ຊົມເຊີຍນະໂຍບາຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກັບ ອາເມລິກາ ບົນພື້ນຖານເສລີພາບ, ຍຸດຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ

08:00 | 17/08/2022

ຍສໝ - ຫວ່າງແລ້ວນີ້, ທີ່​ກອງ​ປະຊຸມ​ຂ່າວ​ປະຈຳ ​ກະຊວງ​ການ​ຕ່າງປະ​ເທດ, ໂດຍຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວທີ່ສະເໜີກ່ຽວກັບປະຕິ​ກິລິຍາ​ຂອງ​ຫວຽດນາມ​ຕໍ່ອາ​ເມ​ລິ​ກາ​ທີ່ເລີ່​ມດຳ​ເນີນ​ການ​ສືບສວນ​ຢ່າງເປັນທາງການກ່ຽວກັບການ​ໜີ​ພາສີ​ສໍາລັບ​ທໍ່​ເຫຼັກ​ກ້າ​ຂອງ​ຫວຽດນາມ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານນາງ ເລ​ທິ​ທູ​ຮັ່ງ ຢືນຢັນ​ວ່າ ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​​ເປັນພະຍານຄວາມ​ຄືບ​ໜ້າ​ໃນ​ທຸກ​ຂົງ​ເຂດ, ​ ​ໃນ​ນັ້ນ​ມີ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

ຫວຽດນາມ - ອັງກິດ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ຫວຽດນາມ - ອັງກິດ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ
ຫວຽດນາມ ແລະ ເກຼັກ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ຫວຽດນາມ ແລະ ເກຼັກ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ
ຊົມເຊີຍນະໂຍບາຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກັບ ອາເມລິກາ ບົນພື້ນຖານເສລີພາບ, ຍຸດຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານນາງ ເລ​ທິ​ທູ​ຮັ່ງ (ພາບ: TTXVN)

ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ແຖວ​ໜ້າ​ຂອງ ອາ​ເມ​ລິ​ກາ ​ຢູ່ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອາ​ເມ​ລິ​ກາ ກໍແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ ຫວຽດນາມ ດ້ວຍຍອດ​ວົງ​ເງິນ​ການ​ຄ້າ​ເກີນລະດັບແມ່ນກ່ວາ 110 ຕື້ USD ​ໃນ​ປີ 2021. ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ ຫວຽດນາມ ຊົມເຊີຍນະໂຍບາຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກັບອາເມລິກາ ບົນພື້ນຖານເສລີພາບ, ຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງ​ກັບ​ຂໍ້​ຕົກລົງສອງຝ່າຍ ​ແລະ ຂໍ້ກໍາເນົດ​ຂອງ​ອົງການການ​ຄ້າ​ໂລກ (WTO). ຫວຽດນາມ ພ້ອມແລ້ວທີ່ຈະປຶກສາ​ຫາລື​ເປັນ​ປະຈຳ​ກັບ ອາ​ເມ​ລິ​ກາ ​ໂດຍ​ຜ່ານ​ບັນດາ​ກົນ​ໄກ​ທີ່​ມີ​ຢູ່​ໃນປັດຈຸບັນ​ຄື ຂອບ​ສັນຍາກ່ຽວກັບ​ການ​ຄ້າ ​ແລະ ການ​ລົງທຶນ TIFA ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ຢ່າງ​ທັນ​ການ ​ແລະ ເພີ່ມທະວີການ​ພົວພັນ​ດ້ານ​ເສດຖະກິດ, ການຄ້າ ແລະ ການ​ລົງທຶນສອງຝ່າຍ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ ​ແລະ ປະຊາຊົນສອງປະ​ເທດ. ດ້ວຍ​ຈິດ​ໃຈ​ນັ້ນ, ພວກ​ຂ້າພະເຈົ້າ ກຽມພ້ອມ​ ​ແລະ ຫວັງ​ວ່າ​ ອາເມລິກາ ​ຈະ​ປຶກສາກັບ​ພວກ​ຂ້າພະເຈົ້າກ່ຽວກັບບັນຫາ​​ນີ້.

ຫອມມາລາ

ເຫດການ
302 Found

Found

The document has moved here.