ພື້ນຖານເສດຖະກິດ ຫວຽດນາມສືບຕໍ່ເຕີບໂຕຢ່າງແຮງໃນຊຸມເດືອນທ້າຍປີ 2022

11:30 | 31/08/2022

ການຟື້ນຕົວຂອງພື້ນຖານເສດຖະກິດ ຫວຽດນາມ ຄາດວ່າ ຈະເຕີບໂຕຢ່າງແຮງນັບແຕ່ນີ້ຮອດທ້າຍປີ ເປັນຕົ້ນ ເມື່ອຫວຽດນາມ ໄດ້ເປີດປະຕູການທ່ອງທ່ຽວຄືນໃຫມ່.

Triển lãm sách về mối quan hệ Việt Nam - Lào Triển lãm sách về mối quan hệ Việt Nam - Lào
ADB: Kinh tế Việt Nam sẵn sàng phục hồi, dự kiến tăng trưởng 6,5% trong năm 2022 ADB: Kinh tế Việt Nam sẵn sàng phục hồi, dự kiến tăng trưởng 6,5% trong năm 2022
ພາບ​ປະ​ກອບ: congthuong.vn
ພາບ​ປະ​ກອບ: congthuong.vn

ໃນບົດລາຍງານຫລ້າສຸດກ່ຽວກັບເສດຖະກິດ ຫວຽດນາມ, ທະນາຄານ Standard Chartered ໄດ້ໃຫ້ຂໍ້ສັງເກດວ່າ: ການຟື້ນຕົວຂອງພື້ນຖານເສດຖະກິດ ຫວຽດນາມ ຄາດວ່າ ຈະເຕີບໂຕຢ່າງແຮງນັບແຕ່ນີ້ຮອດທ້າຍປີ ເປັນຕົ້ນ ເມື່ອຫວຽດນາມ ໄດ້ເປີດປະຕູການທ່ອງທ່ຽວຄືນໃຫມ່ ພາຍຫລັງ 2 ປີຖືກຜົນສະທ້ອນຢ່າງແຮງຍ້ອນໂລກລະບາດໂຄວິດ. ທະນາຄານ Standard Chartered ຮັກສາການເຕີບໂຕ GDP ຂອງຫວຽດນາມ ຈະບັນລຸ 10,8% ໃນໄຕມາດ III/2022 ແລະ3,9% ໃນໄຕມາດ IV/2022, ການເຕີບໂຕ GDP ທັງປີ ບັນລຸ 6,7%.

ບັນດາຜູ້ຊ່ຽວຊານຂອງ Standard Chartered ຖືວ່າ ໄພເງິນເຟີ້ໃນເດືອນສິງຫາ ອາດຈະຢູ່ໃນລະດັບ 3% ແລະ ປະຈຸບັນພວມຢູ່ໃນລະດັບຄວບຄຸມໄດ້.

ພ້ອມກັບ Standard Chartered, ບັນດາຜູ້ຊ່ຽວຊານຂອງທະນາຄານ HSBC ກໍຕີລາຄາວ່າ ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ບັນລຸຜົນງານທີ່ຫນ້າຊື່ນຊົມ. ໃນນັ້ນ ຂະແຫນງຕ່ຳແຜ່ນຕັດຫຍິບ ແລະເກີບຫນັງໄດ້ຮັບການຕີລາຄາວ່າແມ່ນ ເຕີບໂຕຢ່າງແຮງ, ບັນລຸ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຕາມ HSBC ແລ້ວ, ການເຕີບໂຕລາຍຮັບຂາຍຍ່ອຍບັນລຸລະດັບສະຖິຕິ, ກວ່າ 55%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.