ່ຍິງນະຄອນ Dresden ແລະ ເຂດໃກ້ຄຽງ ໃຫ້ຮູ້ວ່າ ວັນທີ 1 ຕຸລາ 2023, ເອື້ອຍນ້ອງແມ່ຍິງຢູ່ສາທາລະນະລັດສະຫະພັນ ເຢຍລະມັນ ເປັນຄັ້ງທຳອິດພາຍຫຼັງເກືອບເຄິ່ງສັດຕະວັດຂອງການດຳລົງຊີວິດຢູ່ຕ່າງປະເທດ ໄດ້ຮ່ວມມື, ພ້ອມກັນເພື່ອສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ. ຢູ່ທີ່ນີ້, ກໍໄດ້ໂຮມສຸມຄວາມສາມາດ ແລະ ຄວາມສຸດອົກສຸດໃຈຫຼາຍຂອງເອື້ອຍນ້ອງໃນທົ່ວ ເຢຍລະມັນ. ປີ 2024 ແມ່ນປີທຳອິດ, ຄະນະບໍລິຫານສະມາຄົມໄດ້ປຶກສາຫາລື, ເຫັນດີເປັນເອກະພາບການຈັດຕັ້ງລາຍການພົບປະແລກປ່ຽນດົນຕີ ດ້ວຍຫົວຂໍ້ “ອ່ອນໂຍນສີສັນລະດູບານໃໝ່ 2024” ເພື່ອເຊື່ອມໂຍງ, ພົບປະແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະ ກັນ ກໍຄືການຮັກສາເອກະລັກແຫ່ງຊາດ, ເຄົາລົບຮູບພາບຂອງແມ່ຍິງ ຫວຽດນາມ.
ຮູບພາບບາງສ່ວນໃນງານ:
![]()  |   		
|   			    			 ວັນບຸນຂອງເອື້ອຍນ້ອງຢູ່ ເຢຍລະມັນ ໄດ້ດຳເນີນໃນບັນຍາກາດອັນສະໜິດສະໜົມ ແລະ ອົບອຸ່ນ  |   		
![]()  |   		
|   			    			 ວັນບຸນຊຸດເສື້ອຍາວສຳລັບເອື້ອຍນ້ອງ ດ້ວຍຫົວຂໍ້ວ່າ “ອ່ອນໂຍນສີສັນລະດູບານໃໝ່ 2024”.  |   		
![]()  |   		
|   			 
 ບັນດາເອື້ອຍນ້ອງທີ່ເຂົ້າຮ່ວມການເດີນແບບ  |   		
![]()  |   		
![]()  |   		
ມິງດຶກ
                




