ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວນແອັງ ຢ້ຽມຢາມ, ເຮັດວຽກຢູ່ ແບນຊິກ ແລະ ອີຢູ

19:38 | 20/08/2022

ໃນໄລຍະຢ້ຽມຢາມ ແບນຊິກ, ຄະນະຜູ້ແທນໄດ້ພົບປະເຈລະຈາກັບການນຳ ອີຢູ ແລະ ແບນຊິກ.

ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮວ່າບິ່ງ ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮວ່າບິ່ງ
ຄະນະຜູ້ແທນສູນກາງສະຫະພັນກຳມະບານລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ມະຫາວິທະຍາໄລກຳມະບານ ຄະນະຜູ້ແທນສູນກາງສະຫະພັນກຳມະບານລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ມະຫາວິທະຍາໄລກຳມະບານ
ທ່ານ ເຈິ່ນຕວນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ (ພາບປະກອບ: TTXVN)
ທ່ານ ເຈິ່ນຕວນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ (ພາບປະກອບ: TTXVN)

ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດ, ທ່ານ ເຈິ່ນຕວນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ແບນຊິກ ແລະ ສະຫະພາບເອີລົບ (ອີຢູ) ໃນລະຫວ່າງວັນທີ 16 – 19 ສິງຫາ. ໃນໄລຍະຢ້ຽມຢາມ ແບນຊິກ, ຄະນະຜູ້ແທນໄດ້ພົບປະເຈລະຈາກັບການນຳ ອີຢູ ແລະ ແບນຊິກ. ທີ່ບັນດາການເຮັດວຽກ, ການນຳ ອີຢູ ແລະ ແບນຊິກ ແລະ ຄູ່ຮ່ວມມືໄດ້ຊົມເຊີຍ ແລະ ຕີລາຄາສູງການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ຫວຽດນາມ, ຢືນຢັນນີ້ແມ່ນເຫດການສຳຄັນ ເພື່ອປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ກໍຄືການພົວພັນລະຫວ່າງ ຫວຽດນາມ ແລະ ແບນຊິກ ເລິກເຊິ່ງຂຶ້ນຕື່ມ. ເນັ້ນໜັກເຖິງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ ແລະ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ, ການນຳທຸກຂັ້ນຂອງ ອີຊີ ແລະ ແບນຊິກ. ການນຳ ອີຢູ ແລະ ແບນຊິກ ຢືນຢັນວ່າ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານແບບຍືນຍົງ, ເສດຖະກິດຂຽວ, ເສດຖະກິດດີຈີຕອນ, ປ່ຽນແປງໃໝ່ປະດິດຄິດສ້າງ…

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.