ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຢຶດໝັ້ນກັບເປົ້າໝາຍການຄວບຄຸມໄພເງິນເຟີ້ ແລະ ສະຖຽນລະພາບເສດຖະກິດມະຫາພາກ

15:37 | 06/10/2022

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ຢຶດໝັ້ນກັບເປົ້າໝາຍການຄວບຄຸມໄພເງິນເຟີ້, ສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕ ແລະ ຮັບປະກັນຄວາມດຸ່ນດ່ຽງຂະໜາດໃຫຍ່ຂອງພື້ນຖານເສດຖະກິດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ອ໋ວາງຢົວເຈ໋ຍ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ອ໋ວາງຢົວເຈ໋ຍ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ທ່ານນາງ Era Dabla-Norris, ຫົວໜ້າຄະນະຕິດຕາມກວດກາກອງທຶນເງິນຕາສາກົນ (IMF) (ພາບ:Dương Giang/ TTXVN)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ທ່ານນາງ Era Dabla-Norris, ຫົວໜ້າຄະນະຕິດຕາມກວດກາກອງທຶນເງິນຕາສາກົນ (IMF) (ພາບ:Dương Giang/ TTXVN)

ຫວ່າງແລ້ວນິີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ທ່ານນາງ Era Dabla-Norris, ຫົວໜ້າຄະນະຕິດຕາມກວດກາກອງທຶນເງິນຕາສາກົນ (IMF), ກ່ຽວກັບເສດຖະກິດມະຫາພາກ ແລະ ການເງິນ, ເງິນຕາຂອງບັນດາປະເທດສະມາຊິກ, ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ຢຶດໝັ້ນກັບເປົ້າໝາຍການຄວບຄຸມໄພເງິນເຟີ້, ສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕ ແລະ ຮັບປະກັນຄວາມດຸ່ນດ່ຽງຂະໜາດໃຫຍ່ຂອງພື້ນຖານເສດຖະກິດ; ປະຕິບັດນະໂຍບາຍເງິນຕາຢ່າງລະມັດລະວັງ, ແນ່ນອນ, ຮັບປະກັນຄວາມເປັນເຈົ້າການ, ມີພິບໄຫວ, ມີປະສິດທິຜົນ; ສ້າງໂຄງປະກອບຄືນໃໝ່ ແລະ ຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບແບບ, ເປີດກ້ວາງບັນດາຕະຫຼາດສົ່ງອອກໃໝ່… ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ IMF ໃຫ້ບູລິມະສິດ ໜູນຊ່ວຍ ຫວຽດນາມ; ເພີ່ມທະວີການເຄື່ອນໄຫວໃຫ້ຄຳປຶກສານະໂຍບາຍໃຫ້ແກ່ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງ ກ່ຽວກັບການບໍລິຫານເສດຖະກິດ, ການຮັບມືກັບສະພາບຄວາມສ່ຽງທີ່ເພີ່ມຂຶ້ນສູງໃນປະຈຸບັນ; ສຶບຕໍ່ສະໜອງບັນດາຫຼັກສູດຝຶກອົບຮົມ, ໜູນຊ່ວຍດ້ານເຕັກນິກໃຫ້ແກ່ຂົງເຂດຄຸ້ມຄອງເສດຖະກິດ; ຕັ້ງໜ້າໜູນຊ່ວຍຫວຽດນາມ ພັດທະນາເສດຖະກິດສີຂຽວ, ຫັນປ່ຽນພະລັງງານ, ຮັບມືກັບຫານປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນດິຈິຕອນ, ການພັດທະນາ ເສດຖະກິດດິຈິຕອນ, ການຄ້າເອເລັກໂຕນິກ…

ທ່ານນາງ Era Dabla-Norris ໄດ້ຕີລາຄາສູງບັນດານະໂຍບາຍເງິນຕາ, ປີການເງິນຂອງຫວຽດນາມ, ໃນນັ້ນ, ມີນະໂຍບາຍການໜູນຊ່ວຍກ່ຽວກັບພາສີ, ຄ່າໃຊ້ຈ່າຍເພື່ອຫຼຸດການແບກຫາບທີ່ໜັກໜ່ວງ ຂອງບັນດາຄອບຄົວ ແລະ ບັນດາວິສາຫະກິດ; ສະເໜີໃຫ້ ຫວຽດນາມ ຄວນສົມທົບບັນດານະໂຍບາຍມະຫາພາກຢ່າງລະມັດລະວັງ, ຄົບຊຸດ, ເອກະພາບ, ສະເໝີຕົ້ນສະເໝີປາຍ ແລະ ເຮັດໜ້າທີ່ວຽກງານສື່ສານນະໂຍບາຍໃຫ້ເປັນຢ່າງດີ ເພື່ອຄຸ້ມຄອງຄວາມສ່ຽງ, ຫຼຸດຜ່ອນຜົນກະທົບໃນການຄັດເລືອກນະໂຍບາຍ; ຜັນຂະຫຍາຍລາຍການຟື້ນຟູ ແລະ ພັດທະນາໃຫ້ເປັນຢ່າງດີ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.