ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ

16:30 | 07/10/2022

ຍ​ສ​ໝ - ຫວຽດນາມ ພວມ​ມານະ​ພະຍາຍາມ​ຢ່າງ​ໃຫຍ່​ຫຼວງ, ສືບ​ຕໍ່​ບັນລຸ​ໄດ້ຜົນ​ສຳ​ເລັດ, ຍິ່ງ​ໄປ​ກ່​ວາ​ນັ້ນ​ແມ່ນ​ປະ​ເທດ​ທີ່​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ​ກ່ຽວ​ກັບ​ການ​ເຕີບ​ໂຕ GDP ​ໂດຍ​ບໍ່​ວ່າມີສິ່ງ​ທ້າ​ທາຍ​ໃດໆໃນ​ທົ່ວ​ໂລກ.

ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ
ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ

ຜູ້​ຕາງ​ໜ້າ​ຂອງ UOB - ກຸ່ມ​ທະນາຄານ​​ນາໆ​​ຊາດ​ຂອງ​ສິງກະ​ໂປ ​ໃຫ້​ຮູ້​ວ່າ: UOB ຫາ​ກໍ່​ຍົກ​ລະດັບ​ຄາດ​ຄະ​ເນ​ການ​ເຕີບ​ໂຕ GDP ຂອງ​ຫວຽດນາມ ​ໃນ​ປີ 2022 ຂຶ້ນ​ເປັນ 8,2%, ສູງ​ກ່ວາ 7% ຂອງການຄາດຄະເນ​​ກ່ອນນີ້. ສາເຫດແມ່ນ​ຍ້ອນການຟື້ນຕົວຢ່າງ​ແຮງຂອງ GDP ໃນໄຕມາດ 3 ປີ 2022 ໂດຍແມ່ນ 13,67% (ຕາມກົມໃຫຍ່ສະຖິຕິ) ເຊິ່ງໄດ້ສ້າງພື້ນຖານເສດຖະກິດທີ່ເຂັ້ມແຂງໃນ 9 ເດືອນ ແລະ ເປັນປະ​ຖົມ​ປັດ​ໄຈໃຫ້​ແກ່ການເຕີບໂຕທີ່ເຂັ້ມແຂງໃນຕະຫຼອດປີ 2022.

ແນວໃດກໍ່ຕາມ, UOB ຍັງຊີ້ໃຫ້ເຫັນຄວາມກັງວົນໃນປັດຈຸບັນແມ່ນແງ່​ຫວັງ​ດ້ານເສດຖະກິດໃນປີ 2023, ເມື່ອນະໂຍບາຍຮັດ​ແໜ້ນ​ເງິນ​ຕາ​ຢ່າງເຄັ່ງຄັດຂອງ​ບັນ​ດາທະນາຄານສູນກາງທົ່ວໂລກອາດຈະສ້າງ​ຄວາມ​ກົດ​ດັນຕໍ່​ພື້ນ​ຖານເສດຖະກິດຂອງອາ​ເມ​ລິ​ກາ ແລະ ເອີຣົບ ເຊິ່ງ​ແມ່ນ​ສອງ​ຕະຫຼາດ​ສົ່ງ​ອອກຫຼັກ​ກວມ​ເອົາ 41% ໃນ​ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ.

ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ
ພາບປະກອບ

ດັ່ງນັ້ນ, ໃນການຄາດຄະເນເສດຖະກິດໂລກປະຈໍາໄຕມາດຫຼ້າສຸດຂອງຕົນ, UOB ໄດ້ແຈ້ງເຕືອນເຖິງການຊຸດ​ໂຊມຂອງບັນ​ດາ​ພື້ນ​ຖານເສດຖະກິດໃຫຍ່ໃນປີ 2023. ທະ​ນາ​ຄານ UOB ໄດ້ຮັກສາການຄາດຄະເນການເຕີບໂຕຂອງ GDP ສໍາລັບປີ 2023 ຂອງຫວຽດນາມຢູ່ລະ​ດັບ 6.6%, ໂດຍອີງໃສ່ການຄາດຄະເນຄວາມຕ້ອງການຂອງຕະຫຼາດຈະສືບ​ຕໍ່ຊະລໍຕົວ.

ກ່ອນ​ໜ້າ​ນັ້ນ, ທະນາຄານ​ໂລກ (WB) ຄາດ​ຄະ​ເນ​ການ​ເຕີບ​ໂຕ GDP ຂອງ​ຫວຽດນາມ​ຈະ​ບັນລຸ 7,2% ​ໃນ​ປີ 2022 ​ແລະ 6,7% ​ໃນ​ປີ 2023. ຕາມ WB ​ແລ້ວ, ໄປຄຽງ​ຄູ່​ກັບ​ການ​ຍົກ​ເລີກ​ຂໍ້​ຈຳກັດ​ການທ່ອງທ່ຽວ, ນັກ​ທ່ອງ​ທ່ຽວ​ສາກົນ​ຄ່ອຍໆ​ກັບ​ຄືນ​ມາ, ຂະ​ແໜງ​ການ​ບໍລິການ​ພວມ​ຟື້ນ​ຟູ​ຢ່າງ​ເຂັ້ມແຂງ​. ການເຕີບໂຕຂອງການສົ່ງອອກຜະລິດຕະພັນອຸດສາຫະກໍາປຸງແຕ່ງ ແລະ ປະ​ດິດ​ສ້າງ ຄາດວ່າຈະຊ້າລົງໃນໄລຍະສັ້ນ ເມື່ອຄວາມຕ້ອງການທົ່ວໂລກຫຼຸດລົງ. ເຖິງຢ່າງໃດກໍ່ຕາມ, ການບໍລິໂພກພາຍໃນ​ປະ​ເທດ​ຈະ​ທົດ​ແທນ​ຄວາມ​ຕ້ອງ​ການ​ພາຍນອກທີ່ພວມຊະລໍຕົວ.

ຕາມ​ການ​ຄາດ​ຄະ​ເນ​ຂອງ​ທະນາຄານ​ໂລກແລ້ວ, ອັດຕາ​ເງິນ​ເຟີ້​ສະ​ເລ່ຍ​ແມ່ນ​ຢູ່ລະ​ດັບ 3,8% ​ໃນ​ປີ 2022, ​ເມື່ອ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ. WB ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ກາງ, ພື້ນ​ຖານ​ເສດຖະກິດ​ຫວຽດນາມຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ອັນ​ໃຫຍ່​ຫຼວງ, ສົ່ງຜົນກະທົບ​ເຖິງ​ການ​ເຕີບ​ໂຕ.

ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ
ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈີ່ນວັນເຊີນ.

ນັ້ນແມ່ນ, ການປະກົດຕົວຂອງເຊື້ອ​ໄວ​ຣັດ COVID-19 ​ສາຍ​ພັນ​ໃໝ່ ພ້ອມກັບກິດຈະກຳດ້ານເສດຖະກິດທີ່ຖືກຂາດ​ວັກ​ຂາດ​ຕອນ ຍັງແມ່ນ​ຄວາມສ່ຽງຕົ້ນຕໍ. ຄວາມ​ກົດ​ດັນ​ຂອງ​ໄພ​ເງິນ​ເຟີ້​ທີ່​ແກ່ຍາວ ​ແລະ ແງ່​ຫວັງ​ທີ່​ຈະ​ຮັດ​ແໜ້ນ​ດ້ານການ​ເງິນຢ່າງ​ແຮງ​ກ່​ວາ​ອີກ, ​ໂດຍ​ສະ​ເພາະ​ຢູ່​ອາ​ເມ​ລິ​ກາ ​ແລະ ບັນດາ​ພື້ນຖານ​ເສດຖະກິດ​, ອາດ​ຈະນຳມາເຊິ່ງ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນຕະຫຼາດ​ການ​ເງິນ​ທົ່ວ​ໂລກ, ເຮັດໃຫ້ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ ຫວຽດນາມ ຊຸດໂຊມລົງຫຼາຍ​ກວ່າ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເວລາ​ເຄື່ອນ​ໄຫວ​ເສດຖະກິດທີ່ພວມຊະລໍຕົວ​.

ຄຽງ​ຄູ່​ກັນ​ນັ້ນ, ສະພາບ​ການ​ແຍກ​ຫ່າງ​ສັງ​ຄົມ​ຢູ່​ຈີນ ອາດ​ຈະ​ເພີ່ມ​ຜົນ​ກະ​ທົບ​ຕໍ່​ການ​ເຕີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ນີ້, ສົ່ງ​ຜົນ​ສະທ້ອນ​ເຖິງ​ຕ່ອງ​ໂສ້​ມູນ​ຄ່າ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ. ນອກຈາກນັ້ນ, ຄວາມເຄັ່ງຕຶງ ແລະ ການ​ປະ​ທະ​ກັນທາງດ້ານພູມສາດການເມືອງທີ່ເພີ່ມຂຶ້ນ ກໍຍິ່ງເຮັກໃຫ້ການ​ຂາດ​ສະ​ຖຽນ​ລະ​ພາບມີ່ຕ້ອງປະເຊີນໜ໊າຍິ່ງເພີ່ມຂຶ້ນ ແລະ ອາດຈະນໍາໄປສູ່ການຫັນປ່ຽນໂຄງສ້າງຂອງພື້ນຖານເສດຖະກິດໂລກໃນໄລຍະຍາວ.

​ອົງການ​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໄດ້​ຍົກ​​ການຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ຫວຽດນາມ​ ​ເພີ່ມ​ຂຶ້ນ​ເປັນ 7% ​ໃນ​ປີ 2022. ຫວຽດນາມ ​ແມ່ນ​ປະ​ເທດ​ດຽວ​ທີ່ໄດ້​ມີ​ການ​ດັດປັບ​ເພີ່ມຂຶ້ນ​ພໍ​ສົມ​ຄວນ ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ຢູ່​ອາ​ຊີ. ໃນ​ຂະ​ນະ​ນັ້ນ, ທະ​ນາ​ຄານ ADB ກໍຍັງ​ຮັກ​ສາ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ​ໃຫ້​ຢູ່​ລະ​ດັບ 6,5% ໃນ​ປີ 2022 (ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ໃນ​ເດືອນ ເມສາ 2022).

ທີ່​ການ​ປະຊຸມ​ຂ່າວ​ປະຈຳເດື​ອນ ​ຫ້ອງ​ວ່າການ​ລັດຖະບານ, ທ່ານຮອງ​ລັດຖະມົນຕີ​ການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ (MPI) ​ເຈີ່ນ​ກວກ​ເຟືອງ ​ໃຫ້​ຮູ້​ວ່າ: ​ໃນ​ບົດ​ລາຍ​ງານ​ເສ​ນາ​ທິ​ການ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຕໍ່​ລັດຖະບານ ໄດ້​ຍົກ​ອອກ​ບັນ​ດາ​ແຜນ​ການ​ເຕີບ​ໂຕຂອງ GDP ຂອງ​ຫວຽດນາມ ​ໃນ​ໄຕ​ມາດ​ທີ 4 ກໍ່​ຄືໃນ​ທັງປີ 2022. ໝາກຜົນຄາດວ່າຈະວາງອອກສອງແຜນ​ການ.

ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ
ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ

ຕາມ​ນັ້ນ​ແລ້ວ, ດ້ວຍ​ແຜນການທີ່ມີລະດັບຕ່ຳ​ແມ່ນ GDP ປີ 2022 ມີ​ການ​ເຕີບ​ໂຕ 7,5%, ຄາດ​ວ່າ​ໃນ​ໄຕ​ມາດ​ທີ 4/2022 ການຕີ​ລາ​ຄາ​ແມ່ນຍັງ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍຢ່າງ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້. ສະ​ພາບ​ການ​ຍາກ​ທີ່​ສຸດ​ເພື່ອ​ໃຫ້​ຫວຽດ​ນາມ ສາມາດ​ຄາດຄະເນໄດ້ບັນດາ​ຕົວ​ເລກທີ່​ຊັດ​ເຈນຂອງໝາກ​ຜົນ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ ແລະ ຄາດ​ວ່າ​ເວ​ລາ​ຍິ່ງແກ່​ຍາວ ກໍຍິ່ງ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຍົກ​ອອກ​ບັນ​ດາ​ແຜນການ, ວິ​ທີ​ການ​ໃນລະດັບທີ່ຕ່ຳ ແມ່ນວິ​ທີ​ການ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍ​າກ​ທີ່​ສຸດ​ໃນທັງ​ປີ 2022 ນັ້ນ, ການ​ເຕີບ​ໂຕ​ຈະບັນ​ລຸ 7,5%. “​ແຜນການ​ທີ່ຍັງ​ເຫຼືອ, ໃນ​ສະ​ພາບ​ການ​ທີ່ບໍ່​ການ​ຜັນແປໃໝ່, ສະ​ດວກ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ ຫວຽດນາມ ​ຈາກ​ພາຍນອກ, ພວກ​ເຮົາ​ຄາດ​ວ່າ​ອັດ​ຕາ​ການ​ເຕີບ​ໂຕ GDP ປະ​ມານ 8%”. ທ່ານ​ເຈິ່ນ​ກວັກ​ເຟືອງ ໃຫ້​ຮູ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.