ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ອັງກິດ

09:48 | 22/08/2022

ຍ​ສ​ໝ - ທີ່ການພົບປະ, ທ່ານ ເຈີ່ນຕ໋ວນແອງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ; ​ເນັ້ນ​ໜັກ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ເສດຖະກິດ​ດີ​ຈີ​ຕອນ, ພັດທະນາ​ຕະຫຼາດ​ການ​ເງິນ, ການ​ບໍລິການ, ການ​ຫັນປ່ຽນ​ພະລັງງານ ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ທີ່​ກອງ​ປະຊຸມ​ຄັ້ງ​ທີ 26 ຂອງ​ບັນດາ​ປະ​ເທດ​ສະມາຊິກ​ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP26).

ບັນດາ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເກົາຫຼີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ ບັນດາ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເກົາຫຼີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ
ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ
ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ອັງກິດ
ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາ​ບ​: TTXVN)

ຫວ່າງແລ້ວນີ້, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ສະຫາຍ ເຈີ່ນ​ຕ໋ວນ​ແອງ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່ ພັກ​ກອມ​ມູນິດ​ອັງກິດ, ບັນດາ​ການ​ນຳ​ຂອງ​ສະພາ​ຕ່ຳ, ຫ້ອງ​ວ່າການ​ລັດຖະບານ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ການ​ເງິນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ອັງກິດ.

ທີ່ການພົບປະ, ທ່ານ ເຈີ່ນຕ໋ວນແອງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ; ​ເນັ້ນ​ໜັກ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ເສດຖະກິດ​ດີ​ຈີ​ຕອນ, ພັດທະນາ​ຕະຫຼາດ​ການ​ເງິນ, ການ​ບໍລິການ, ການ​ຫັນປ່ຽນ​ພະລັງງານ ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ທີ່​ກອງ​ປະຊຸມ​ຄັ້ງ​ທີ 26 ຂອງ​ບັນດາ​ປະ​ເທດ​ສະມາຊິກ​ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP26). ຄະນະ​ຜູ້​ແທນ​ກໍ່​ເນັ້ນ​ໜັກ​ເຖິງ​ຈຸດປະສົງການຍົກ​ສູງ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອັງກິດ, ​ໃນ​ນັ້ນ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ອັງກິດ ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ ອັງກິດ ​ໃນ​ພາກ​ພື້ນ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ສືບ​ຕໍ່​ພັດທະນາ​ຢ່າງ​ຕັ້ງໜ້າ, ພິ​ເສດ​ແມ່ນ​ນັບ​ແຕ່​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອັງກິດ ມີ​ຜົນ​ສັກສິດ.

ຝ່າຍ ອັງກິດ ຂອບອົກຂອບໃຈ ຫວຽດນາມ ທີ່ຕັ້ງໜ້າ ແລະ ສະໜັບສະໜູນ ອັງກິດ ກາຍເປັນຄູ່ເຈລະຈາຂອງ ອາຊຽນ, ພ້ອມທັງ ສະໜັບສະໜູນ ອັງກິດ ເລັ່ງລັດການເຈລະຈາ ເພື່ອເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ອັງກິດຕີລາຄາສູງນະໂຍບາຍຂອງພັກ, ລັດຫວຽດນາມ, ກໍ່ຄືບັນດາຄຳໝັ້ນສັນຍາ ແລະ ຜົນສຳເລັດຂອງຫວຽດນາມ ໃນການພັດທະນາພະລັງງານທົດແທນ, ປະກອບສ່ວນເຂົ້າໃນການສົມທົບກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ, ທ່ານ ເຈີ່ນຕ໋ວນແອງ ​ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ​ດ້ວຍ​ຫົວ​ຂໍ້ “​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ອັງກິດ ​ໃນ​ສະພາບ​ການ​ປະຕິວັດ​ອຸດສາຫະກຳ 4.0, ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ຫັນ​ເປັນ​ສີຂຽວ” ເຊິ່ງໄດ້ຈັດຂຶ້ນຢູ່ສະຖານທູດຫວຽດນາມ ປະຈໍາ ອັງກິດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.