ເປີດ​ຕົວລາຍການ "ແມ່​ອຸປະກາລະ" ຢູ່ປ້ອມປ້ອງກັນຊາຍແດນ ອີຕີ

12:18 | 03/06/2024

ຍສໝ - ຕອນບ່າຍວັນທີ 1 ມິຖຸນາ, ຢູ່ປ້ອມປ້ອງກັນຊາຍແດນ ອີຕີ (ທະຫານຊາຍແດນ ລາວກາຍ), ສະຫະພັນແມ່ຍິງທະຫານຊາຍແດນ ລາວກາຍ ໄດ້ສົມທົບກັບປ້ອມປ້ອງກັນຊາຍແດນ ອີຕີ ແລະ ບັນດາອົງການ, ຄະນະ, ຂະແໜງການ, ໝູ່ຄະນະຂອງ​ເມືອງ ບາດຊາດ; ຄະນະພັກບັນດາຂັ້ນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ຕາ​ແສງ ອີຕີ ​ແລະ ອາລູ່ ​ໄດ້​ຈັດ​ການເປີດ​ຕົວລາຍການ "ແມ່​ອຸປະກາລະ".

ສູ້​ຊົນ​ສ້າງ​ທັດສະນິຍະພາບ​ນ້ຳ​ຕົກຕາດ​ບ້ານ​ຢົກ (ຫວຽດ​ນາມ) - ດຶກ​ທຽນ (ຈີນ) ​ໃຫ້​ເປັນ​ຕົວ​ແບບ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ
ຫາຍ​ຟ່ອງ​ ເປີດ​ກວ້າງ​ການ​ຮ່ວມ​ມື​ກັບບັນດາທ້ອງ​ຖິ່ນຂອງ ​ຈີນ

ລາຍການ "ແມ່​ອຸປະກາລະ" ໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນແມ່ນລາຍການ, ວິທີໃໝ່ທີ່ຕິດພັນກັບລາຍການ "​ຮ່ວມ​ເດີນທາງກັບແມ່ຍິງຊາຍແດນ” ແລະ ວຽກງານຂົນຂວາຍປະຊາຊົນຄ່ອງແຄ່ວ. ລາຍການ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ນ້ຳ​ໃຈ​ແບ່ງປັນ, ຈິດໃຈຮັກ​ແພງຊ່ວຍເຫຼືອ​ເຊິ່ງກັນ ​ແລະ ກັນຂອງ​ຜູ້​ມີຄວາມເມດຕາ; ຄວາມ​ຮັບ​ຜິດ​ຊອບ​ຂອງ​ພະນັກງານ, ນັກຮົບ​ທະຫານຊາຍແດນ ແລະ ບັນດາ​ອົງການ, ຄະນະ, ຂະແໜງການ, ບັນດາ​ອົງການ​ການ​ເມືອງ​-​ສັງຄົມ​ທີ່​ມີ​ຕໍ່​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດ​ຊາຍ​ແດນ.

ເປີດ​ຕົວລາຍການ

ຜູ້ຕາງໜ້າບັນດາຫົວໜ່ວຍ ໄດ້ມອບຂອງຂວັນໃຫ້ນັກຮຽນທີ່ໄດ້ຮັບການອຸປະກາລະ. ພາບ: ຈຸ່ງຢຸ້ງ

ນີ້​ແມ່ນລາຍການທີ່​ມີ​ຄວາມ​ໝາຍ​ດ້ານ​ມະນຸດສະທຳ​ຢ່າງ​ເລິກ​ເຊິ່ງ ​ເພື່ອ​ຊ່ວຍ​ເຫຼືອ, ລະດົມ​ໃຫ້​ນັກຮຽນທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ໄດ້​ເຂົ້າ​ໂຮງຮຽນ ​ເພື່ອ​​ໃຫ້​ມີ​ອະນາຄົດ​ທີ່​ສົດ​ໃສ, ກາຍ​ເປັນ​ພົນລະ​ເມືອງ​ທີ່​ເປັນ​ປະ​ໂຫຍດໃຫ້ສັງຄົມ. ລາຍການເບື້ອງຕົ້ນ ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ທີ່ແທດຈິງ, ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ, ຄວາມຮັກແພງອັນດີ​ງາມຕໍ່ຄະນະພັກບັນດາຂັ້ນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດ​ຊາຍ​ແດນ. ປະຈຸ​ບັນ, ຄອບຄົວທີ່ມີຄວາມເມດຕາ 28 ຄອບຄົວ ຢູ່ ​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ, ຮື່ງອຽນ, ບັກຢ່າງ, ເງະອ່ານ,... ໄດ້ຮັບອຸປະກາລະນັກຮຽນ 30 ຄົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່ 2 ຕາ​ແສງ ອີຕີ ແລະ ອາລູ່ ດ້ວຍ​ເງິນ​ຊ່ວຍ​ເຫຼືອ 500.000 ດົ່ງ/​ລູກ 1 ຄົນ/​ເດືອນ. ໄລຍະ​ທີ 1 ຂອງລາຍການ​ຈະ​ໄດ້​ຮັບ​ການ​ຜັນຂະຫຍາຍ​ແຕ່​ປີ 2024 ຫາ 2029.

ນີ້​ແມ່ນ​ຄັ້ງ​ທີ 2 ທີ່ປ້ອມປ້ອງກັນຊາຍແດນ ອີຕີ ​ໄດ້​ຈັດ​ການເປີດ​ຕົວລາຍການ "ແມ່​ອຸປະກາລະ". ຄັ້ງນີ້, ຫົວໜ່ວຍ ໄດ້ຮັບ ແລະ ຊ່ວຍເຫຼືອເດັກນ້ອຍ 15 ຄົນ.

ເປີດ​ຫ້ອງ​ການ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Jeonbuk (ສ.​ເກົາ​ຫຼີ) ເປີດ​ຫ້ອງ​ການ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Jeonbuk (ສ.​ເກົາ​ຫຼີ)

ຍສໝ - ວັນ​ທີ 1 ​ເມສາ 2024, ​ໃນ​ລາຍການ​ຢູ່ ສ.​ເກົາຫຼີ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຫົວໜ້າຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ ນາງ ເລທິທູຮັ່ງ ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​​ຫ້ອງ​ການ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Jeonbuk; ມີບັນດາການ​ພົບ​ປະ, ແລກປ່ຽນ​ກັບ​ສະມາຄົມຊາວ ຫວຽດນາມ ຢູ່ Jeonbuk ​ແລະ Jeonam ...

ທະນາຄານ​ໂລກ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ກໍ່ສ້າງ​ບັນດາ​ໂຄງການພື້ນຖານ​ໂຄງ​ລ່າງ​ການຄົມມະນາຄົມ ທະນາຄານ​ໂລກ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ກໍ່ສ້າງ​ບັນດາ​ໂຄງການພື້ນຖານ​ໂຄງ​ລ່າງ​ການຄົມມະນາຄົມ

ຍສໝ - ທະນາຄານ​ໂລກ (WB) ​ໃຫ້​ຄຳ​ໝັ້ນ​ສັນຍາ​ ຈະສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ກະຊວງ​ຄົມມະນາຄົມ ແລະ ​ຂົນ​ສົ່ງ ​ເພື່ອ​ສາມາດ​ປະຕິບັດ​ບັນດາ​ໂຄງການ​ໂດຍ​ມີ​ການ​ໜູນ​ຊ່ວຍ​ທຶນ​ຮອນ​ຈາກ WB ຕາມ​ຂອບ​ເຂດ​ທີ່​ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ.

ມິງດຶກ

ເຫດການ
302 Found

Found

The document has moved here.