ຫວຽດນາມ ແມ່ນຈຸດເດັ່ນຂອງເສດຖະກິດໂລກ

17:22 | 21/09/2022

ໃນບົດຂຽນທີ່ມີຊື່ວ່າ “ຈຸດຍອດຢ້ຽມເມື່ອທຽບໃສ່ສ່ວນຍັງເຫຼືອ” (Towering above the rest) ທີ່ເອົາລົງໃນແວບໄຊ bangkokpost.com...

ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ອິນ​ເດຍ ເຂົ້າ​ຢ້ຽມ​ອຳ​ລາ ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ອິນ​ເດຍ ເຂົ້າ​ຢ້ຽມ​ອຳ​ລາ
ພາບປະກອບHoàng Hùng/TTXVN
ພາບປະກອບHoàng Hùng/TTXVN

ໃນສະພາບການທົ່ວໂລກມີຄວາມວິຕົກວັງວົນກ່ຽວກັບໄພເງິນເຟີ້ ແລະ ດອກເບ້ຍເພີ່ມຂຶ້ນສູງ, ຫວຽດນາມ ຄືດັ່ງຈຸດພົ້ນເດັ່ນເສດຖະກິດທີ່ຫາຍາກດ້ວຍລະດັບການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ທີ່ເປັນປົກກະຕິ ແລະ ແມ່ນ “ດິນແດນທີ່ເຕັມໄປດ້ວຍຄວາມຫວັງ” ຂອງບັນດານັກລົງທຶນ. ໃນບົດຂຽນທີ່ມີຊື່ວ່າ “ຈຸດຍອດຢ້ຽມເມື່ອທຽບໃສ່ສ່ວນຍັງເຫຼືອ” (Towering above the rest) ທີ່ເອົາລົງໃນແວບໄຊ bangkokpost.com ໃນວັນທີ 19 ກັນຍາ, ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນຕະຫຼາດຫາກໍ່ພົ້ນເດັ່ນ, ນອນໃນຈຳນວນພື້ນຖານເສດຖະກິດມີລະດັບການເຕີບໂຕໄວທີ່ສຸດໃນໂລກ, ພວມດຶງດູດການລົງທຶນຈາກຕ່າງປະເທດຫຼາຍພໍສົມຄວນ. ຕາມບົດຂຽນແລ້ວ, ຕະຫຼາດຫຼັກຊັບຂອງ ຫວຽດນາມ ແມ່ນນຳມາເຊິ່ງອັດຕາສ່ວນເກັບທຶນຄືນສູງ. ໃນເດືອນສິງຫາ, ເມື່ອດັດຊະນີຕະຫຼາດຫຼັກຊັບຢູ່ຫຼາຍປະເທດຖືກຫລຸດລົງ, ແຕ່ຕະຫຼາດຫຼັກຊັບຢູ່ ຫວຽດນາມ ໄດ້ເພີ່ມຂຶ້ນ 4% ຍ້ອນອີງໃສ່ກະແສແຫຼ່ງທຶນສືບຕໍ່ເພີ່ມຂຶ້ນ ແລະ ບັນດາມາດຕະການກະຕຸກຊຸກຍູ້ເສດຖະກິດໂດຍລັດຖະບານໄດ້ວາງອອກ. ນະໂຍບາຍເງິນຕາຂອງ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນເໝາະສົມພໍສົມຄວນ, ພິເສດແມ່ນເມື່ອປຽບທຽບກັບບັນດາປະເທດພັດທະນາ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.