ແທັງຮວ໊າ-ຫົວພັນ: ຮ່ວມແມ່ນ້ຳດຽວກັນ

10:07 | 09/07/2024

ຍສໝ - ແຂວງຫົວພັນ ແມ່ນແຂວງທີ່ຕັ້ງຢູ່ພາກຕາເວັນອອກສ່ຽງເໜືອ (ລາວ), ທິດເໜືອ, ທິດຕາເວັນອອກສຽງເໜືອ, ທິດຕາເວັນອອກສ່ຽງໃຕ້ມີຊາຍແດນຕິດກັບ 3 ແຂວງເຊີນລາ, ແທັງຮວ໊າ, ເງະອານ (ຫວຽດນາມ), ທິດຕາເວັນຕົກຕິດກັບແຂວງຫຼວງພະບາງ, ທິດໃຕ້ຕິດກັບແຂວງຊຽງຂວາງ (ລາວ). ເທດສະບານເມືອງຊໍາເໜືອ-ເມືອງເອກຂອງແຂວງຫົວພັນ ຫ່າງຈາກນະຄອນຫຼວງວຽງຈັນ 600 ກວ່າກິໂລແມັດ ຕາມເສັ້ນທາງຫຼວງ 43 ແລະທາງຫຼວງ 13 ຂອງລາວ.

ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ
ທະຫານຊາຍແດນແຂວງ ແທງຮວ໋າ: ຊ່ວຍເຫຼືອວັດຖຸໃຫ້ກອງບັນຊາການທະຫານແຂວງ ຫົວພັນ (ລາວ) ທະຫານຊາຍແດນແຂວງ ແທງຮວ໋າ: ຊ່ວຍເຫຼືອວັດຖຸໃຫ້ກອງບັນຊາການທະຫານແຂວງ ຫົວພັນ (ລາວ)

ຈົດຈໍາຄຳຕັກເຕືອນຂອງປະທານໂຮ່ຈີມິນ ທີ່ວ່າ: “ຫວຽດ-ລາວ, ສອງປະເທດພວກເຮົາ/ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງແມ່ຂອງບໍ່ເລິກປູນປານໄດ້”. ສອງແຂວງແທັງຮວ໊າ-ຫົວພັນ ໄດ້ຮັບການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານໃນທຸກຂົງເຂດ.

ແຂວງຫົວພັນ ແມ່ນແຂວງທີ່ຕັ້ງຢູ່ພາກຕາເວັນອອກສ່ຽງເໜືອ (ລາວ), ທິດເໜືອ, ທິດຕາເວັນອອກສຽງເໜືອ, ທິດຕາເວັນອອກສ່ຽງໃຕ້ມີຊາຍແດນຕິດກັບ 3 ແຂວງເຊີນລາ, ແທັງຮວ໊າ, ເງະອານ (ຫວຽດນາມ), ທິດຕາເວັນຕົກຕິດກັບແຂວງຫຼວງພະບາງ, ທິດໃຕ້ຕິດກັບແຂວງຊຽງຂວາງ (ລາວ). ເທດສະບານເມືອງຊໍາເໜືອ-ເມືອງເອກຂອງແຂວງຫົວພັນ ຫ່າງຈາກນະຄອນຫຼວງວຽງຈັນ 600 ກວ່າກິໂລແມັດ ຕາມເສັ້ນທາງຫຼວງ 43 ແລະທາງຫຼວງ 13 ຂອງລາວ.

ຢ້ຽມຢາມດິນແດນຊຳເໜືອ

ແຂວງຫົວພັນ ດັ້ງເດີມແມ່ນເມືອງເກົ່າແກ່ຂອງລາວ. ພາຍຫຼັງທີ່ມີການປ່ຽນແປງຫຼາຍເທື່ອກ່ຽວກັບການບໍລິຫານ, ປະຈຸບັນ ແຂວງຫົວພັນມີ 9 ເມືອງ, ມີພົນລະເມືອງຫຼາຍກວ່າ 298.436 ຄົນ, ລວມມີ 10 ຊົນເຜົ່າ (ສ່ວນຫຼາຍແມ່ນເຜົ່າລາວລຸ່ມ).

ແທັງຮວ໊າ-ຫົວພັນ: ຮ່ວມແມ່ນ້ຳດຽວກັນ
ແມ່ນໍ້າມ້າ ໄຫຼຜ່ານບໍລິເວນເມືອງເຂດພູສູງຊາຍແດນເມື່ອງລ໊າດ. ພາບ: ດັ້ງຈູງ

ດິນແດນແທັງຮວ໊າ-ຫົວພັນ ມີແຫຼ່ງກຳເນີດອັນດຽວກັນຂອງແມ່ນໍ້າມ້າ, ແມ່ນ້ຳຈູປຽບເໝືອນດັ່ງທີ່ປະຊາຊົນແຂວງແທັງຮວ໊າ-ຫົວພັນ ບໍ່ຈັກວ່າເທົ່າໃດລຸ້ນຄົນໄດ້ສະໜິດຕິດພັນຢ່າງໝັ້ນແກ່ນ, ແບ່ງທຸກແບ່ງສຸກ, ສາມັກຄີ, ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກ, ຮ່ວມກັນຕ້ານສັດຕູຮຸກຮານຈາກພາຍນອກ, ກໍ່ສ້າງ ແລະປົກປັກຮັກສາບ້ານເກີດເມືອງນອນ, ປະເທດຊາດ. ປະຈຸບັນ ແຂວງແທັງຮວ໊າ-ຫົວພັນ ມີເສັ້ນຊາຍແດນມິດຕະພາບຍາວ 213,6 ກິໂລແມັດ, ມີດ່ານຊາຍແດນ 3 ແຫ່ງ (ດ່ານສາກົນນາແມ່ວ, ດ່ານຊາຍແດນແຫ່ງຊາດ ແຕ໊ນຕັ່ນ ແລະດ່ານຊາຍແດນທ້ອງຖິ່ນ ແຄ້ວ) ແລະດ່ານຊາຍແດນປະເພນີ 4 ແຫ່ງ.

ເມື່ອຢ້ອນເວລາກັບໄປ, ນັບແຕ່ມີພັກຄອມມູນິດນຳພາ, ການພົວພັນຫວຽດນາມ-ລາວ ໄດ້ຮັບການສ້າງຂຶ້ນ ແລະພັດທະນາໂດຍແມ່ນປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ, ການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ ພ້ອມກັບປະຊາຊົນສອງປະເທດໄດ້ສ້າງການພົວພັນແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງ, ມີໜຶ່ງບໍ່ມີສອງໃນປະຫວັດສາດ. ນີ້ແມ່ນເຫດການສຳຄັນ, ເປີດປະຫວັດສາດໜ້າໃໝ່ໃນການພົວພັນສອງປະເທດ, ຢັ້ງຢືນຄວາມສະໜິດຕິດພັນຊາຕາກຳຂອງສອງຊາດໃນກິດຈະການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ຄືຄວາມສະໜິດຕິດພັນລະຫວ່າງອົງຄະນະພັກ, ປະຊາຊົນສອງແຂວງແທັງຮວ໊າ-ຫົວພັນ, ປະກອບສ່ວນເສີມສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດ ຫວຽດນາມ-ລາວ.

ພາຍຫຼັງສັນຕິພາບໄດ້ຮັບການຟື້ນຟູຄືນໃໝ່, ສອງປະເທດໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະການຮ່ວມມືໃນວັນທີ 18 ກໍລະກົດ 1977, ແມ່ນພື້ນຖານດ້ານການເມືອງ, ນິຕິກຳທີ່ສໍາຄັນເພື່ອໃຫ້ສອງຝ່າຍໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນາການພົວພັນຮອບດ້ານ ຫວຽດນາມ-ລາວ ເວົ້າລວມ, ແຂວງແທັງຮວ໊າ-ຫົວພັນ ເວົ້າສະເພາະໃນໄລຍະກໍ່ສ້າງ, ພັດທະນາປະເທດຊາດ ແລະປົກປັກຮັກສາປະເທດຊາດ.

ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ແຂວງແທັງຮວ໊າ ໄດ້ປະກອບສ່ວນກໍ່ສ້າງ ແລະປົກປັກຮັກສາແຂວງຫົວພັນ - “ນະຄອນຫຼວງ” ຕໍ່ຕ້ານຂອງການປະຕິວັດລາວ. ຮ່ວມເດີນທາງພ້ອມກັບການປະຕິວັດຫວຽດນາມ, ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າຂອງແຂວງຫົວພັນ ໄດ້ສະຫງວນອາລົມຈິດຢ່າງຈິງໃຈ, ມີຄ່າ, ຮ່ວມມື, ຊ່ວຍເຫຼືອແຂວງແທັງຮວ໊າ ໃນຫຼາຍຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລາວ-ຫວຽດນາມ, ຫົວພັນ-ແທັງຮວ໊າ.

ໃນຊີວິດການເປັນນັກຂ່າວ, ຂ້າພະເຈົ້າ ໂຊກດີທີ່ໄດ້ເຂົ້າຮ່ວມໃນຄະນະປະຕິບັດງານຢູ່ດິນແດນຊຳເໜືອ, ວຽງໄຊ ແລະຊໍາໃຕ້ຂອງແຂວງຫົວພັນ. ພວກຂ້າພະເຈົ້າ ກໍ່ມີໂອກາດໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດປະຕິວັດລາວ ຢູ່ເມືອງວຽງໄຊ - ບ່ອນທີ່ບັນດາສະຫາຍການນໍາລາວ ດໍາລົງຊີວິດ, ເຮັດວຽກໃນໄລຍະຕໍ່ສູ້ປົດປ່ອຍຊາດ. ຢູ່ທີ່ນີ້, ນອກຈາກບັນດາຮູບພາບ, ເອກະສານກ່ຽວກັບບັນດາການນຳ, ບັນພະບຸລຸດຂອງພັກ, ລັດ ແລະບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ໃນໄລຍະ 1964-1973 ຍັງມີບັນດາຮູບພາບ, ເອກະສານມີຄ່າກ່ຽວກັບລຸງໂຮ່ ແລະປະທານ ໄກສອນ ພົມວິຫານ ຈຳນວນໜຶ່ງ ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງແບບພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ.

ຫົວພັນ-ແທັງຮວ໊າ: 57 ປີເຫຼົ່ານັ້ນມີຄວາມຮັກບໍ່ຈັກວ່າຫຼາຍເທົ່າໃດ

ໂດຍປະຕິບັດຕາມແຜນນະໂຍບາຍຂອງສອງພັກ, ສອງລັດ ກ່ຽວກັບການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ, ໃນຕະຫຼອດ 57 ປີຜ່ານມາ, ນັບແຕ່ແຂວງແທັງຮວ໊າ-ຫົວພັນ ໄດ້ລົງນາມການຮ່ວມມືມິດຕະພາບ, ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນສອງແຂວງແທັງຮວ໊າ-ຫົວພັນ ຍາມໃດກໍ່ຮັກສາການພັດທະນານໍາການພົວພັນຮ່ວມມືລະຫວ່າງສອງແຂວງເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນຫຼາຍຂົງເຂດ.

ໃນນັ້ນ, ການພົວພັນດ້ານການເມືອງ ໄດ້ກາຍເປັນຫຼັກແຫຼ່ງແກ່ນສານ, ສວມບົດບາດກໍານົດທິດສັງລວມໃນການພົວພັນລະຫວ່າງສອງທ້ອງຖິ່ນ. ສອງຝ່າຍໄດ້ຈັດຕັ້ງຄະນະຜູ້ແທນຂັ້ນແຂວງ, ຂັ້ນພະແນກ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນ 246 ຄະນະເພື່ອໄປພົບປະ, ແລກປ່ຽນບົດຮຽນ, ຜັນຂະຫຍາຍເນື້ອໃນການຮ່ວມມື ແລະສົມທົບກັນແກ້ໄຂບັນດາວຽກງານ. ແຕ່ລະປີ, ການນຳຂອງສອງແຂວງໄດ້ຮັກສາການຜັດປ່ຽນກັນຈັດຕັ້ງການພົບປະຂັ້ນສູງເພື່ອແນໃສ່ຕີລາຄາໝາກຜົນການປະຕິບັດຂໍ້ຕົກລົງຮ່ວມມືໃນປີ ແລະສ້າງເນື້ອໃນການຮ່ວມມືໃນຊຸມປີຕໍ່ໄປ. ມີ 35 ອົງການ, ຫົວໜ່ວຍຂອງແຂວງແທັງຮວ໊າ ໄດ້ລົງນາມໂຄງການຮ່ວມມືກັບບັນດາຫົວໜ່ວຍຂອງແຂວງຫົວພັນ. ນອກຈາກນັ້ນ, ທ້ອງຖິ່ນ ແລະປະຊາຊົນທີ່ຢູ່ສອງຟາກຊາຍແດນ ໄດ້ຈັດຕັ້ງການແຮກສ່ຽວ 17 ຄູ່ບ້ານ; ຄ້າຍທະຫານຊາຍແດນຂອງແຂວງ 6 ຄ້າຍ ກັບ 3 ກອງຮ້ອຍທະຫານຊາຍແດນຂອງແຂວງຫົວພັນ, ແນໃສ່ເພີ່ມທະວີວຽກງານປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດຂອງສອງຝ່າຍ.

ເສີມຂະຫຍາຍຜົນງານທີ່ບັນລຸໄດ້ໃນການຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງແຂວງແທັງຮວ໊າ-ຫົວພັນ, ແນໃສ່ສືບຕໍ່ປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງສອງແຂວງ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ເດືອນ ພະຈິກ 2021 ຢູ່ຄ້າຍທະຫານຊາຍແດນ ດ່ານສາກົນນາແມ່ວ (ກວານເຊີນ) ໄດ້ດໍາເນີນພິທີລົງນາມຂໍ້ຕົກລົງຮ່ວມມືດ້ານເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງສອງແຂວງແທັງຮວ໊າ-ຫົວພັນ ໄລຍະ 2021-2025.

ການລົງນາມຂໍ້ຕົກລົງຮ່ວມມືມີຄວາມໝາຍສຳຄັນພິເສດ, ປະກອບສ່ວນປັບປຸງນໍ້າໃຈມິດຕະພາບ, ສາຍພົວພັນລະຫວ່າງສອງແຂວງ, ຜ່ານນັ້ນສືບຕໍ່ຢັ້ງຢືນ: “ຫວຽດ-ລາວ, ສອງປະເທດພວກເຮົາ/ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງແມ່ຂອງບໍ່ເລິກປູນປານໄດ້”.

ບູນມີ

ເຫດການ
302 Found

Found

The document has moved here.