ຍສໝ - ສະຖາບັນນະໂຍບາຍອົດສະຕາລີ - ຫວຽດນາມ (AVPI) ຫາກໍ່ລົງພິມບົດຂຽນຂອງ ທ່ານ Raymond Mallon, ນັກເສດຖະສາດ ແລະ ຄົ້ນຄ້ວາຂອງ AVPI, ສະເໜີບາງບົດວິເຄາະ ແລະ ຄາດຄະເນທີ່ພົ້ນເດັ່ນ ກ່ຽວກັບການຟື້ນຕົວຂອງເສດຖະກິດຫວຽດນາມ ຫຼັງຈາກໂລກລະບາດ COVID-19 ແລະ ແງ່ຫວັງໃນປີ 202, ກໍ່ຄຶືໃນປີຂ້າງຫນ້າ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກົມການຄ້າເອເລັກໂທຣນິກ ແລະ ເສດຖະກິດດິຈິຕອນ (ກະຊວງອຸດສາຫະກຳ ແລະ ການຄ້າ) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມມືປະຕິບັດຂໍ້ລິເລີ່ມ “ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ຍຸກແຫ່ງການພັດທະນາ” ກັບ Amazon Golbal Selling ຫວຽດນາມ.
ຍສໝ-ຫວ່າງແລ້ວນີ້, ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ອີຢິບ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງເປັນຫົວນ້າຄະນະ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Port Said ປະເທດ ອີຢິບ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂະແໜງເສດຖະກິດ, ການຄ້າ, ການລົງທຶນ ແລະ ການແລກປ່ຽນບົດຮຽນພັດທະນາລະຫວ່າງ ຫວຽດນາມ ແລະ ບັນດາທ້ອງຖິ່ນທີ່ມີທ່າແຮງຂອງ ອີຢິບ.
ຍສໝ-ຫວ່າງແລ້ວນີ້, ໄດ້ຈັດກອງປະຊຸມທາງໄກບັນດາເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ+3 ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ. ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຂອງ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ.
ໃນລະຫວ່າງວັນທີ 9-10 ມິຖຸນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານຖັ໊ງ ມີການຢ້ຽມຢາມ ແລະເຮັດວຽກຢູ່ເຂດ Auvergne-Rhone-Alpes.
ຍສໝ- ຫວ່າງແລ້ວນີ້, ທີ່ນະຄອນເຈນີວາ (ສະວິດເຊີແລນ), ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດາວຫງອກຢຸງ ໄດ້ມີການກ່າວຄຳເຫັນທາງໄກທີ່ວາລະຄັ້ງທີ 110 ຂອງກອງປະຊຸມແຮງງານສາກົນ, ເຊິ່ງໄດ້ຈັດຕັ້ງຕາມຮູບແບບເຊິ່ງໜ້າ ແລະ ທາງໄກຈາກສຳນັກງານຂອງອົງການຈັດຕັ້ງແຮງງານສາກົນ (ILO) ທີ່ ເຈນີວາ, ປະເທດສະວິດເຊີແລນ.
ຕາມດັດຊະນີກ່ຽວກັບການຟື້ນຟູູພາຍຫຼັງພະຍາດໂຄວິດ-19 ໃນເດືອນ ພຶດສະພາ 2022 ເຊ່ິງ Nikkei Asia ຫາກໍ່ປະກາດ, ຫວຽດນາມ ແລະຟີລິບປິນ ໄດ້ບັນລຸຜົນດີທີ່ສຸດໃນການຟື້ນຟູເສດຖະກິດພາຍຫຼັງສອງປະເທດມານະພະຍາຍາມຜ່ອນຜັນມາດຕະການຕ້ານພະຍາດໂຄວິດ-19, ພ້ອມທັງຄວບຄຸມເພື່ອໃຫ້ພະຍາດແຜ່ລະບາດໃນລະດັບຕໍ່າສຸດ. ຫວຽດນາມ ໄດ້ເພີ່ມ 48 ຂັ້ນຂຶ້ນອັນດັບທີ 14 ຂອງໂລກ, ໃນຂະນະນັ້ນ ຟີລິບປິນ ເພີ່ມ 40 ຂັ້ນຢືນອັນດັບທີ 33.
ເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 4 ດ້ວຍຫົວຂໍ້ “ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງທາງດ້ານເສດຖະກິດຢ່າງເລິກເຊິ່ງ, ກວ້າງຂວາງໃນສະພາບການໃໝ່”.
ຍສໝ-ເສດຖະກິດໃນ 5 ເດືອນຕົ້ນປີຂອງ ນະຄອນໂຮ່ຈິມິນ ໄດ້ເຕີບໂຕຢ່າງຕັ້ງໜ້າ ແລະ ມີການຟື້ນຟູຢ່າງວ່ອງໄວ. ນັ້ນແມ່ນການຕີລາຄາຂອງການນຳຄະນະກຳມະການປະຊາຊົນນະຄອນໃນກອງປະຊຸມເສດຖະກິດ - ສັງຄົມ 5 ເດືອນຕົ້ນປີ.
ຍສໝ - ຕອນບ່າຍວັນທີ 2 ມິຖຸນາ, ຢູ່ຮ່າໂນ້ຍ, ສະຖານທູດ ໂຮນລັງ ແລະ ໂຄງການພັດທະນາຂອງສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ໄດ້ລົງນາມໃນສັນຍາຜັນຂະຫຍາຍບັນດາໂຄງການເພີ່ມທະວີຄວາມສາມາດບົ່ມຊ້ອນກ່ຽວກັບເສດຖະກິດໝູນວຽນ ໃຫ້ວິສາຫະກິດຢູ່ຫວຽດນາມ.
ຕ້ອງສ້າງສະພາບແວດລ້ອມແຫ່ງການລົງທຶນດີທີ່ສຸດ ແລະຊຸກຍູ້ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ໃຫ້ມີເນື້ອແທ້, ມີປະສິດທິຜົນທີ່ສຸດ ແລະເຂັ້ມແຂງກວ່າ, ບຸກທະລຸກວ່າອີກໃນໄລຍະຈະມາເຖິງ, ນຳມາເຊິ່ງປະສິດທິຜົນໃຫ້ທັງສອງປະເທດ.
ຫວ່າງແລ້ວນີ້, ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມສໍານັກງານອົງການການຄ້າໂລກ (WTO) ແລະເຮັດວຽກກັບທ່ານ Zhang Xiangchen ຮອງຜູ້ອໍານວຍການໃຫຍ່ WTO.
ຍສໝ - ເຫດການແມ່ນພື້ນຖານເພື່ອເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມວິສາຫະກິດ ເອີລົບ ແລະ ຫວຽດນາມ ຊຸກຍູ້ພື້ນຖານເສດຖະກິດ ຫວຽດນາມ ພັດທະນາຕາມທິດສີຂຽວ, ຍືນຍົງ.
ຍສໝ - ໜັງສືພິມ The Star ຂອງ ມາເລເຊຍ ໄດ້ຮັບຮູ້ການເຕີບໂຕໃນການ ສົ່ງອອກສິນໃນນ້ຳຂອງຫວຽດນາມ. ບົດຂຽນໃຫ້ຮູ້ວ່າ ມູນຄ່າການສົ່ງອອກສິນ ໃນນ້ຳໃນເດືອນເມສາ ຜ່ານມາບັນລຸ 1,05 ຕື້ USD...
2 ຝ່າຍເຫັນດີຄວນສືບຕໍ່ມານະພະຍາຍາມຊອກຫາວິທີແກ້ໄຂບຸກທະລຸ ເພື່ອຍົກສູງລະດັບການຮ່ວມມືທາງດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳຂອງການພົບພັນລະຫວ່າງ 2 ປະເທດຢ່າງແທດຈິງ ແລະ ສອດຄ່ອງກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ
ກອງປະຊຸມສະມະນາແມ່ນໂອກາດທີ່ມີຜົນປະໂຫຍດເພື່ອໃຫ້ 2 ປະເທດແລກປ່ຽນ ແລະ ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນໃນວຽກງານປະຕິບັດບົດລາຍຂອງອົງການນິຕິບັນຍັດກ່ຽວກັບນະໂຍບາຍ ແລະ ສ້າງກົດໝາຍ ເພື່ອແນໃສ່ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຫຼັງໂລກລະບາດໂຄວິດ-19.
ຍສໝ - ໜັງສືພິມ Finanzmarktwelt ຂອງ ເຢຍລະມັນ ຫາກໍລົງບົດຂຽນ ໂດຍເນັ້ນໜັກວ່າ ຫວຽດນາມ ໄດ້ເປີດປະຕູຢ່າງຮອບດ້ານພາຍຫຼັງໂລກລະບາດໂຄວິດ -19, ທຸກຂະແໜງການລ້ວນແຕ່ມີສັນຍານດີຂຶ້ນ.
ຄາດຄະເນວ່າ, ກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດແບບຍືນຍົງ ຈະຈັດຕັ້ງໃນເດືອນພຶດສະພານີ້ ດ້ວຍການເຂົ້າຮ່ວມຂອງ 58 ປະເທດ ແລະ 12 ສະຖານທູດປະເທດຕ່າງໆ ປະຈໍາ ຫວຽດນາມ.
ດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 73% ໃນໄຕມາດທີ 1 ປີ 2022.
ຍສໝ - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ແຂວງ ຫວິງລອງ ຄວນຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ; ພັດທະນາກະສິກຳຕິດພັນກັບຊົນນະບົດໃໝ່.